• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ປະທັບໃຈດອກໄມ້ເຈ້ຍ Flower Farm

Flower Farm ເປັນເຄື່ອງໝາຍການຄ້າ  Startup Viet ດີເດັ່ນ ທີ່ ສະແດງເຖິງຄວາມງາມທີ່ເປັນມູນເຊື້ອ ຂອງ ວັດທະນະທຳພື້ນເມືອງ ຫວຽດ ນາມ. Flower Farm  ໄດ້ສົ່ງອອກ ດອກໄມ້ເຈ້ຍ (ດອກໄມ້ໄດ້ເຮັດດ້ວຍເຈ້ຍ) ໄປຍັງ 4 ປະເທດ ຄື: ຍີ່ປຸ່ນ, ສ. ເກົາຫຼີ, ສິງກະໂປ ແລະ ສ. ອາເມລິກາ.
ຢູ່ບັນດາຮ້ານຄ້າໃຫຍ່ຂອງ ຫວຽດນາມ, ຮູບພາບດອກໄມ້ເຈ້ຍ Flower Farm ໄດ້ກາຍເປັນຄວາມຊິນເຄີຍ ສໍາລັບຜູ້ບໍລິໂພກ. ບໍ່ ພຽງແຕ່ຫຼາກຫຼາຍທາງດ້ານຮູບແບບ, Flower Farm ຍັງມີ ຄວາມ ສວຍງາມ ແລະ ໄດ້ຮັບການຜະລິດຢ່າງລະອຽດລະອໍ. ພິເສດ, ໃນ ວັນບຸນຕ່າງໆ, ດອກໄມ້ເຈ້ຍ Flower Farm ນັບພັນໆ ຊະນິດ ໄດ້ ສ້າງ ເປັນງານບຸນດອກໄມ້ ແລະ ເປັນຂອງຕ້ອນ ທາງດ້ານຈິດໃຈ. ນອກຈາກບັນດາຜະລິດຕະພັນທີ່ໄດ້ວາງຂາຍຢູ່ຮ້ານ ຊັບພະສິນຄ້າ, Flower Farm ຍັງມີການຜະລິດເພື່ອຮັບໃຊ້ ໃຫ້ແກ່ການສົ່ງອອກ ໄປສູ່ຕ່າງປະເທດອີກດ້ວຍ.
 
ເຄື່ອງໝາຍການຄ້າ Flower Farmໄດ້ສ້າງຂຶ້ນມາຈາກແນວຄວາມ ຄິດ ທ່ານ ຟ້າມ ແອງເກື່ອງ. ເວລາທີ່ໄປຮຽນຢູ່ປະເທດ ຍີ່ປຸ່ນ ເພິ່ນ ຕິດໃຈກັບດອກໄມ້ເຈ້ຍຫຼາຍຊະນິດຢູ່ທີ່ນັ້ນ, ເມື່ອກັບມາຫວຽດນາມ ເຫັນໄດ້ຄວາມແຮງບົ່ມຊ້ອນ ຂອງ ຕະຫຼາດ, ເພິ່ນໄດ້ຕັດສິນໃຈລົງ ທຶນ ເຂົ້າສູ່ການຜະລິດດອກໄມ້ເຈ້ຍ ດ້ວຍທຶນ 1,5 ຕື້ດົ່ງ ແລະ ບໍ່ປະ ສົບຜົນສຳເລັດເມື່ອສົ່ງດອກ ໄມ້ເຈ້ຍ ເຂົ້າຮ່ວມໃນຕະຫຼາດຂາຍ ຍ່ອຍ.
 

ບໍ່ທໍ້ຖອຍໃຈ, ເພິ່ນສືບຕໍ່ຊອກຫາວິທີເຂົ້າໃກ້ກັບການຕະຫຼາດດ້ວຍ ການເພີ່ມການໂຄສະນາ ແລະ ເປີດກວ້າງຕະຫຼາດ. ຫຼັງຈາກນັ້ນ ອີກ 2 ປີ, ດອກໄມ້ເຈ້ຍ Flower Farm ໄດ້ມີຂາຍຢູ່ຮ້ານຊັບ ພະ ສິນຄ້າຫຼາຍແຫ່ງຢູ່ ຫວຽດນາມ ແລະ ໄດ້ສົ່ງອອກໄປສູ່ຕະຫຼາດ ຍີ່ປຸ່ນ ຊຶ່ງສ້າງລາຍຮັບເຖິງ 60 ຕື້ດົ່ງ/ປີ. 


ທ່່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢ້ຽມຢາມຮ້ານຂາຍ
ດອກໄມ້ເຈ້ຍຂອງ Flower Farm.  



ບັນດາຜະລິດຕະພັນດອກໄມ້ເຈ້ຍຂອງ Flower Farm
ໄດ້ເຂົ້າ ຮ່ວມງານຕະຫຼາດນັດນັກທຸລະກິດ ເລີ່ມເຮັດທຸລະກິດ 2017. 



ເຈ້ຍທີ່ໄດ້ນຳໃຊ້ເພື່ອຜະລິດດອກໄມ້ຂອງ Flower Farm ໄດ້ ນຳ ເຂົ້າມາຈາກ ປະເທດ ອີຕາລີ.


ຜະລິດຕະພັນດອກຄາຍ ໃນຂັ້ນຕອນການຜະລິດ.


ນາຍຊ່າງຜະລິດດອກໄມ້ເຈ້ຍ ຂອງ Flower Farm ສ່ວນ ຫຼາຍ ແມ່ນໄວໜຸ່ມ.


ຕົວແບບ ດອກກຸຫຼາບ ທີ່ເຮັດດ້ວຍເຈ້ຍ ໄດ້ຜະລິດ ຄື ດອກກຸຫຼາບ ຫວຽດນາມ.


ບັນດາຜະລິດຕະພັນຄື: ໂຖດອກຄາຍ, ດອກຕາເວັນ, ດອກກຸຫຼາບ
ໄດ້ລູກຄ້າມາສັ່ງຊື້ໃຫ້ແກ່ບຸນປີໃໝ່.  



ບັນດານາຍຊ່າງ ພວມສຳເລັດຂັ້ນຕອນສຸດທ້າຍຂອງການຜະລິດດອກໄມ້ເຈ້ຍ.


ດອກຄາຍ ທີ່ເຮັດດ້ວຍເຈ້ຍ ສວຍງາມຄືດອກຄາຍສົດ
ເຕັມໄປດ້ວຍ ຄຸນລັກສະນະ ວັດທະນະທຳມູນເຊື້ອຂອງ ຫວຽດນາມ
.
ເພື່ອຮັກສາຈຳນວນນາຍຊ່າງຜະລິດດອກໄມ້ ໃຫ້ຄົງທີ່,ທ່ານ ເກື່ອງ ໄດ້ເປີດຫ້ອງຮຽນສ້າງວິຊາຊີບ ແລະ ສະໂມສອນ handmade ເພື່ອດຶງດູດນັກສຶກສາມາເຂົ້າຮ່ວມ. Flower Farm ໄດ້ສ້າງ ແລະ ພັດທະນາຕາມຕົວແບບ: ນາຍຊ່າງ, ຮ້ານ ຊັບພະສິນຄ້າ, ຜູ້ບໍລິ ໂພກ.
 
Flower Farm ໄດ້ເຂົ້າຮ່ວມໃນງານຕະຫຼາດນັດຂະໜາດໃຫຍ່ ຢູ່ ພາຍໃນ ແລະ ຕ່າງປະເທດ, ຈາກນັ້ນ ຈຶ່ງດຶງດູດຄວາມສົນໃຈ ຂອງ ຊາວ ຍີ່ປຸ່ນ, ສ.ເກົາຫຼີ, ສິງກະໂປ ແລະ ສ.ອາເມລິກາ ເປັນ ຈຳນວນ ຫຼວງຫຼາຍ. Flower Farm ຍັງພັດທະນາການຊື້ຂາຍ ດອກໄມ້ເຈ້ຍ, ດອກໄມ້ສົດ, ດອກໄມ້ທີ່ເຮັດດ້ວຍແພໄໝ... ຜ່ານທາງອິນເຕີເນັດ ອີກດ້ວຍ.
 
ປະຈຸບັນ, ໄດ້ດຶງດູດແຮງງານ ໃນທົ່ວປະເທດກວ່າ 10.000 ຄົນ ມາ ລົງທະບຽນເປັນສະມາຊິກຂອງບໍລິສັດ. ຜະລິດຕະພັນດອກ ໄມ້ເຈ້ຍ ຂອງ Flower Farm ໄດ້ເຂົ້າຮ່ວມໃນງານວາງ ສະແດງ ເວທີປາໄສ ເລີ່ມເຮັດທຸລະກິດ  APEC.
 
Flower Farm ໄດ້ສ້າງວຽກເຮັດ ງານທໍາໃຫ້ແກ່ໄວໜຸ່ມ ຫຼາຍຄົນ ຜ່ານພື້ນຖານຜະລິດຫຼາຍແຫ່ງຢູ່ ຮ່າໂນ້ຍ, ຮ່າຕິງ, ດ່າໜັງ ແລະ ນະ ຄອນໂຮ່ຈີມິນ. ຊື່ບັນດາກະຊ້າດອກໄມ້ໄດ້ຕັ້ງຕາມຫົວເລື່ອງ ແລະ ເຫດການໃດໜຶ່ງ, ສະນັ້ນ ຈຶ່ງໄດ້ຮັບຄວາມນິຍົມຊື້ ຈາກນັກ ທ່ອງ ທ່ຽວຕ່າງປະເທດ.
 
ມາຢ້ຽມຊົມໂຮງງານຜະລິດດອກໄມ້ເຈ້ຍຂອງ Flower Farm ທີ່ຕັ້ງຢູ່ ຮ່າໂນ້ຍ, ພວກຂ້າພະເຈົ້າ ຕິດໃຈກັບຄວາມສວຍງາມຂອງດອກ ໄມ້ ຫຼາຍຊະນິດຢູ່ທ່ີນີ້. ດອກໄມ້ເຈ້ຍ Flower Farm ໄດ້ຜະລິດ ອອກດ້ວຍຄວາມຕັ້ງໃຈຂອງບັນດານາຍຊ້າງ, ເມື່ອໄດ້ຮັບ ໃບ ສັ່ງ ຊື້ສິນຄ້າຢ່າງຮີດດ່ວນ, ນາຍຊ້າງຢູ່ທີ່ນີ້ ຕ້ອງເຮັດວຽກທັງເວັນທັງ ຄືນເພື່ອຕອບສະໜອງໃຫ້ທັນ. ສິ່ງດັ່ງກ່າວ ຊ່ວຍເຮັດໃຫ້ Flower Farm ມີລູກຄ້າປະຈໍາກວ່າ 24.000 ຄົນ, ໂຮງງານຜະລິດກວ່າ 108 ແຫ່ງ ແລະ ໄດ້ສົ່ງອອກໄປຍັງ 4 ປະເທດໃນໂລກຄື: ສ.ອາເມ ລິກາ, ຍີ່ປຸ່ນ, ສິງກະໂປ ແລະ ສ.ເກົາຫຼີ. Flower Farm ເປັນ 1 ໃນ 20 ໂຄງການເລີ່ມເຮັດທຸລະກິດດີເດັ່ນ ທີ່ເຂົ້າຮ່ວມເວທີ ປາໄສ ເລີ່ມເຮັດທຸລະກິດ  APEC, Startup Viet 2017 ໂດຍ nExpress ຈັດຂຶ້ນ.


ຜະລິດຕະພັນດອກໄມ້ເຈ້ຍ Flower Farm  ຈຳນວນໜຶ່ງ:



















ບົດ: ບິກເວີນ - ພາບ: ແທງຢາງ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top