• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ປະທັບໃຈ ຕາມຫາຍ

ເຖິງວ່າ ແສງແດດຂອງລະດູຮ້ອນຢູ່ພາກກາງ ໄດ້ເຮັດໃຫ້ ທຸກຄົນຮູ້ສຶກຮ້ອນເອົ້າ ແລະ ຫາຍໃຈຍາກ, ແຕ່ຢູ່ເຂດທະເລ ຕາມຫາຍ, ເກາະໜ່ວຍໜຶ່ງຂຶ້ນກັບແຂວງ ກວາງນາມ, ອາກາດຍັງເຢັນດີ. ຕາມຫາຍ ໃນລະດູຮ້ອນ ມີຄວາມສວຍສົດງົດງາມ ແລະ ສະຫງົບສຸກ, ສິ່ງດັ່ງກ້າວໄດ້ສະແດງອອກຜ່ານບັນດາແຖວຕົ້ນໝາກພ້າວ, ໂງ່ນຫີນທີ່ຖືກປົກຫຸ້ມດ້ວຍໄຄ ແລະ ຮ່ອມບ້ານຫຼາຍຮ່ອມທີ່ເຕັມໄປດ້ວຍຄວາມສະຫງົບງຽບ.
ແຕ່ນະຄອນ ດ່າໜັງ, ຕາມເສັ້ນທາງແຄມຝັ່ງທະເລ ໄປຫາ ແຂວງ ກວາງນາມ , ພວກຂ້າພະເຈົ້າຂີ່ລົດຈັກຂ້າມຂົວ ເກືອດ້າຍ, ເຂົ້າໄປຫາບ້ານ ຕາມແທງ, ແລ້ວລ້ຽວຂວາ ຈຶ່ງໄປຮອດເກາະ ຕາມຫາຍ. 

ຕາມຫາຍ ຫ່າງຈາກນະຄອນ ດ່າໜັງ ເກືອບ 100 ກິໂລແມັດ, ຫ່າງຈາກຖະໜົນເກ່ົາ ໂຮ້ຍອານ ປະມານ 70 ກິໂລແມັດ ແລະ ຫ່າງຈາກນະຄອນ ຕາມກີ່ ປະມານ 40 ກິໂລແມັດ. ແຕ່ບັນດາ ຈຸດດັ່ງກ່າວ, ນັກທ່ອງທ່ຽວສາມາດຂີ່ລົດຈັກໄປຫາ ຕາມຫາຍ. ເພື່ອອອກໄປຫາເກາະ, ນັກທ່ອງທ່ຽວສາມາດຂີ່ເຮືອຈັກ ແຕ່
ຕາແສງ ຕາມຕຽນ ຫຼື ຂີ່ເຮືອບັກ ແຕ່ແມ່ນຳ້ ກີ່ຮ່າ.
ຕາມຫາຍ ແມ່ນເກາະໜ່ວຍໜຶ່ງ ແຍກອອກຕ່າງຫາກກັບ ດິນຕໍ່ແຜ່ນ. ຖ້າເບິ່ງເທິງແຜນທີ່, ຕາມຫາຍ ຄືປາວານໂຕໜຶ່ງພວມລອຍເຂົ້າມາຈາກທະເລ, ຫາງຂອງມັນແມ່ນແກ້ງຫີນ ບ່ານທານ.

ພວກເຮົາສາມາດໄປຫາ ຕາມຫາຍ ດ້ວຍເຮືອບັກ ຫຼື ເຮືອນ້ອຍ. ອາດຈະແມ່ນຍ້ອນເງື່ອນໄຂການໄປມາ ຍັງບໍ່ທັນມີຄວາມສະດວກ ແລະ ຫ່າງໄກກັບດິນຕໍ່ແຜ່ນ, ເພາະສະນັ້ນ ຕາມຫາຍ ຍັງຮັກສາໄດ້ຄວາມປະຖົມປະຖານ, ຄວາມຈັບໃຈຂອງໝູ່ບ້ານແຫ່ງໜຶ່ງຢູ່ເທິງເກາະ.

ຊາວບ້ານ ຕາມຫາຍ ມີຄວາມຮັກມັກກັບການຮ້ອງເພງ bolero ແລະ ມີສຽງຮ້ອງມ່ວນທີ່ສຸດຢູ່ເຂດ ກວາງນາມ. ອາດຈະແມ່ນຍ້ອນແນວນັ້ນ, ເວລາທີ່ມາຢາມທີ່ນີ້, ພວກເຮົາ ສາມາດພົບເຫັນໄວໜຸ່ມຈຳນວນໜຶ່ງນັ່ງກິນເຫຼົ້າ ແລະ ຮ້ອງ ເພງ bolero ກັບກີຕາ ໜ່ວຍໜຶ່ງທີ່ເກົ່າແກ່.

ຕາມຫາຍ ບໍ່ພຽງແຕ່ຈັບໃຈນັກທ່ອງທ່ຽວດ້ວຍສຽງເພງ bolero ເທົ່ານັ້ນ, ຫາກຍັງດ້ວຍທັດສະນີຍະພາບທີ່ສວຍສົດງົດງາມຂອງໝູ່ບ້ານທະເລແຫ່ງໜຶ່ງ ອີກດ້ວຍ. ມາຢາມບ້ານຂອງຊາວປະມົງຢູ່ທີ່ນີ້, ນັກທ່ອງທ່ຽວຈະຮັບຮູ້ໄດ້ວ່າ ຢູ່ໝູ່ບ້ານທະເລແຫ່ງນີ້ຍັງມີບ່ອນທີ່ສວຍງາມເໝືອນກັບຮູບພາບທຳມະຊາດແຜ່ນໜຶ່ງທີ່ຫຼາກຫຼາຍສີສັນ.

ໄປຕາມບັນດາເສັ້ນທາງບ້ານຫຼາຍສາຍ, ຮ່ອມບ້ານ, ຫາດຊາຍທະເລຫຼາຍແຫ່ງ... ພວກເຮົາຈະພົບເຫັນຮູບພາບ ຫຼາຍແຜ່ນດ້ວຍຂະໜາດໃຫຍ່ ໄດ້ນັກສຶກສາທີ່ມາແຕ່ ດ່າໜັງ ແຕ້ມດ້ວຍຄວາມຄ່ອງແຄ້ວ, ດຸນດ່ຽງປະສົມປະສານກັບ ພາບພົດລວມ, ເຮັດໃຫ້ ຕາມຫາຍ ກາຍເປັນຫໍພິພິດທະພັນ ສິລະປະກຳຫຼັງໜຶ່ງຂອງສີສັນ, ແຕ່ຍັງຮັກສາໄດ້ຄວາມລຽບງ່າຍຂອງໝູ່ບ້ານທະເລແຫ່ງໜຶ່ງ. 



ຄວາມສະຫງົບສຸກທີ່ໝູ່ບ້ານຂອງຊາວປະມົງ ຢູ່ ຕາມຫາຍ ໄດ້ສະແດງອອກຜ່ານຮູບພາບແຜ່ນໜຶ່ງ
ທີ່ແຕ້ມກ່ຽວກັບອາຊີບຫາປາ. ພາບ: ແທງຮວ່າ



ໝູ່ບ້ານແຕ້ມຮູບໃສ່ຝາ ໄດ້ເຮັດໃຫ້ ຊີວິດດ້ານວັດທະນະທຳ ຂອງປະຊາຊົນຢູ່ເກາະ ຕາມຫາຍ
ຊຶ່ງມີຊີວິດຊີວາກວ່າ. ພາບ: ແທງຮວ່າ



ສິລະປະການແຕ້ມຮູບໃສ່ຝາ ໄດ້ເຮັດໃຫ້ປ່ອງຢ້ຽມຂອງເຮືອນ ຫຼັງໜຶ່ງ
ມີຄວາມສວຍງາມເໝືອນກັບຮູບພາບແຜ່ນໜຶ່ງ. ພາບ: ແທງຮວ່າ



ຄວາມສະຫງົບສຸກຢູ່ເທິງເກາະ ຕາມຫາຍ ໄດ້ສະແດງອອກ
ຜ່ານສີສັນຂອງສິລະປະການແຕ້ມຮູບໃສ່ຝາ. ພາບ: ແທງຮວ່າ



ເຮືອນຄົວໃນຄອບຄົວໜຶ່ງ ໄດ້ປະດັບປະດາ ດ້ວຍຮູບແຕ້ມຕົ້ນໝາກພ້າວ. ພາບ: ແທງຮວ່າ


ເຮືອນຫຼັງໜຶ່ງ ໄດ້ປະດັບປະດາດ້ວຍຮູບໂຕປາໄນ ທີ່ແຕ້ມຕາມ
ແບບແຜນຂອງສິລະປະ ຍີ່ປຸ່ນ. ພາບ: ແທງຮວ່າ



ເຮືອນນ້ອຍຫຼາຍຫຼັງ ໄດ້ຮັບການປະດັບປະດາ ດ້ວຍ ສິລະປະການແຕ້ມຮູບໃສ່ຝາ. ພາບ: ແທງຮວ່າ


ເຮືອນຫຼັງໜຶ່ງ ໄດ້ປະດັບປະດາດ້ວຍສີສັນທີ່ສົດໃສ, ຈັບຕາ. ພາບ: ແທງຮວ່າ

ຄວາມຂີ້ເຮິຂີ້ຮ້າຍເທິງກຳແພງ, ປະຕູ, ຮົ້ວສວນ, ແຖວຕົ້ນໝາກພ້າວໃນເມື່ອກ່ອນ, ປັດຈຸບັນໄດ້ກາຍເປັນບັນດາ ບົດປະພັນສິລະປະທີ່ມີຫົວຂໍ້ກ່ຽວກັບລົມຫາຍໃຈໃນຊີວິດການເປັນຢູ່ຂອງຊາວປະມົງ. ຮູບພາບບາງແຜ່ນໄດ້ແຕ້ມຕາມແບບທັນສະໄໝດ້ວຍສີສັນທີ່ງ່າຍດາຍ ແລະ ກົງກັນຂ້າມກັນ, ເບິ່ງຄ້າຍຄືຮູບພາບນາມະມຳ.

ອ້າຍ ຕາມວັນ, ເຈົ້າຂອງເຮືອນຫຼັງໜຶ່ງຢູ່ເທິງເກາະ ທີ່ພວກຂ້າ ພະເຈົ້າມາຂໍໄດ້ນອນນຳຄືນໜຶ່ງໃຫ້ຮູ້ວ່າ ແຕ່ກ່ອນ ບັນຍາກາດຢູ່ເທິງເກາະກໍ່ງຽບເຫງົາ, ເຮືອນຊານບ້ານຊ່ອງກໍ່ຕົບແຕ່ງ ແບບທຳມະດາ ຍ້ອນຊາວປະມົງອອກໄປຫາປາຢູ່ກາງທະເລ ຕະຫຼອດເວລາ. ຫຼັງຈາກທີ່ມີພວກນັກສຶກສາມາສ້າງພາບ, ຕົບແຕ່ງຊ່ວຍເຮັດໃຫ້ເຮືອນຊານບ້ານຊ່ອງມີຄວາມສວຍງາມ, ມ່ວນຊື່ນກວ່າເກົ່າ, ມີຈຳນວນນັກທ່ອງທ່ຽວມາຢ້ຽມຢາມ ຫຼາຍກວ່າ.

ທະເລ ຕາມຫາຍ ມີຄວາມສວຍສົດງົດງາມ ແລະ ສະຫງົບງຽບກວ່າໃນລະດູຮ້ອນ. ບັນດາເຂດທ່ອງທ່ຽວຄື ແກ້ງຫີນ ບ່ານທານ, ຊາຍຫາດທະເລ ບັກ, ຊາຍຫາດທະເລ ນົ່ມ, ເກາະ ມາງ, ເກາະ ເຢືອ... ມີທິວທັດທຳມະຊາດແບບປະຖົມປະຖານແຕ່ເຕັມໄປດ້ວຍສວຍສົດງົດງາມ.ພາຍໃຕ້ແສງແດດທີ່ເຫຼືອງ ເຫຼືອມ ແລະ ນຳ້ທະເລທີ່ໃສສະອາດ, ແກ້ງຫີນ ບ່ານທານ, ຫາດຫີນທີ່ເກົ່າແກ່ ແລະ ເປັນພູມພາບອັນໜ້າຊົມທີ່ສຸດຂອງ ຕາມຫາຍ ມີຄວາມສວຍສົດງົດງາມແບບຕ່າງປະຫຼາດ.
 
ແກ້ງຫີນ ບ່ານທານ ຍາວປະມານ 1 ກິໂລແມັດ. ຜ່ານການເວລາ ແລະ ການຜັນແປ, ທຳລາຍຂອງທຳມະຊາດ, ບັນດາຊັ້ນຫີນທີ່ມີສີດຳຄືຖ່ານ ໄດ້ກາຍເປັນບັນດາຮອຍພັບຂາດ ແລະ ຫັກດ້ວຍຮູບຊົງທີ່ຕ່າງປະຫຼາດ. ພິເສດ, ໃນລະດູຮ້ອນ, ໄຄທະເລປົ່ງຂຶ້ນຢ່າງຂຽວໃສສ່ອງ, ປົກຫຸ້ມໂພນຫີນຫຼາຍໜ່ວຍ, ສ້າງເປັນພູມພາບສວຍສົດງົດງາມທີ່ຫາໄດ້ຍາກ. 



ຕາມຫາຍ ແມ່ນຕາແສງແຫ່ງໜຶ່ງຢູ່ເທິງເກາະ ຂອງແຂວງ ກວາງນາມ,
ປະຊາຊົນສ່ວນຫຼາຍໄດ້ທຳອາຊີບຫາປາ. ພາບ: ແທງຮວ່າ



ຄວາມສວຍສົດງົດງາມ ແລະ ສະຫງົບສຸກຂອງ ຕາມຫາຍ ໄດ້ສະແດງອອກຜ່ານ ແກ້ງຫີນຫຼາຍແຫ່ງ
ແລະ ເຂດປ່າຕົ້ນໝາກພ້າວທີ່ກວ້າງໃຫຍ່ໄພສານ.  ພາບ: ແທງຮວ່າ



ຜ່ານຫົວຄິດປະດິດສ້າງຂອງບັນດານັກແຕ້ມ, ເຂດປ່າໝາກພ້າວ ໄດ້ກາຍເປັນພາບແຕ້ມທຳມະຊາດ
ແຜ່ນໜຶ່ງທີ່ຫຼາກຫຼາຍສີສັນ, ກາຍເປັນບ່ອນທ່ງອທ່ຽວທີ່ຈັບໃຈ

ສຳລັບປະຊາຊົນ ແລະ ນັກທ່ອງທ່ຽວ. ພາບ: ແທງຮວ່າ


ໃນລະດູຮ້ອນ, ແກ້ງຫີນຫຼາຍແຫ່ງຢູ່ແຄມທະເລ ຕາມຫາຍ ຖືກປົກຫຸ້ມດ້ວຍໄຄທະເລທີ່ຂຽວງາມ. ພາບ: ແທງຮວ່າ


ຜ່ານການເວລາ, ການປະດິດສ້າງຂອງພູຫີນ ແລະ ການທຳລາຍຂອງຟອງນຳ້ທະເລ ໄດ້ເຮັດໃຫ້ແກ້ງຫີນຫຼາຍແຫ່ງ
ຢູ່ທີ່ນີ້ ມີຄວາມສຸດທີ່ສວຍງາມ. ພາບ: ແທງຮວ່າ



ຄວາມໃຫຍ່ໂຕມະໂຫຖານ, ປະຖົມປະຖານຂອງ ພູຜາປ່າດົງ, ແກ້ງຫີນ ແລະ ທະເລ
ແມ່ນຄວາມງາມແບບເລິກລັບ ຂອງຕາແສງຢູ່ເທິງເກາະ ຕາມຫາຍ. ພາບ: ແທງຮວ່າ

ເວລາມາຢ້ຽມຢາມແກ້ງກີນ ບ່ານທານ, ຖ້າຫາກວ່າ ນັກທ່ອງທ່ຽວພະຍາຍາມອອກໄປຫາບ່ອນໄກທີ່ສຸດ, ແມ່ນບ່ອນເປັນຫາງຂອງ “ໂຕປາວານ ຕາມຫາຍ”, ຈະໄດ້ເຫັນກັບຕາຄວາມໃຫຍ່ໂຕມະໂຫຖານຂອງພູຜາປ່າດົງ ແລະ ທະເລກວ້າງໃຫຍ່ ໄພສານ. ຢູ່ທີ່ນີ້ ມີເກາະ ອົງດຸ້ນ, ໂພນຫີນສູງກວ່າໝູ່ ມີຮູບຊົງຄືຫົວຂອງນົກຄຸດໂຕໜຶ່ງ ພວມບືນອອກ ສູ່ທະເລ. ໜ້າເສຍດາຍແມ່ນສະພາບການນຳ້ທະເລຂຶ້ນສູງໄຂຂຶ້ນມາເປັນເວລາຫຼາຍປີ, ຫົວຂອງໂຕນົກຄຸດຖືກຟອງທະເລຕີພັງລົງເມື່ອປີ 2016. ແຕ່ໃນປັດຈຸບັນ, ຢູ່ເກາະ ອົງດຸ້ນ ຍັງມີໂງ່ນຫີນໃຫຍ່ຫຼາຍໂງ່ນທີ່ສວຍສົດງົດງາມ.

ປະຈຸບັນ, ບັນດາບໍລິການ ແລະ ການເຄື່ອນໄຫວດ້ານ ທ່ອງທ່ຽວຢູ່ ຕາມຫາຍ ຍັງບໍ່ທັນມີຫຼາຍ, ແຕ່ຕາມຄວາມ ສັງເກດຂອງນັກທ່ອງທ່ຽວ ແລະ ການຕີລາຄາຂອງນັກລົງທຶນ ດ້ານການທ່ອງທ່ຽວ,ຕາມຫາຍ ແມ່ນແກ້ວມະນີສີດຳທີ່ຫາຍາກຂອງ ກວາງນາມ. ຖ້າໄດ້ຮັບການລົງທຶນຢ່າງຖືກຕ້ອງ, ຕາມຫາຍ ຈະເປັນຈຸດທ່ອງທ່ຽວທີ່ຍາກຈະລືມໄປໄດ້ສຳລັບນັກທ່ອງທ່ຽວຜູ້ທີ່ຢາກໄປຄົ້ນຫາບັນດາ ມໍລະດົກ ຂອງເຂດພາກກາງ. 

ປະຈຸບັນ, ຕາມຫາຍ ບໍ່ມີໂຮງແຮມ ຫຼື ເຮືອນພັກ, ມີແຕ່ resort ແຫ່ງດຽວແມ່ນ resort  Le Domaine DeTam Hai ນອນຢູ່ແຄມຝັ່ງທະເລ ຕາມທິດຕາເວັນຕົກ. ແຕ່ເວລາທີ່ມານີ້, ນັກທ່ອງທ່ຽວກໍ່ສາມາດ ມາຂໍພັກນຳຊາວທ້ອງຖິ່ນທີ່ອາໄສຢູ່ເທິງເກາະ. 
 
ບົດ ແລະ ພາບ: ແທງຮວ່າ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top