• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

ປະທັບໃຈອາສາສະໝັກມາຈາກ ຍີ່ປຸ່ນ

Obikane Yasuo, Ito Mai, Shuto Mika ແລະ Nagase Ippei ເປັນອາສາສະໝັກທີ່ໜ້າຮັກ ມາຈາກປະເທດ ຍີ່ປຸ່ນ. ຜ່ານຜ່າສິ່ງກີດຂວາງດ້ານພາສາ, ວັດທະນະທຳ ແລະ ແບບ ແຜນວິຖີຊີວິດ, ເຂົາເຈົ້າມີຄວາມມານະພະຍາຍາມ ເພື່ອ ເສີມ ສ້າງສາຍພົວພັນມິດຕະພາບລະຫວ່າງສອງປະເທດ ຍີ່ປຸ່ນ-ຫວຽດນາມ ດ້ວຍບັນດາວຽກເຮັດທີ່ເປັນຈິງ ແລະ ມີ ຄວາມໝາຍ ຢູ່ນະຄອນ ດ່າໜັງ ແລະ ນະຄອນ ເຫວ້ ໃນໄລ ຍະເວລາ 2 ປີ ຕາມແຜນການສົ່ງອາສາສະໝັກ ຂອງ ອົງ ການ ຮ່ວມມືສາກົນ JICA ຍີ່ປຸ່ນ.
ທ່ານນາງ Shuto Mika ເປັນຄູສອນພາສາ ຍີ່ປຸ່ນ ຢູ່ມະຫາ ວິທະຍາໄລ ພາສາຕ່າງປະເທດ ດ່າໜັງ. ນອກຈາກການສອນພາສາ ຍີ່ປຸ່ນ, ນາງ ຍັງສະຫງວນເວລາເພື່ອຊອກຮູ້ກ່ຽວກັບວັດທະນະທຳຂອງຄົນ ຫວຽດ ອີກດ້ວຍ. ທ່ານນາງ Shuto Mika ໄດ້ໄຂຄວາມໃນໃຈອອກມາວ່າ ລາວມັກຊຸດເສື້ອຍາວຂອງ ຫວຽດນາມ, ມີຄວາມປະທັບໃຈ ແລະ ຢາກ ຮຽນຕາມແບບແຜນວິຖີຊີວິດຂອງຄົນ ຫວຽດ, ເຖິງວ່າ ຊີວິດ ການເປັນຢູ່ຍັງປະສົບຄວາມຫຍຸ້ງຍາກຫຼາຍປະການ, ແຕ່ສຳ ລັບຊາວ ຫວຽດນາມ ທຸກຄົນ ຜູ້ໃດກໍ່ມີຄວາມຫວັງດີ ຕໍ່ອະ ນາຄົດຂອງຕົນ. 
 

ທ່ານ Nagase Ippei ພວມປິ່ນປົວ ແລະ ຟື້ນຟູສຸຂະພາບ ການເຄື່ອນເໜັງ ຂໍ້ກະດູກຫົວເຂົ່າ ໃຫ້ແກ່ແມ່ຍິງຄົນໜຶ່ງຢູ່ ເຫວ້. ພາບ: ແທງຮ່ວາ/VNP


ທ່ານ  Nagase Ippei ແນະນຳຄົນເຈັບວິທີການຟື້ນຟູສຸຂະພາບ ການເຄື່ອນເໜັງ ຂໍ້ກະດູກບ່າ. ພາບ: ແທງຮ່ວາ/VNP


ຄວາມດີໃຈຂອງຄົນເຈັບ ພາຍຫຼັງການປິ່ນປົວ ແລະ ຟື້ນຟູສຸຂະພາບ ການເຄື່ອນເໜັງ ຂໍ້ກະດູກຫົວເຂົ່າ ຂອງທ່ານ  Nagase Ippei. ພາບ: ແທງຮ່ວາ/VNP

ທ່ານ ປອ Obikane Yasuo ເປັນຜູ້ ແນະນໍາ ນັກສຶກສາ ຂອງໂຮງຮຽນຊັ້ນສູງ ອຸດສາຫະກຳ ເຫວ້ ກ່ຽວກັບເຕັກ ນິກ ການປະກອບ ຍົນບໍ່ມີຄົນຂັບ (UAV). ເພິ່ນເປັນຜູ້ ຊ່ຽວຊານ ທ່ີມີປະສົບການໃນຂົງເຂດເຕັກນິກການບິນອາວະກາດ ແລະ ເຄີຍເຮັດວຽກງານເປັນອາສາສະໝັກຢູ່ ຫຼາຍປະເທດໃນ ໂລກ.  ທ່ານ Obikane Yasuo ມີນິດໄສໃຈຄໍເປັນຄົນ ລຽບ ງ່າຍ, ສະໜິດສະໜົມ, ເພິ່ນໄດ້ ເລືອກນະຄອນ ເຫວ້ ເປັນ ບ່ອນປະຕິບັດໜ້າທີ່ການງານໃນ ອາຍຸປະຈຳການໃໝ່ ຂອງ ຕົນ ດ້ວຍຄວາມມຸ່ງຫວັງ ຢາກປະກອບເຫື່ອແຮງ, ຊ່ວຍເຫຼືອ ຫວຽດນາມ ພັດທະນາ ແລະ ຈະເລີນຮຸ່ງເຮືອງກວ່າເກົ່າ. ເພາະສະນັ້ນ ເພິ່ນຈຶ່ງຖ່າຍທອດ ຄວາມຮູ້ຂອງຕົນ ໃຫ້ແກ່ ບັນດາໄວໜຸ່ມ ດ້ວຍຄວາມຫວັງວ່າ ມື້ໃດມື້ໜຶ່ງ, ເຂົາເຈົ້າ ອາດສາມາດເປັນເຈົ້າການໄດ້ ໜຶ່ງໃນ ບັນດາຂົງເຂດ ເຕັກ ໂນໂລຊີ ແຖວໜ້າຂອງໂລກ, ນັ້ນແມ່ນຜະລິດ UAV. ທ່ານ Obikane Yasuo ໃຫ້ຮູ້ວ່າ: “ພາສາ ຫວຽດ ຍາກຫຼາຍ, ແຕ່ ອາຫານເຍື່ອງໃດກໍ່ແຊບ”.

ເອກະສານເປັນພາສາ ຍີ່ປຸ່ນ ໃນຮ້ອງຮຽນຂອງທ່ານນາງ Shuto Mika. ພາບ: ແທງຮ່ວາ/VNP


ກິດຈະກໍາ ທ່ີເຕັມໄປດ້ວຍຄວາມຟົດຟື້ນຂອງທ່ານນາງShuto Mika ແລະ ບັນດານັກສຶກສາ. ພາບ: ແທງຮ່ວາ/VNP


ທ່ານນາງShuto Mika ສະແດງການຫຼິ້ນ ຂິມ ແລະ ບັນດາເຄື່ອງດົນຕີພື້ນເມືອງ ຫວຽດນາມ.... ພາບ: ແທງຮ່ວາ/VNP


... ແລະ ແນະນໍາວິທີຫຼິ້ນ ຂິມ ໃຫ້ແກ່ນັກສຶກສາ. ພາບ: ແທງຮ່ວາ/VNP
ທ່ານ Nagase Ippei ໄດ້ເຮັດໜ້າທ່ີປິ່ນປົວຢູ່ ໂຮງໝໍຟື້ນຟູ ສຸຂະພາບການເຄື່ອນເໜັງ ແຂວງ ເທື່ອທຽນເຫວ້. ດ້ວຍນຳ້ ໃຈອັນອົບອຸ່ນ, ສະໜິດສະໜົມ ຂອງ ບັນດາເພື່ອນຮ່ວມ ງານທີ່ເປັນຄົນ ຫວຽດ ຢູ່ ເຫວ້ ໄດ້ສ້າງກຳລັງແຮງ ເພື່ອໃຫ້ ເພິ່ນນຳຄວາມຮູ້ ແລະ ປະສົບການທີ່ຫາໄດ້ ໃນເວລາຮັກ ສາຕຳແໜ່ງເປັນຫົວໜ້າຄະນະ ນັກເຕັກນິກປິ່ນ ປົວພະຍາດ ຢູ່ໂຮງໝໍ ມະຫາວິທະຍາໄລ ພະແນກການແພດ Fujita ຍີ່ປຸ່ນ ມາປິ່ນປົວພະຍາດ ໃຫ້ແກ່ຄົນເຈັບ, ກໍ່ຄືຊ່ວຍ ຍົກສູງ ລະດັບຄວາມຮູ້ ຄວາມສາມາດໃນດ້ານວິຊາການ ໃຫ້ແກ່ບັນ ດານັກເຕັກນິກທີ່ເຮັດວຽກຢູ່ໂຮງໝໍຟື້ນຟູສຸຂະພາບການ ເຄື່ອນເໜັງ ແຂວງ ເທື່ອທຽນເຫວ້ ອີກດ້ວຍ. 


ທ່ານ ປອObikane Yasuoເປັນຜູ້ຊ່ຽວຊານ ທ່ີມີປະສົບ ການ ໃນຂົງເຂດເຕັກນິກກົນຈັກ ແລະ ການບິນອາວະກາດ, ປັດຈຸບັນ ເພິ່ນເຮັດວຽກທີ່ ໂຮງຮຽນຊັ້ນສູງອຸດສາຫະກຳ ເຫວ້. ພາບ: ແທງຮ່ວາ/VNP


ທ່ານ ປອ Obikane Yasuo ໃນຊົ່ວໂມງຮຽນເຕັກນິກ ການປະກອບຍົນບໍ່ມີຄົນຂັບ (UAV). ພາບ: ແທງຮ່ວາ/VNP


ທ່ານ ປອ Obikane Yasuo ກັບບັນດານັກສຶກສາຂອງໂຮງ ຮຽນຊັ້ນສູງອຸດສາຫະກຳ ເຫວ້ ໃນຊົ່ວໂມງຮຽນເຕັກນິກ ການ ປະກອບຍົນບໍ່ມີຄົນຂັບ (UAV).ພາບ: ແທງຮ່ວາ/VNP


ທ່ານ ປອ Obikane Yasuo ໃນຊົ່ວໂມງຮຽນເຕັກນິກ ການປະກອບຍົນບໍ່ມີຄົນຂັບ (UAV) ທີ່ ໂຮງຮຽນຊັ້ນສູງອຸດສາຫະກຳ ເຫວ້. ພາບ: ແທງຮ່ວາ/VNP
ເມື່ອທຽບກັບອາສາສະໝັກ 3 ຄົນ ໃນຄະນະ, ທ່ານນາງ ​ Ito Mai ເວົ້າພາສາຫວຽດ ໄດ້ດີກວ່າ, ສະນັ້ນ ເພິ່ນຈິ່ງໄດ້ຮັບ ຄວາມສະດວກສະບາຍກວ່າ ໃນການເບິ່ງແຍງດູແລ ແລະ ສິດສອນໃຫ້ບັນດາເດັກພິການ ຢູ່ພື້ນຖານການສຶກສາ ເຊື່ອມ ໂຍງ ເອື໋ອກເມີແຊງ  ດ່າໜັງ. ເຖິງວ່າ ການເຮັດ ວຽກປະສົບ ຄວາມຫຍຸ້ງຍາກຫຼາຍປະການ, ແຕ່ດ້ວຍເປັນຄົນທ່ີມີເມດ ຕາ, ອົດທຸກ, ພະຍາຍາມ ບາກບັ່ນ, ທ່ານນາງ Ito Mai ຈຶ່ງ ໄດ້ຮັບຄວາມຮັກແພງ ແລະ ນັບຖືຈາກເດັກນ້ອຍ ທຸກຄົນ. ແລະ ຈາກຄວາມຮັກແພງຂອງບັນດາເດັກພິການຢູ່ທີ່ນີ້ ໄດ້ ເຮັດໃຫ້ທ່ານນາງ Ito Mai ມີຄວາມສະໜິດຕິດພັນກັບ ວຽກ ງານ, ກັບ ດ່າໜັງ ຢ່າງສຸດອົກສຸດໃຈ.


ທ່ານນາງ Ito Mai, ຜູ້ມີປະສົບການໃນການເບິ່ງແຍງດູແລ ແລະ ສິດສອນໃຫ້ບັນດາເດັກພິການມາເປັນເວລາເກືອບ 20 ປີ. ພາບ: ແທງຮ່ວາ/VNP


ທ່ານນາງ Ito Mai ແນະນໍາວິທີການເຮັດເຂົ້າໜົມດ້ວຍ ມັນຝລັ່ງ ໃຫ້ແກ່ບັນດານ້ອງນ້ອຍ. ພາບ: ແທງຮ່ວາ/VNP


ທ່ານນາງ Ito Mai ແນະນໍາວິທີການເຮັດເຄື່ອງຫຼິ້ນ ດ້ວຍເຈ້ຍ ສີ ໃຫ້ແກ່ບັນດານ້ອງນ້ອຍ. ພາບ: ແທງຮ່ວາ/VNP

ເຖິງວ່າ Obikane Yasuo, Ito Mai, Shuto Mika ແລະ Nagase Ippei ໄດ້ມາຢູ່ ແລະ ເຮັດວຽກຢູ່ຫວຽດນາມ ເປັນ ຄັ້ງທຳອິດ, ໄດ້ພົບຄວາມຫຍຸ້ງຍາກ ບໍ່ໜ້ອຍໃນວຽກ ງານ ຍ້ອນຄວາມແຕກຕ່າງດ້ານພາສາ, ວັດທະນະທຳ ແລະ ແບບ ແຜນວິຖີຊີວິດ, ແຕ່ດ້ວຍນໍ້າໃຈ, ຄວາມຈິງໃຈ ແລະ ຄວາມ ຮັບຜິດຊອບຂອງຕົນ, ເຂົາເຈົ້າ ສາມາດຜ່ານຜ່າ ຄວາມທຸກ ຍາກນາໆ ປະການ ເພື່ອສຳເລັດໜ້າທີ່ ອາສາສະໜັກ ຂອງ ຕົນ ແລະ ປະກອບສ່ວນເຂົ້າໃນ ການເສີມສ້າງ ສາຍພົວພັນ ມິດ ຕະພັນລະຫວ່າງສອງປະເທດ ຫວຽດນາມ ແລະ ຍີ່ປຸ່ນ.
 
ບົດ ແລະ ພາບ: ແທງຮ່ວາ

ທ່ານ Lucian Rodriguez Lovell ເຮັດຜະລິດຕະພັນຫັດຖະກຳພື້ນເມືອງ ດ້ວຍເຕັກໂນໂລຢີ AR

ທ່ານ Lucian Rodriguez Lovell ເຮັດຜະລິດຕະພັນຫັດຖະກຳພື້ນເມືອງ ດ້ວຍເຕັກໂນໂລຢີ AR

ປັດຈຸບັນ, ທ່ານ Lucian Rodriguez Lovell ແມ່ນນັກຄົ້ນຄວ້າ ຂັ້ນປະລິນຍາເອກ, ອາຈານສອນ ວິຊາການອອກແບບ ຢູ່ມະຫາວິ ທະຍາໄລ RMIT ຫວຽດນາມ ໃນຂົງເຂດປະດິດສ້າງ ຍຸກໃໝ່, ການປະຕິບັດຕົວຈິງ ຂອງ ທ່ານ Lucian ແມ່ນປິ່ນອ້ອມ ຫົວເລື່ອງ ກ່ຽວກັບການຫຼິ້ນເກມຕົວຈິງ ແບບປະສົມ, ອອກແບບ ປະສົບການ ດີຈີຕອນ ແບບທົດລອງ, ບັນດາຂັ້ນຕອນ ຈັດແກ້ຮູບພາບ ຈາກຟີຊິກເຖິງ 3D. ຈາກທີ່ນີ້, ທ່ານ ໄດ້ປະດິດສ້າງ ບັນດາຜະລິດຕະພັນ ເພື່ອຊ່ວຍໃຫ້ປະຊາຄົມ ຜ່ານປະສົບການຕົວຈິງ ກັບບັນດາຜະລິດ ຕະພັນ ຫັດຖະກຳພື້ນເມືອງ ຂອງ ຫວຽດນາມ ເຊັ່ນ: ເຮັດໂຄມໄຟ, ເຮັດເຂົ້າຕົ້ມ, ເຄື່ອງຫຼິ້ນຄົ້ນພົບປະຫວັດສາດ ຫວຽດນາມ... ດ້ວຍເຕັກໂນໂລຊີ ທັນສະໄໝ.

Top