• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມສາກົນ ສະໜັບສະໜູນບັນດາມາດຕະການຂອງຫວຽດນາມ ໃນບັນຫາທະເລຕາເວັນອອກ

      ໃນໄລຍະຜ່ານມາ, ບັນດາການກະທຳບໍ່ຖືກຕ້ອງຕາມກົດໝາຍ ແລະ ໄປຝືນກັບ UNCLOS, ນາບຂູ່ເຖິງຄວາມເປັນລະບຽບຮຽບຮ້ອຍ ແລະ ສະຖຽນລະພາບໃນພາກພື້ນ ຂອງຈີນ ຢູ່ທະເລຕາເວັນອອກ ໄດ້ເຮັດໃຫ້ຫາງສຽງພາຍໃນປະເທດ ແລະ ສາກົນຮີບຮ້ອນ. ໂດຍເປັນປະເທດທີ່ຖືກຜົນສະທ້ອນໂດຍກົງ, ຫວຽດນາມ ຍາມໃດກໍມີຫຼັກໝັ້ນດ້ານນິຕິທຳຢ່າງຈະແຈ້ງ, ຢຶດໝັ້ນແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິິວິທີ ຜ່ານບັນດາຊ່ອງທາງທີ່ແຕກຕ່າງກັນ. ແຜນນະໂຍບາຍດ້ານການເມືອງຂອງຫວຽດນາມ ໄດ້ຮັບການສະໜັບສະໜູນຈາກປະຊາຄົມສາກົນ, ໂດຍຖືວ່າ ທັດສະນະຂອງຫວຽດນາມ ແມ່ນສະແດງໃຫ້ເຫັນເຈດຕະນາດີຂອງປະເທດສະມາຊິກທີ່ມີຄວາມຮັບຜິດຊອບ ຂອງ UNCLOS 1982.
            ເລື່ອງຫວຽດນາມ ຍາມໃດກໍມີຄວາມສະເໝີຕົ້ນສະເໝີປາຍຕໍ່ທັດສະນະ ເຊິ່ງສະພາແຫ່ງຊາດຫວຽດນາມ ໄດ້ປະກາດໃນມະຕິໃຫ້ສັດຕະຍາບັນ UNCLOS ລົງວັນທີ 23 ມິຖຸນາ 1994 ວ່າ “ແກ້ໄຂບັນດາການຂັດແຍ້ງກັນກ່ຽວກັບອະທິປະໄຕຜືນແຜ່ນດິນ ກໍຄືບັນດາການປະທະກັນອື່ນໆ ທີ່ກ່ຽວຂ້ອງເຖິງທະເລຕາເວັນອອກ  ໂດຍຜ່ານການເຈລະຈາສັນຕິວິທີ ບົນເນື້ອໃນຈິດໃຈສະເໝີພາບ, ມີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982”.

ກອງປະຊຸມສຳມະນາສາກົນ ກ່ຽວກັບທະເລຕາເວັນອອກ ຄັ້ງທີ 11 ທີ່ຫາກໍດຳເນີນຢູ່ຮ່າໂນ້ຍ (ພາບ: chinhphu.vn)
              ທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນເຄົາລົບກົດໝາຍສາກົນ ຢູ່ທະເລຕາເວັນອອກ
        ເພື່ອແນໃສ່ປະຕິບັດກົນອຸບາຍ “ຢຶດຄອງທະເລຕາເວັນອອກ”, ຈີນ ບໍ່ຫົວຊາຕໍ່ກົດໝາຍສາກົນ, ບໍ່ປະຕິບັດບັນດາຄຳໝັ້ນສັນຍາດ້ານການເມືອງກັບຫວຽດນາມ, ອາຊຽນ ແລະ ບັນດາປະເທດມະຫາອຳນາດໃນໂລກຢ່າງຄົບຖ້ວນ ໃນນັ້ນ ມີ UNCLOS ແລະ ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ເຊິ່ງ ຈີນ ໄດ້ລົງນາມ ກັບ ອາຊຽນ ໃນປີ 2002 (DOC).
        ຕໍ່ໜ້າການກະທຳອັນຜິດພາດຂອງ ຈີນ ເມື່ອລະເມີດເຂດເສດຖະກິດພິເສດ ແລະ ໄຫຼ່ທະວີບຂອງຫວຽດນາມ, ຫວຽດນາມ ໄດ້ມີການພົບປະກັບ ຝ່າຍຈີນເປັນຫຼາຍຄັ້ງຜ່ານບັນດາຊ່ອງທາງທີ່ແຕກຕ່າງກັນ, ສົ່ງຈົດໝາຍທາງການຄັດຄ້ານ, ເດັດດ່ຽວຮຽກຮ້ອງຢຸດຕິບັນດາການກະທຳທີ່ລະເມີດກົດໝາຍ, ຖອນກ່ຳປັ່ນທັງໝົດອອກຈາກເຂດນ່ານທະເລຂອງຫວຽດນາມຢ່າງທັນທີ; ເຄົາລົບອຳນາດອະທິປະໄຕ, ສິດອຳນາດສານຂອງຫວຽດນາມ ເພື່ອການພົວພັນລະຫວ່າງສອງປະເທດ; ເພື່ອສະຖຽນລະພາບ ແລະ ສັນຕິພາບໃນພາກພື້ນ.  ຫວຽດນາມ ຍາມໃດກໍ່ມີການຄິດໄລ່ຊັ່ງຊາຢ່າງລະມັດລະວັງກ່ອນທີ່ຈະນຳໃຊ້ບັນດາແບບວິທີຕໍ່ສູ້ທາງດ້ານການເມືອງ, ນິຕິທໍາ, ການສື່ສານໃຫ້ເໝາະສົມ. ຫຼັກໝັ້ນດັ່ງກ່າວຂອງຫວຽດນາມ ໄດ້ຮັບການສະໜັບສະໜູນຈາກບັນດານັກການເມືອງ, ນັກຮຽນຮູ້, ນັກຄົ້ນຄວ້າກົດໝາຍສາກົນ. ທີ່ກອງປະຊຸມສຳມະນາສາກົນ ກ່ຽວກັບທະເລຕາເວັນອອກ ຄັ້ງທີ 11 ທີ່ຫາກໍດຳເນີນຢູ່ຮ່າໂນ້ຍ, ທ່ານ Bill Hayton, ນັກຊ່ຽວຊານຂັ້ນສູງສັງກັດໂຄງການ ອາຊີ - ປາຊີຟິກ, ສະຖາບັນຄົ້ນຄວ້າສາກົນ ອັງກິດ ໃຫ້ຂໍ້ສັງເກດວ່າ:
ໃນປີນີ້, ພິເສດແມ່ນ 3 ເດືອນທີ່ຜ່ານມາ, ຫວຽດນາມ ຖືກຜົນສະທ້ອນຫຼາຍຢ່າງຈາກການກະທຳຂອງ ຈີນ ຢູ່ທະເລຕາເວັນອອກ. ແຕ່ຂ້າພະເຈົ້າຄິດວ່າ ພວກເພື່ອນພວມໄດ້ຮັບການສະໜັບສະໜູນຈາກສາກົນ, ເພາະວ່າ ທຸກຄົນ ຕ່າງກໍຢາກໃຫ້ບັນດາປະເທດປະຕິບັດຕາມຂໍ້ກຳນົດ, ກົດໝາຍ ເພື່ອບໍ່ເປັນປະເພນີໃຫ້ແກ່ບັນດາພາກພື້ນອື່ນໆ. ດັ່ງນັ້ນ, ຫວຽດນາມ  ໄດ້ຮັບການສະໜັບສະໜູນບົນຫຼັກການຂອງຫຼາຍປະເທດ. ຂ້າພະເຈົ້າຄິດວ່າ ຫວຽດນາມໄດ້ຮັບການສະໜັບສະໜູນທາງດ້ານການເມືອງແລ້ວ ແລະ ພວມລໍຄອຍບັນດາພຶດຕິກຳຕົວຈິງເທົ່ານັ້ນ”.
        ຕາມນັກຊ່ຽວຊານຫຼາຍທ່ານແລ້ວ, ຄວາມມານະພະຍາຍາມ ແລະ ຄວາມຢຶດໝັ້ນຂອງຫວຽດນາມ ຈະບໍ່ສາມາດບັນລຸຜົນສຳເລັດໄດ້ ຖ້າຫາກບໍ່ໄດ້ຮັບການສະໜັບສະໜູນຈາກປະຊາຄົມສາກົນ, ພິເສດແມ່ນບັນດາປະເທດ ອາຊຽນ. ທ່ານ Satnley Weeks, ນັກຊ່ຽວຊານຂັ້ນສູງ ສັງກັດ ກຸ່ມບໍລິສັດຄົ້ນຄວ້າວິທະຍາສາດສາກົນ ຖືວ່າ:
        ຂ້າພະເຈົ້າຄິດວ່າ ບໍ່ພຽງແຕ່ບັນດາປະເທດໃນພາກພື້ນເທົ່ານັ້ນ, ຫາກຍັງຢູ່ໃນລະດັບທົ່ວໂລກ ລວມທັງ ອັງກິດ, ຝລັ່ງ, ເຢຍລະມັນ, ອາມເລິກາ  ຫຼື ອິນເດຍ  ເຊິ່ງເຄີຍຂຶ້ນກັບສິດເສລີໃນການເດີນເຮືອ ກໍຕ້ອງອອກສຽງ. ທຳອິດ, ບັນດາປະເທດຄວນຕຳໜິຕິຕຽນຢ່າງແຮງ ແລະ ບໍ່ຄວນເປັນກັງວົນເມື່ອຍົກບັນດາການກະທຳທີ່ຜິດພາດຂອງຈີນ ອອກມາ. ທີສອງ ແມ່ນສົ່ງເສີມຄວາມສາມັກຄີ ແລະ ຄວາມເຫັນດີເຫັນພ້ອມບົນພື້ນຖານຫຼັກໝັ້ນລວມ. ແລະ ສິ່ງສຳຄັນທີ່ສຸດ ນັ້ນແມ່ນ ເຮັດແນວໃດເພື່ອໃຫ້ບັນດາປະເທດໃນພາກພື້ນ ໂດຍສະເພາະແມ່ນ ບັນດາປະເທດ ອາຊຽນ ຕ້ອງເຂົ້າໃຈວ່າ ເຂົາເຈົ້າກໍຈະມີສັນຕິພາບ ຖ້າຫາກເຂດທະເລຕາເວັນອອກມີສະຖຽນລະພາບ. ດັ່ງນັ້ນ ຕ້ອງມີຄວາມສາມັກຄີ ແລະ ເຫັນດີເປັນເອກະພາບໃນ ອາຊຽນ ເພື່ອຊ່ວຍແກ້ໄຂບັນດາສິ່ງທ້າທາຍດັ່ງກ່າວໃຫ້ບັນລຸປະສິດທິຜົນທີ່ດີກວ່າ.
            ໂດຍມີທັດສະນະເຊັນດ່ຽວກັນ, ທ່ານ ປະລິນຍາເອກ Tamotaka Shoji, ນັກຄົ້ນຄ້າວຂັ້ນສູງຂຶ້ນກັບສະຖາບັນຄົ້ນຄ້ວາປ້ອງກັນປະເທດ, ກະຊວງປ້ອງກັນປະເທດຍີ່ປຸ່ນ, ເນັນໜັ້ກວ່າ:
        ຫວຽດນາມຕ້ອງຮ່ວມມືຢ່າງແໜ້ນແຟ້ນກັບຫຼາຍປະເທດຢູ່ພາຍໃນ ແລະ ນອກພາກພື້ນ. ຍົກຕົວຢ່າງຄື: ຍີ່ປຸ່ນ, ອາເມລິກາ, ອິນເດຍ ແລະ ບັນດາປະເທດອື່ນໆ. ຍີ່ປຸ່ນມີຄວາມສະເໝີຕົ້ນສະເໝີປາຍສະໜັບສະໜູນການປະຕິບັດຕາມກົດໝາຍວ່າດ້ວຍທະເລຢ່າງຄົບຖ້ວນ ແລະ ຢາກເນັນໜັ້ກເຖິງຄວາມສຳຄັນຂອງບັນດາຄວາມມານະພະຍາຍາມສຳລັບບັນດາມາດຕະການສັນຕິວິທີໂດຍອີງໃສ່ກົດໝາຍສາກົນ. ຫວຽດນາມ ອາດຈະເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ, ຍົກຕົວຢ່າງຄື ເພີ່ມທະວີກຳລັງປ້ອງກັນຫາດຊາຍທະເລໂດຍມີການເຂົ້າຮ່ວມຂອງຫຼາຍປະເທດ, ໃນນັ້ນມີ ຍີ່ປຸ່ນ.
ສະໜັບສະໜູນຄວາມເປັນລະບຽບຮຽບຮ້ອຍຂອງກົດໝາຍສາກົນ ຢູ່ທະເລຕາເວັນອອກ
        ອາດຈະເຫັນໄດ້ວ່າ, ພາຍຫຼັງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ປະກາດຢ່າງຈະແຈ້ງກ່ຽວກັບຫຼັກໝັ້ນຂອງ ຫວຽດນາມຢ່າງຈະແຈ້ງ ກ່ຽວກັບການກະທຳລະເມີດກົດໝາຍຂອງ ຈີນ, ມີຫຼາຍປະເທດສະແດງຄວາມວິຕົກກັງວົນ, ຄັດຄ້ານການກະທຳທີ່ລະເມີດກົດໝາຍສາກົນຂອງຈີນຢູ່ທະເລຕາເວັນອອກ. ຫາງສຽງສາກົນຖືວ່າ ຫວຽດນາມມີທັດສະນະ, ຫຼັກໝັ້ນຢ່າງຈະແຈ້ງ, ສະໜັບສະໜູນເລື່ອງແກ້ໄຂການຂັດແຍ່ງຢູ່ທະເລຕາເວັນອອກດ້ວຍມາດຕະການການເມືອງ ໂດຍສັນຕິວິທີ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ, ບົນພື້ນຖານກົດໝາຍສາກົນ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ, ພະຍາຍາມສ້າງ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກທີ່ມີລັກສະນະຜູກມັດນິຕິກຳໃຫ້ສົມບູນແບບໂດຍໄວ
        ທັດສະນະຂອງ ຫວຽດນາມ, ພ້ອມທັງກໍ່ແມ່ນຂໍ້ສັງເກດລວມຂອງ ປະຊາຄົມສາກົນ, ຖືວ່າ ທະເລຕາເວັນອອກ ປັດຈຸບັນບໍ່ພຽງແຕ່ແມ່ນການຂັດແຍ່ງອະທິປະໄຕ, ການຂັດແຍ່ງຊັບພະຍາກອນທຳມະຊາດລະຫວ່າງບັນດາປະເທດຢູ່ທະເລຕາເວັນອອກເທົ່ານັ້ນ, ນີ້ແມ່ນເຂດທະເລເຊື່ອມຈອດລະຫວ່າງບັນດາມະຫາສະມຸດ, ຈຸດເຕົ້າໂຮມຜົນປະໂຫຍດລວມຂອງບັນດາປະເທດທັງພາຍໃນ ແລະ ນອກພາກພື້ນ, ບ່ອນທີ່ບັນດາປະເທດຢາກຮັກສາຄວາມເຄົາລົບກົດໝາຍສາກົນເປັນສູງສຸດ, ບ່ອນທີ່ບັນດາປະເທດພາຍໃນ ແລະ ນອກພາກພື້ນໂອ້ລົມສົນທະນາ ແລະ ພັດທະນາຮ່ວມມືຢ່າງມີປະສິດທິຜົນ. ດັ່ງນັ້ນ, ເລື່ອງປົກປັກຮັກສາສະພາບແວດລ້ອມທະເລ, ນຳໃຊ້ແຫຼ່ງຊັບພະຍາກອນທຳມະຊາດແບບຍືນຍົງ, ປົກປ້ອງຄວາມເປັນລະບຽບຮຽບຮ້ອຍຂອງກົດໝາຍຢູ່ທະເລເວົ້າລວມພວມແມ່ນບັນຫາທີ່ຮຽກຮ້ອງຕ້ອງການບັນດາຄວາມມານະພະຍາຍາມ ແລະ ວິທີການແກ້ໄຂລວມ, ໂດຍແມ່ນຄວາມຮັບຜິດຊອບລວມຂອງບັນດາປະເທດທັງໝົດຢູ່ພາຍໃນ ແລະ ນອກພາກພື້ນ.
 (ແຫຼ່ງຄັດຈາກ VOV)
 
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top