(ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ)
“ຫວຽດນາມ ມີຄວາມວິຕົກກັງວົນຕໍ່ໜ້າສະພາບການຄືໃນປະຈຸບັນຢູ່ຊີຣີ ແລະ ຄັດຄ້ານການນຳໃຊ້ອາວຸດນາບຂູ່ເຖິງຊີວິດອີນຊີຂອງສາມັນຊົນ ກໍຄືສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ. ພວກຂ້າພະເຈົ້າຖືວ່າ, ທຸກການປະທະກັນ ແລະ ຄວາມບໍ່ລົງລອຍກັນຄວນໄດ້ຮັບການແກ້ໄຂໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນກົດບັດຂອງສະຫະປະຊາຊາດ, ບົນຫຼັກການເຄົາລົບເອກະລາດ, ອະທິປະໄຕຂອງບັນດາປະເທດ. ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບການເກືອດຫ້າມອາວຸດເຄມີຕ້ອງໄດ້ຮັບການປະຕິບັດຢ່າງເຂັ້ມງວດ”.
(ແຫຼ່ງຄັດຈາກ VOV)