• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ປະທັບໃຈຖະໜົນຄົນຍ່າງ ບຸ່ຍວ້ຽນ ຢູ່ ໄຊງ່ອນ

ຖະໜົນ ບຸ່ຍວ້ຽນ (ມີຊື່ເອີ້ນອີກວ່າ ຖະໜົນຄົນຕ່າງປະເທດ, ຢູ່ບ້ານ ຟ້າມຫງູຫຼ໊າວ, ເມືອງ 1) ເປັນຖະໜົນຄົນຍ່າງແຫ່ງທີ 2 ຂອງນະຄອນ ໂຮ່ຈີມິນ, ຫຼັງຈາກຖະໜົນ ຫງວຽນເຫວ້. ບໍ່ພຽງແຕ່ມີທັດສະນີຍະພາບ ທີ່ສວຍງາມເທົ່ານັ້ນ, ຖະໜົນ ບຸ່ຍວ້ຽນ ຍັງມີຫຼາຍບໍລິການຮັບ ໃຊ້ໃຫ້ ແກ່ນັກທ່ອງທ່ຽວ ເມື່ອມາທີ່ນີ້ ອີກດ້ວຍ.
ເມື່ອມາທ່ຽວຊົມຖະໜົນຄົນຍ່າງ ບຸ່ຍວ້ຽນ, ນັກທ່ອງທ່ຽວ ຈະໄດ້ນຳໃຊ້ ຝຣີ 4 ບໍລິການ ຄື: ຫ້ອງນຳ້; ອິນເຕີເນັດ; ຂໍ້ມູນຂ່າວສານສຳລັບການທ່ອງທ່ຽວ ແລະ ຮອຍຍິ້ມ (ຄັດຈາກ Tuoitre.vn)..
ປີ 1993, ໃນປື້ມແນະນຳການທ່ອງທ່ຽວ “Lonely Planet”, ຂົງເຂດບ້ານ ຟ້າມຫງູຫຼ໊າວ ໄດ້ແນະນຳເປັນຈຸດນັດພົບສຳລັບໃຫ້ແກ່ນັກທ່ອງທ່ຽວທີ່ມາຈາກປະເທດ ຝຣັ່ງ, ອັງກິດ, ສ ອາເມລິກາ ແລະ ຍີ່ປຸ່ນ ເມື່ອ ມາຍັງນະຄອນ ໂຮ່ຈີມິນ. ຕາມການເວລາ, ຂົງເຂດດັ່ງກ່າວ ໄດ້ເອີ້ນ ວ່າ “ຖະໜົນຄົນຕ່າງປະເທດ” ພ້ອມກັບການພັດທະນາຂອງບໍລິ ການ ໂຮງແຮມ, ຮ້ານອາຫານ, ຮ້ານຂາຍເຄື່ອງ, ຮ້ານກາເຟ, ບໍລິການ ທ່ອງທ່ຽວ ແລະ ອື່ນໆ. ບັນຍາກາດຢູ່ຖະໜົນ ບຸ່ຍວ້ຽນ ໃນຕອນຄຳ່ ຟົດຟື້ນຫຼາຍ, ເປັນ ບ່ອນເຕົ້ນໂຮມຂອງໄວໜຸ່ມກໍ່ຄືນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະ ເທດ. 
   

ຖະໜົນຄົນຍ່າງ ບຸ່ຍວ້ຽນ ເປັນຈຸດນັດພົບສຳລັບນັກທ່ອງທ່ຽວເມື່ອ
ມາຢ້ຽມຢາມນະຄອນ ໂຮ່ຈີມິນ.



ຖະໜົນ ບຸ່ຍວ້ຽນ  ຍັງເອີ້ນວ່າ “ຖະໜົນຄົນຕ່າງປະເທດ”.


ການສະແດງສິລະປະ ໄດ້ຈັດຂຶ້ນໃນຕອນຄຳ່ວັນເສົາ ແລະ ວັນອາທິດ
ເພື່ອຮັບໃຊ້ໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ.



ການສະແດງຊຸດອາພອນປະຈຳຊາດ ທີ່ຖະໜົນຄົນຍ່າງ ບຸ່ຍວ້ຽນ.


ການສະແດງ ລິເກ ຮັບໃຊ້ໃຫ້ນັກທ່ອງທ່ຽວ.


ການສະແດງກາຍະສິນຢູ່ຖະໜົນຄົນຍ່າງ ບຸ່ຍວ້ຽນ.


ນັກທ່ອງທ່ຽວຕ່າງປະເທດ ພົບປະສ້າງສັນກັບບັນດານັກສິລະປິນ.
   
ຖະໜົນຄົນຍ່າງ ບຸ່ຍວ້ຽນ ມີລວງຍາວທັງໝົດ 1.400 ແມັດ, ປູດ້ວຍຫີນ granite. ພິເສດ, ການຄ້າຂາຍໄດ້ວາງແຜນຢ່າງຈະແຈ້ງ, ບັນດາ ຜະລິດຕະພັນວາງຂາຍບໍ່ຊຳ້ກັນເພື່ອໃຫ້ນັກທ່ອງທ່ຽວ ມີຫຼາຍທາງ ເລືອກ.
 
ຢູ່ຖະໜົນ ບຸ່ຍວ້ຽນ ມີຮ້ານສະແດງລະຄອນ 2 ແຫ່ງຮັບໃຊ້ໃຫ້ແກ່ນັກ ທ່ອງທ່ຽວໃນທ້າຍອາທິດ. ການນຳທ້ອງຖິ່ນ ໄດ້ສ້າງແຜນ ພັດທະນາ ການທ່ອງທ່ຽວໃນບັນດາຮ່ອມບ້ານຢູ່ທີ່ນີ້ ເພື່ອໃຫ້ນັກທ່ອງທ່ຽວ ມີໂອ ກາດໄດ້ຄົ້ນພົບຊີວິດປະຈຳວັນຂອງຊາວໄຊງ່ອນ. ໃນເວລາຈະມາ ເຖິງ, ບັນດາງານບຸນ, ການສະແດງສິລະປະ ຕາມທ້ອງຖະໜົນຢູ່ ຖະໜົນຄົນຍ່າງ ບຸ່ຍວ້ຽນ ຈະໄດ້ຈັດຕັ້ງເປັນປະຈຳເພື່ອສ້າງ ຫວ່າງ ເວຫາວັດທະນະທຳ ຫຼາຍຮູບແບບໃຫ້ແກ່ຖະໜົນຄົນຍ່າງແຫ່ງ ນີ້.
 
ເມື່ອເວົ້າເຖິງຖະໜົນຄົນຍ່າງ, ຈະຕ້ອງເວົ້າເຖິງຫວ່າງເວຫາ ຂອງການກິນດື່ມ. ຖະໜົນ ບຸ່ຍວ້ຽນ ເປັນບ່ອນເຕົ້າໂຮມຄວາມຍອດຍິ່ງຂອງ ການກິນດື່ມຈາກຫຼາຍປະເທດໃນໂລກ. ທີ່ນີ້, ນັກທ່ອງທ່ຽວ ສາ ມາດເລືອກກິນອາຫານຕາມຄວາມຕ້ອງການຄື: ເຄື່ອງທະເລ, ປີ້ງແບ້, ງົວປິ່ນ, ຕີນໄກ່, ເຝີ, ໝີ່ ກວາງ, ເຂົ້າປຸ້ນເຫວ້... ຮ້ານອາຫານຈຳນວນ ໜຶ່ງ ຂອງ ອິນເດຍ, ສ ເກົາຫຼີ, ໄທ, ຝຣັ່ງ... ກໍ່ມີໜ້າຢູ່ທີ່ນີ້ ເພື່ອຮັບ ໃຊ້ ໃຫ້ ແກ່ນັກ ທ່ອງທ່ຽວ. ລາຄາອາຫານທຸກເຍື່ອງ ໄດ້ຕິດລາຄາ ຢ່າງ ຈະແຈ້ງ ເພື່ອໃຫ້ນັກທ່ອງທ່ຽວມີຫຼາຍທາງເລືອກ.  
      

ຖະໜົນຄົນຍ່າງ ບຸ່ຍວ້ຽນ ຍາມໃດກໍດຶງດູດນັກທ່ອງທ່ຽວໃນຕອນຄຳ່.


ຮ້ານ ເບຍ ກິນຟຣີ ໃນມື້ເປີດຖະໜົນຄົນຍ່າງ ບຸ່ຍວ້ຽນ.


ການປຸງແຕ່ງອາຫານກັບທີ່ ຢູ່ຖະໜົນຄົນຍ່າງ ບຸ່ຍວ້ຽນ.


ນັກທ່ອງທ່ຽວຕ່າງປະເທດສາມາດເລືອກກິນອາຫານທີ່ຕົນເອງມັກ
ຢູ່ຖະໜົນຄົນຍ່າງ ບຸ່ຍວ້ຽນ.



ຖະໜົນຄົນຍ່າງ ບຸ່ຍວ້ຽນ ເປັນບ່ອນເຕົ້າໂຮມບັນດາເຍື່ອງອາຫານ
ພິເສດຂອງ ໄຊງ່ອນ ເພື່ອຮັບໃຊ້ໃຫ້ແກ່ນັກທ່ອງທ່ຽວ.



ຮ້ານຂາຍເຄື່ອງລະນຶກແຫ່ງໜຶ່ງ.


ນັກທ່ອງທ່ຽວຊື້ເຄື່ອງລະນຶກຢູ່ຖະໜົນຄົນຍ່າງ.


ເຄື່ອງລະນຶກເປັນສັນຍາລັກຂອງ ຫວຽດນາມ.


ນັກທ່ອງທ່ຽວຕ່າງປະເທດ ຮູ້ສຶກປະທັບໃຈເມື່ອມາທ່ຽວຊົມ ຖະໜົນ ຄົນຍ່າງ ບຸ່ຍວ້ຽນ.

ເປັນບ່ອນທ່ອງທ່ຽວທີ່ເຕັມໄປດ້ວຍຄວາມໃກ້ຊິດ, ສະໜິດຕິດພັນກັບນັກທ່ອງທ່ຽວ, ຖະໜົນຄົນຍ່າງ ບຸ່ຍວ້ຽນ ໄດ້ກາຍເປັນຫວ່າງເວຫາທີ່ເຊື່ອມຕໍ່ຊາວທ່ອງຖິ່ນຢູ່ທີ່ນີ້ ກັບນັກທ່ອງທ່ຽວ, ເປັນບ່ອນເຕົ້າໂຮມວັດທະນະທຳ ຫວຽດນາມ ແລະ ສາກົນ.
ບົດ: ຫງວຽນແອງ-ພາບ: ທົງຫາຍ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top