• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ປະທັບໃຈທາດຫອຍ ບາວຕິກ

ມາຍັງວັດ ຕື້ເວີນ (ຖະໜົນ 3/4, ຕາ​ແສງ ກາມລິງ, ເມືອງ ກາມແຣງ, ແຂວງ ແຄ໋ງຮວ່າ) ເພື່ອ​ຟັງ​ສຽງ ​ພຣະ​ຄຳ​ພີ, ສຽງ​ລະ​ຄັງ​ ຖືກ​ຂະ​ຫຍາຍ​ຈາກ​ຫອຍ​ທະ​ເລ​ນັບ​ລ້ານ​ໂຕ​ທີ່​ໄດ້ປະດັບ​ປະ​ດາ​ຢູ່​ອ້ອມ​ທາດ ບາວຕິກ ເຊິ່ງນຳຄວາມຮູ້ສຶກ ສຸກສະບາຍມາໃຫ້ແກ່ນັກທ່ອງທ່ຽວ. 
ວັດ ຕື້ເວີນ ເປັນທີ່ຮູ້ກັນໃນຊື່ອື່ນເຊັ່ນ: ວັດ ອົກ (ໂຕຫອຍ) ຫຼື ວັດ ຊານໂຮ (ປະກາລັງ), ແມ່ນຊື່ທີ່ຄຸ້ນເຄີຍ ແລະ ຊື່ສັດທີ່ປະຊາຊົນຢູ່ທີ່ນີ້ໄດ້ມອບໃຫ້ວັດແຫ່ງນີ້. ວັດດັ່ງກ່າວເປັນຂອງພະອາຈານສອງອົງຄື ທິກດຶກມິງ ແລະ ທິກແຮ້ງມິງ ສ້າງໃນປີ 1968. ​ເພື່ອ​ກໍ່ສ້າງຂຶ້ນກິດຈະກຳ ມີໜຶ່ງບໍ່ມີສອງແມ່ນ ທາດຫອຍ ບາວຕິກ, ບັນດາຄູບາອາຈານໄດ້​ໃຊ້​ເວລາ 5 ປີ​ເພື່ອ​ສ້າງ​ສຳ​ເລັດ, ​ແຕ່​ປີ 1995 ຫາປີ 2000. ຜ່ານ​ການ​ເວລາ​ ແລະ ​ຝົນ​ຕົກແດດຮ້ອນ, ​ເປືອກຫອຍ ແລະ ​ປະ​ກາ​ລັງ​ຢູ່​ທີ່​ນີ້​ໄດ້​ຖືກ​ປ່ຽນແປ່ງຕາມການ​ເວລາ, ​ເຮັດ​ໃຫ້​ພື້ນ​ທີ່​ຂອງ​ວັດ​ມີ​ລັກສະນະ​ຫຍາບ​ຄາຍ​ແຕ່​ເກົ່າແກ່ທີ່ສະຫງ່າ.
 
ຕາມ​ ພະອາຈານ ​ທິກ​ດຶກ​ມິງ ​ແລ້ວ, ເມື່ອປີ 1995, ​ເຂດທະເລ ກາມແຣງ ມີ​ປະ​ກາ​ລັງ​ຫຼາຍ​ປະ​ເພດ... ລອຍ​ຢູ່​ທົ່ວ​ທຸກ​ແຫ່ງ, ພະ​ສົງ​ຄິດ​ວ່າ​ແມ່ນ​ວັດ​ຖຸ​ປະ​ສົງ​ທີ່​ພະ​ພຸດ​ທະ​ເຈົ້າ​ປະ​ທານໃຫ້. ລະດູບານໃໝ່ປີ 1995, ວັດ ຕື້ເວີນ ໄດ້ບຸກເບີກກໍ່ສ້າງ ທາດຫອຍ ບາວຕິກ, ພະສົງ ທິກດຶກມິງ ມີຄວາມຮູ້ດ້ານເຕັກນິກກໍ່ສ້າງ ສະນັ້ນໄດ້ມອບໝາຍເປັນຜູ້ບັນຊາການສູງສຸດ. ແຕ່ລະມື້, ມີຄູບາອາຈານ 12 ຄົນໄດ້ພາກັນຂົນຫີນ, ຖົມດິນ, ກໍ່ສ້າງ... ເປັນເວລາເກືອບ 5 ປີຈຶ່ງສຳເລັດ. ແລະທັງໝົດແມ່ນເຮັດດ້ວຍມື, ໂດຍບໍ່ມີການຊ່ວຍເຫຼືອຈາກເຄື່ອງຈັກ ແລະ ອຸປະກອນພິເສດ.


ອ້ອມ​ທາດ ບາວຕິກ ມີ​ທາດນ້ອຍ 49 ​ໜ່ວຍ. ໃນທາດນ້ອຍແຕ່ລະໜ່ວຍ ຈະຮັກສາຮູບປັ້ນພະພຸດທະເຈົ້າອົງໜຶ່ງ.  ພາບ: ຫງວຽນລວນ/VNP


ຊັ້ນໜຶ່ງຂອງທາດ ບາວຕິກ ແມ່ນສະຖານທີ່ໃຫ້ຊາວພຸດເຂົ້າມາຢ້ຽມຢາມ ແລະ ຊົມບັນດາລວດລາຍທີ່ຕົກແຕ່ງດ້ວຍເປືອກຫອຍ. ພາບ: ຫງວຽນລວນ/VNP


ພື້ນທີ່ຢູ່ໃນທາດ ບາວຕິກ ແບ່ງອອກເປັນສອງຊັ້ນ. ຊັ້ນລຸ່ມແມ່ນບ່ອນບູຊາ ແລະ ເສັ້ນທາງສຳລັບນັກທ່ອງທ່ຽວ. ໃນຮູບພາບ: ຊັ້ນເທິງແມ່ນເພື່ອໄຫວ້ອາໄລຮູບປັ້ນພະພຸດທະເຈົ້າ, ພະໂບທິສັດ ວັນທູ, ພະໂບທິສັດ ໂພຮ່ຽນ... ພາບ: ຫງວຽນລວນ/VNP




ທາດ ບາວຕິກ ມີ 8 ປະຕູ, ເປັນຕົວແທນຂອງ 8 ເສັ້ນທາງທີ່ຖືກຕ້ອງໃນສາສະໜາພຸດ. ພາບ: ຫງວຽນລວນ/VNP


ລວດລາຍຂອງດອກບົວຖືກຕົບແຕ່ງດ້ວຍ ເປືອກຫອຍຢູ່ເທິງເພດານຊັ້ນ 1 ຂອງວັດ ບາວຕິກ. ພາບ: ຫງວຽນລວນ/VNP


ປະກາລັງຖືກຈັດລຽງຢູ່ໃນທາດຫອຍ ບາວຕິກ. ພາບ: ຫງວຽນລວນ/VNP


ມັງກອນໄດ້ຮັບການປະດັບປະດາດ້ວຍເປືອກຫອຍຢູ່ວັດ ຕື້ເວີນ. ພາບ: ຫງວຽນລວນ/VNP

ພະອາຈານ ທິກດຶກມິງ ໃຫ້ຮູ້ວ່າ: “ຫຼາຍຄົນບໍ່ເຊື່ອວ່າ ມືຂອງບັນດາຄູບາອາຈານສາມາດກໍ່ສ້າງສຳເລັດທາດໜ່ວຍນີ້. ​ແຕ່​ພວກ​ຂ້າພະ​ເຈົ້າໄດ້ຄະຕິເຕືອນໃຈຢູ່ສະເໝີວ່າ ທາດໜ່ວຍນີ້ ​ເປັນ​ຕົວ​ແທນ​ໃຫ້​ແກ່​ພະພຸດທະ​ເຈົ້າ, ການ​ກໍ່ສ້າງ​ທາດໜ່ວຍນີ້ ແມ່ນ​ວິທີ​ທີ່​ມີກຳລັງແຮງ​​ເພື່ອ​ຊຳລະ​ລ້າງ​ຄວາມ​ບໍ່​ດີ, ​ເອົາ​ຊະນະ​ອຸປະສັກ ​ແລະ ສະສົມ​ບຸນ​ຄຸນ”.

ວັດ ຕື້ເວີນ ກັບທາດ ບາວຕິກ ໄດ້ຮັບການຍ້ອງຍໍຈາກສະຖານທີ່ທ່ອງທ່ຽວ Culture Trip (ອັງກິດ) ວ່າເປັນ “ຊັບສົມບັດຂອງນັກທ່ອງທ່ຽວພະຈົນໄພ”.
ຕາມ ພະອາຈານ ທິກດຶກມິງ ແລ້ວ, ທາງໃນທາດ ບາວຕິກ ມີຮູບວົງກົມ, ມີ 8 ປະຕູສະແດງໃຫ້ເຫັນເຖິງເສັ້ນທາງທີ່ຖືກຕ້ອງໃນສາສະໜາພຸດ. ພະອາຈານ ທິກດຶມິງ ໃຫ້ຮູ້ວ່າ: “ ພວກຂ້າພະເຈົ້າຢາກບອກໃຫ້ທຸກຄົນຮູ້ຄວາມໝາຍເລິກເຊິ່ງວ່າ ທຸກສິ່ງຂອງທີ່ບໍ່ມີຊີວິດ ກໍສາມາດສ້າງເປັນກິດຈະກຳແຫ່ງໜຶ່ງທີ່ສວຍງາມ ແລະ ໜ້າປະທັບໃຈ, ຕາບໃດທີ່ຄົນເຮົາມີຄວາມດູໝັ່ນ ແລະ ອົດທົນ. ຍິ່ງໄປກວ່ານັ້ນ, ສອດຄ່ອງກັບການຂັບຮ້ອງຂອງພຸດທະສາສະໜາ, ສຽງວິວາທີ່ຂະຫຍາຍອອກຈາກຫອຍມີຄວາມວິເສດຫຼາຍ, ສ້າງຫວ່າງເວຫາທີ່ເຕັມໄປດ້ວຍຄວາມສະຫງົບສຸກ ໃຫ້ແກ່ຄົນເຮົາ”.

ວັດ ຕື້ເວີນ ຖືກ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ໜ້າ​ສົນ​ໃຈ​ທີ່​ນັກ​ທ່ອງ​ທ່ຽວ​ບໍ່​ຄວນ​ພາດ ເມື່ອ​ມາ​ເຖິງແຂວງ ແຄ໋ງຮວ່າ.
ປະຕິບັດ: ຫງວຽນລວນ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top