• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ປະເທດຊາດບ້ານເມືອງຜ່ານກ້ອງຖ່າຍ ຂອງນັກຂ່າວຂ່າວພາບຫວຽດນາມ

ເປັນຄັ້ງທຳອິດນັກຂ່າວສອງຮຸ່ນຄົນຂອງຫ້ອງການຜູ້ຕາງໜ້າ ສຳນັກຂ່າວພາບຫວຽດນາມປະຈຳນະຄອນໂຮ່ຈີມິນໄດ້ເປີດງານ ວາງສະແດງພາບຖ່າຍພາຍໃຕ້ຫົວຂໍ້ທີ່ວ່າ: “ຫວຽດນາມ-ປະເທດຊາດ ແລະ ຜູ້ຄົນ”. ພາບຖ່າຍ 60 ແຜ່ນທີ່ໄດ້ນຳມາ    ສະເໜີຕໍ່ທ່ານຜູ້ຊົມເປັນການສົ່ງສານຫຼາຍຢ່າງທີ່ມີຄວາມໝາຍ ເລິກເຊິ່ງກ່ຽວກັບຊີວິດການເປັນຢູ່ຂອງມະນຸດ
ງານວາງສະແດງພາບຖ່າຍດັ່ງກ່າວຈັດໂດຍຫ້ອງການຜູ້ຕາງໜ້າສໍານັກຂ່າວພາບຫວຽດນາມປະຈໍານະຄອນໂຮ່ຈິມິນຈັດຂຶ້ນຢູ່ທີ່ຖະໜົນຫງວຽນວັນບິ່ງ, ເມືອງ 1, ນະຄອນໂຮ່ຈີມິນຫາກໍ່ມໍ່ໆມານີ້. ນີ້ແມ່ນເຫດການໜຶ່ງຈັດຂັ້ນເນື່ອງໃນໂອກາດ ສະເຫຼີມສະຫຼອງຄົບຮອບ 41 ປີ(30/4/1975 – 30/4/2016) ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນປຶກໜ່ຶງແຜ່ນດຽວ.

ນັກທ່ອງທ່ຽວຕ່າງປະເທດເຂົ້າຢ້ຽມຊົມງານວາງສະແດງ ພາບຖ່າຍ “ຫວຽດນາມ-ປະເທດຊາດ ແລະ ຜູ້ຄົນ” ໂດຍບັນດາຊ່າງພາບ
ຫ້ອງການຜູ້ຕາງໜ້າຂ່າວພາບຫວຽດນາມ ປະຈຳນະຄອນໂຮ່ຈີມິນເປັນຜູ້ດໍາເນີນການ. 



ພາຍໃນຫ້ອງວາງສະແດງພາບຖ່າຍ. 


ນັກທ່ອງທ່ຽວຕ່າງປະເທດນິຍົມຊົມຊອບຕໍ່ບັນດາແຜ່ນພາບຖ່າຍໃນງານວາງສະແດງຢູ່ທີ່ນີ້. 


ບັນດາຊ່າງພາບຖ່າຍຮູບເປັນທີ່ລະນຶກຮ່ວມກັບໝູ່ເພື່ອນໃນມື້ໄຂງານວາງສະແດງ. 
 
ດ້ວຍ 60 ພາບແຕ້ມຂອງ 6 ຊ່າງພາບທີ່ໄດ້ນໍາມາວາງສະແດງ ໃນຄັ້ງນີ້ແມ່ນວິນາທີ, ມູມມອງຕ່າງໆກ່ຽວກັບປະເທດຊາດ ແລະ ຜູ້ຄົນຫວຽດນາມຊຶ່ງໄດ້ປະດິດສ້າງຄືນມາໃໝ່ຢ່າງມີຊີວິດຊີວາ ແລະ ຊື່ຕົງທີສຸດ. ຫ້ອງການຜູ້ຕາງໜ້າສໍານັກຂ່າວພາບຫວຽດນາມປະຈໍານະຄອນໂຮ່ຈິມິນນັບແຕ່ສ້າງຕັ້ງຂຶ້ນໃນປີ 1982 ມາເຖິງປະຈຸບັນໄດ້ປະກອບສ່ວນຢ່າງຫລວງຫລາຍເຂົ້າໃນການປະຕິບັດພາລະບົດບາດຂອງຕົນດ້ານການພົວພັນຕ່າງປະເທດ, ນໍາສະເໜີ, ໂຄສະນາເຜີຍແຜ່ ຕໍ່ເພື່ອນມິດສາກົນກ່ຽວກັບຮູບພາບຂອງປະເທດກໍ່ຄືຜູ້ຄົນຫວຽດນາມ.

ຕະຫຼອດໄລຍະ 30 ກວ່າປີຜ່ານມາ, ບັນດານັກຂ່າວຮຸ່ນຕ່າງໆ ຂອງຫ້ອງການຜູ້ຕາງໜ້າຂ່າວພາບຫວຽນາມປະຈຳນະຄອນໂຮ່ຈີມິນໄດ້ນຳເອົາລົມຫາຍໃຈ, ພະລັງຊີວິດຂອງທາງທິດໃຕ້ ເຈືອຈານເຂົ້າກັບຄວາມຫ້າວຫັນແລະຫຼົງໄຫຼຂອງຕົນເພື່ອປະດິດຄິດສ້າງໃຫ້ເປັນບັນດາຜະລິດພັນສິລະປະພາບຖ່າຍ, ພາບໜັງສືພິມກ່ຽວກັບຜູ້ຄົນ ແລະ ທັດສະນີຍະພາບ ຢູ່ທົ່ວທຸກ ຫົນແຫ່ງຂອງປະເທດຊາດຫວຽດນາມ.

ນັບແຕ່ບັນດານັກຂ່າວທີ່ເຕັມໄປດ້ວຍປະສົບການເຊັ່ນ: ທ່ານກວາງມິງ, ຮື້ວແທັ່ງ, ຈົນຮອດບັນດານັກຂ່າວພາບຮຸ່ນຕໍ່ມາເຊັ່ນ: ເລມິນ, ກີມເຟືອງ, ຫງວຽນລວັນລ້ວນແຕ່ເປັນ “ມືກ້ອງ” ທີ່ຫ້າວຫັນ, ຂະຫຍັນງານ ແລະ ເໜືອກວ່າສິ່ງອື່ນໃດແມ່ນຍາມໃດກໍ່ສະແດງໃຫ້ເຫັນຢ່າງຊັດແຈ້ງ “ທາດຂ່າວພາບ” ຢູ່ໃນຜະລິດຜົນຂອງຕົນ.


“ອາຊີບລ້ຽງແກະ”. ໂດຍ: ຫືວແທ່ງ


“ໄພແຫ້ງແລ້ງຍ້ອນການປ່ຽນແປງຂອງດິນຟ້າອາກາດ”. ໂດຍ: ຫືວແທ່ງ


“ລະດູດອກງີ້ວບານໃນເດືອນເມສາ”. ໂດຍ: ຫືວແທ່ງ


“ສຽງແຄນSaranai”. ໂດຍ: ກິມເຊີນ


“ຂ້ອນແຈ້ງ”. ໂດຍ: ກິມເຊີນ


“ອ່າງຂາວ”(ແຂວງບິ່ງຖ້ວນ).ໂດຍ: ກວາງມິງ


“ໜອງ Dankia”. ໂດຍ: ກວາງມິງ


“ແມ່ນ້ຳແຢັງ”. ໂດຍ: ກວາງມິງ


“ແຄມແມ່ນ້ຳໄຊງ່ອນ”. ໂດຍ: ເລມິງ


“ຊົ່ວໂມງຮຽນພາກຄຳ່ຂອງພວກນ້ອງນັກຮຽນຢູ່ໂຮງຮຽນ ມັດທະຍົມຕອນຕົ້ນທູລູ້ມ, ເມືອງແຕ່, ແຂວງລາຍເຈົາ”. ໂດຍ: ເລມິງ


“ແສງອາລຸນຢູ່ເທິງທົ່ງໄຟຟ້າພະລັງງານລົມບາກລຽວ”. ໂດຍ: ເລມິງ


“ແຂ່ງງົວ”. ໂດຍ: ກິມເຟືອງ

“ຄວາມຜາສຸກ”. ໂດຍ: ກິມເຟືອງ


“ແດດ”. ໂດຍ: ຫງວຽນລວນ


“ແດດ”. ໂດຍ: ຫງວຽນລວນ
 
ປະຕິບັດໂດຍ: ທົງຫາຍ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top