• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຈີນ ສີຈິ້ນຜິງ ຢ້ຽມຢາມ ເກຼັກ ເພື່ອຊຸກຍູ້ການພົວພັນຮ່ວມມື

      ວັນທີ 10 ພະຈິກ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ໄປຮອດນະຄອນຫລວງ Athens ປະເທດ ເກຼັກ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດໃນເວລາ 3 ວັນ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືກັບ ເກຼັກ ໃນທຸກຂົງເຂດຢ່າງເລີກເຊິ່ງກ່ວາອີກ. ນີ້ແມ່ນການຢ້ຽມຢາມ ເກຼັກ ຄັ້ງທຳອິດຂອງການນຳສູງສຸດ ຈີນ ໃນຮອບເວລາ 11 ປີຜ່ານມາ.

ປະທານປະເທດ ຈີນ ສີຈິ້ນຜິງ ຢ້ຽມຢາມ ເກຼັກ ເພື່ອຊຸກຍູ້ການພົວພັນຮ່ວມມື (ພາບ: THX/TTXVN)
              ຄາດວ່າ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ຈະມີການພົບປະກັບທ່ານປະທານາທິບໍດີ ເກຼັກ Prokopis Pavlopoulos ແລະ ທ່ານນາຍົກລັດຖະມົນຕີ ເກຼັກ Kyriakos Mitsotakis. ໃນຂອບເຂດການຢ້ຽມຢາມ, 2 ຝ່າຍຈະເຊັນບັນດາເອກະສານຮ່ວມມືໃນຂົງເຂດການສຶກສາ, ການຂົນສົ່ງທາງທະເລ ແລະ ພະລັງງານ. ການຢ້ຽມຢາມ ເກຼັກ ຂອງທ່ານປະທານປະເທດ ຈີນ ສີຈິ້ນຜິງ ຖືກດຳເນີນໄປພາຍຫລັງການຢ້ຽມຢາມ ຊຽງໄຮ ເປັນເວລາ 4 ວັນຂອງທ່ານນາຍົກລັດຖະມົນຕີ ເກຼັກ Kyriakos Mitsotakis ພ້ອມດ້ວຍຄະນະຜູ້ແທນວິສາຫະກິດ ເກຼັກ ກ່ວາ 60 ຄົນໃນອາທິດກ່ອນ.
 (ແຫຼ່ງຄັດຈາກ VOV)
 
 

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top