• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ປະທັບໃຈປ່າສະນັດ

ມາຍັງເຂດທ່ອງທ່ຽວ “ແກງດົ່ງເບີດເຕີ້ນ”, ນັກທ່ອງທ່ຽວຈະໄດ້ເຈືອຈານເຂົ້າກັບຫວ່າງເວຫາທີ່ສະຫງົບງຽບຂອງເຂດປ່າສະນັດ ແລະ ອາກາດທີ່ປອດໂປ່ງສົດໃສ.
ຫ່າງຈາກນະຄອນ ໂຮ່ຈີມິນ ເກືອບ 90 ກິໂລແມັດ, ພວກ ຂ້າພະເຈົ້າຂີ່ລົດຈັກອອກໄປຫາເຂດທ່ອງທ່ຽວ “ແກງດົ່ງເບີດ ເຕີ້ນ” (ທົ່ງນາບໍ່ມີສິ້ນສຸດ) ຫຼື ຍັງໄດ້ເອີ້ນວ່າ ສູນກາງຄົ້ນຄວ້າ, ອະນຸລັກ ແລະ ພັດທະນາວັດຖຸຜະລິດຢາ  ດົ່ງທາບເມື່ອຍ, ຂຶ້ນກັບ ຕາແສງ ບິ່ງຟອງແທກ, ເມືອງ ໂມກຮ໋ວາ, ແຂວງ ລອງອານ. ທີ່ນີ້ ເປັນບ່ອນຖ່າຍທຳໜັງ “ແກງດົ່ງເບີດເຕີ້ນ”, ໜັງຊຸດໜຶ່ງທີ່ມີຊື່ສຽງຂອງນັກປະພັນ ຫງວຽນຫງອກຕື. 

ຕ້ອນຮັບພວກຂ້າພະເຈົ້າແມ່ນທ່ານ ບຸ່ຍດັກຖັງ, ຜູ້ອຳນວຍການ ໃຫຍ່ບໍລິສັດຫຸ້ນສ່ວນຄົ້ນຄວ້າ, ອະນຸລັກ ແລະ ພັດທະນາ ວັດຖຸຜະລິດຢາ ດົ່ງທາບເມື່ອງ ແລະ ທ່ານນາງ ໂງກິມຢຸງ, ຜູ້ອຳນວຍການຮັບຜິບຊອບການຄວບຄຸມຄຸນນະພາບຂອງ ໂຮງງານ ວັດຖຸຜະລິດຢາ ໂມກຮວາຈ່າມ. ພາບທຳມະຊາດ ຢູ່ເຂດທ່ອງທ່ຽວ “ແກງດົ່ງເບີດເຕີ້ນ” ສຸດທີ່ ສວຍງາມ ແລະ ສະຫງົບງຽບ ຄືກັບຊື່ຂອງມັນແທ້ໆ. ນັກທ່ອງທ່ຽວທີ່ມາທີນີ້ ຖືກຈັບໃຈດ້ວຍຄວາມເຫຼືອງເຫຼື້ອມຂອງເຂດປ່າສະນັດທີ່ມີເນື້ອທີ່ກວ້າງກວ່າ 1.000 ເຮັກຕາ.


ນັກທ່ອງທ່ຽວຂີ່ເຮືອໄປທ່ຽວຊົມເຂດປ່າສະນັດ.


ເຂດທ່ອງທ່ຽວແຫ່ງນີ້ ຍັງເປັນເຂດປ່າປ້ອງກັນສະເພາະພິເສດຂອງແຂວງ ລອງອານ.


ນັກທ່ອງທ່ຽວຕ້ອງຂີ່ເຮືອລ່ອງຂ້າມຜ່ານໜອງບຶງ, ເປັນໜຶ່ງໃນ
ຫຼາຍບໍລິການທ່ອງທ່ຽວທີ່ໜ້າຈັບໃຈຂອງເຂດທ່ອງທ່ຽວ  “ແກງດົ່ງເບີດເຕີ້ນ”. 



ນັກທ່ອງທ່ຽວຖີບລົດຖີບໄປທ່ຽວຊົມເຂດປ່າສະນັດ ດ້ວຍລະຍະ
ທາງ 14 ກິໂລແມັດທີ່ເຕັ້ມໄປດ້ວຍກິ່ນຫອມຂອງຕົ້ນສະນັດ.



ເຂດທ່ອງທ່ຽວແຫ່ງນີ້ ເຕັ້ມໄປດ້ວຍກິ່ນຫອມຂອງຕົ້ນສະນັດ.


ນັກທ່ອງທ່ຽວຖີບລົດຖີບໄປທ່ຽວຊົມເຂດປ່າສະນັດ. 

ເຂດອະນຸລັກກວ້າງກວ່າ 1.000 ເຮັກຕາ, ນັກທ່ອງທ່ຽວສາມາດຂີ່ເຮືອໄປທ່ຽວຊົມເຂດປ່າສະນັດທຳມະຊາດ, ທີ່ນີ້ ມີຕົ້ນສະນັດບາງຕົ້ນມີອາຍຸເກືອບຮ້ອຍປີ. ນັກທ່ອງທ່ຽວ ສາມາດຂີ່ເຮືອ kaya ລ່ອງໄປຕາມ ກະແສນຳ້ ເພື່ອຊົມເບິ່ງທິວທັດທຳມະຊາດທີ່ສວຍສົດງົດງາມ ແລະ ສະຫງົບສຸກ. ນອກຈາກນັ້ນ, ນັກທ່ອງທ່ຽວກໍ່ສາມາດນັ່ງຕຶກປາ, ແກ່ມອງຢູ່ ເທິງໜ້າແມ່ນຳ້, ລອຍໃນໜອງນຳ້ທຳມະຊາດທີ່ນຳ້ໃສແຈ້ງ ແລະ ອື່ນໆ.

ເຂດທ່ອງທ່ຽວແຫ່ງນີ້ ມີນົກ, ນົກຍາງຫຼາຍຊະນິດ, ມັນມັກໂຮມກັນຢູ່ເຂດທີ່ມີຕົ້ນໄມ້ຫຼາຍໃນຕອນແລງ.​ ເຂດທ່ອງທ່ຽວແຫ່ງນີ້ຍັງເປັນເຂດປ່າປ້ອງກັນສະເພາະພິເສດຂອງແຂວງ ລອງອານ,​ ເປັນເຂດປູກວັດຖຸຜະລິດຢາ ແລະ ມີໂຮງງານຜະລິດຢາ ພື້ນເມືອງຈາກແຫຼ່ງວັດຖຸ ທີ່ໄດ້ປູກຢູ່ທີ່ນີ້. ມີກະດານແນະນຳຊື່ຂອງຕົ້ນຢາແຕ່ລະຊະນິດ ແລະ ມີຄົນແນະນຳຄຸນປະໂຫຍດຂອງຕົ້ນຢາແຕ່ລະຊະນິດ. ນັກທ່ອງທ່ຽວສາມາດໄປຢ້ຽມຢາມ, ເຂົ້າຮ່ວມໃນການປຸງແຕ່ງບັນດາຜະລິດຕະພັນຢາພື້ນເມືອງ ແລະ ນຳໃຊ້ບັນດາຜະລິດຕະພັນໂດຍຕົນເອງເປັນຜູ້ຜະລິດອອກມາ. 


ເຂດທ່ອງທ່ຽວໄດ້ປູກວັດຖຸຜະລິດຢາ ແລະ ມີກະດານແນະນຳ
ຊື່ຂອງຕົ້ນຢາແຕ່ລະຊະນິດ ແລະ ມີຄົນແນະນຳຄຸນປະໂຫຍດຂອງຕົ້ນຢາແຕ່ລະຊະນິດ.



ການບົວລະບັດຕົ້ນຢາ.


ແຊ່ຕີນດ້ວຍນຳ້ຢາ.


ບັນດາຊັບພະຍາກອນຢູ່ທີ່ນີ້ ແມ່ນຂອງຂວັນສຸດທີ່ມີ ຄວາມໝາຍສຳລັບໃຫ້ແກ່ພີ່ນ້ອງ ແລະ ຄອບຄົວຂອງ ນັກທ່ອງທ່ຽວ.

ເມື່ອມາຢາມເຂດອະນຸລັກແຫ່ງນີ້, ແນ່ນອນວ່າ ເຮົາຕ້ອງກິນອາຫານພື້ນບ້ານຫຼາຍເຍື່ອງຄື: ມັນຕົ້ນລວກກັບນຳ້ໝາກພ້າວ, ປີ້ງປາຄໍ່, ຊີ້ນຈຸ່ມກິນກັບດອກໄມ້ຫຼາຍຊະນິດ... ລ້ວນແຕ່ເປັນອາຫານພື້ນບ້ານ, ແຕ່ຈຸດພິເສດແມ່ນອາຫານຫຼາຍເຍື່ອງ ດ່ັງກ່າວ ໄດ້ປຸງແຕ່ງຈາກແຫຼ່ງວັດຖຸຜະລິດຢາ, ຕົ້ນໄມ້ ແລະ ສັດທີ່ໄດ້ປູກ ແລະ ລ້ຽງທີ່ເຂດອະນຸລັກ, ມັນເປັນແຫຼ່ງສະບຽງອາຫານທ່ີປອດສານພິດ, ດີຕໍ່ສຸຂະພາບ.

ເຂດທ່ອງທ່ຽວແຫ່ງນີ້ ຍັງພັດທະນາຮູບແບບການປິ່ນປົວພະຍາດໜຶ່ງທີ່ມີຊື່ວ່າ “ນອນໃນປ່າປູກວັດຖຸຜະລິດຢາ”. ນີ້ແມ່ນວິທີການປິ່ນປົວພະຍາດຜ່ານການນອນໃນເຂດປູກ ວັດຖຸຜະລິດຢາ ຫຼື ສະພາບແວດລ້ອມທຳມະຊາດ. ທຳມະຊາດ ແລະ ເຂດປ່າສະນັດຈະເຮັດໃຫ້ນັກທ່ອງທ່ຽວທີ່ມານອນ ພັກຜ່ອນຢູ່ທີ່ນີ້ ຮູ້ສຶກສະບາຍໃຈ, ມີພະລັງແຮງຍ້ອນກິ່ນຫອມຂອງຕົ້ນສະນັດນຳມາໃຫ້. 
 
ບົດ ແລະ ພາບ: ດັ້ງກິມເຟືອງ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top