• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ປະທັບໃຈ ປ່າຈາກ ເກີມແທງ

ຢູ່ຕິດກັບມໍລະດົກວັດທະນະທຳ ໂລກ ຖະໜົນເກົ່າ ໂຮ້ຍອານ ແລະ ເຂດອະນຸລັກລະບົບນິເວດ ສຳລັບສິ່ງມີຊີວິດ ຂອງ ໂລກ ກູ່ລາວຈ່າມ, ປ່າຈາກ ເກີມແທງ ເປັນ ແຫຼ່ງທ່ອງ ທ່ຽວທີ່ ດຶງ ດູດ ນັກທ່ອງທ່ຽວ ມາທ່ຽວຊົມ ເປັນຈຳນວນ ຫຼາຍພໍສົມຄວນ. 
ຫ່າງຈາກຖະໜົນເກົ່າ ໂຮ້ຍອານ ປະມານ 3 ກິໂລແມັດ, ປ່າຈາກ ເກີມແທງ ທີ່ກວ້າງໃຫຍ່ ຄ້າຍຄືພາກຕາເວັນຕົກຂອງ ພາກໃຕ້ ໄດ້ຫຍໍ້ສ່ວນເຂົ້າ. ມັນຕ່າງຢູ່ບ່ອນວ່າ ຢູ່ພາກຕາເວັນຕົກ ເຂົາເຈົ້າ ໄປເຂົ້າປ່າ ດ້ວຍ ເຮືອພາຍ ນ້ອຍ, ແຕ່ຢູ່ ເກີມແທງ ເຂົາເຈົ້າ ໄປ ເຂົ້າ ປ່າ ດ້ວຍ ເຮືອ ກະຈາດ.
 
ຊາວບ້ານຢູ່ທີ່ນີ້ ໃຫ້ຮູ້ວ່າ ປ່າຈາກ ແຫ່ງນີ້ ມີມາກ່ອນໜ້ານີ້ກວ່າ 200 ປີແລ້ວ. ປ່າຈາກ ຢູ່ທີ່ນີ້ແມ່ນ ຂອງ ຊາວພາກຕາເວັນຕົກ ສ່ຽງໃຕ້ເອົາມາປູກໃນເວລາຍ້າຍ ຄົວມາ ສ້າງຊີວິດໃໝ່ຢູ່ ເກີມ ແທງ. ໄລຍະທຳອິດ, ເຂດປ່າຈາກ ກວ້າງ ພຽງ ແຕ່ 7 ເຮັກຕາ ເທົ່ານັ້ນ, ແຕ່ມາເຖິງ ປະຈຸບັນ, ເຂດປ່າຈາກ ແຫ່ງນີ້ ຂະຫຍາຍ ອອກກວ້າງເຖິງ ກວ່າ 100 ເຮັກຕາ.



ຊາວປະມົງສະແດງເຕັກນິກການພາຍເຮືອກະຈາດ ຮັບໃຊ້ ນັກ ທ່ອງທ່ຽວໄປຢ້ຽມຊົມ
ໝູ່ບ້ານປູກປ່າຈາກ ເກີມແທງ. ພາບ: ເຕິດເຊີນ



ນັກທ່ອງທ່ຽວໄປຢ້ຽມຊົມໝູ່ບ້ານປູກປ່າຈາກ ເກີມແທງ ດ້ວຍ ເຮືອກະຈາດ. ພາບ: ເຕິດເຊີນ

 

ໝູ່ບ້ານປູກປ່າຈາກ ເກີມແທງ ເປັນແຫຼ່ງທ່ອງທ່ຽວ ທີ່ປະທັບໃຈ ສຳລັບນັກທ່ອງທ່ຽວເມື່ອມາຢ້ຽມຢາມ
ຖະໜົນເກົ່າ ໂຮ້ຍອານ. ພາບ: ເຕິດເຊີນ



ນັກທ່ອງທ່ຽວ ພ້ອມກັບຊາວທ້ອງຖິ່ນ ໄປຕຶກກະປູ. ພາບ: ກົງດາດ


ເຂດປ່າຈາກ ແຫ່ງນີ້ ມີເນື້ອທີ່ກວ້າງກວ່າ 100 ເຮັກຕາ. ພາບ: ກົງດາດ

ເປັນເວລາຫຼາຍເຊັ່ນຄົນມາແລ້ວ, ເຂດປ່າຈາກ ໄດ້ປົກປ້ອງໃຫ້ຊາວບ້ານ ເກີມແທກ ຫຼຸດ ພົ້ນຈາກການທຳລາຍຂອງ ຄື້ນທະເລ ທີ່ພັດ ເຂົ້າມາຈາກທະເລ ເກືອດ້າຍ, ປະຈຸບັນ, ມັນຍັງເປັນກຳ ແພງ ທີ່ ອະນຸລັກລະບົບນິເວດ ສຳລັບສິ່ງມີຊີວິດ ຂອງ ໂລກ ກູ່ລາວຈ່າມ ແລະ ເປັນທີ່ຢູ່ອາໄສຂອງສັດນຳ້ ຫຼາຍຊະນິດ.
 
ພຽງແຕ່ 150.000 ດົ່ງ, ນັກທ່ອງທ່ຽວສາມາດເຊົ່າເຮືອກະຈາດໜຶ່ງລຳ ບັນທຸກໄດ້ 2 ຄົນເພື່ອໄປທ່ຽວຊົມທັດສະນີຍະພາບທີ່ສວຍງາມຂອງເຂດປ່າຈາກ. ຜູ້ພາຍເຮືອເປັນຊາວ ທ້ອງຖິ່ນ, ເຂົາ ເຈົ້າເປັນຊາວປະມົງ, ນິໄສໃຈດີ, ມີຄວາມ ຮັກ ແພງແຂກ.
 
ສຳລັບເວລາ 2 ຊົ່ວໂມງທີ່ນັ່ງເທິງເຮືອກະຈາດ, ນັກທ່ອງທ່ຽວສາ ມາດທ່ຽວຊົມທັດສະນີຍະພາບທີ່ສວຍງາມຂອງ ເຂດປ່າຈາກ, ຈະໄດ້ຮັບຟັງບັນດາທຳນອງເພງທີ່ອ່ອນຊ້ອຍ ຂອງ ຊາວ ກວາງ ນາມ, ຈະໄດ້ຮັບຊົມວິທີການຫາປາຂອງຊາວ ປະມົງ ຢູ່ທີນີ້, ພິເສດແມ່ນໄດ້ຮັບຊົມລາຍການສະແດງພາຍເຮືອກະຈາດ.
 
ອ້າຍ ໂດ໋ວັນຕຽນ, ສະມາຊິກຄົນໜຶ່ງຂອງທີມງານພາຍເຮືອ ກະ ຈາດ ຢູ່ ເກີມແທງ ໃຫ້ຮູ້ວ່າ ທົ່ວບ້ານ ວ້ານລັງ ມີເຮືອກະຈາດ ທັງ ໝົດ 300 ລຳ, ນັກທ່ອງທ່ຽວມານີ້ ສ່ວນຫຼາຍມາຈາກ ສ ເກົາຫຼີ, ສປ ຈີນ ແລະ ປະເທດ ເອີຣົບ ຈຳນວນໜ່ຶງ. ເກີມແທງ ດຶງດູດ ນັກທ່ອງທ່ຽວດ້ວຍເຂດປ່າຈາກ, ການບໍລິການທ່ອງ ທ່ຽວທີ່ຈັບ ໃຈ ແລະ ແປກໃໝ່. 



ຜູ້ພາຍເຮືອຜະລິດສັດຫຼາຍໂຕຈາກໃບຈາກ ເພື່ອຕ້ອນ ນັກທ່ອງ ທ່ຽວ. ພາບ: ກົງດາດ


ນ້ອງນ້ອຍຄົນໜຶ່ງສະແດງຄວາມດີໃຈເມື່ອໄດ້ຮັບເຄື່ອງຫຼິ້ນທີ່ເຮັດດ້ວຍໃບຈາກ
ຈາກຊາວບ້ານຢູ່ທີ່ນີ້. ພາບ: ເຕິດເຊີນ



ມາຢ້ຽມຊົມປ່າຈາກ ເກີມແທງ, ນັກທ່ອງທ່ຽວຈະເຫັນຊາວ ທ້ອງຖິ່ນຫາສິນໃນນຳ້
ຕາມວິທີ ຫາປາແບບພື້ນບ້ານ. ພາບ: ກົງດາດ



ນັກທ່ອງທ່ຽວຈະໄດ້ຮັບການແນະນຳວິທີການຈັບຫາສິນໃນນຳ້
ຈາກຊາວປະມົງຢູ່ທີ່ນີ້. ພາບ: ກົງດາດ

ຫຼັງຈາກການຢ້ຽມຊົມເຂດປ່າຈາກ ເກີມແທງ, ນັກທ່ອງທ່ຽວຍັງ ສາມາດ ນັ່ງດື່ມນຳ້ໝາກພ້າວທີ່ຫອມແຊບ ແລະ ຊົມເບິ່ງຄວາມ ສວຍສົດງົດງາມຂອງເຂດແມ່ນຳ້ລຳເຊ ເຕັມໄປດ້ວຍປ່າຈາກ ທີ່ກວ້າງໃຫຍ່ໄພສານ. ຄວາມຮູ້ສຶກຫງຽບສະຫງົບສຸກນີ້ ເຮັດໃຫ້ ນັກທ່ອງທ່ຽວບໍ່ ຢາກຈາກໄປ ແລະ ເຕືອນຕົນເອງວ່າ ຖ້າມີ ໂອ ກາດ ຈະຕ້ອງດັບມາໂຮ້ຍອານ ເພື່ອຢ້ຽມຊົມເຂດປ່າຈາກ ເກີມ ແທງ ອີກຄັ້ງໜຶ່ງ.
ບົດ ແລະ ພາບ: ເຕິດເຊີນ, ກົງດາດ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top