• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ສະ​ເໜີ​ໃຫ້ ​ສ​ປ​ຊ ສ້າງ​ຖານ​ຂໍ້​ມູນ​ກ່ຽວ​ກັບ​ຜົນ​ກະ​ທົບ​ຂ​ອງ​ນ້ຳທະ​ເລ​​ຂຶ້ນ​ສູງ

ຕອນຄ່ຳວັນທີ 23 ກັນຍາ, ຕາມເວລາ ຫວຽດນາມ, ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ອຽກລັງ Michael Martin,s, ປະທານໝູນວຽນຂອງສະພາຄວາມໝັ້ນຄົງ ສປຊ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງ ຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຄວາມໝັ້ນຄົງດິນຟ້າອາກາດ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ວາລະປຶກສາຫາລື 

ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະແດງຄວາມວິຕົກກັງວົນ, ການປ່ຽນແປງຂອງດິນຟ້າອາກາດ ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງໃນທົ່ວໂລກ ແລະ ພວມສ້າງກຳນົດອະນາຄົດຂອງມວນມະນຸດ. ໂລກພວມເຫັນປະຈັກຕາບັນດາຜົນກະທົບຢ່າງຫຍໍ້ທໍ້ ຂອງການປ່ຽນແປງດິນຟ້າອກາດ ສ້າງການຂັດແຍ້ງກັນທາງດ້ານຊັບພະຍາກອນທຳມະຊາດລະຫວ່າງບັນດາປະຊາຄົມເຂດຊຸມຊົນ, ບັງຄັດໃຫ້ປະຊາຊົນນັບຫຼາຍສິບຫຼ້ານຄົນຕ້ອງຫາເງິນລ້ຽງຊີບຢູ່ໄກບ້ານເກີດເມືອງນອນ, ເກີດບັນດາໄພນາບຂູ່ຂ້າມຊາຍແດນ ກ່ຽວກັບຄວາມໝັ້ນຄົງດ້ານຊີວະພາບ, ສິ່ງແວດລ້ອມ, ທັນຍາຫານ ແລະ ແຫຼ່ງນ້ຳ. ບັນດາຜົນຕາມມານີ້ ສ້ອມແຝງຄວາມສ່ຽງກາຍເປັນຄວາມເຄັ່ງຕຶງ, ຄວາມຂາດສະຖຽນລະພາບດ້ານພູມີສາດການເມືອງ, ສ້າງຜົນສະທ້ອນໂດຍກົງຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາວິວັດຖະນາການຂອງບັນດາປະເທດ, ຊົນຊາດ. ຕໍ່ໜ້າສະພາບການນັ້ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີວ່າ:

ທີໜຶ່ງ, ສະພາຄວາມໝັ້ນຄົງ ສປຊ ຕ້ອງນຳໜ້າໃນການສ້າງບັນດາກົນໄກຕີລາຄາ, ຄາດຄະເນ ແລະ ກ່າວເຕືອນກ່ຽວກັບບັນດາຄວາມສ່ຽງຄວາມໝັ້ນຄົງຂອງດິນຟ້າອາກາດໂດຍໄວ, ຈາກນັ້ນ ເປັນເຈົ້າການໃນການຮັບມື. ເພື່ອເປັນພື້ນຖານໃຫ້ແກ່ແຜນການວາງແຜນກຳນົດນະໂຍບາຍຮັບມືຢູ່ລະດັບທົ່ວໂລກ. ທ່ານປະທານປະເທດໄດ້ສະເໜີແນະຂໍ້ລິເລີ່ມສ້າງຖານຂໍ້ມູນສັງລວມ ກ່ຽວກັບຜົນກະທົບຫຼາຍແງ່ມູນຂອງສະພາບການນ້ຳທະເລຂຶ້ນສູງ. ທີ 2, ຕ້ອງຖືຜົນປະໂຫຍດຂອງ ປະຊາຊົນ, ພິເສດແມ່ນກຸ່ມຄົນທີ່ມີຄວາມສ່ຽງສູງ, ຢູ່ທີ່ຕັ້ງໃຈກາງ ເພື່ອອາດສາມາດແກ້ໄຂຢ່າງກົມກຽວ ບັນດາການຕິດຕໍພົວພັນຢ່າງສະໜິດແໜ້ນລະຫວ່າງຄວາມໝັ້ນຄົງ, ພັດທະນາ ແລະ ມະນຸດສະທຳ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top