• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານ Schneider Ammann ອະດີດປະທານາທິບໍດີ, ລັດຖະມົນຕີເສດຖະກິດສະວິດ

      ຕອນເຊົ້າວັນທີ 27 ພະຈິກ, ຢູ່ນະຄອນ Bern, ປະເທດສະວິດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Schneider Ammann, ອະດີດປະທານາທິບໍດີ ແລະ ລັດຖະມົນຕີເສດຖະກິດສະວິດ, ແລະ ທ່ານ Philipp Roesler, ກົງສຸນກິຕິມະສັກ ຫວຽດນາມ ປະຈຳ ສະວິດ, ອະດີດຮອງນາຍົກລັດຖະມົນຕີ , ລັດຖະມົນຕີກະຊວງເສດຖະກິດ ແລະ ວິທະຍາສາດເຕັກໂນໂລຊີ ເຢຍລະມັນ (2009-2013), ອະດີດປະທານພັກ ປະຊາທິປະໄຕ ເສລີເຢຍລະມັນ (FDP).
ປະທານປະເທດ ຫງວຽນຊວນຟຸກ ພົບປະກັບທ່ານ Schneider Ammann ອະດີດປະທານາທິບໍດີ ສະວິດ
      ທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວນຟຸກ ປາດຖະໜາວ່າ ດ້ວຍບົດບາດ ແລະ ອິດທິພົນຊື່ສຽງຂອງຕົນກໍຄືໃນປະຊາຄົມວິສາຫະກິດ ສະວິດ, ທ່ານ Schneider Ammann ສືບຕໍ່ສະໜັບສະໜູນການຊຸກຍູ້ການພົວພັນລະຫວ່າງ 2 ປະເທດ, ພິເສດແມ່ນບັນດາຂົງເຂດບຸລິມະສິດທາງດ້ານເສດຖະກິດ ແລະ ການຄ້າ 2 ຝ່າຍ. . ທ່ານປະທານປະເທດ ຫງວຽນຊວນຟຸກ ປາດຖະໜາວ່າ ທ່ານ Schneider Ammann ແລະ ທ່ານ Philipp Roesler ຕັ້ງໜ້າສະໜັບສະໜູນໃຫ້ສຳເລັດການເຈລະຈາ ແລະ ລົງນາມໃນສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ເຂດການຄ້າເສລີເອີລົບ (EFTA) ເພື່ອແນໃສ່ສ້າງກຳລັງໜູນຊຸກຍູ້ ການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງ ຫວຽດນາມ ແລະ ສະວິດ, ພິເສດແມ່ນໃນສະພາບການທີ່ 2 ປະເທດໃຫ້ບຸລິມະສິດຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນເພື່ອແນໃສ່ຟື້ນຟູເສດຖະກິດພາຍຫຼັງໂລກລະບາດ.
       ສ່ວນອະດີດປະທານາທິບໍດີ S. Ammann ແລະ ທ່ານ Phillipp Roeser ຢືນຢັນວ່າ ດ້ວຍ ອິດທິພົນຊື່ສຽງຂອງຕົນ, ຈະມານະພະຍາຍາມປະກອບສ່ວນຊຸກຍູ້ໃຫ້ສຳເລັດການເຈລະຈາການຄ້າເສລີເວົ້າລວມ ກໍຄື ເພີ່ມທະວີການຮ່ວມມືດ້ານເສດຖະກິດຂອງສອງປະເທດເວົ້າ ສະເພາະ.
    ກ່ອນໜ້ານັ້ນ, ຕອນບ່າຍວັນທີ 26 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ສະວິດ Guy Parmelin ໄດ້ເຂົ້າຮ່ວມ ເວທີປາໄສວິສາຫະກິດ ຫວຽດນາມ - ສະວິດ. ກ່າວຄຳເຫັນຕໍ່ໜ້າວິສາຫະກິດສອງປະເທດກວ່າ 100 ແຫ່ງ, ທ່ານປະທານາທິບໍດີ ສະວິດ Guy Parmelin ໃຫ້ຂໍ້ສັງເກດວ່າ ກຳລັງບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດແມ່ນຍັງໃຫຍ່ຫຼວງຢູ່ ແລະ ຄວນມີຂອບເຂດຮ່ວມມືໃໝ່ເພື່ອຊຸກຍູ້ວິສາຫະກິດ ສະວິດລົງທຶນເຂົ້າ ຫວຽດນາມ.
        ບັນດາວິສາຫະກິດ ສະວິດ ໄດ້ໃຫ້ຄຳໝັ້ນສັນຍາຍາວນານຢູ່ ຫວຽດນາມ. ຄວາມສົນໃຈ ກໍຄື ຄຳໝັ້ນສັນຍາຂອງວິສາຫະກິດ ສະວິດ ແລະ ຜູ້ຕາງໜ້າຂົງເຂດເອກະຊົນທີ່ມີໜ້າໃນມື້ນີ້ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນປະເທດຮັບບຸລິມະສິດຂອງ ສະວິດ ໃນການຮ່ວມມືພັດທະນາເສດຖະກິດ. ວິກິດການ ໂຄວິດ - 19 ໄດ້ໃຫ້ພວກເຮົາເຫັນວ່າ ຄວນມີກອບນິຕິກຳເພື່ອຊຸກຍູ້ການພົວພັນເສດຖະກິດສອງຝ່າຍໃຫ້ໝັ້ນແກ່ນ. ພວກເຮົາໄດ້ລົງນາມໃນສັນຍາອາລັກຂາການລົງທຶນ, ສັນຍາຍົກເວັ້ນພາສີຄັ້ງທີ 2 ແລະ ຂໍ້ຕົກລົງວ່າດ້ວຍການປົກປ້ອງສິດຊັບສິນທາງປັນຍາ. ນັ້ນແມ່ນພື້ນຖານນິຕິກຳສຳຄັນທີ່ອະນຸຍາດໃຫ້ວິສາຫະກິດສອງປະເທດດຳເນີນທຸລະກິດ ກໍຄື ເພິ່ມທະວີການພົວພັນລະຫວ່າງສອງພື້ນຖານເສດຖະກິດ. ເຖິງຢ່າງໃດກໍຕາມ ຍັງມີຂໍ້ຕົກລົງໜຶ່ງທີ່ມີຄວາມສຳຄັນທີ່ສຸດລະຫວ່າງ ສະຫະສະມາຄົມການຄ້າເສລີ ເອີຣົບ (EFTA) ແລະ ຫວຽດນາມ. ວິວັດການເຈລະຈາໄດ້ຮັບການຜັນຂະຫຍາຍມາໄດ້ 9 ປີແລ້ວ ແລະ ຂ້າພະເຈົ້າ ຫວັງວ່າ ບັນດາມາດຕະການແກ້ໄຂຈະໄດ້ຮັບການກຳນົດໂດຍໄວສຳລັບບັນດາບັນຫາທີ່ພວມປຶກສາຫາລືກັນ”.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ເວທີປາໄສ
      ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ ວິສາຫະກິດ ສະວິດ ລົງທຶນເຂົ້າ ຫວຽດນາມ, ຮ່ວມມືກັບວິສາຫະກິດ ຫວຽດນາມ ໃນບັນດາຂົງເຂດວິສາຫະກິດ ສະວິດ ມີທ່າແຮງ ແລະ ຫວຽດນາມ ພວມໃຫ້ບຸລິມະສິດ ຄື ການເງິນທະນາຄານ, ວິທະຍາສາດເຕັກໂນໂລຢີສູງ, ປ່ຽນແປງໃໝ່ປະດິດຄິດສ້າງ, ຫັນເປັນດີຈີຕອນ.
    ທີໜຶ່ງແມ່ນຍູ້ແຮງການແລກປ່ຽນສື່ສານຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບນະໂຍບາຍການລົງທຶນຂອງແຕ່ລະປະເທດສູ່ວິສາຫະກິດ. ທີສອງແມ່ນ ປະຊາຄົມວິສາຫະກິດ ສະວິດ ຊຸກຍູ້ການເຈລະຈາ, ລົງນາມໃນສັນຍາການຄ້າເສລີ ຫວຽດນາມ ແລະ EFTA ໂດຍໄວ. ທີສາມແມ່ນ ບັນດາອົງການກ່ຽວຂ້ອງສອງປະເທດຄວນສົ່ງເສີມກະແສການຄ້າ, ການລົງທຶນໃນສະພາບການໃໝ່; ເພີ່ມທະວີການແລກປ່ຽນຄະນະຜູ້ແທນວິສາຫະກິດໄປຊອກຮູ້ຕະຫຼາດ, ໂອກາດລົງທຶນ ແລະ ເຊື່ອມຕໍ່ທຸລະກິດ. ທີສີ່ແມ່ນ ພວກຂ້າພະເຈົ້າປາດຖະໜາວ່າບັນດາວິສາຫະກິດ ສະວິດ ສະໜັບສະໜູນເພື່ອໃຫ້ ລັດຖະບານ ສະວິດ ໜູນຊ່ວຍ ຫວຽດນາມ ໃຫ້ໄດ້ຮັບການສະໜອງວັກຊິນ ໂຄວິດ - 19 ຜ່ານກົນໄກ COVAX, ອຸປະກອນການແພດ, ການຖ່າຍທອດເຕັກໂນໂລຢີໃນການຄົ້ນຄວ້າ, ຜະລິດຢາປິ່ນປົວພະຍາດ.”
        ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກໍແບ່ງປັນຫຼາຍຂໍ້ມູນກ່ຽວກັບກຳລັງບົ່ມຊ້ອນ, ກາລະໂອກາດລົງທຶນເຂົ້າ ຫວຽດນາມ. ພິເສດແມ່ນໂອກາດທີ່ ຫວຽດນາມ ໄດ້ເຂົ້າຮ່ວມສັນຍາການຄ້າ 15 ສະບັບ, ໃນນັ້ນມີສັນຍາຂອບຂະໜາດໃຫຍ່, ມາດຕະຖານສູງ ເປັນຕົ້ນແມ່ນ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ, ສັນຍາການຄ້າເສລີ ຫວຽດນາມ - ອີຢູ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top