• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ປອ.Ando Katsuhiro ຊ່ວຍ ພີ່ນ້ອງເຜົ່າ ຜູ້ໄທ ເຮັດທ່ອງທ່ຽວ

ເປັນຜູ້ປະສານງານໂຄງການ ສ້າງຄ່າຄອງຊີບ ດ້ວຍຫຼາຍຮູບ ແບບ ຜ່ານການທ່ອງທ່ຽວມໍລະດົກ ບັນດາໝູ່ບ້ານ ເຮັດກະສິ ກຳ, ການປະມົງ ຢູ່ເຂດຫ່າງໄກຊອກຫຼີກ ໂດຍອົງການຮ່ວມມື ສາກົນ JICA ຍີປຸ່ນ ປະຕິບັດ ທີ່ແຂວງ ເງະອານ, ທ່ານ ປອ.Ando Katsuhiro ໄດ້ຊ່ວຍຊາວເຜົ່າຜູ້ໄທ ຢູ່ບ້ານ ເນືອ ຫລຸດ ພົ້ນອອກຈາກຄວາມທຸກຍາກ, ສ້າງອາຊີບທີ່ໝັ້ນຄົງ, ສ້າງ ຄວາມຮັ່ງມີ ໃຫ້ແກ່ໝູ່ບ້ານ ຢູ່ເຂດພູດອຍ ທາງທິດຕາເວັນຕົກ ຂອງແຂວງ ເງະອານ. 
ພວກຂ້າພະເຈົ້າໄດ້ມາຍັງ ບ້ານເນືອ ຊຶ່ງເປັນສະຖານທີ່ ທ່ານ ປອ.Ando Katsuhiro ຄັດເລືອກເພື່ອເປັນສູນກາງ ຮ່ວມສຳ ພັນ ບັນດາຈຸດທ່ອງທ່ຽວຊີວະພາບ ຢູ່ໃນບໍລິເວນພື້ນທີ່ ເມືອງ ກອນກວງ. ປອ.Ando Katsuhiro ໄດ້ແນະນຳ ໃຫ້ພວກຂ້າພະເຈົ້າ ແລະ ບັນດາເພື່ອນຊາວ ຍີ່ປຸ່ນ ປະສົບການຕົວຈິງ ຢູ່ ຕາມບັນດາຈຸດທ່ອງທ່ຽວທີ່່ເປັນເອກະລັກ ແຕ່ບ້ານ ຟາ ເຖິງ ແມ່ນ້ຳຢັງ, ຜ່ານຕາດ ແກ່ມ, ຮອດຫ້ວຍ ມອກ ແລ້ວກັບຄືນ ບ້ານ ເນືອ. ນີ້ແມ່ນ ທົວທ່ອງທ່ຽວ ໂດຍທ່ານ Ando Katsuhiro ເປັນຜູ້ຈັດ, ໄດ້ບັນທຶກໄວ້ ຢູ່ແຜນທີ່ແນະນຳ ໃຫ້ນັກທ່ອງທ່ຽວ ເມ່ືອມາຍັງ ເມືອງ ກອນກວງ.

ເມື່ອປີ 2014, ປອ.Ando Katsuhiro ໄດ້ມາຍັງ ເມືອງ ກອນ ກວງ ເພື່ອເລີ່ມຜັນຂະຫຍາຍໂຄງການດັ່ງກ່າວ. ນີ້ແມ່ນ ບ່ອນທີ່ ມີຄວາມບົ່ມຊ້ອນດ້ານການທ່ອງທ່ຽວ ກັບຫຼາຍຈຸດ ທີ່ດຶງດູດໃຈ ເຊັ່ນ: ທາດ ແກ່ມ, ຫ້ວຍ ມອກ, ປ່າສະຫງວນແຫ່ງຊາດ ປູ່ມາດ, ຢູ່ຫ່າງຈາກໃຈກາງ ນະຄອນ ວິງ ແລະ ການໄປມາຫຍຸ້ງຍາກ ພໍ ຄວນ. ປະຊາຊົນທ້ອງຖິ່ນຢູ່ທີ່ນີ້ ໄດ້ເຂົ້າຮ່ວມເຮັດບໍລິການ ທ່ອງ ທ່ຽວ ແຕ່ຍັງເກີດຂຶ້ນ ໂດຍລຳພັງ ຊຶ່ງບໍ່ທັນມີການລົງທຶນຢ່າງ ມີ ແບບແຜນ. ເພາະສະນັ້ນ, ວຽກງານພັດທະນາ ການທ່ອງທ່ຽວ ຍັງແມ່ນ ບັນຫາທີ່ຍາກ ບໍ່ພຽງແຕ່ສຳລັບ ເມືອງຊາຍແດນ ກອນ ກວງ ຫາກຍັງສຳລັບ ປອ.Ando Katsuhiro ໃນຂະນະທີ່ທ່ານ ຫາກໍ ເຂົ້າເຖິງທ້ອງຖິ່ນອີກດ້ວຍ.



ປັດຈຸບັນ, ປອ.Ando Katsuhiro ເປັນຜູ້ປະສານງານ ຂັ້ນ ສູງຂອງອົງການ JICA ຢູ່ແຂວງ ເງະອານ. 


ປອ.Ando Katsuhiro ໄປສຳຫຼວດຄວາມສາມາດບົ່ມຊ້ອນ ດ້ານການທ່ອງທ່ຽວ
ເທິງແມ່ນ້ຳຢັງ, ເມືອງ ກອນກວງ, ແຂວງ ເງະອານ. 



ປອ.Ando Katsuhiro ແນະນຳນັກສຶກສາ ຍີ່ປຸ່ນ ຊອກຮູ້ ກ່ຽວ ກັບ ວັດທະນະທຳ ທີ່ເປັນເອກະລັກ ໃນການດຳລົງຊີວິດ
ຂອງ ຊາວດານລາຍ ຢູ່ບ້ານ ກໍ່ຟາດ, ເມືອງ ກອນກວງ, ແຂວງ ເງະ ອານ. 



ພິຖີພິຖັນໃນແຕ່ລະສ່ວນລາຍລະອຽດ ໃນການຫຸ້ມຫໍ່ ບັນດາ ຜະ ລິດຕະພັນ ຂອງ ທ້ອງຖິ່ນໃຫ້ສວຍງາມ, ປອ.Ando Katsuhiro
ໄດ້ສ້າງໂສມໜ້າໃໝ່ ໃຫ້ແກ່ ບັນດາຜະລິດຕະພັນທ່ອງທ່ຽວ ຂອງ ປະຊາຊົນທ້ອງຖິ່ນ. 



ປອ.Ando Katsuhiro ເຂົ້າຮ່ວມງານ ພົບປະແລກປ່ຽນ ວັດທະນະທຳ ລະຫວ່າງ ນັກທ່ອງທ່ຽວ ແລະ ປະຊາຊົນທີ່ ເຮັດທ່ອງທ່ຽວຢູ່ບ້ານ ເນືອ. 


ບັນດາຮີດຄອງປະເພນີ ວັດທະນະທຳທີ່ເປັນເອກະລັກຂອງຊາວ ທ້ອງຖິ່ນ ໄດ້ ປອ.Ando Katsuhiro ໃຫ້ການປຶກສານຳເຂົ້າ
ເປັນຈຸດເດັ່ນ ໃນການເຄື່ອນໄຫວທ່ອງທ່ຽວວົງຄະນາຍາດ. 



ເພື່ອພັດທະນາການທ່ອງທ່ຽວ ຢູ່ບ່ານເນືອ, ປອ.Ando Katsuhiro ໄດ້ເຊື້ອເຊີນ ນັກທ່ອງທ່ຽວຊາວຍີ່ປຸ່ນ ມາທ່ຽວ ບ້ານເນືອ
ຜ່ານປະສົບການຕົວຈິງ  ແລະ ໃຫ້ເຂົາເຈົ້າເປັນຜູ້ ຕີລາຄາຢ່າງ ພາວະວິໄສ ເພື່ອການພັດທະນາ ການທ່ອງທ່ຽວຢູ່ບ້ານ ເນືອ. 



ຊາວບ້ານ ເນືອ ຖື ປອ.Ando Katsuhiro ຄືຄົນໃນຄອບຄົວ ດຽວກັນ ແລະ ນັບຖື ປອ.Ando Katsuhiro ເປັນພິເສດ.


ຫຼັງຈາກ ໜຶ່ງປີ ພາຍໃຕ້ການແນະນຳຢ່າງຈິງໃຈ ຂອງ ປອ.Ando Katsuhiro, ປະຊາຊົນທີ່ເຮັດບໍລິການທ່ອງທ່ຽວ ຢູ່ບ້ານ ເນືອ
ໄດ້ຕ້ອນຮັບນັກທ່ອງທ່ຽວມາຢ້ຽມຢາມ ດ້ວຍຈຳນວນ 1.200 ເທື່ອຄົນ. 

ແຕ່ສິ່ງດັ່ງກ່າວບໍ່ໄດ້ເຮັດໃຫ້ ປອ.Ando Katsuhiro ທໍ້ຖອຍໃຈ ແຕ່ຢ່າງໃດ. ພາຍຫຼັງໃຊ້ເວລາໜຶ່ງປີ ເພື່ອຊອກຮູ້ພື້ນທີ່,  ປອ.Ando Katsuhiro ໄດ້ຕັດສິນໃຈລົງມືສຳຫຼວດ ດ້ານການທ່ອງທ່ຽວ ຂອງ ທ້ອງຖິ່ນ ແລະ ຮີບໂຮມ ຄວາມຄິດເຫັນ ຂອງ ປະຊາຊົນ ເພື່ອຮູ້ໄດ້ຄວາມສົນໃຈ ຂອງເຂົາເຈົ້າກັບວຽກງານ ເຮັດການທ່ອງທ່ຽວວົງຄະນາຍາດ. ຜົນໄດ້ຮັບເຮັດໃຫ້ລາວ ເຖິງກັບຕົກສະເງີ້.

ເມື່ອຫວນຄືນເຖິງຊຸມມື້ ຜັນຂະຫຍາຍໂຄງການ ຢູ່ບ້ານ ເນືອ, ເມືອງ ກອນກວງ, ປອ. Ando Katsuhiro ກ່າວວ່າ: “ເຖິງວ່າ ລະດັບຄ່າຄອງຊີບຢູ່ທີ່ນີ້ ຕ່ຳພໍສົມຄວນ, ແຕ່ຂ້າພະເຈົ້າມີຄວາມ ແປກໃຈທີ່ສຸດ ຍ້ອນຄວາມຮັບຮູ້ ຂອງເຂົາເຈົ້າຕໍ່ ຕົວແບບທ່ອງ ທ່ຽວວົງຄະນາຍາດ ຊຶ່ງເປັນ ຮູບການທ່ອງທ່ຽວ ທີ່ໃໝ່. ເຂົາເຈົ້າ ໄດ້ສະເໜີ ຫຼາຍຂໍ້ລິເລີ່ມ ກ່ຽວກັບວິທີການເພື່ອດຶງດູດ ນັກທ່ອງ ທ່ຽວໃຫ້ມາທີ່ນີ້”.

ເພື່ອຊ່ວຍໃຫ້ປະຊາຊົນ ມີຄວາມເຂົ້າໃຈຍິ່ງຂຶ້ນ ກ່ຽວກັບວິທີ ເຮັດບໍລິການທ່ອງທ່ຽວຊຸມຊົນ, ປອ.Ando Katsuhiro ໄດ້ຈັດ ໃຫ້ປະຊາຊົນບ້ານ ເນືອ ໄປເມືອງ ມາຍເຈົາ, ແຂວງ ຮ່ວາບິ່ງ ເພື່ອຢ້ຽມຢາມ ແລະ ຮຽນເອົາຕົວແບບເຮັດການທ່ອງທ່ຽວ ຂອງ ເຂົາເຈົ້າ. ຫຼັງຈາກນັ້ນ ເພິ່ນໄດ້ເຊື້ອເຊີນ ນັກຊ່ຽວຊານດ້ານ ການ ທ່ອງທ່ຽວ ມາໂອ້ລົມ, ແນະນຳ ປະຊາຊົນຂະຫຍາຍຕົວບໍລິການ homestay (ດຳລົງຊີວິດ ຮ່ວມກັບຊາວທ້ອງຖິ່ນ). ພິເສດ, ປອ.Ando Katsuhiro ເຊື້ອເຊີນນັກສະຖາປານິກຍີ່ປຸ່ນ ມາ ອອກແບບ ກໍ່ສ້າງພື້ນຖານໂຄງລ່າງ ຫ້ອງອາບນ້ຳ, ຫ້ອງນ້ຳ ທີ່ ສະຫງວນ ໃຫ້ແກ່ນັກທ່ອງທ່ຽວ ເມື່ອເຂົາເຈົ້າມາ ສຳຜັດກັບ ບໍລິ ການທ່ອງທ່ຽວ ແບບ homestay.

ພວກຂ້າພະເຈົ້າຮັບຮູ້ວ່າ ສ່ວນພື້ນຖານໂຄງລ່າງ ຂອງບັນດາ ຄອບຄົວ ເຮັດບໍລິການ homestay ຢູ່ບ້ານ ເນືອ ໄດ້ຮັບ ການ ອອກແບບທີ່ໂດດເດັ່ນ. ເຮືອນຮ້ານ ໄດ້ຖືກຮັກສາໄວ້ຄືເກົ່າ. ກຳ ແພງທີ່ກໍ່ຈາກກ້ອນຫີນ, ຫີນຊາຍ ທີ່ເກັບມາຈາກ ລຳຫ້ວຍ ຂອງ ໝູ່ບ້ານ, ສ່ວນຫຼັງຄາທີ່ເຮັດດ້ວຍຫວາຍ, ໄມ້ໄຜ່, ມີພຽງເຄື່ອງ ໃຊ້ສອຍພາຍໃນແມ່ນທັນສະໄໝ ເພື່ອສະດວກໃນ ການໃຊ້ ສອຍ.

ນາງ ໂລທິຮວາ, ເຈົ້າຂອງ homestay ຢູ່ບ້ານເນືອ ໃຫ້ຮູ້ວ່າ: “ປອ.Ando ໄດ້ຊ່ວຍເຫຼືອພວກຂ້າພະເຈົ້າຢ່າງຫຼວງຫຼາຍ ໃນ ການຈັດຕັ້ງຮູບການທ່ອງທ່ຽວວົງຄະນາຍາດ. ຊາວບ້ານ ເນືອ ພວກຂ້າພະເຈົ້າ ຖື ປອ.Ando ຄືກັບສະມາຊິກຄົນໜຶ່ງ ໃນ ຄອບຄົວຂອງຕົນ”.



ບັນດາລາງວັນທີ່ ປອ.Ando Katsuhiro ເຄີຍໄດ້ຮັບ:
- ຜົນງານຄວາມພະຍາຍາມ ໃນການອະນຸລັກຮັກສາ ມໍລະດົກ ໂລກ ໂຮ້ຍອານ (ນະຄອນ ເຫວ້), (ປີ 2005).
- ຫຼຽນກາ ທີ່ລະນຶກ “ເພື່ອພາລະກິດ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ” ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ເປັນຜູ້ມອບ.
- ລາງວັນສະຫງວນໃຫ້ແກ່ ນັກສະຖາປານິກ/ນັກອອກແບບ/ທີ່ ປຶກສາ.
- ໃບຍ້ອງຍໍ “ອະນຸລັກຮັກສາກິດຈະກຳບູຮານ ທີ່ໝູ່ບ້ານບູານ ເດື່ອງເລີມ”.
- ລາງວັນ UNESCO ກ່ຽວກັບການອະນຸລັກຮັກສາມໍລະດົກ ວັດທະນະທຳ ອາຊີ-ປາຊີຟິກ (ປີ 2013). 
- ລາງວັນສະມາຊິກກຽດຕິຍົດ ສະຫງວນໃຫ້ແກ່ ຜູ້ທີ່ ປະກອບສ່ວນ ອະນຸລັກຮັກສາ ມໍລະດົກໂລກ ໂຮ້ຍອານ          (ປີ 2015)


ບົດ: ເງິນຮ່າ-ພາບ: ຫວຽດເກື່ອງ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top