• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ບໍລິສັດຕັດຫຍິບຝູ້ແທ່ງ: ປະສົບຜົນສຳເລັດຈາກການຫັນປ່ຽນວິທີການຜະລິດ

ເຖິງວ່າ ຫາກໍ່ເຂົ້າຮ່ວມຂົງເຂດການຕຳ່ແຜ່ນຕັດຫຍິບມາໄດ້ກວ່າ 8 ປີເທົ່ານັ້ນ, ແຕ່ບໍລິສັດຕຳ່ແຜ່ນຕັດຫຍິບ ຝູ້ແທ່ງ ຢັ້ງຢືນໄດ້ເຄື່ອງໝາຍການຄ້າຂອງຕົນຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດຍ້ອນມີແຜນຍຸດທະສາດຫັນເປັນອັນແຕກຕ່າງທີ່ສຸມໃສ່ເຂົ້າໃນການຜະລິດເຄື່ອງຊ້ອນໃນ ແລະ ຖົງຕີນສຳລັບຜູ້ຊາຍ. 
ໃນໂຮງງານຜະລິດຕິດຕັ້ງລະບົບ​ເຄື່ອງຈັກຕຳ່ແຜ່ນແບບອັດຕະໂນມັດທັນສະໄໝ 300 ໜ່ວຍ, ທ່ານ ຫງວຽນວຽດຕຸ່ງ, ປະທານສະພາ ບໍລິຫານ, ທັງເປັນຜູ້ອຳນວຍການໃຫຍ່ຂອງບໍລິສັດຕັດຫຍິບ ຝູ້ແທ່ງ ໄດ້ໄຂຄວາມໃນໃຈກັບພວກຂ້າພະເຈົ້າກ່ຽວກັບ​ແນວຄວາມຄິດຂອງຕົນເມື່ອສ້າງຕັ້ງບໍລິສັດນີ້ຂຶ້ນມາ.
 
ໃນໄລຍະປີ 1996, ຫວຽດນາມ ມີໂຮງງານຕຳ່​ແຜ່ນ​ດ້ວຍ​ເຂັມພຽງຊວນດິງ ​ເປັນ​ໂຮງງານ​ຜະລິດສະເພາະຖົງຕີນຕາມໃບສັ່ງຊື້ສິນຄ້າຂອງຍີ່ປຸ່ນ. ໄລຍະນັ້ນ, ໂຮງງານບໍ່ຈຳໜ່າຍຜະລິດຕະພັນຢູ່ຕະຫຼາດພາຍໃນປະ​ເທດ, ຍ້ອນ​ແນວ​ນັ້ນ ທ່ານ ຕຸ່ງ ​ແລະປະຊາຊົນຫຼາຍຄົນຕ້ອງມາຢືນ​ລຽນແຖວເພື່ອຊື້ຜະລິດຕະພັນທີ່ມີ​ຕຳ​ນິບໍ່​ສາມາດ​ສົ່ງ​ອອກ​ໄດ້. ​ແລະຈາກ​ແຕ່ລະຄັ້ງທີ່​ຢືນ​ລຽນແຖວ​ເຂົ້າຊື້ຖົງຕີນນັ້ນ, ທ່ານ​ຕຸ່​ງຈຶ່ງ​ເກີດ​ມີ​ແນວ​ຄວາມ​ຄິດ​ວ່າຄວາມ​ຕ້ອງການ​ຂອງຕະຫຼາດທີ່ມີທ່າແຮງບົ່ມຊ້ອນສຸດຍິ່ງໃຫຍ່ ແລ້ວທ່ານ​ຈິ່ງຕັດສິນໃຈປະຕິບັດຕາມ​ຄວາມ​ຄິດ​ຂອງ​ຕົນ.
 
ການພົບປະໂດຍບັງເອີນຂອງທ່ານ ຕຸ່ງ ແລະ ໝູ່ຄົນໜຶ່ງຊາວ ເກົາຫຼີ ​ໄດ້ຊ່ວຍໃຫ້ຕຸ່ງສາມາດປະຕິບັດຄວາມມຸ່ງຫວັງຂອງຕົນໄດ້. ຈາກການ ຊ່ວຍເຫຼືອຂອງໝູ່ຄົນນີ້, ທ່ານ ຕຸ່ງ ສັ່ງຊື້​ເຄື່ອງຈັກຕຳ່ແຜ່ນ 10 ໜ່ວຍ ຄ້າຍຄືຂອງໂຮງງານຕຳ່​ແຜ່ນ​ດ້ວຍ​ເຂັມຊວນດິງ ​ໃນລາຄາ 1.100 USD ຕໍ່​ເຄື່ອງ ແລະ ເລີ່ມການເຄື່ອນໄຫວຕາມແບບ ເອກະຊົນ. ມາເຖິງປີ 2008, ບໍລິສັດຕັດຫຍິບ ຝູ້ແທ່ງ ຈຶ່ງໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການ ແລະ ເຄື່ອນໄຫວຕາມຮູບແບບ​ເປັນ ກຸ່ມບໍລິສັດຄືປະຈຸບັນນີ້.


ກຳມະກອນຂອງບໍລິສັດຕັດຫຍິບ ຝູ້ແທ່ງບັນຊາລະບົບ
​ເຄື່ອງຈັກຕຳ່ແຜ່ນ​ໃນຕ່ອງໂສ້ການຜະລິດຂອງໂຮງງານ.



ລົງທຶນຫລາຍ​ເພື່ອ​ຊື້ອຸປະກອນເຄື່ອງຈັກໃໝ່​ໄດ້​ຊ່ວຍ​ໃຫ້ບໍລິສັດຕັດຫຍິບ ຝູ້ແທ່ງ ເປີດກວ້າງຂະໜາດການຜະລິດອອກ​ຕື່ມ.


ສ່ວນຫຼາຍເຄື່ອງຈັກທີ່ທັນສະໄໝ​ແມ່ນໄດ້ນຳໃຊ້​ເຂົ້າໃນຕ່ອງໂສ້ຜະລິດຖົງຕີນ.


ກຳມະກອນຫຍິບກຳລັງກວດກາຄຸນນະພາບຂອງຜະລິດຕະພັນເທິງຕ່ອງໂສ້ການຜະລິດ.


ປ່ຽນ​ແປງໃໝ່ເຕັກໂນໂລຊີການ​ຜະລິດ​ເປັນວຽກທີ່ບໍລິສັດຕັດຫຍິບ ຝູ້ແທ່ງ ຖືເປັນສຳຄັນ.


ມູມໜຶ່ງຂອງຕ່ອງໂສ້ການຜະລິດຂອງບໍລິສັດຕັດຫຍິບ ຝູ້ແທ່ງ.


ຕ່ອງໂສ້ການຫຸ້ມຫໍ່ຜະລິດຕະພັນຖົງຕີນຂອງບໍລິສັດຕັດຫຍິບ ຝູ້ແທ່ງ. 


ຜະລິດຕະພັນຖົງຕີນຂອງບໍລິສັດຕັດຫຍິບ ຝູ້ແທ່ງ.

ເພື່ອຜະລິດອອກມາຜະລິດຕະພັນທີ່ເໝາະສົມກັບຊາວ ຫວຽດນາມ, ທ່ານຕຸ່ງ​ໄດ້ຄົ້ນຄວ້າກ່ຽວກັບລັກສະນະ​ການອອກເຫື່ອຈະ​ສົ່ງ​ຜົນ​​ເຮັດ​ໃຫ້ມີກິ່ນເໝັນອອກມາຍ້ອນ​ສະພາບ​ແວດ​ລ້ອມ ​ແລະອາກາດ​ອົບ​ເອົ້າ. ຈາກການຄົ້ນຄວ້າດັ່ງກ່າວ, ທາງບໍລິສັດໄດ້ນຳ ເຕັກໂນໂລຊີ ນາໂນ ເຂົ້າໃນການຜະລິດເພື່ອກຳຈັດເຊື້ອພ້ອມ​ທັງ​ເອົາ​ວັດຖຸທາດທີ່ສາມາດແກ້​ໄຂກິ່ນເໝັນ, ຕ້ານເຊື້ອເຂົ້າໃນຜະລິດຕະພັນເພື່ອຊ່ວຍຊຶມນຳ້ເຫື່ອຜູ້ໃຊ້ຈະບໍ່ມີກິ່ນເໝັນອີກ.
 
ອີກດ້ານໜຶ່ງ, ທາງບໍລິສັດກຳລັງຄົ້ນຄວ້າ ແລະ ນຳວັດຖຸດິບ ຄື: ເສັ້ນດ້າຍ​ເກັບຄວາມຮ້ອນ, ເສັ້ນດ້າຍ​ທີ່ມີຄວາມເຢັນເຂົ້າໃນການຜະລິດ ເສື້ອຊ້ອນລະດູໜາວ ແລະ ລະດູຮ້ອນ.
 
ປະຈຸບັນ, ປະລິມານການຜະລິດຖົງຕີນຂອງບໍລິສັດບັນລຸໄດ້ 20 ລ້ານຄູ່ຕໍ່ປີ, ໂສ້ງເສື້ອຊ້ອນ​ໄດ້​ຫລາຍກວ່າ 1 ລ້ານຊຸດຕໍ່ປີ. ນອກຈາກຈຳໜ່າຍໃຫ້ແກ່ຕະຫຼາດພາຍໃນ​ແລ້ວ, ທາງບໍລິສັດຍັງສົ່ງອອກໄປຕະຫຼາດຕ່າງໆຄື: ກຸຍບາ (5-6 ລ້ານຄູ່ຕໍ່ປີ​ໃນ​ປີ 2013), ຍີ່ປຸ່ນ, ສ.ເກົາຫຼີ ແລະ ບາງປະເທດຢູ່ຂົງເຂດອາເມລິກາໃຕ້. 



ເມື່ອ ຫວຽດນາມ ເຂົ້າຮ່ວມສັນຍາການຄ້າຕ່າງໆຄື: TPP, AEC…​ເປັນໂອກາດຍິ່ງໃຫຍ່ເພື່ອໃຫ້ຕັດຫຍິບ ຝູ້ແທ່ງກັ່ນ​ຕອງ ແລະ ລົງທຶນ​ໃສ່​ຊື້ອຸປະກອນເຄື່ອງ​ຈັກໃໝ່ ​ໂດຍຜ່ານການສວຍໃຊ້ທ່າແຮງທາງດ້ານພາສີ.
(ທ່ານ ຫງວຽນວຽດຕຸ່ງ, ປະທານສະພາ ບໍລິຫານ, ທັງເປັນຜູ້ອຳນວຍການໃຫຍ່ຂອງບໍລິສັດຕັດຫຍິບ ຝູ້ແທ່ງ)
ບົດ: ຖາບວີ - ພາບ: ຫວຽດເກື່ອງ
 

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top