• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ປະທັບໃຈການສະແດງ ລິເກ

ໂຮງລະຄອນ ລິເກ ຫວຽດນາມ ໄດ້ຈັດລາຍການສະແດງ ຊອກຮູ້ສິລະປະ ການສະແດງລິເກ ພື້ນເມືອງ ທີ່ໂຮງລະຄອນ ໂຮ່ງຮ່າ ໃນວັນຈັນ ແລະ ວັນພະຫັດຂອງທຸກອາທິດ. ນີ້ແມ່ນການປ່ຽນແປງ ໃໝ່ຂອງໂຮງລະຄອນ ແນໃສ່ຈະເຮັດໃຫ້ສິລະປະ ການສະແດງ ລິເກ ເຂົ້າໃກ້ກັບທ່ານຜູ້ຊົມພາຍໃນ ແລະ ຕ່າງປະເທດ.
ມາຢ້ຽມຢາມໂຮງລະຄອນ, ນັກທ່ອງທ່ຽວອາດສາມາດຂຶ້ນ ເວທີເພື່ອພົບປະສ້າງສັນກັບນັກສິລະປິນຫຼາຍຄົນ ເພື່ອແບ່ງປັນ ຄວາມຮູ້ກ່ຽວກັບບົດລິເກ ທີ່ມີຊື່ສຽງຫຼາຍບົດ. 

ລາຍການຊອກຮູ້ສິລະປະການສະແດງລິເກ ຈະມີ 2 ພາກສ່ວນ. ພາກສ່ວນທີໜຶ່ງແມ່ນຊອກຮູ້ກ່ຽວກັບສິລະປະ ການແຕ່ງຕົວ. ກ່ອນຈະເຖິງເວລາສະແດງລິເກ, ນັກທ່ອງທ່ຽວຈະໄດ້ເຂົ້າມາ ຢ້ຽມຢາມຫ້ອງແຕ່ງຕົວ ເພື່ອຊອກຮູ້ກ່ຽວກັບວິທີການແຕ່ງຕົວ ຂອງບັນດານັກສະແດງລິເກ. ຢູ່ທີ່ນີ້ ຈະມີຜູ້ນຳທ່ຽວ ອະທິບາຍ ຄວາມໝາຍຂອງບັນດາລາຍແຕ້ມ ແລະ ສີສັນ ຕາມລັກສະນະ ຂອງຕົວລະຄອນ, ນັກສະແດງຈະນັ່ງແຕ່ງຕົວໃຫ້ນັກທ່ອງທ່ຽວ ຊົມເບິ່ງ. ສິ່ງດັ່ງກ່າວ ຈະເຮັດໃຫ້ນັກທ່ອງທ່ຽວມີຄວາມຮູ້ດ້ານ ພື້ນຖານກ່ຽວກັບການແຕ່ງຕົວໃຫ້ແກ່ນັກສະແດງລິເກ.


ບັນດາພາບພົດຂອງການແຕ້ມໜ້າກາກໃນສິລະປະ ການສະແດງລິເກ ພື້ນເມືອງ. ພາບ: ແຄ໋ງລອງ


ເຄື່ອງນຸ່ງຮັບໃຊ້ການສະແດງລິເກຫຼາຍຊຸດ ຈະໄດ້ເອົາມາວາງສະແດງຢູ່ທີ່ນີ້ ເພື່ອໃຫ້ນັກທ່ອງທ່ຽວສາມາດ
ເລືອກເອົາເພື່ອແຕ່ງຕົວເປັນບັນດາຕົວລະຄອນຕາມໃຈມັກ. ພາບ: ແຄ໋ງລອງ



ບັນດານັກສະແດງລິເກ ທັງແຕ່ງຕົວ ທັງອະທິບາຍໃຫ້ ນັກທ່ອງທ່ຽວເຂົ້າໃຈກ່ຽວກັບລາຍແຕ້ມທີ່ໄດ້ແຕ້ມຢູ່ເທິງໜ້າ
ຂອງບັນດາຕົວລະຄອນໃນສິລະປະ ການສະແດງລິເກ.  ພາບ: ແຄ໋ງລອງ



ນັກສະແດງ ໄດ້ອະທິບາຍກ່ຽວກັບພາບພົດຂອງບັນດາຕົວລະຄອນໃນບົດລິເກ
ເພື່ອໃຫ້ນັກທ່ອງທ່ຽວອາດສາມາດເຂົ້າໃຈໄດ້ເນື້ອໃນ. ພາບ: ແຄ໋ງລອງ
 

ນັກທ່ອງທ່ຽວ ຊອກຮູ້ກ່ຽວກັບເຄື່ອງເສບດົນຕີຫຼາຍປະເພດ ທີ່ຮັບໃຊ້ໃຫ້ແກ່ການສະແດງລິເກ. ພາບ: ແຄ໋ງລອງ

ພາກສ່ວນທີສອງແມ່ນການສະແດງລິເກ ແລະ ແນະນຳຈຸດພິເສດໃນສິລະປະ ການສະແດງລິເກ ຢ່າງລາຍລະອຽດ. ບັນດາບົດລິເກ ທີ່ໄດ້ ເອົາມາສະແດງບົນເວທີ ແມ່ນໄດ້ຄັດອອກຈາກບັນດາບົດລິເກທີ່ມີຊື່ສຽງຄື: ພໍ່ເຖົ້າເຈ່ຍເມຍໜຸ່ມໄປຫຼິ້ນບຸນ,ການສະແດງດົນຕີໃນວັງ ເຫວ້, ຟ້ອນ: ກິເລນແມ່ເກີດລູກ, ນາງ ໂຮ່ຫງວຽດໂກ ປ່ຽນໄປເປັນໂຕເຫງັນ, ການສະແດງດົນຕີໃນວັງ ເຫວ້, ພິທີການບູຊາເຈົ້າແມ່.

ພາຍຫຼັງການສະແດງ, ນັກທ່ອງທ່ຽວຈະໄດ້ຮັບຟັງການແນະນຳກ່ຽວກັບສິລະປະການກໍ່ສ້າງບົດລະຄອນ, ພົບປະສ້າງສັນກັບນັກສະແດງ, ແບ່ງປັນຄວາມຮູ້ສຶກ ແລະ ໄດ້ບັນດານັກສະແດງລິເກ ແນະນຳໃຫ້ຮູ້ກ່ຽວກັບຕົວລະຄອນຢ່າງລາຍລະອຽດ, ແຕ່ວິທີການຮ້ອງເພງ, ວິທີການໄປມາ, ວິທີການຟ້ອນ ແລະ ວິທີການສະແດງຂອງຕົວລະຄອນໃນເວລາຮ້ອງໄຫ້, ຫົວ, ເຈັບໃຈ, ສະໜຸກໃຈ ແລະ ອື່ນໆ.

ລາຍການສະແດງ ຊອກຮູ້ສິລະປະ ການສະແດງລິເກ ພື້ນເມືອງໄດ້ດຶງດູດການເຂົ້າຮ່ວມຂອງນັກທ່ອງທ່ຽວຫຼາຍຄົນ, ພິເສດແມ່ນໄວໜຸ່ມ ຫວຽດນາມ. ນາງ ຫງວຽນຫງອກເຮີນ, ຜູ້ຮັບຜິດຊອບການພົວພັນກັບຕ່າງປະເທດ, ຫ້ອງຈັດຕັ້ງການສະແດງ, ໂຮງລະຄອນ ລິເກ ສູນກາງ ໃຫ້ຮູ້ວ່າ: “ໂຮງລະຄອນ ລິເກ ຈະຍູ້ແຮງບັນດາການເຄື່ອນໄຫວຄືແບບນີ້ ຫຼາຍກວ່າເກົ່າ ເພື່ອນຳລິເກ ໄປສະແດງໂດຍກົງໃນບັນດາງານບຸນຕ່າງໆ ແລະ ໃນໂຮງຮຽນແຕ່ລະແຫ່ງອີກດ້ວຍ”. 

ໂຮງລະຄອນ ລິເກ ຫວຽດນາມ ໄດ້ຈັດລາຍການສະແດງ ຊອກຮູ້
ສິລະປະ ການສະແດງລິເກ ພື້ນເມືອງ ທີ່ໂຮງລະຄອນ ໂຮ່ງຮ່າ ໃນວັນຈັນ ແລະ ວັນພະຫັດຂອງທຸກອາທິດ.



ສາກການສະແດງບົດລິເກ “ພໍ່ເຖົ້າເຈ່ຍເມຍໜຸ່ມໄປຫຼິ້ນບຸນ” ຂອງບັນດານັກສະແດງ ລິເກ ມາຈາກໂຮງລະຄອນ ລິເກ ຫວຽດນາມ.​ ພາບ: ແຄ໋ງລອງ


ນອກຈາກການສະແດງຢູ່ໃນໂຮງລະຄອນ, ໂຮງລະຄອນ ລິເກ ຫວຽດນາມ ຍັງຈັດຕັ້ງການສະແດງລິເກ ຢູ່ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ໃນໄລຍະທ້າຍອາທິດອີກດ້ວຍ. ພາບ: ແຄ໋ງລອງ

ເພື່ອແນະນຳສິລະປະ ການສະແດງ ລິເກ ມາເຂົ້າໃກ້ກັບນັກທ່ອງທ່ຽວສາກົນ, ໂຮງລະຄອນ ລິເກ ສູນກາງ ໄດ້ຈັດຕັ້ງລາຍການແນະນຳສິລະປະ ການສະແດງ ລິເກ ພື້ນເມືອງ ກັບທ່ານນຳ 70 ຄົນທີ່ມາຈາກສະຖານທູດ 34 ແຫ່ງ ປະຈຳ ຮ່າໂນ້ຍ ເມື່ອ ເດືອນກັນຍາ 2018. ທ່ານນາງ Cáit Moran, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສ ອຽກລັງ ໃຫ້ຮູ້ວ່າ: “ນີ້ເປັນເທ່ືອທຳອິດ ຂ້າພະເຈົ້າໄດ້ຊົມເບິ່ງຫຼາຍຮູບແບບສິລະປະ ການສະແດງພື້ນເມືອງຂອງ ຫວຽດນາມ. ບັນດາລາຍການ ສະແດງດັ່ງກ່າວ ໄດ້ເຮັດໃຫ້ພວກຂ້າພະເຈົ້າສາມາດຮັບຮູ້ໄດ້ຈຸດພິເສດດ້ານວັດທະນທຳຂອງສິລະປະ ຫວຽດນາມ”. 
 
ບົດ ແລະ ພາບ: ບິກເວີນ-ແຄ໋ງລອງ

 

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top