• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຕິບັດສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບຕ້ານການທຸບຕີທໍລະມານ

      ເພື່ອກະກຽມເປັນຢ່າງດີທີ່ສຸດໃຫ້ການປ້ອງກັນບົດລາຍງານລະດັບຊາດຄັ້ງທີ 1 ຂອງ ຫວຽດນາມ ກ່ຽວກັບການປະຕິບັດສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບຕ້ານການທຸບຕີທໍລະມານຢູ່ ເຊີແນວ ປະເທດ ສະວິດ ໃນເດືອນ ພະຈິກ 2018,

ກອງປະຊຸມສຳມະນາປຶກສາຫາລືກ່ຽວກັບສຳເນົາເອກະສານປ້ອງກັນບົດລາຍງານ
ລະດັບຊາດຄັ້ງທີ 1 ຂອງ ຫວຽດນາມ (ພາບ: VGP)
      ໃນລະຫວ່າງວັນທີ 15 – 16 ຕຸລາ 2018 ຢູ່ ຮ່າໂນ້ຍ, ອົງການສະຫະປະຊາຊາດເພື່ອການພັດທະນາຢູ່ ຫວຽດນາມ ໄດ້ສົມທົບກັບກະຊວງຕຳຫລວດ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາປຶກສາຫາລືກ່ຽວກັບສຳເນົາເອກະສານປ້ອງກັນບົດລາຍງານລະດັບຊາດຄັ້ງທີ 1 ຂອງ ຫວຽດນາມ ກ່ຽວກັບການປະຕິບັດສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບຕ້ານການທຸບຕີທໍລະມານ.
       ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນ ຫວຽດນາມ ແລະ ສາກົນໄດ້ປະກອບສ່ວນຄຳເຫັນໃສ່ໂຄງປະກອບ, ເນື້ອໃນ, ບັນດາຂໍ້ມູນຂ່າວສານທີ່ຄວນນຳສະເໜີໃນບົດກ່າວຄຳເຫັນຂອງຫົວໜ້າຄະນະປະຕິບັດງານລະຫວ່າງຂະແໜງຂອງ ຫວຽດນາມ  ຕໍ່ຄະນະກຳມະການຕ້ານການທຸບຕີທໍລະມານຂອງສະຫະປະຊາຊາດ. ບັນດາຄຳເຫັນກໍ່ປະກອບສ່ວນເຂົ້າບັນດາເນື້ອໃນທີ່ຄາດວ່າ ຄວນມີຄຳຕອບຂອງຄະນະກຳມະການກ່ຽວຂ້ອງເຖິງວິວັດການປະຕິບັດສົນທິສັນຍາ ແນໃສ່ສຳເລັດສຳເນົາເອກະສານປ້ອງກັນບົດລາຍງານຂອງ ຫວຽດນາມ.
       ພາຍຫລັງສິ້ນສຸດກອງປະຊຸມສຳມະນາ, ວາລະປ້ອງກັນທົດລອງໄດ້ດຳເນີນໄປ ດ້ວຍການເຂົ້າຮ່ວມຂອງຜູ້ແທນ 45 ທ່ານ ເຊິ່ງເປັນສະມາຊິກຄະນະປະຕິບັດງານລະຫວ່າງຂະແໜງ ແລະ ໜ່ວຍງານເລຂາປ້ອງກັນບົດລາຍງານລະດັບຊາດຄັ້ງທີ 1 ຂອງ ຫວຽດນາມ ແລະ ນັກຊ່ຽວຊານສາກົນ, ນັກວິຊາການຂອງອົງການສະຫະປະຊາຊາດເພື່ອການພັດທະນາຢູ່ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top