• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຫງວຽນ​ຊວ​ັນ​ຟຸກ ສະ​ເໜີ​ມາດ​ຕະ​ການ​ຊ່ວຍ​ໃຫ້​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ມີ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຫຼາຍກວ່າ

ໃນການຮັບມືກັບໂລກລະບາດໂຄວິດ - 19, ການປົກປ້ອງຊີວິດອິນຊີ ແລະ ສຸຂະພາບຂອງປະຊາຊົນ ແມ່ນການບຸລິມະສິດແຖວໜ້າ. ເພື່ອເຮັດໄດ້ສິ່ງດັ່ງກ່າວ, ພວກເຮົາຄວນມີການກະທຳຢ່າງຂ້ຽວຂາດ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ອາເມລິກາ Joe Biden, ຕອນບ່າຍວັນທີ 22 ກັນຍາ (ຕາມເວລາ ນິວຢອກ), ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ດ້ວຍຫົວຂໍ້ “ດັບມອບໂລກລະບາດໂຄວິດ - 19 ແລະ ສ້າງສາໂລກໃຫ້ດີກວ່າເກົ່າ” ໂດຍທ່ານປະທານາທິບໍດີ ອາເມລິກາ ເປັນເຈົ້າພາບຈັດຕັ້ງຂຶ້ນ ໃນໂອກາດ ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 76. ທີ່ກອງປະຊຸມສຳຄັນນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍໄດ້ສະເໜີມາດຕະການຈຳນວນໜຶ່ງ ເພື່ອຊ່ວຍໃຫ້ບັນດາປະເທດພວມພັດທະນາມີວັກຊິນກັນພະຍາດໂຄວິດ - 19 ຫຼາຍກວ່າ.

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຖືວ່າ, ໃນການຮັບມືກັບໂລກລະບາດໂຄວິດ - 19, ການປົກປ້ອງຊີວິດອິນຊີ ແລະ ສຸຂະພາບຂອງປະຊາຊົນ ແມ່ນການບຸລິມະສິດແຖວໜ້າ. ເພື່ອເຮັດໄດ້ສິ່ງດັ່ງກ່າວ, ພວກເຮົາຄວນມີການກະທຳຢ່າງຂ້ຽວຂາດ. ທ່ານກ່າວວ່າ:

ຂ້າພະເຈົ້າຂໍຊົມເຊີຍ ທີ່ກອງປະຊຸມຄັ້ງນີ້ ໄດ້ຕົກລົງສ້າງຕັ້ງກອງທຶນຄວາມປອດໄພດ້ານສາທາລະນະສຸກທົ່ວໂລກປະກອບສ່ວນເຂົ້າໃນການຮັບປະກັນແຫຼ່ງກຳລັງ ໃຫ້ແກ່ບັນດາຄວາມມານະພະຍາຍາມປ້ອງກັນຕ້ານໂລກລະບາດໂຄວິດ - 19. ຫວຽດນາມ ສະເໜີ ຕ້ອງຍົກສູງກຳລັງຄວາມສາມາດໃນການຄົ້ນຄວ້າ ແລະ ພັດທະນາການຜະລິດວັກຊິນໃນນັ້ນ ມີການສ້າງສູນ ແລະ ເຄືອຂ່າຍຜະລິດວັກຊິນຢູ່ບັນດາພາກພື້ນ ໂດຍຜ່ານການເພີ່ມທະວີການຮ່ວມມືຜະລິດວັກຊິນ ແລະ ການຖ່າຍທອດເຕັກໂນໂລຢີໃຫ້ແກ່ບັນດາປະເທດພວມພັດທະນາໃຫ້ການໜູນຊ່ວຍບັນດາປະເທດພວມພັດທະນາໄດ້ສຳຜັດກັບວັກຊິນຫຼາຍກວ່າລົບລ້າງຮົ້ວກີດຂວາງທີ່ກ່ຽວຂ້ອງເຖິງການສະໜອວັກຊິນຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາຄວາມມານະພະຍາຍາມດັ່ງກ່າວ”.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກໍແຈ້ງໃຫ້ຊາບວ່າ ຫວຽດນາມ ພວມຜັນຂະຫຍາຍລາຍການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນຜູ້ມີອາຍຸແຕ່ 18 ປີຂຶ້ນໄປ. ຢູ່ລະດັບພາກພື້ນ, ຫວຽດນາມ ກໍພ້ອມກັບບັນດາປະເທດ ອາຊຽນ ສ້າງຕັ້ງກອງທຶນຮັບມືກັບໂລກລະບາດໂຄວິດ - 19 ໃນປີ 2020 ແລະ ຫວ່າງມໍ່ໆມານີ້ ກໍຕົກລົງກັນຫັກຈຳນວນເງິນ 10,5 ລ້ານ USD ຈາກກອງທຶນດັ່ງກ່າວເພື່ອຊື້ວັກຊິນໃຫ້ແກ່ບັນດາປະເທດສະມາຊິກ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top