• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ປະທັບໃຈ ຫີນ ມ໋ອງຣົ່ງ

ເປັນການປະສານກົມກຽວລະຫວ່າງຫີນ ແລະ ນ້ຳ, ປະຈຸບັນ ຫາດຫີນ ມ໋ອງຣົ່ງ ຢູ່ເຂດ 4, ເທສະບານ ໂກໂຕ, ເມືອງ ເກາະ ໂກໂຕ, ແຂວງ ກວາງນິງ ໄດ້ກາຍເປັນຈຸດນັດໝາຍທີ່ໜ້າອ່າວຄະນິງຫາສຳລັບນັກທ່ອງທ່ຽວ ຜູ້ມັກການສຳຫຼວດ ຄວາມ ງາມແບບທຳມະຊາດ.
ຫາດຫີນ ມ໋ອງຣົ່ງ (ເລັບມັງກອນ) ມີເນື້ອທີ່ກວ້າງກວ່າ 40 ເຮັກ ຕາ, ຍາວປະມານ 2 ກີໂລແມັດ ໄປຕາມທິດຕາເວັນອອກ ສ່ຽງ ເໜືອ-ຕາເວັນຕົກສ່ຽງໃຕ້. ອ້າຍ ຫງວຽນວັນບັກ, ຊາວປະມົງ ຄົນໜຶ່ງທີ່ອາໄສເທິງເກາະ ແຫ່ງນີ້ ໃຫ້ຮູ້ວ່າ ແຕ່ກ່ອນ ຫາດຫີນ ມ໋ອງຣົ່ງ ມີຊື່ວ່າ ເກົ່າມີ້, ແຕ່ວ່າ ຫຼັງຈາກແນມມາແຕ່ໄກ, ຫາດ ຫີນ ແຫ່ງນີ້ ມີຮູບຊົງຄ້າຍຄືເລັບ ຂອງ ໂຕມັງກອນ. ເພາະສະ ນັ້ນ, ຊາວບ້ານ ແລະ ນັກທ່ອງທ່ຽວຈຶ່ງເອີ້ນຫາດຫີນ ແຫ່ງນີ້ ດ້ວຍ ຊື່ວ່າ ຫາດຫີນ ມ໋ອງຣົ່ງ.

ໃນຍາມທ່ຽງ ເມື່ອຄວາມຮ້ອນສູງເຖິງ 38-40 ອົງສາເຊ, ພວກ ຂ້າພະເຈົ້າໄດ້ມີໂອກາດຊົມເບິ່ງຄວາມສວຍສົດງົດງາມ ຂອງ ການປະສານກົມກຽວລະຫວ່າງຫີນ ແລະ ນ້ຳ ຂອງ ຫາດຫີນ ມ໋ອງຣົ່ງ. ບັນດາຫຼືບຫີນ ມີຮູບຮ່າງຊ້ອນກັນເປັນຊັ້ນໆ ດ້ວຍ ສີ ສັນຢ່າງມີຊີວິດຊີວາ. ເວລາແນມອອກໄປໄກໆ ຈະພົບເຫັນ ໂງ່ນ ຫີນຫຼາຍໜ່ວຍມີຮູບຊົງອ່ຽງໄປທາງທະເລ ຫຼື ຊ້ອນກັນເປັນ ຊັ້ນໆ ຄ້າຍຄືຈານຫຼາຍໜ່ວຍໄດ້ຮັບການຈັດວາງຢ່າງເປັນລະ ບຽບ. ບັນດາສິ່ງເຫຼົ່ານີ້ ໄດ້ເຮັດໃຫ້ທິວທັບທຳມະຊາດຢູ່ຫາດ ຫີນ ແຫ່ງນີ້ ຄ້າຍຄືແຜນທີ່ ທະເລແຜ່ນ ໜຶ່ງທີ່ ບັນຈຸຄວາມລຶກ ລັບຂອງເທບພະເຈົ້າໄດ້ດົນບັນດານໃຫ້ທຳມະຊາດຢູ່ນະແຫ່ງນີ້. 


ຫາດຫີນ ມ໋ອງຣົ່ງ ມີທັດສະນີຍະພາບທີ່ສວຍງາມ, ບໍ່ ພຽງແຕ່ ມີຄຸນຄ່າດ້ານພູມພາບ ເທົ່ານັ້ນ,
ຫາກຍັງ ຮັກສາ ຈຸດພິເສດ ດ້ານ ທໍລະນີສາດ ອີກດ້ວຍ.



ຕາມການສຳຫຼວດກວດກາ, ອົງປະກອບຂອງຫີນ ຢູ່ຫາດຫີນ ແຫ່ງນີ້ ເກົ່າແກ່ກວ່າ ຫີນຢູ່ຫາດຫີນ ແຫ່ງຕ່າງໆ.


ອົງປະກອບຂອງຫີນ ໂກໂຕ ແມ່ນອ່ອນ, ສະນັ້ນ ເວລາຖືກ ນຳ້ ທະເລຊຶມເຂົ້າ ແລະ ກັດເຊາະ,
ມັນກໍ່
ໄດ້ປະກົດເປັນຮູບ ເປັນ ຮ່າງ ແລະ ມີສີສັນທີ່ງາມຕາ.



ບັນດາຫຼືບຫີນ ມີຮູບຮ່າງຊ້ອນກັນເປັນຊັ້ນໆ ຄືຜະລິດຕະພັນໜຶ່ງ
ທີ່ໄດ້ປະດິດຂຶ້ນຈາກທຳມະຊາດ.



ເບິ່ງແຕ່ເທິງສູງລົງມາ ຈະເຫັນບັນດາຫຼືບຫີນ ຫຼາຍສີສັນຢູ່ທີ່ນີ້ ຄ້າຍຄືຄື້ນລະເລຫຼາຍຊັ້ນ.


ບັນດາໂງ່ນຫີນມີຫຼາຍສີສັນ, ນັ້ນແມ່ນຈຸດພິເສດຂອງຫາດຫີນ ມ໋ອງຣົ່ງ.


ນັກທ່ອງທ່ຽວມາຄົ້ນຫາຄວາມສວຍງາມແບບ ມະຫັດສະຈັນ ຂອງ ຫາດຫີນ ມ໋ອງຣົ່ງ.


ຫີນ ແລະ ນຳ້ຢູ່ຫາດຫີນ ມ໋ອງຣົ່ງ ເຮັດໃຫ້ນັກທ່ອງທ່ຽວ ຍາກທີ່ຈະລືມໄປໄດ້. 


ທີ່ນີ້ ຍັງໄດ້ເອີ້ນຊື່ວ່າ “ໂນນພູດູຄື້ນທະເລ”. ຕອນແລງ, ຄື້ນທະເລ
ກະທົບໃສ່ໂ່ງນຫີນ ສ້າງເປັນຮູບພາບທີ່ງາມຕາ.



ທ່ອງທ່ຽວ ມັກຄົ້ນຫາຄວາມສວຍງາມແບບ ມະຫັດສະຈັນ ຂອງ ຫາດຫີນ ມ໋ອງຣົ່ງ.


ການປ່ຽນແປງ ຂອງ ທຳມະຊາດ ໄດ້ເຮັດໃຫ້ບັນດາຫຼືບຫີນ ມີ ຄວາມສວຍງາມ ແບບມະຫັດສະຈັນ.


ຕອນເຊົ້າ, ເມື່ອລະດັບນຳ້ທະເລຫຼຸດລົງ, ພວກເຮົາຈະພົບເຫັນ ຫີນ ຫຼາຍກ້ອນທີ່ມີຫຼາຍສີສັນ.


ຫາດຫີນ ມ໋ອງຣົ່ງ ໄດ້ກໍ່ຮ່າງສ້າງຕົວຂຶ້ນມາ ຈາກການປ່ຽນແປງ
ແລະ ຜັນແປທາງດ້ານທໍລະນີສາດ ເປັນເວລາຫຼາຍພັນປີ. 

ທ່ານນາງ ຫງວຽນທິແຄງຮວ່າ, ຫົວໜ້າຫ້ອງການວັດທະນະທຳເມືອງເກາະ ໂກໂຕ ໃຫ້ຮູ້ວ່າ ຕາມການສຳຫຼວດຂອງ ນັກຄົ້ນ ຄວ້າ ດ້ານທໍລະນີສາດ ຈຳນວນໜ່ຶງ ໃຫ້ຮູ້ວ່າ ຫາດຫີນ ມ໋ອງຣົ່ງ ປະກົດເປັນຮູບເປັນຮ່າງຂຶ້ນມາ ຈາກຂະບວນວິວັດການກັດ ເຊາະ ແລະ ໂຮມເຂົ້າກັນຂອງນ້ຳທະເລ ມາເປັນເວລາຫຼາຍພັນ ປີ. ຍິ່ງກວ່ານີ້, ອົງປະກອບຂອງຫີນຢູ່ຫາດຫີນແຫ່ງນີ້ ເກົ່າແກ່ ກວ່າ ຫີນຢູ່ຫາດ ຫີນແຫ່ງຕ່າງໆ, ສິ່ງດັ່ງກ່າວ ສ້າງທັດສະນີຍະ ພາບ ທີ່ຍິ່ງໃຫຍ່ ມະຫັດສະຈັນ ຢູ່ເທິງເກາະ ໂກໂຕ.
 
ເວລາມາຢາມຫາດຫີນ ມ໋ອງຣົ່ງ, ນັກທ່ອງທ່ຽວຈະໄດ້ຊົມເບິ່ງ ຄວາມສວຍສົດງົດງາມແບບປະຖົມປະຖານ, ຍາກທີ່ຫາໄດ້ຢູ່ ບ່ອນອື່ນ. ຫາດຊາຍທະເລ ຢູ່ທີ່ນີ້ ໄດ້ແຍກອອກເປັນເອກະ ເທດ, ບໍ່ກ່ຽວກັບບັນຍາກາດທີ່ອຶກກະທຶກນຶກນັນຢູ່ເທສະບານ ໂກໂຕ, ເວລານັ່ງຢູ່ເທິງໂງ່ນຫີນ ອາດສາມາດໄດ້ຍິນສຽງ ຄື້ນ ທະເລ ພັດກະທົບໃສ່ໂ່ງນຫີນ ຢ່າງມີຊີວິດຊີວາ. ມາຍັງທີ່ນີ້ ຖືກ ກັບມື້ທີ່ມີອາກາດດີ, ຫຼາຍຄົນໃນຄະນະໄດ້ພາກັນລົງໄປ ອາບ ນໍ້າທະເລ. ໄວໜຸ່ມຫຼາຍ ຄົນກໍ່ເລືອກເອົາບັນດາຫາດຫີນ ທີ່ ສວຍງາມ ເພື່ອຖ່າຍຮູບພາບ ເກັບໄວ້ເປັນທີ່ລະລຶກ ເນື່ອງໃນ ໂອ ກາດໄດ້ມາທ່ຽວຫາດ ຫີນ ມ໋ອງຣົ່ງ, ໂກໂຕ.
 
ອ້າຍ ບັກ ໃຫ້ຮູ້ວ່າ ຫາດຫີນ ມ໋ອງຣົ່ງ ເປັນໜຶ່ງໃນບັນດາ ບ່ອນ ຊົມ ແສງອາລຸນວັນໃໝ່ ທີ່ແສນປະທັບໃຈທີ່ສຸດເທິງເກາະ ໂກ ໂຕ, ເຖິງວ່າ ຮູ້ສຶກເສຍດາຍ ຍ້ອນມານີ້ ໃນຕອນທ່ຽງ, ແຕ່ພວກ ຂ້າພະເຈົ້າຍັງຕັດສິນໃຈຍ່າງຂຶ້ນຈອມພູ. ພາຍໃຕ້ ແສງແດດ ທີ່ ກ້າ, ພວກຂ້າພະເຈົ້າຮູ້ສຶກເພິ່ງພໍໃຈ ເມື່ອເຫັນ ໄດ້ໝົດຄວາມ ສວຍສົດງົດງາມ ແລະ ຫວ່າງເວຫາທີ່ປອດໂປ່ງ ເທິງເກາະທາງ ຕາເວັນອອກ ຢູ່ແຂວງ ກວາງນິງ ແຫ່ງນີ້.
ບົດ:ເງິນຮ່າ - ພາບ: ກົງດາດ

ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະໄໝ ລາຊະວົງ ເລ

ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະໄໝ ລາຊະວົງ ເລ

ຫວ່າງ​ມໍ່ໆ ​ມາ​ນີ້, ຫໍພິພິທະ​ພັນ​ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ ​ວັດ​ຖຸ​ບູຮານ ​ແລະ ​ເອກະສານ​ກວ່າ 200 ​ຊຸດ ກ່ຽວ​ກັບ​ ຢາງ ຫວໍເຈື່ອງ ໃນ​ຫົວ​ຂໍ້​: “​ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະ ໄໝ ລາຊະວົງ ເລ”. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ໄດ້​ຊົມ​ໂຮງຮຽນມວຍ​ແຫ່ງ​ທຳ​ອິດ​ຂອງ ກຳແພງ ທັງລອງ ໃນເມື່ອກ່ອນ ດ້ວຍ​ຊຸດສະ​ສົມ​ ສົມບັດ ແຫ່ງ​ຊາດ ແລະ ອາວຸດ ສະໄໝ ລາຊະວົງ ​ເລ.

Top