• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ປະທັບໃຈ ຫາດຊາຍ ຊາວ ຝູ໋ກວກ

ຍ້ອນຄື້ນບໍ່ແຮງ ແລະ ນຳ້ໃສ ຕະຫຼອດປີ, ຫາດຊາຍ ຊາວ (ດາວ) ຕັ້ງຢູ່ທາງທິດໃຕ້ ຂອງເກາະ ຝູ໋ກວກ (ແຂວງ ກຽນຢາງ) ໄດ້ ເປັນທີ່ ຮູ້ຈັກວ່າ ເປັນໜຶ່ງ ໃນບັນດາ ຫາດຊາຍທະເລ ທີ່ສວຍງາມ ທີ່ສຸດ ຢູ່ຫວຽດນາມ. 
ຫາດຊາຍຊາວ ໄດ້ຊາວທ້ອງຖິ່ນທ່ີດຳລົງຊີວິດຢູ່ທີ່ນີ້ຕັ້ງຊື່ໃຫ້ ຍ້ອນ ວ່າ ກ່ອນໜ້ານີ້, ກ່ອນອັດສະດົງລົງແລງ ຈະມີ ປາດາວນັບຫຼາຍພັນ ໂຕ ປະກົດຕົວຢູ່ເທິງຫາດຊາຍ. ທ່າມກາງບັນຍາກາດ ທີ່ປອດໂປ່ງ ຍາມເຊົ້າຕູ່, ເຢັນສະບາຍ, ຍ່າງຕາມຫາດຊາຍແຄມທະເລ ເພື່ອ ຊົມແສງອາລຸນວັນໃໝ່ ສ່ອງລົງສູ່ໜ້ານໍ້າທະເລ, ຟັງສຽງຄື້ນທະເລ ກະທົບເຂົ້າໃສ່ຝັ່ງ, ສູດເອົາອາກາດທີ່ປອດໂປ່ງ ຂອງ ທະເລ  ເຮັດ ໃຫ້ນັກທ່ອງທ່ຽວ ຮູ້ສຶກສະບາຍ ຢ່າງໜ້າແປກປະຫຼາດ.

ຫາດຊາຍຊາວ ເປັນສູນລວມແຫ່ງຄວາມງາມ ຂອງ ຫາດຊາຍ ທະ ເລ, ນໍ້າທະເລທີ່ໃສເຢັນ, ຫາດຊາຍ ທີ່ອ່ອນນຸ້ມ ທອດຍາວສຸດສາຍ ຕາ ຢາກຈະມີທີ່ໃດ. ໃນຕອນເຊົ້າ ເມື່ອນໍ້າທະເລລົງ, ໜ້ານໍ້າທະເລ ງຽບສະຫງົບ ເຮັດໃຫ້ປາກົດຫາດຊາຍທອດຍາວ ຂາວຄືເສັ້ນໄໝ ແລະ ກໍ່ແມ່ນເວລາການເຄື່ອນໄຫວຢູ່ເທິງຝ່ັງຄຶກຄັກສຸດ.

ພາຍໃຕ້ຮົ່ມເຢັນຂອງແຖວຕົ້ນພ້າວ, ນັກທ່ອງທ່ຽວສາມາດ ເລືອກ ຊີມບັນດາເຍື່ອງອາຫານທະເລ ທີ່ສົດ ຫຼື ດື່ມຈອກ ນຳ້ເຢັນໆ ທ່າມ ກາງບັນຍາກາດຂອງແສງແດດ ແລະ ສາຍລົມ ທີ່ພັດໂຊຍ ມາຈາກ ທະເລ. ນອກຈາກນັ້ນ, ຢູ່ທີ່ນີ້, ມີບໍລິການ ກິລາທາງນໍ້າ ຫຼາຍຊະນິດ ເຊັ່ນ: ຂີ່ແຈ໋ສກີ, ເຮືອກະຍັກ, ກະດານໂຕ້ຄື້ນ ຊຶ່ງນັກທ່ອງທ່ຽວສາ ມາດຫາບໍລິການໄດ້ຢ່າງງ່າຍດາຍ.

 

ຄວາມງາມທີ່ຍັງເປັນທຳມະຊາດ ຂອງ ຫາດຊາຍຊາວ. ພາບ: ບ໋າຫງອກ


ພາຍໃຕ້ຮົ່ມເຢັນ ຂອງ ຕົ້ນພ້າວ ຢູ່ເທິງຫາດຊາຍທະເລ. ພາບ: ບ໋າຫງອກ


ຫາດຊາຍ ຊາວ ເປັນຈຸດນັດໝາຍທີ່ໜ້າອ່າວຄະນິງຫາ ສຳລັບນັກ ທ່ອງທ່ຽວ ຜູ້ນິຍົມມັກຕາກແດດ. ພາບ: ບ໋າຫງອກ


ຫາດຊາຍຊາວ ມີນໍ້າທີ່ໃສເຢັນ ເປັນສີຄາມ, ເຮັດໃຫ້ຮູ້ສຶກສະ ຫວາດສະເຫວີຍ, ງຽບສະຫງົບແກ່ນັກທ່ອງທ່ຽວ. ພາບ: ບ໋າຫງອກ


ສິ່ງທີ່ຍອດຍິ່ງສຸດ ຢູ່ທີ່ນີ້ສຳລັບນັກທ່ອງທ່ຽວ ແມ່ນໄດ້ເທື້ອງ ເທິງ ເກົ້າອີ້ ແລະ ຊົມທິວທັດທະເລກວ້າງສຸດຂອບຟ້າທີ່ງຽບສະຫງົບ.
ນັກທ່ອງທ່ຽວ ຍ່າງຫຼິ້ນ ແຄມທະເລ ຊອກຫາຫອຍ ປູ ແລະ ສັດ ທະເລນ້ອຍອື່ນ. ພາບ: ບ໋າຫງອກ



ຝັ່ງທະເລ ຊາວ ມີຄວາມຍາວເຖິງ 7 ກິໂລແມັດ ທີ່ເຕັມໄປ ດ້ວຍ ຊາຍຂາວ, ໄດ້ນັກທ່ອງທ່ຽວສາກົນ ຮັບຮອງວ່າ ສວຍງາມ ທີ່ສຸດ ຢູ່ຫວຽດນາມ
ແລະ ອາຊີຕາເວັນອອກສ່ຽງໃຕ້. ພາບ: ບ໋າຫງອກ



ນັກທ່ອງທ່ຽວ ຍ່າງຫຼິ້ນ ຢູ່ເທິງ ຫາດຊາຍຂາວ ທີ່ອ່ອນນິ້ມເທິງເກາະ. ພາບ: ບ໋າຫງອກ


ຫາດຊາຍ ຊາວ ມີຊື່ສຽງວ່າ ມີຫາດຊາຍຂາວ ແລະ ສະອາດສຸດ. ຊາຍຂາວ ສຳຜັດກັບແສງແດດ ເຮັດໃຫ້ນັກທ່ອງທ່ຽວຮູ້ສຶກແປກໃໝ່
ກັບດິນແດນແຫ່ງນີ້. ພາບ: ເລມິນ



ບັນດາ resort ໃນເຂດນັກທ່ອງທ່ຽວໃຫ້ບໍລິການເຊົ່າ ແຈ໊ສກີ, ເຮືອກາຍັກ ໃນລາຄາ 100.000 ດົ່ງ/ຊົ່ວໂມງ. ພາບ: ເລມິນ




ບັນດາການເຄື່ອນໄຫວກິລາ ທາງນໍ້າ ຢູ່ ຫາດຊາຍ ຊາວ. ພາບ: ເລມິນ







ມາຍັງ ຫາດຊາຍ ຊາວ, ນັກທ່ອງທ່ຽວຈະໄດ້ຊີມລົດຊາດ ບັນດາ ລາຍການອາຫານທະເລທີ່ສົດແຊບ
ໂດຍຊາວປະມົງ ຢູ່ເກາະ ຝູ໋ກວກ ຈັບ ຫາມາ. ພາບ: ບ໋າຫງອກ
ບົດ: ບ໋າຫງອກ - ພາບ: ເລມິນ-ບ໋າຫງອກ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top