ການພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນເກີນເທີ
(ພາບ: Trong Duc/TTXVN)
ເມື່ອຕອບຄຳຊັກຖາມຂອງຜູ້ມີສິດເລືອກຕັ້ງ ກ່ຽວກັບກົດໝາຍວ່າດ້ວຍຫົວໜ່ວຍປົກຄອງພິເສດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ປະຊາຊົນສາມາດປະກອບຄຳເຫັນໃຫ້ແກ່ພັກ, ລັດ ດ້ວຍຫຼາຍຮູບການ, ແຕ່ເລື່ອງມີເຈດຈຳນົງເສກສັນປັ້ນແຕ່ງຄວາມຈິງ ຄືເລື່ອງຂາຍດິນ, ຂາຍຊາດນັ້ນ ແມ່ນຖ້ອຍທຳນອງຂອງສັດຕູ ແລະ ປະຊາຊົນສ່ວນໜຶ່ງທີ່ຖືກສວຍໃຊ້ຄວາມຮັກຊາດຢ່າງແນ່ນອນ.
“ສະພາແຫ່ງຊາດຍ້ອງຍໍຊົມເຊີຍນ້ຳໃຈຮັກຊາດ, ຄວາມເອົາໃຈໃສ່ອັນຊອບທຳສຳລັບບັນດາບັນຫາສຳຄັນຂອງປະເທດ ຊຶ່ງສະພາແຫ່ງຊາດພວມປຶກສາຫາລື, ແຕ່ບໍ່ຄວນໃຫ້ນ້ຳໃຈຮັກຊາດນັ້ນ ຖືກພວກທີ່ສວຍໃຊ້ປະຊາທິປະໄຕເສກສັນປັ້ນແຕ່ງ, ປູກປັ່ນຍຸແຍ່, ກໍ່ຄວາມຂາດຄວາມເປັນລະບຽບຮຽບຮ້ອຍ, ຊ້ຳບໍ່ໜຳ ແມ່ນມີການກະທຳລະເລີດກົດໝາຍ ອັນໄດ້ເຮັດໃຫ້ນ້ຳໃຈຮັກຊາດຖືກສວຍໃຊ້ກາຍເປັນການມ້າງທຳລາຍປະເທດຊາດ”.
ກ່ຽວກັບກົດໝາຍວ່າດ້ວຍການປ້ອງກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ທ່ານນາງປະທານສະພາແຫ່ງຊາດ ຢັ້ງຢືນວ່າ ຫວຽດນາມ ສ້າງກົດໝາຍວ່າດ້ວຍການປ້ອງກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ແມ່ນຖືກຕ້ອງ ແລະ ມີຄວາມຈຳເປັນທີ່ສຸດ ເພື່ອປ້ອງກັນ, ຕ້ານ ພ້ອມແລ້ວສະກັດກັ້ນບັນດາຄວາມສ່ຽງນາບຂູ່ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ແລະ ປົກປັກຮັກສາອະທິປະໄຕ, ສິດ ແລະຜົນປະໂຫຍດທີ່ຖືກຕ້ອງກັບກົດໝາຍຂອງບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນ.
(ແຫຼ່ງຄັດຈາກ VOV)