• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີ ອາເມລິກາ ປະກາດບັນດາມາດຕະການໃໝ່ໃນການພົວພັນກັບ ຈີນ, ຖະແຫຼງຢຸດຕິສາຍພົວພັນກັບ ອົງການອະນາໄມໂລກ

      ວັນທີ 29 ພຶດສະພາ ຢູ່ ວໍຊີງຕັນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຈັດຕັ້ງກອງປະຊຸມຖະແຫຼງຂ່າວກ່ຽວກັບສາຍພົວພັນລະຫວ່າງ ອາເມລິກາ - ຈີນ ພ້ອມທັງປະກາດຫຼາຍມາດຕະການ ເພື່ອແນໃສ່ປ້ອງກັນຄວາມສະຫງົບ ແລະ ວັດທະນາຖາວອນຂອງ ປະເທດ ອາເມລິກາ.

ປະທານາທິບໍດີ ອາເມລິກາ Donald Trump (ພາບ: THX/TTXVN)
      ໃນບົດກ່າວປາໄສ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຕໍາໜິຕິຕຽນການປະພຶດຂອງ ຈີນໃນຫຼາຍທົດສະວັດຜ່ານມາ ແລະ ກ່າວຫາປະເທດນີ້ ທີ່ໄດ້ເຮັດໃຫ້ ອາເມລິກາ ເສຍຫາຍນັບຫຼາຍຮ້ອຍຕື້ USD, ທໍາລາຍໂອກາດສ້າງວຽກເຮັດງານທໍາຂອງປະເທດ ອາເມລິກາ, ລັກເອົາຊັບສິນທາງປັນຍາຂອງ ອາເມລິກາ ແລະ ລະເມີດຄໍາໝັ້ນສັນຍາຂອງອົງການການຄ້າໂລກ (WTO). ຕາມທ່ານປະທານາທິບໍດີີ Donald Trump ແລ້ວ, ຈີນໄດ້ປະກາດອະທິປະໄຕຢ່າງຜິດກົດໝາຍຢູ່ພາກພື້ນ ປາຊີຟິກ, ນາບຂູ່ເຖິງສິດເສລີໃນການເດີນເຮືອ ແລະ ການຄ້າສາກົນ. ທ່ານ Donald Trump ຖະແຫຼງວ່າ ອາເມລິກາ ຢາກມີສາຍພົວພັນເປີດ ແລະ ມີລັກສະນະສ້າງສັນກັບ ຈີນ ແຕ່ເພື່ອໃຫ້ບັນລຸໄດ້ສິ່ງດັ່ງກ່າວ, ອາເມລິກາຕ້ອງປົກປ້ອງບັນດາຜົນປະໂຫຍດຂອງຕົນ. ທ່ານກ່າວວ່າ:
        ມື້ນີ້, ຂ້າພະເຈົ້າຈະປະກາດໃຊ້ຖະແຫຼງການ ເພື່ອແນໃສ່ປົກປ້ອງຜົນງານການຄົ້ນຄວ້າຂອງມະຫາວິທະຍາໄລແຫ່ງຕ່າງໆຂອງ ອາເມລິກາ ແລະ ຢຸດຕິການອະນຸຍາດໃຫ້ເຂົ້າເມືອງ ອາເມລິກາ ສໍາລັບຊາວ ຈີນ ຈໍານວນໜຶ່ງ ທີ່ຖືກຖືວ່າ ແມ່ນຊ້ອນແຝງຄວາມສ່ຽງຕໍ່ຄວາມສະຫງົບ. ຂ້າພະເຈົ້າພວມມີການກະທໍາເພື່ອປົກປ້ອງລະບົບການເງິນ ອາເມລິກາ ໃຫ້ຮອບດ້ານ. ຂ້າພະເຈົ້າພວມອອກຄໍາສັ່ງໃຫ້ກຸ່ມປະຕິບັດງານຮັບຜິດຊອບກ່ຽວກັບຕະຫຼາດການເງິນ ຄົ້ນຄວ້າບັນດາການເຄື່ອນໄຫວຂອງບັນດາບໍລິສັດ ຈີນ ທີ່ພວມຕິດປະກາດໃນບັນດາຕະຫຼາດການເງິນຂອງ ອາເມລິກາ ດ້ວຍຈຸດປະສົງ ປົກປ້ອງບັນດານັກລົງທຶນ ອາເມລິກາ”.
        ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍກ່າວຫາ ຈີນ ວ່າໄດ້ຈັດວາງການຄວບຄຸມຄວາມສະຫງົບຕໍ່ ຮົ່ງກົງ ຕາມລໍາພັງພຽງຝ່າຍດຽວ ແລະ ການກະທໍານີ້ ແມ່ນລະເມີດບັນດາພັນທະຂອງຈີນ ໃນຖະແຫຼງການຮ່ວມກັບອັງກິດ. ດັ່ງນັ້ນ, ຮົ່ງກົງ ຈະບໍ່ມີເງື່ອນໄຂຄົບຖ້ວນເພື່ອສືບຕໍ່ໄດ້ຊົມໃຊ້ບັນດາບຸລິມະສິດພິເສດຈາກ ອາເມລິກາ.
        ກໍທີ່ກອງປະຊຸມຖະແຫຼງຂ່າວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖືວ່າ, ເລື່ອງຈີນ ປົກປິດບັນຫາເຊື້ອພະຍາດໂຄວິດ - 19 ຢູ່ ອູ່ຫັ້ນນັ້ນ ໄດ້ເຮັດໃຫ້ໂລກລະບາດແຜ່ລະບາດອອກທົ່ວໂລກ ແລະ ເຮັດໃຫ້ປະຊາຊົນ ອາເມລິກາ 100.000 ຄົນ ເສຍຊີວິດ; ພ້ອມທັງກ່າວຫາ ຈີນວ່າ ໄດ້ເມີນເສີຍພັນທະການລາຍງານສະພາບການຕໍ່ອົງການອະນາໄມໂລກ  ແລະ ບັງຄັບໃຫ້ອົງການນີ້ໃຫ້ຂ່າວຢ່າງຜິດເຂວກ່ຽວກັບໂລກລະບາດ. ທ່ານເນັ້ນໜັກວ່າ ອົງການອະນາໄມໂລກ ບໍ່ມີການປະຕິຮູບຕາມຂໍ້ສະເໜີຂອງ ອາເມລິກາ. ເພາະສະນັ້ນ, ອາເມລິກາ ຈະຢຸດຕິການພົວພັນກັບ ອົງການອະນາໄມໂລກ ແລະ ໂອນບ້ວງເງິນທີ່ສະໜອງໃຫ້ອົງການນີ້ ໄປໃຫ້ບັນດາອົງການສາທາລະນະສຸກອື່ນ.
 (ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top