• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ປະທັບໃຈນິກາຍມວຍ ຕຽວລອງ

ພາຍຫຼັງການຮຽນມວຍພື້ນເມືອງ ຫວຽດນາມ ມາເປັນເວລາກວ່າ 20 ປີ, ປັດຈຸບັນ ອາຈານມວຍຄົນ ຝຣັ່ງ Stephane Lesoil ໄດ້ກາຍເປັນຫົວໜ້າຄູຝຶກຂອງນິກາຍມວຍ ຕຽວລອງ, ມີຫ້ອງ ສອນມວຍ 5 ແຫ່ງຢູ່ປະເທດ ຝຣັ່ງ ແລະ ດຶງດູດການເຂົ້າຮ່ວມ ຂອງ ນັກຮຽນມວຍກວ່າ 400 ຄົນ.
ເມື່ອເວົ້າເຖິງຄວາມວາດສະໜາກັບມວຍພື້ນເມືອງ ຫວຽດນາມ, ອາຈານມວຍ Stephane Lesoil ໃຫ້ຮູ້ວ່າ ລາວເປັນຄົນມັກຮຽນມວຍ, ເພາະສະນັ້ນ ລາວໄດ້ຮຽນມວຍ ກາຣາເຕ ແລະ ຢູໂດ ຕັ້ງແຕ່ນ້ອຍ. ເຖິງເວລາໄດ້ໄປເຮັດວຽກ, ລາວພົບກັບອາຈານ ມວຍຄົນໜຶ່ງຊື່ວ່າ ມີ-ເປັນຄົນ ຫວຽດ ແລະ ເຮັດວຽກນຳບໍລິສັດດຽວກັນ. ເມື່ອເຫັນອາຈານມວຍຄົນນີ້ ສະແດງບັນດາທ່າມວຍພື້ນເມືອງທີ່ງາມຕາ ແລະ ມີປະສິດທິພາບ, ລາວກໍ່ເລີຍມາຂໍຮຽນ ມວຍຈາກເພື່ອນຮ່ວມງານຂອງຕົນ.

ນິກາຍມວຍ ຕຽວລອງ ດ້ວຍອາຈານມວຍ ມີ ສ້າງຕັ້ງຢູ່ ຝຣັ່ງ ໃນຊຸມປີ 80 ຂອງສະຕະວັດກ່ອນ ໂດຍຈຸດປະສົງແມ່ນຢາກຮັກສາ ແລະ ແນະນຳມວຍພື້ນເມືອງຂອງຄົນ ຫວຽດ ກັບເພື່ອນມິດ ສາກົນ. ຫຼັງຈາກທີ່ອາຈານມວຍ ມີ ເຖິງແກ່ມໍລະນະກຳແລ້ວ, ອາຈານມວຍ Stephane Lesoil ໄດ້ກາຍເປັນຫົວໜ້າຄູຝຶກຂອງ ນິກາຍມວຍ ຕຽວລອງ. ປັດຈຸບັນ, ນິກາຍມວຍ ຕຽວລອງ ມີນັກມວຍກວ່າ 400 ຄົນທີ່ເປັນຄົນ ຝຣັ່ງ ແລະ ຄົນ ຫວຽດນາມ, ເຂົາເຈົ້າຮຽນຢູ່ 5 ຫ້ອງສອນມວຍທີ່ໄດ້ເປີດໃນທົ່ວປະເທດ ຝຣັ່ງ. ນອກຈາກນັ້ນ, ອາຈານມວຍ Stephane Lesoil ໄດ້ກັບມາ ຫວຽດນາມ ຫຼາຍເທື່ອເພື່ອຄົ້ນຄວ້າ ແລະ ຝຶກແອບເພີ່ມເຕີມຈາກບັນດາອາຈານມວຍພື້ນເມືອງ ຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ. 
   


ອາຈານມວຍ Stephane Lesoil, ຫົວໜ້າຄູຝຶກຂອງນິກາຍມວຍ
ຕຽວລອງ ໃນປັດຈຸບັນ. ພາບ: ເຊີນເຫງ້ຍ



ນິກາຍມວຍ ຕຽວລອງ-ວິຊາມວຍພື້ນເມືອງ ຫວຽດນາມ ພວມ
ມີການພັດທະນາຢ່າງເຂັ້ມແຂງທີ່ປະເທດ ຝຣັ່ງ. ພາບ: ເອກະສານ



ບັນດານັກຮຽນມວຍຂອງນິກາຍມວຍ ຕຽວລອງ ພວມຝຶກແອບ
ຢູ່ເມືອງ 9, ນະຄອນ ໂຮ່ຈີມິນ. ພາບ: ເຊີນເຫງ້ຍ



ນັກຮຽນມວຍຂອງນິກາຍມວຍ ຕຽວລອງ ໄດ້ນຳໃຊ້ຊຸດເຄື່ອງນຸ່ງ
ຕາມການກຳນົດຂອງສະຫະພັນມວນພື້ນເມືອງ ຫວຽດນາມ.​ພາບ: ເຊີນເຫງ້ຍ



ອາຈານມວຍ Stephane Lesoil ພວມ ແນະນຳທ່າຂັດມືຄູ່ຕໍ່ສູ້. ພາບ: ເຊີນເຫງ້ຍ


ອາຈານມວຍ Stephane Lesoil ມີການ ແນະນຳໃຫ້ນັກຮຽນ ມວຍຢ່າງສຸດໃຈ. ພາບ: ເຊີນເຫງ້ຍ


ບັນດານັກຮຽນມວຍ ກຳລັງຝຶກແອບທ່າສູ້ຮົບດ້ວຍຄວາມຕັ້ງໃຈ. ພາບ: ເຊີນເຫງ້ຍ


ທ່າແຮງຂອງນິກາຍມວຍ ຕຽວລອງ ແມ່ນການນຳໃຊ້ອາວຸດ ຫຼາຍຊະນິດຄື: ດາບ, ມີດສັ້ນ, ວີ, ໄມ້ຄ້ອນຍາວ... 
ພາບ: ເຊີນເຫງ້ຍ


ບັນດານັກຮຽນມວຍກຳລັງຝຶກແອບທ່າສູ້ຮົບດ້ວຍວີທີ່ຫ້ອງສອນ
ມວຍຢູ່ ຝຣັ່ງ. ພາບ: ເຊີນເຫງ້ຍ



ປັດຈຸບັນ, ນິກາຍມວຍ ຕຽວລອງ ມີນັກຮຽນມວຍກວ່າ 400 ຄົນ, ມີຫ້ອງສອນມວຍ 5 ຫ້ອງຢູ່ ຝຣັ່ງ. ພາບ: ເອກະສານ


ຝຶກແອບບັນດາທ່າສູ້ຮົບດ້ວຍມື. ພາບ: ເຊີນເຫງ້ຍ


ອາຈານມວຍ ຫງວຽນມວຍຈິງ, ເມຍຂອງອາຈານມວຍ Stephane Lesoil ເປັນນັກກິລາຂອງສະຫະພັນມວຍພື້ນເມືອງ
ນະຄອນ ໂຮ່ຈີມິນ. ພາບ: ເຊີນເຫງ້ຍ



ອາຈານມວຍ Janny ມີເວເລຮຽນມວຍຢູ່ນິກາຍມວຍ ຕຽວລອງ ເປັນ 16 ປີພວມສະແດງບົດມວຍວີ. ພາບ: ເຊີນເຫງ້ຍ


ນິກາຍມວຍ ຕຽວລອງ ກໍ່ແນະນຳໃຫ້ນັກຮຽນມວຍຝຶກແອບຕາມການກຳນົດຂອງສະຫະພັນມວຍພື້ນເມືອງ ຫວຽດນາມ, ແຕ່ວ່າ, ນິກາຍມວຍກໍ່ມີການດັດແກ້ໃຫ້ເໝາະສົມກັບສຸຂະພາບ ແລະ ຮ່າງກາຍຂອງຊາວຕາເວັນຕົກ.

ອາຈານມວຍ Stephane Lesoil ໄດ້ໄຈ້ແຍກວ່າ ບັນດາບົດ ມວຍຂອງນິກາຍມາຍ ຕຽວລອງ ໄດ້ຖືສຳຄັນການຝຶກແອບກຳລັງແຮງ, ຄວາມທົນທານໜຽວແໜ້ນ. ສຳລັບບັນດາບົດມວຍ ພື້ນເມືອງ ຫວຽດນາມ, ຖ້າແມ່ນທີ່ຄົນ ຫວຽດ ຝຶກແອບຈະນຳມາ ຄວາມອ່ອນໂຍນຄ່ອງແຄ້ວ, ເຊິ່ງຄົນ ຝຣັ່ງ ຝຶກແອບຈະມີຄວາມໄວກວ່າ. ບັນດານັກຮຽນມວຍຂອງນິກາຍມວຍ ຕຽວລອງ ທັງມີການປະສານສົມທົບລະຫວ່າງຄວາມອ່ອນໂຍນຄ່ອງແຄ້ວ, ວ່ອງໄວ, ແລະ ການປ່ຽນໄປເປັນຫຼາຍຮູບແບບຂອງມວຍພື້ນເມືອງ ຫວຽດນາມ, ທັງມີຄວາມທົນທານໜຽວແໜ້ນ, ແຂງແຮງຄືໂຕມັງກອນອີກດ້ວຍ.

ຄຽງຂ້າງນັ້ນ, ນິກາຍມວຍ ຕຽວລອງ ຍັງມີຫຼາຍບົດມວຍນຳໃຊ້ອາວຸດທີ່ດີເດັ່ນ, ກາຍເປັນບົດມວຍສັນຍະລັກຂອງນິກາຍມວຍຕຽວລອງ ຄື: ມວຍວີ, ມີດສັ້ນ, ໄມ້ຄ້ອນຍາວ ແລະ ອື່ນໆ.

ນາງ Janny Perigois-ອາຈານມວຍຄົນ ຝຣັ່ງ ມີເວເລຮຽນມວຍ ຢູ່ນິກາຍມວຍ ຕຽວລອງ ເປັນ 16 ປີ ໃຫ້ຮູ້ວ່າ: “ການຮຽນມວຍຊ່ວຍເຮັດໃຫ້ຂ້າພະເຈົ້າມີສຸຂະພາບທີ່ເຂັ້ມແຂງ, ຈິດໃຈດີ ແລະ ຄວບຄົມຕົນເອງໄດ້, ນອກຈາກນັ້ນ, ການຮຽນມວຍ ພື້ນເມືອງຈະເຮັດໃຫ້ຂ້າພະເຈົ້າມີຄວາມຮູ້, ຄວາມເຂົ້າໃນເພີ່ມເຕີມກ່ຽວກັບວັດທະນະທຳ ຫວຽດນາມ ອີກດ້ວຍ”.

ບັນດານັກຮຽນມວຍຂອງນິກາຍມວຍ ຕຽວລອງ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວແຂ່ງຂັນ, ສະແດງມວຍ, ສະແດງຟ້ອນສິງໂຕ ໃນບັນດາວັນບຸນ, ເປີດສາກໃຫ້ແກ່ການແຂ່ງຂັນມວຍ ຫຼື ສະແດງໃນໂອກາດບຸນປີໃໝ່ ຫວຽດນາມ ທີ່ໄດ້ຈັດຕັ້ງຢູ່ປະເທດ ຝຣັ່ງ ຢ່າງຕັ້ງໜ້າ. 
     

ບັນດານັກຮຽນມວຍຂອງນິກາຍມວຍ ຕຽວລອງ ໄດ້ເຂົ້າຮ່ວມ
ບັນດາການເຄື່ອນໄຫວສະແດງມວຍ, ສະແດງຟ້ອນ ສິງໂຕ, ການແຂ່ງຂັນມວຍທີ່ໄດ້ຈັດຕັ້ງຢູ່ປະເທດ ຝຣັ່ງ ຢ່າງຕັ້ງໜ້າ. ພາບ: ເອກະສານ



ນິກາຍມວຍ ຕຽວລອງ ມາ ຫວຽດນາມ ເຂົ້າຮ່ວມງານມະໂຫລານ
ສາກົນ ມວຍພື້ນເມືອງ ນະຄອນ ໂຮ່ຈີມິນ ເປີດກວ້າງເທື່ອທີ 5 ເຊິ່ງໄດ້ຈັດຂຶ້ນເມື່ອເດືອນກໍລະກົດ 2018. ພາບ: ເຊີນເຫງ້ຍ



ບັນດານັກຮຽນມວຍຂອງນິກາຍມວຍ ຕຽວລອງ ຍາດໄດ້ຫຼາຍ
ລາງວັນສູງ ທີ່ງານມະໂຫລານສາກົນ ມວຍພື້ນເມືອງ ນະຄອນ ໂຮ່ຈີມິນ ເປີດກວ້າງເທື່ອທີ 5 ເຊິ່ງໄດ້ຈັດຂຶ້ນເມື່ອເດືອນກໍລະກົດ 2018. ພາບ: ເຊີນເຫງ້ຍ



ບັນດາສະມາຊິກຂອງນິກາຍມວຍ ຕຽວລອງ ແລະ ບັນດານັກຮຽນ ມວຍພື້ນເມືອງ ຖ່າຍຮູບຮ່ວມກັນທີ່ນະຄອນ ໂຮ່ຈີມິນ. ພາບ: ເຊີນເຫງ້ຍ

ໃນຊຸມປີມໍ່ໆ ມານີ້, ອາຈານມວຍ Stephane Lesoil ໄດ້ ນຳບັນດາລູກສິດຂອງຕົນກັບເມືອ ຫວຽດນາມ ເພື່ອເຂົ້າຮ່ວມບັນດາການແຂ່ງຂັນ, ສະແດງມວຍພື້ນເມືອງ. ໃນປີ 2018, ນິກາຍມວຍ ຕຽວລອງ ໄດ້ເຂົ້າຮ່ວມງານມະໂຫລານ ສາກົນ ມວຍພື້ນເມືອງ ນະຄອນ ໂຮ່ຈີມິນ ເປີດກວ້າງເທື່ອທີ 5 ເຊິ່ງໄດ້ຈັດຂຶ້ນ ເມື່ອເດືອນ ກໍລະກົດ 2018 ທີ່ນະຄອນ ໂຮ່ຈີມິນ ແລະ ຍາດໄດ້ຫຼາຍລາງວັນສູງ.
 
ບົດ: ເຊີນເຫງ້ຍ-ພາບ: ເຊີນເຫງ້ຍ ແລະ ເອກະສານ

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ໃນເບື້ອງຕົ້ນ, ໄຕເຊີນ ເຖື້ອງດ້າວ ແມ່ນດິນແດນ ທ່ີສາມອ້າຍນ້ອງລາຊະວົງ ໄຕເຊີນ ເລືອກເປັນບ່ອນເຕົ້າໂຮມ, ສ້າງກໍາລັງ, ຊູຄັນທຸງ ລຸກຂຶ້ນຕໍ່ສູ້. ສະນັ້ນ, ສະຖານທີ່ແຫ່ງນີ້ ບໍ່ພຽງແຕ່ ຮັກສາຮ່ອງຮອຍ ກ່ຽວກັບກອງທັບ “ເສື້ອຜ້າ ທຸງແດງ” ຫຼາຍແຫ່ງເທົ່ານັ້ນ, ແຕ່ຍັງເປັນດິນແດນ ຂອງ ບັນດາ ວິຊາມວຍພື້ນເມືອງ ທີ່ມີຊື່ສຽງ, ພິເສດແມ່ນບັນດາ ວິຊາມວຍ ທີ່ກຳເນີດມາຈາກລາຊະວົງ ໄຕເຊີນ.

Top