• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ​ແຂວງ ເທື່ອ​ທຽ​ນ​ເຫ້ວ ຄືນ​ໃໝ່

ວັນທີ 17 ສິງຫາ, ຢູ່ແຂວງ ເທື່ອທຽນເຫ້ວ ໄດ້ດຳເນີນພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງແຂວງ ເທື່ອທຽນເຫ້ວ ຄືນໃໝ່. ໂດຍມີການເຂົ້າຮ່ວມຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ.

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນກ່າວຄຳເຫັນທີ່ພິທີ

ກ່າວຄຳເຫັນທີ່ພິທີທ່ານນາງປະທານສະພາແຫ່ງຊາດໃຫ້ຮູ້ວ່າ: ພາຍຫຼັງວັນປົດປ່ອຍ, ພິເສດແມ່ນພາຍຫຼັງວັນສ້າງຕັ້ງແຂວງຄືນໃໝ່ (1 ກໍລະກົດ 1989), ແຂວງເທື່ອທຽນເຫ້ວ ໄດ້ກ້າວໄປຢ່າງໜັກແໜ້ນ ແລະ ບັນລຸໄດ້ບັນດາໝາກຜົນອັນໃຫຍ່ຫຼວງ. ເສດຖະກິດພັດທະນາ, ຍາມໃດກໍ່ຮັກສາໄດ້ລະດັບການເຕີບໂຕສູງ, ກາຍເປັນເຂດເສດຖະກິດກຳລັງໜູນຂອງພາກກາງ. ປັດຈຸບັນ, ຕົວເມືອງ ເຫ້ວ ໄດ້ຮັບການປ່ຽນແປງຕາມທິດທັນສະໄໝແຕ່ຍັງອະນຸລັກຮັກສາ, ເສີມຂະຫຍາຍໄດ້ບັນດາສະຖາປັດຕະຍາກຳທີ່ສືບທອດມາແຕ່ບູຮານ, ກາຍເປັນ “ນະຄອນ Festival ເຫ້ວ” ດ້ວຍບັນດາຈຸດທີ່ເປັນເອກະລັກສະເພາະ, ສ້າງຄວາມປະທັບໃຈໃຫ້ແກ່ເພື່ອນມິດທັງພາຍໃນປະເທດ ແລະ ສາກົນ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວວ່າ:

        ພັດທະນາບັນດາພາກສ່ວນເສດຖະກິດຢ່າງແຮງ, ເອົາໃຈໃສ່ເຖິງການພັດທະນາເສດຖະກິດເອກະຊົນໃຫ້ກາຍເປັນກຳລັງໜູນອັນສຳຄັນຢ່າງແທ້ຈິງ, ສ້າງບາດກ້າວບຸກທະລຸໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງ, ພິເສດແມ່ນໃນບັນດາຂະແໜງເສດຖະກິດປາຍແຫຼມເຊິ່ງເປັນທ່າແຮງຂອງແຂວງ. ສືບຕໍ່ກໍ່ສ້າງແຂວງ ເທື່ອທຽນເຫ້ວ ໃຫ້ກາຍເປັນ “ຕົວເມືອງມໍລະດົກ” ດ້ວຍການກຳນົດທິດ “ມໍລະດົກ, ວັດທະນະທຳ, ຊີວະພາບ, ທິວທັດທຳມະຊາດ, ເປັນມິດກັບສິ່ງແວດລ້ອມ”, ພ້ອມທັງປະຕິບັດວຽກງານອະນຸລັກຮັກສາ, ບູລະນະປະຕິສັງຂອນ, ປົກປັກຮັກສາ, ເສີມຂະຫຍາຍມໍລະດົກກຸງເກົ່າ ເຫ້ວໃຫ້ດີກ່ວານີ້ອີກ

        ແຂວງເທື່ອທຽນເຫ້ວກໍ່ຕ້ອງສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນໃນການກໍ່ສ້າງຊົນນະບົດໃໝ່, ເປັນເຈົ້າການໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ປະຕິບັດວຽກງານທາງການທູດໃຫ້ເປັນຢ່າງດີ.

        ໂດຍຕາງໜ້າໃຫ້ແກ່ພັກ, ລັດ, ທ່ານນາງປະທານສະພາແຫ່ງຊາດໄດ້ມອບຫຼຽນໄຊເອກະລາດຊັ້ນໜຶ່ງໃຫ້ແກ່ອົງຄະນະພັກແຂວງ, ອຳນາດການປົກຄອງ, ທະຫານ ແລະ ປະຊາຊົນແຂວງເທື່ອທຽນເຫ້ວ.

(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top