• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວ​ມ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ​ປີ 2019 ແຂວງ ຮ່​ວາ​ບິ່ງ

ທ່ານ ບຸຍວັນແຄັງ ປະທານຄະນະກຳມະການປະຊາຊົນແຂວງ ຮ່ວາບິ່ງ ໃຫ້ຮູ້ວ່າ ສັບປະດາ ວັດທະນະທຳ, ການທ່ອງທ່ຽວແຂວງ ຮ່ວາບິ່ງ ປີ 2019 ແມ່ນເຫດການວັດທະນະທຳສຳຄັນໄດ້ຈັດຕັ້ງເພື່ອແນະນຳກ່ຽວກັບເຂດດິນແດນແຫ່ງວັດທະນະທຳ, ຊາວທ້ອງຖິ່ນ ແລະ ທຳມະຊາດ ທີ່ສວຍງາມຂອງ ແຂວງ ຮ່ວາບິ່ງ.

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ຕີຄ້ອງໄຂສັບປະດາວັດທະນະທຳ, ການທ່ອງທ່ຽວແຂວງ ຮ່ວາບິ່ງ

ຕອນຄ່ຳວັນທີ 6 ທັນວາ, ຢູ່ ແຂວງຮ່ວາບິ່ງ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ຕີຄ້ອງໄຂສັບປະດາວັດທະນະທຳ, ການທ່ອງທ່ຽວແຂວງ ຮ່ວາບິ່ງ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ບຸຍວັນແຄັງ ປະທານຄະນະກຳມະການປະຊາຊົນແຂວງ ຮ່ວາບິ່ງ ໃຫ້ຮູ້ວ່າ ສັບປະດາ ວັດທະນະທຳ, ການທ່ອງທ່ຽວແຂວງ ຮ່ວາບິ່ງ ປີ 2019 ແມ່ນເຫດການວັດທະນະທຳສຳຄັນໄດ້ຈັດຕັ້ງເພື່ອແນະນຳກ່ຽວກັບເຂດດິນແດນແຫ່ງວັດທະນະທຳ, ຊາວທ້ອງຖິ່ນ ແລະ ທຳມະຊາດ ທີ່ສວຍງາມຂອງ ແຂວງ ຮ່ວາບິ່ງ, ໂຄສະນາຄວາມສາມາດບົ່ມຊ້ອມການທ່ອງທ່ຽວຂອງແຂວງໃຫ້ແກ່ແຂກທ່ອງທ່ຽວ. ທ່ານກ່າວວ່າ:

        ສັບປະດາວັດທະນະທຳ, ການທ່ອງທ່ຽວ ປີ 2019 ແມ່ນໂອກາດເພື່ອໃຫ້ແຂວງຮ່ວາບິ່ງ ຍູ້ແຮງການແນະນຳໂຄສະນາບັນດາຄຸນຄ່າວັດທະນະທຳທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸ, ຊັບພະຍາກອນ ແລະ ຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນໄປຍັງເພື່ອນມິດ, ແຂກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນ, ປະກອບສ່ວນຍົກສູງທີ່ຕັ້ງ, ພາບພົດ, ດິນແດນ, ວັດທະນະທຳ, ຊາວຮ່ວາບິ່ງ, ປະກອບສ່ວນສຳຄັນເຂົ້າການພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ,  ສ້າງກຳລັງໜູນພັດທະນາເສດຖະກິດສັງຄົມຕາມມະຕິທີ່ໄດ້ຮັບການວາງອອກຈາກກົມ ການເມືອງ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ໄດ້ລົງຢ້ຽມຢາມ ຕາແສງຊົນນະບົດໃໝ່ ໄຕຟອງ. ນະທີ່ນີ້, ທ່ານນາງ ຫງວຽນທິກິມເງິນ ປາດຖະໜາວ່າ ຕາແສງໄຕຟອງ ຕັດສິນໃຈຮັກສາ ແລະ ເສີມຂະຫຍາຍນາມມະຍົດຊົນນະບົດໃໝ່ແບບຍືນຍົງ, ສູ້ຊົນຫຼຸດຜ່ອນຄອບຄົວທີ່ປະສົບກັບຄວາມທຸກຍາກ, ສ້າງມູນຄ່າເພີ່ມຂຶ້ນສູງກ່ວາອີກ ໃຫ້ແກ່ບັນດາຜະລິດຕະພັນກະເສດ, ຍູ້ແຮງກຸ່ມກ້ອນມະຫາສາມັກຄີຢູ່ເຂດຊຸມຊົນເພື່ອສ້າງ ໄຕຟອງກາຍເປັນຈຸດພົ້ນເດັ່ນໃນການສ້າງສາ ແລະ ພັດທະນາເສດຖະກິດ.

(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top