• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ປະສົບການທຳອາຊີບ ເປັນຊ່າງຕີເງິນ

ເທື່ອທຳອິດນາງ Say Da (ສັນຊາດ ໂຄລົມເບຍ) ມາ ທ່ອງ ທ່ຽວ ຫວຽດນາມ ແລະ ພັກເຊົາ ຢູ່ນະຄອນ ໂຮ່ຈີມິນ ເປັນເວ ລາໜຶ່ງອາທິດ. ດ້ວຍແຜນທີ່ໃນມື, Say Da ຊອກຫາ Vietnam Silver House (ເຮືອນເລກທີ 68, ຖະໜົນ ເຫງ້ຍ ທຸກ, ບ້ານເລກ 5, ເມືອງ 5) ເພື່ອທົດລອງທຳອາຊີບເປັນ ຊ່າງ ຕີເງິນ ເພື່ອຜະລິດ ເຄື່ອງປະດັບ ດ້ວຍເງິນ ດ້ວຍຕົນເອງ ຕາມ ແບບບູຮານ ຂອງ ຫວຽດນາມ.
ເມື່ອມາຍັງ Vietnam Silver House, ພວກຂ້າພະເຈົ້າເຫັນ ນັກທ່ອງທ່ຽວຕ່າງປະເທດຫຼາຍຄົນພວມເຂົ້າແຖວເພື່ອ ລໍສຳ ພັດ ກັບ ອາຊີບເປັນຊ່າງຕີເງິນ. ຈາກປະສົບການ ມາເປັນ ເວ ລາ 20 ກວ່າປີ ໃນຂົງເຂດການຜະລິດ ແລະ ຄ້າຂາຍເຄື່ອງປະ ດັບ ທີ່ເຮັດດ້ວຍເງິນ ຢູ່ ໄຊງ່ອນ-ຕະຫຼາດເລີນ, Vietnam Silver House ຖືກສ້າງຕັ້ງຂຶ້ນມາໂດຍຈຸດປະສົງເພື່ອແນະ ນຳຈຸດພິເສດຂອງອາຊີບຕີເງິນ ຫວຽດນາມ ມາຍັງ ເພື່ອນມິດ ສາກົນ ແລະ ປະກອບສ່ວນເຮັດໃຫ້ ວັດທະນະທຳ ຂອງອາຊີບ ຕີເງິນ ກາຍເປັນຄວາມໃກ້ຊິດ ກັບປະຊາຊົນ ຢູ່ພາຍໃນ.
 
ມາຍັງ Vietnam Silver House, ນັກທ່ອງທ່ຽວສາມາດຊອກຮູ້ກ່ຽວກັບປະຫວັດຄວາມເປັນມາຂອງອາຊີບຊ່າງຕີເງິນ, ວິວັດ ທະນາການ ແຫ່ງການພັດທະນາ ແລະ ຈຸດພິເສດ ຂອງອາຊີບ ຕີເງິນຢູ່ ຫວຽດນາມ ຈາກອະດີດ ເຖິງປະຈຸບັນ. 


ນັກທ່ອງທ່ຽວຕ່າງປະເທດຫຼາຍຄົນ ໄດ້ມາຢ້ຽມຢາມ ແລະ ເຂົ້າຮ່ວມໃນການຜະລິດເຄື່ອງປະດັບ ດ້ວຍເງິນ.


ທ່ານ ຫງວຽນຫງອກຝູ ມີປະສົບການກວ່າ 20 ປີໃນ ອາຊີບ ຜະລິດເຄື່ອງປະດັບ ດ້ວຍເງິນ ພວມແນະນຳໃຫ້ ນັກທ່ອງທ່ຽວ ຮູ້ວິທີການຜະລິດເຄື່ອງປະດັບ. 


ເພື່ອຜະລິດ ເຄື່ອງປະດັບ ດ້ວຍເງິນ ອອກມາອັນໜຶ່ງ ຕ້ອງໃຊ້ ຫຼາຍຂັ້ນຕອນ. ພາບ: ເອກະສານ


ເພື່ອສຳເລັດຜະລິດຕະພັນໜຶ່ງ ທີ່ພໍໃຈ, ອາດຕ້ອງໃຊ້ ເວລາ ເຖິງ 2-3 ວັນ.


ຂັ້ນຕອນການຂຽນ  laze ໃສ່ຜະລິດຕະພັນ.


ນາງ Amparo (ສັນຊາດ ແອ໋ສະປາຍ) ຕ້ອງໃຊ້ເວລາເຖິງ 2 ວັນ ຈຶ່ງສ້າງສຳເລັດຜະລິດຕະພັນ ສາຍຄໍເງິນ ເສັ້ນໜຶ່ງ. 


ນັກທ່ອງທ່ຽວຮູ້ສຶກປະທັບໃຈເມື່ອໄດ້ຢ້ຽມຊົມບັນດາ ເຄື່ອງມື ທີ່ຮັບໃຊ້ໃຫ້ການຜະລິດຂອງຊ່າງຕີເງິນຢູ່
Vietnam Silver House... ພາບ: ເອກະສານ



... ແລະ ບັນທຶກ ຮູບພາບບັນດາ ເຄື່ອງມື ທີ່ຮັບໃຊ້ ໃຫ້ການ ຜະລິດຂອງຊ່າງຕີເງິນ.


ບັນດາ ເຄື່ອງມື ຮັບໃຊ້ໃຫ້ການຜະລິດຂອງຊ່າງຕີເງິນ ໄດ້ຮັກ ສາໄວ້ຢູ່ Vietnam Silver House... ພາບ: ເອກະສານ

ຢູ່ທີ່ນີ້, ນັກທ່ອງທ່ຽວ ຈະໄດ້ຮັບການແນະນຳຂັ້ນຕອນການຜະ ລິດເຄື່ອງປະດັບດ້ວຍເງິນ ທີ່ທັນສະໄໝ, ນັບຕັ້ງແຕ່ຂັ້ນ ຕອນ ການແຕ້ມຈຳລອງໃສ່ເຈ້ຍ ຈົນເຖິງເວລາເປັນຜະລິດຕະພັນ ສຳເລັດຮູບ ສູ່ນັກທ່ອງທ່ຽວ. ນອກຈາກນັ້ນ, ນັກທ່ອງທ່ຽວ ຍັງ ສາມາດມາລົງທະບຽນຮຽນ ວິທີການຜະລິດເຄື່ອງປະດັບດ້ວຍ ເງິນຕາມແບບ ເປັນມືອາຊີບ ແລະ ຜະລິດເຄື່ອງປະດັບໃຫ້ແກ່ ຕົນເອງຈາກ ບັນດາເຕັກນິກຂັ້ນພື້ນຖານສຸດ ຂອງ ອາຊີບຕີ ເງິນ.
 
ໃນຫ້ອງ ຊຶ່ງມີເນື້ອທີ່ກວ້າງກວ່າ 60 ຕະລາງແມັດ, ນັກທ່ອງ ທ່ຽວຫຼາຍຄົນ ກຳລັງໃຊ້ຄ້ອນຕີ ເພື່ອຕີແຜ່ນເງິນໃຫ້ບາງໆດ້ວຍ ຄວາມຕັ້ງໃຈ, ນີ້ແມ່ນຂັ້ນຕອນທຳອິດໃນການ ຜະລິດ ເຄື່ອງ ປະດັບ. ນາງ Sayda Flozer, ອາຍຸ 40 ປີ, ສັນຊາດການາ ດາ ກ່າວວ່າ ແຫວນ ແລະ ປະລັກແຂນ ທີ່ຂ້າພະເຈົ້າໃສ່ ນີ້ ແມ່ນຜົນງານ ໃນການຮຽນໃຊ້ເວລາ 2 ຄາບ ທຳອາຊີບເປັນ ຊ່າງຕີເງິນ. “ຂ້າພະເຈົ້າຮູ້ສຶກຕິດໃຈ ຕໍ່ການຜະລິດ ຕາມແບບ ຫັດຖະກຳຂອງ ຊ່າງຕີເງິນ ຫວຽດນາມ. ຫ້ອງຮຽນແຫ່ງນີ້ ໄດ້ ສ້າງຄວາມຢາກຮູ້ ຢາກເຮັດ, ຄວາມຈັບໃຈ ແລະ ຄວາມຕື່ນ ເຕັ້ນ. ເສຍຄ່າຮຽນ ພຽງ 250.000 ດົ່ງ, ແຕ່ຂ້າພະເຈົ້າ ໄດ້ນຳ ໃຊ້ ເຄື່ອງປະດັບທີ່ຜະ ລິດດ້ວຍຕົນເອງ”.
 
ສິ່ງທີ່ຍາກກວ່າໝູ່ແມ່ນ ນຳໃຊ້ເຄື່ອງມືການຜະລິດ ຂະໜາດ ນ້ອຍ ແລະ ໃຊ້ແຮງ ໃຫ້ພໍດີ ເຂົ້າໃນການຜະລິດ, ຕົບແຕ່ງ ເຄື່ອງປະດັບ. ບັນດາເຄື່ອງມືເຊັ່ນ: ຄ້ອນຕີຢາງ, ສິ່ວ, ສະໄບ, ເລື່ອຍ... ຢູ່ໃນອົ້ງມືຂອງນາງ Maria (ມາຈາກ ແອ໋ສະປາຍ) ເປັນສິ່ງແປກໃໝ່. ນາງເວົ້າວ່າ “ຖ້າເຮົາລະເລີງໃຈໜ້ອຍດຽວ, ຕີ ຄ້ອນຕີບາດດຽວ, ຂອບແຫວນ ຈາກຮູບມົນ ຈະກາຍເປັນ ຮູບໄຂ່ໄປເລີຍ”. ເວລານັ້ນ, ລາວຕ້ອງຂໍຄວາມຊ່ວຍເຫຼືອຈາກ ຊ່າງຕີເງິນ ຢູ່ທີ່ນີ້ ເພື່ອໄດ້ຮັບການແນະນຳເຮັດໃຫ້ ແຜ່ນ ເງິນ ກັບຄືນສູ່ສະພາບເດີມ.
 
ຫຼັງຈາກຜ່ານຜ່າຂັ້ນຕອນທຳອິດ, ນັກທ່ອງທ່ຽວ ສືບຕໍ່ ປະຕິ ບັດຂັ້ນຕອນໃຊ້ສະໃບຂັດ, ຕົບແຕ່ງລວດລາຍ, ຂັດໃຫ້ເຫື້ຼອມ ແລະ ສຳ ເລັດການຜະລິດ. ນາຍຊ່າງ ຫງວຽນຫງອກຝູ ໃຫ້ຮູ້ ວ່າ “ຕາມ ປົກກະຕິ, ນັກທ່ອງທ່ຽວ ຄົນໜຶ່ງຈະໃຊ້ເວລາ ໜຶ່ງ ຊົ່ວໂມງໃນ ການຕີແຫວນທຳມະດາວົງໜຶ່ງ, ແຕ່ສຳລັບຜູ້ທີ່ ເຮັດບໍ່ເປັນສຸດ, ຕ້ອງເສຍເວລາ ຊົ່ວໂມງ ເຄິ່ງ”. ນັກທ່ອງທ່ຽວ ທີ່ມາ ຮຽນຢູ່ຫ້ອງ ຮຽນແຫ່ງນີ້ ສ່ວນຫຼາຍແມ່ນມາຈາກປະເທດ ຝຣັ່ງ, ແອ໋ສະ ປາຍ, ສ ອາເມລິກາ... ບໍ່ຈໍາກັດອາຍຸ, ມີເດັກ ນ້ອຍ ອາຍຸ 6 ປີ ໄປຈົນເຖິງຜູ້ໃຫຍ່, ເຂົາເຈົ້າມາທີ່ນີ້ ດ້ວຍ ຄວາມ ຮັກມັກ ກັບອາ ຊີບຕີເງິນ ຂອງ ຄົນ ຫວຽດນາມ.  
  

ຜະລິດຕະພັນ ດ້ວຍເງິນຮາງ ໃນສະໄໝລາດຊະວົງ ຫງວຽນ.


ປິ່ນປັກຜົມ, ແຫວນ, ຕຸ້ມຫູ, ປອກຄໍ ຂອງແມ່ຍິງ ຫວຽດນາມ ໃນສະໄໝກ່ອນ.


ສາຍສ້ອຍຄໍຂອງແມ່ຍິງ ຫວຽດນາມ ໃນສະໄໝກ່ອນ.


ປະລັກແຂນ ປະດັບຫີນອ່ອນ-ຜະລິດຕະພັນ ທີ່ເປັນເອກກະ ລັກ ສະເພາະ ຂອງ ຕະຫຼາດ ເລີນ ໃນຊຸມປີ 1980-1990. 


ນົກຍູງ-ຜະລິດຕະພັນຂອງໝູ່ບ້ານອາຊີບ ດິ້ງກົງ (ຮ່າໂນ້ຍ).


ດອກກຸຫຼາບ-ຜະລິດຕະພັນ ທີ່ເຮັດດ້ວຍເງິນ.


ຜະລິດຕະພັນ ແຫວນວົງໜຶ່ງ ທີ່ສະລັກຊື່ລູກຄ້າ ຊຶ່ງເປັນ ຜູ້ຜະລິດ. 

ທ່ານ ເລກວກແທ່ງ, ຜູ້ອຳນວຍການໃຫຍ່ຂອງ Vietnam Silver House ໃຫ້ຮູ້ວ່າ: ດ້ວຍຄຳຂວັນ “ຢາກຮູ້ກ່ຽວກັບ ອາ ຊີບຕີເງິນ ຈົ່ງມາ Vietnam Silver House, ພວກຂ້າພະເຈົ້າ ຕ້ອງທຸ້ມເທເຫື່ອແຮງ ເພື່ອສ້າງຂຶ້ນມາ ​ສະຖານທີ່ ທ່ອງທ່ຽວ ທ່ີ ເປັນເອກະລັກ ແລະ ຄົບຖ້ວນກວ່າໝູ່ ສຳລັບອາຊີບຕີເງິນ ຢູ່ ຫວຽດນາມ. ຫວັງວ່າໃນອະນາຄົດ Vietnam Silver House ຈະກາຍເປັນຫໍພິພິຕະພັນ ເອກະຊົນ ທີ່ມີຄຸນນະພາບສູງ, ເປັນ ແຫຼ່ງທ່ອງທ່ຽວ ທີ່ຂາດບໍ່ໄດ້ ສຳລັບທ່ອງທ່ຽວ ເມື່ອມາຢ້ຽມ ຢາມ ນະຄອນ ໂຮ່ຈີມິນ. 
ປະຕິບັດ: ທົງຫາຍ
 

ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະໄໝ ລາຊະວົງ ເລ

ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະໄໝ ລາຊະວົງ ເລ

ຫວ່າງ​ມໍ່ໆ ​ມາ​ນີ້, ຫໍພິພິທະ​ພັນ​ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ ​ວັດ​ຖຸ​ບູຮານ ​ແລະ ​ເອກະສານ​ກວ່າ 200 ​ຊຸດ ກ່ຽວ​ກັບ​ ຢາງ ຫວໍເຈື່ອງ ໃນ​ຫົວ​ຂໍ້​: “​ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະ ໄໝ ລາຊະວົງ ເລ”. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ໄດ້​ຊົມ​ໂຮງຮຽນມວຍ​ແຫ່ງ​ທຳ​ອິດ​ຂອງ ກຳແພງ ທັງລອງ ໃນເມື່ອກ່ອນ ດ້ວຍ​ຊຸດສະ​ສົມ​ ສົມບັດ ແຫ່ງ​ຊາດ ແລະ ອາວຸດ ສະໄໝ ລາຊະວົງ ​ເລ.

Top