• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຊົນນະຄອນ ດ່ານັ້ງ ລໍຖ້າສັບປະດາຂັ້ນສູງ APEC 2017

      ເຂົາເຈົ້າຫວັງວ່າ APEC ຈະນຳມາເຊິ່ງບັນດາກາລະໂອກາດຮ່ວມມືໃໝ່ລະຫວ່າງ ຫວຽດນາມ, ກັບບັນດາພື້ນຖານເສດຖະກິດສະມາຊິກ, ພິເສດແມ່ນໃນຂົງເຂດດຶງດູດການທ່ອງທ່ຽວ. 

ພາບປະກອບ
      ສັບປະດາຂັ້ນສູງ APEC 2017 ດຳເນີນແຕ່ວັນທີ 6 -11 ພະຈິກ ຢູ່ດ່ານັ້ງ, ເຊິ່ງແມ່ນນະຄອນ ທ່ອງທ່ຽວທີ່ໂດ່ງດັງຂອງ ຫວຽດນາມ ແລະ ເຄີຍລອດເຂົ້າ TOP ບັນດານາມມະຍົດດີທີ່ສຸດໃນໂລກກ່ຽວກັບການທ່ອງທ່ຽວ ຄື: ມີຫາດຊາຍທະເລສວຍງາມທີ່ສຸດ, ມີຄວາມດຶງດູດທີ່ສຸດ..., ສະໜາມບິນມີການບໍລິການດີທີ່ສຸດໃນໂລກ, ເປັນນະຄອນສະອາດທີ່ສຸດໃນໂລກ… ພ້ອມກັບທົ່ວປະເທດ, ປະຊາຊົນນະຄອນ ດ່ານັ້ງ ພວມສຸດຈິດສຸດໃຈລໍຄອຍເຫດການດັ່ງກ່າວ. ເຂົາເຈົ້າຫວັງວ່າ APEC ຈະນຳມາເຊິ່ງບັນດາກາລະໂອກາດຮ່ວມມືໃໝ່ລະຫວ່າງ ຫວຽດນາມ, ກັບບັນດາພື້ນຖານເສດຖະກິດສະມາຊິກ, ພິເສດແມ່ນໃນຂົງເຂດດຶງດູດການທ່ອງທ່ຽວ. ອ້າຍ ຫງວຽນດັງຢູ້ງ, ຊາວນະຄອນ ດ່ານັ້ງ ແບ່ງປັນວ່າ:
        “ທຳອິດແມ່ນຮູ້ສຶກເອກອ້າງທະນົງໃຈ ເມື່ອ ດ່ານັ້ງ ເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ລະດັບທົ່ວໂລກນີ້. ປະຊາຊົນດ່ານັ້ງ ເປັນຜູ້ມີຄວາມສະໜິດສະໜົມ, ໃນປະຈຸບັນ ແລະ ໃນອະນາຄົດ ດ່ານັ້ງ ພັດທະນາຕາມທິດພັດທະນາການທ່ອງທ່ຽວ ແລະ ການບໍລິການ. ຫວັງວ່າ, ດ້ວຍກອງປະຊຸມທີ່ຈະມາເຖິງ, ດ່ານັ້ງ ຈະໄດ້ຮັບການຮູ້ຈັກເຖິງແມ່ນສະຖານທີ່ທ່ອງທ່ຽວ, ການລົງທຶນ. ຜ່ານນັ້ນ, ປະກອບສ່ວນເຮັດໃຫ້ ດ່ານັ້ງ ພັດທະນາກ່ວາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຍົກສູງກ່ວາອີກ.”
        ໂດຍເປັນນັກສຶກສາຜູ້ໜຶ່ງ, ຫງວຽນລອງວີງ, ຮຽນປີທີ 3, ມະຫາວິທະຍາໄລ ສະຖາປັດຕະຍາກຳ ດ່ານັ້ງ ກໍ່ປາດຖະໜາຢາກປະກອບສ່ວນເຫື່ອແຮງເລັກໜ້ອຍຂອງຕົນໃຫ້ແກ່ຜົນສຳເລັດຂອງສັບປະດາຂັ້ນສູງ APEC, ເຊິ່ງແມ່ນເຫດການພົວພັນຕ່າງປະເທດຂະໜາດໃຫຍ່ຂອງປະເທດຊາດ:
        “ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ແລະ ເປັນກຽດທີ່ໄດ້ຕາງໜ້າໃຫ້ລຸ້ນໜຸ່ມ ດ່ານັ້ງ ທີ່ໄດ້ເຂົ້າຮ່ວມການຮັບໃຊ້ APEC, ເຊິ່ງແມ່ນເຫດການຂະໜາດໃຫຍ່ລະດັບສາກົນ. ຜ່ານນັ້ນ, ກໍ່ຫວັງວ່າ ພາຍຫຼັງໂອກາດນີ້ ຈະມີກາລະໂອກາດໃຫມ່ສຳລັບ ນະຄອນ ດ່ານັ້ງ. ຂ້າພະເຈົ້າຫວັງວ່າ ດ້ວຍວຽກງານນ້ອຍໆຄືແນວນີ້ ຈະປະກອບສ່ວນນຳເອົາພາບພົດອັນດີງາມກ່ຽວກັບ ດ່ານັ້ງ ເຖິງເພື່ອນມິດສາກົນ.”
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top