• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຕິບັດນໍ້າໃຈເຄົາລົບກົດໝາຍໄດ້ເປັນຢ່າງດີ ຈະຈໍາກັດສະພາບການຮ້ອງທຸກ, ກ່າວຟ້ອງ

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມ ຄັ້ງທີ 37 ຂອງຄະນະປະຈໍາສະພາແຫ່ງຊາດ, ວັນທີ 11 ກັນຍາ, ຄະນະປະຈໍາສະພາແຫ່ງຊາດຫວຽດນາມ ໄດ້ປະກອບຄໍາເຫັນໃສ່ບັນດາບົດລາຍງານຂອງລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບວຽກງານແກ້ໄຂການຮ້ອງທຸກ, ກ່າວຟ້ອງໃນປີ 2019.
ຕາມບັນດາບົດລາຍງານ ໂດຍການນໍາກວດກາລັດຖະບານແລ້ວ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ໄດ້ສະເໜີມານັ້ນ, ສະພາບການແກ້ໄຂການຮ້ອງທຸກ, ກ່າວຟ້ອງປີ 2019 ໄດ້ມີການຜັນປ່ຽນຕາມທິດຕັ້ງໜ້າ, ລື່ນກ່າຍຄາດໝາຍທີ່ໄດ້ວາງອອກ, ແກ້ໄຂຢ່າງທັນການ ແລະ ມີປະສິດທິຜົນຖືກຕ້ອງຕາມຂໍ້ກໍານົດ, ກົດໝາຍຫຼາຍກວ່າ 85% ຄະດີຮ້ອງທຸກ, ກ່າວຟ້ອງທີ່ຂຶ້ນກັບສິດອໍານາດ.

ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ (ພາບ: TTXVN)

ທີ່ວາລະປະຊຸມ, ຜູ້ແທນຫຼາຍຄົນ ໄດ້ສະແດງຄວາມເຫັນດີເຫັນພ້ອມຕໍ່ບົດລາຍງານຂອງລັດຖະບານ, ບົດລາຍງານກວດກາຢັ້ງຢືນຂອງກໍາມາທິການກົດໝາຍ ແລະ ຖືວ່າ ລັດຖະບານ, ບັນດາກະຊວງ, ທ້ອງຖິ່ນໄດ້ມີຄວາມມານະພະຍາຍາມ, ສຸມໃສ່ແກ້ໄຂບັນດາຄະດີຮ້ອງທຸກ, ກ່າວຟ້ອງ ໄດ້ດີພໍສົມຄວນ ອັນໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ ປະກອບສ່ວນສ້າງສະຖຽນລະພາບດ້ານການເມືອງ -ສັງຄົມ.  ສິ້ນສຸດວາລະເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ຖືວ່າ ບັນດາພາລະກອນ, ພົນລະເມືອງປະຕິບັດນໍ້າໃຈເຄົາລົບກົດໝາຍນັ້ນ ຈະຈໍາກັດໄດ້ສະພາບການຮ້ອງທຸກ, ກ່າວຟ້ອງ ພ້ອມທັງສະເໜີວ່າ ບັນດາກະຊວງ, ຂະແໜງການຄວນເພີ່ມທະວີວຽກງານສົນທະນາກັບປະຊາຊົນ ເພື່ອແນໃສ່ຍົກສູງປະສິດທິຜົນຂອງວຽກງານແກ້ໄຂການຮ້ອງທຸກ, ກ່າວຟ້ອງໃນໄລຍະຈະມາເຖິງ.

        ຕາມລາຍການເຮັດວຽກ, ວັນທີ 12 ກັນຍາ, ຄະນະປະຈໍາສະພາແຫ່ງຊາດ ຈະປະກອບຄໍາເຫັນໃສ່ບັນດາບົດລາຍງານກ່ຽວກັບວຽກງານຂອງ ປະທານສານປະຊາຊົນສູງສຸດ, ປະທານອົງການໄອຍະການປະຊາຊົນສູງສຸດ; ບັນດາບົດລາຍງານຂອງລັດຖະບານກ່ຽວກັບວຽກງານປ້ອງກັນ, ຕ້ານອາດຊະຍາກໍາ ແລະ ລະເມີດກົດໝາຍ, ວຽກງານດໍາເນີນຄະດີ ແລະ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2019.

(ແຫຼ່ງຄັດຈາກ VOV)

ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ ມາ​ຕຸ​ພູມ ແຄມ​ຄື່ນ​ທະ​ເລ ຢູ່​ລາວ

ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ “ມາ​ຕຸ​ພູມ ແຄມ​ຄື່ນ​ທະ​ເລ” ຢູ່​ລາວ

ງານວາງສະແດງໄດ້ວາງສະແດງຜະລິດຕະພັນ 100 ຜົນງານທີ່ເຄີຍໄດ້ຮັບລາງວັນ ແລະ ດີເດັ່ນໃນການແຂ່ງຂັນ ຮູບຖ່າຍສິລະປະລະດັບຊາດ ດ້ວຍຫົວຂໍ້ “ມາຕຸພູມ ແຄມຄື່ນທະເລ”.

Top