• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ປະທັບໃຈຂົວຄຳ ທີ່ເປັນເອກະລັກ ຢູ່ ດ່າໜັງ

ເຂດທ່ອງທ່ຽວ Ba Na Hills (ດ່າໜັງ) ເປັນທີ່ຮູ້ຈັກ ວ່າ ເປັນເຂດ ທ່ອງທ່ຽວ ທີ່ມີຊື່ສຽງ ດ້ວຍທັດສະນີຍະພາບທີ່ສວຍງາມ, ມີຫຼາຍ ບ່ອນຫຼິ້ນທ່ີມີສີສັນພິເສດ. ໜຶ່ງໃນຈຳນວນນີ້ ແມ່ນຂົວຄຳ ທີ່ມີ ຄວາມເປັນເອກະລັກ ຊຶ່ງຫາກໍ່ ເປີດນຳໃຊ້ຢ່າງເປັນທາງການ ເມື່ອ ບໍ່ດົນຜ່ານມາ, ໄດ້ດຶງດູດ ນັກທ່ອງທ່ຽວ ມາຢ້ຽມຊົມ ດ້ວຍຈຳນວນ ຫຼວງຫຼາຍ.
ໄດ້ເປີດນຳໃຊ້ຢ່າງເປັນທາງການ ເມື່ອຕົ້ນເດືອນ ມິຖຸນາ 2018, ຂົວຄຳ ໃຊ້ສະເພາະໃຫ້ແກ່ຄົນຍ່າງ ຊຶ່ງມີຄວາມຍາວ 150 ແມັດ, ຢູ່ສູງເໜືອລະດັບນໍ້າທະເລ ກວ່າ 1.400 ແມັດ. ເວລາຢືນຢູ່ເທິງ ຂົວ ແຫ່ງນີ້, ນັກທ່ອງທ່ຽວສາມາດຊົມທັດສະນີຍະພາບ ທີ່ສວຍ ງາມ ແລະ  ກວ້າງໃຫຍ່ໄພສານຂອງເຂດທ່ອງທ່ຽວ Ba Na Hills.

ຂົວຄຳ ຕັ້ງຢູ່ຫວ່າງກາງພູ, ອອກແບບຢ່າງນິ້ມນວນ, ຂົວທາສີ ເຫຼືອງ ສະຫງ່າງສະໄຫວ. ເບິ່ງໄກ, ຂົວແຫ່ງນີ້ ຄ້າຍຄືແພໄໝຜືນ ໜຶ່ງ ທີ່ອ່ອນນິ້ມ ພາຍໃຕ້ເມກໝອກ. 



ໄລຍະທີ່ຜານມາ, ຂົວຄຳ ຢູ່ເຂດທ່ອງທ່ຽວ Ba Na Hills (ດ່າໜັງ) ໄດ້ຮັບຄວາມສົນໃຈ ຈາກບັນດາຜູ້ທີ່ນິຍົມການທ່ອງທ່ຽວໂລກ ເມື່ອບັນດາ ໜັງສືພິມ, ວາລະສານທີ່ມີຊື່ສຽງລະດັບໂລກຕ່າງ ຊື່ນ ຊົມເຊັ່ນ: CNN, BBC, New York Times, Times, The Guardian, Bored Panda, National Geographic...


ຂົວແຫ່ງນີ້ ໄດ້ຮັບການກໍ່ສ້າງ ແລະ ສຳເລັດພາຍໃນບໍ່ເຖິງປີ.


ພາຍຫຼັງ ເປີດນຳໃຊ້ຢ່າງເປັນທາງການ, ຂົວຄຳ ໄດ້ດຶງດູດ ການ ມາຢ້ຽມຊົມຂອງນັກທ່ອງທ່ຽວເປັນຈຳນວນຫຼາຍ.


ຂົວແຫ່ງນີ້ ຢູ່ລະດັບຄວາມສູງ 1.400 ແມັດ ທຽບກັບລະດັບ ນຳ້ ທະເລ, ຍາວເກືອບ 150 ແມັດ, ລວມມີ 8 ຊວງ. 


ເວລາຢືນຢູ່ເທິງຂົວຄຳ, ນັກທ່ອງທ່ຽວສາມາດຊົມທັດສະນີຍະ ພາບທີ່ສວຍງາມ ແລະ  ກວ້າງໃຫຍ່ໄພສານ ຂອງ ທຳມະຊາດ.


ຜູ້ຕາງໜ້າຂອງເຂດທ່ອງທ່ຽວ Ba Na Hills ໃຫ້ຮູ້ວ່າ ຂົວແຫ່ງນີ້
ໄດ້ອອກແບບຕາມຮູບພາບ “ຝາມືທີ່ຍິ່ງໃຫຍ່ຂອງບັນດາເທວະດາ
ພວມດຶງຄຳກ້ອນໜຶ່ງອອກຈາກພື້ນດິນ”.



ຂົວແຫ່ງນີ້ ໄດ້ສ້າງເສັ້ນທາງຍ່າງສາຍໜຶ່ງຢູ່ກາງຫາວ, ໃນຫວ່າງ ເວຫາທີ່ມືດມົວຂອງນຳ້ໝອກຢູ່ເທິງພູ Ba Na. 


ນັກທ່ອງທ່ຽວ ພວມຢ້ຽມຊົມຂົວຄຳຢູ່ Ba Na Hills. 

ເຖິງວ່າ ຫາກໍ່ເປີດນຳໃຊ້ຢ່າງເປັນທາງການ, ແຕ່ ຂົວຄຳ ໄດ້ດຶງ ດູດການເຂົ້າມາຢ້ຽມຊົມຂອງນັກທ່ອງທ່ຽວ ເປັນຈຳນວນຫຼາຍ ພໍສົມຄວນ. ນີ້ເປັນບ່ອນທີ່ດີ ເພື່ອໃຫ້ນັກທ່ອງທ່ຽວມາຢ້ຽມ ຊົມ ແລະ ບັນທຶກ ບັນດາຮູບພາບທີ່ປະທັບໃຈກ່ຽວກັບ ທັດສະນີ ຍະ ພາບທີ່ກວ້າງໃຫຍ່ໄພສານ ຂອງ ດ່າໜັງ.
 
ປະຕິບັດ: ລືວຈ້ອງດາດ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top