• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ບ້ານເກີດເມືອງນອນ ເບິ່ງຈາກມູມສູງ

ໃນແຕ່ລະເຊົ້າ, ຂ້າພະເຈົ້າ ມີຄວາມຊິນເຄີຍ ເຂົ້າ ເບິ່ງຮູບຖ່າຍ ພາຍໃນ ວັນ ຂອງ Daily Doze ແລະ ມີຄວາມພາກພູມໃຈ ເມື່ອຊື່ຂອງ ຊ່າງ ພາບ ຄົນ ຫວຽດ ໄດ້ປະກົດຂຶ້ນ ນັບມື້ ນັບຫຼາຍ ຢູ່ເທິງ ໜ້າເວັບ ດັ່ງກ່າວ.  ຮູບຖ່າຍ ໄດ້ຮັບຄັດເລືອກຖືວ່າ ຍາກແລ້ວ, ແຕ່ໄດ້ຮັບຄັດເລືອກ ເປັນປະ ຈຳ ຍິ່ງບໍ່ຄ່ອຍມີ, ເພາະສະນັ້ນ ເມື່ອຊ່າງພາບ ຈຸງຟ້າມ (ຟ້າມ ຮຸຍຈຸງ) ມີ ຮູບຖ່າຍ 32 ແຜ່ນ ໄດ້ຮັບຄັດເລືອກ ເຂົ້າ Daily Dozen ໄດ້ ກາຍເປັນ ສິ່ງທີ່ໜ້າ ປະທັບໃຈ ຕໍ່ວົງການ ຜູ້ນິຍົມ Yourshot ໂດຍຜ່ານ ບັນດາ ມູມຖ່າຍ ເບິ່ງຈາກມູມສູງ ລົງມາ ຂອງ ເພິ່ນ. 
ໃນຊຸມປີມໍ່ໆ ນີ້, ຈຳນວນຊ່າງພາບຫວຽດນາມ ສົ່ງຮູບຖ່າຍ ຂຶ້ນໜ້າເວັບ Yourshot ຂອງ National Geographic (ສາມະຄົມ ພູມສາດ ສ ອາເມ ລິກາ) (https://yourshot.nationalgeographic.com) ນັບມື້ ເພີ່ມ ຂຶ້ນ. ເຖິງວ່າ ນີ້ບໍ່ແມ່ນ ການປະກວດ ຮູບຖ່າຍ, ແຕ່ Yourshot ໄດ້ດຶງ ດູດໃຈ ວົງການ ຊ່າງພາບ ໃນທົ່ວໂລກ ຢູ່ສະເໝີ ຍ້ອນນີ້ແມ່ນ ໜ້າເວັບ ທີ່ມີຮູບຖ່າຍ ຫຼາຍລ້ານແຜ່ນ ທີ່ມີຄວາມຫຼາກຫຼາຍ ຮູບແບບ ແລະ ສີສັນ, ແຕ່ຍາມໃດກໍ ຖືຕາມລັກສະນະ ຕົ້ນສະບັບເດີມ. ນີ້ກໍແມ່ນສະໜາມ ການຫຼິ້ນ ເພື່ອໃຫ້ບັນດາມືກ້ອງໜຸ່ມ ມີໂອກາດ ໄດ້ທົດລອງ ຕົວຈິງ ແລະ ສຶກສາຫາຄວາມຮູ້. ແຕ່ລະມື້, ກອງບັນນາທິການ ຊຶ່ງລວມມີບັນດາຊ່າງ ພາບທີ່ມີຊື່ສຽງ ຈະເປັນຜູ້ ຄັດເລືອກຮູບຖ່າຍ 12 ແຜ່ນ ງາມທີສຸດ ໃນຈຳ ນວນຮູບຖ່າຍ ຫຼາຍພັນແຜ່ນ ທີ່ໄດ້ສົ່ງເຂົ້າມາຍັງ Daily Dozen. ເປັນ ທີ່ແນ່ນອນວ່າ ຈະມີນັກປະພັນຫຼາຍຄົນ ໄດ້ເຂົ້າເປັນສະມາຊິກ ຂອງ ສະ ມາຄົມ National Geographic ມາເປັນເວລາຫຼາຍປີແລ້ວ ແລະ ໄດ້ ສົ່ງ ຮູບຖ່າຍ ຂຶ້ນໜ້າເວັບ Yourshot ຫຼາຍເທື່ອແລ້ວ, ແຕ່ບໍ່ເຄີຍໄດ້ຮັບ ຄັດເລືອກ ເຂົ້າ Daily Dozen ເທື່ອ. ເຖິງວ່າ ພຽງແຕ່ ໄດ້ເຊີດຊູ ພາຍ ໃນວັນກໍຕາມ, ແຕ່ນັ້ນແມ່ນ ຄວາມມີກຽດ ສໍາລັບ ຜູ້ມີຄວາມຫຼົງຮັກ ກັບ ການຖ່າຍຮູບ ແບບເດີມ ຢ່າງແທ້ຈິງ.

ທ່ານ ຟ້າມຮຸຍຈຸງ ເກີດເມື່ອປີ 1979 ທີ່ຮ່າໂນ້ຍ, ຮຽນຈົບ ປະລິນຍາໂທ ຂະແໜງ ສື່ສານໂທລະຄົມມະນາຄົມ -ມະຫາວິທະຍາໄລ Chalmers ຢູ່ ປະເທດ ຊູແອດ ເມື່ອປີ 2006, ປັດຈຸບັນ ທ່ານຈຸງ ກຳລັງໃຊ້ຊີວິດ ແລະ ເຮັດວຽກ ຢູ່ໄຊງ່ອນ. ທ່ານ ມາກັບການຖ່າຍຮູບ ໂດຍບັງເອີນ ເມື່ອ ໄດ້ເບິ່ງ ຮູບພາບຕ່າງໆ ທີ່ສວຍງາມຜ່ານທາງ ອິນເຕີເນັດ, ທ່ານ ຈຸງ ໄດ້ ຕັ້ງຄຳຖາມ ໃຫ້ຕົວເອງວ່າ ເຮັດແນວໃດ ເພື່ອສາມາດຖ່າຍຮູບ ໄດ້ ບັນດາຮູບຖ່າຍງາມຄືແນວນີ້? ຫຼັງຈາກ ໄລຍະໜຶ່ງລົງມື ຄົ້ນຄວ້າ ກ່ຽວກັບ ສິລະປະຖ່າຍຮູບດ້ວຍຕົນເອງ, ໃນເດືອນກັນຍາ 2016 ທ່ານ ຈຸງ ໄດ້ ເລີ່ມກ້າວເຂົ້າສູ່ເສັ້ນທາງ ເປັນຊ່າງພາບ ກັບ ກ້ອງຖ່າຍຮູບ Nikon D7200. ຊອກອ່ານ ແຫຼ່ງຄວາມຮູ້, ປະສົບການ ກ່ຽວກັບ ສິລະປະຖ່າຍຮູບ ຂອງ ບັນດາລຸ້ນຊ່າງພາບໄປກ່ອນ, ຍິ່ງອ່ານ ທ່ານ ຈຸງ ຍິ່ງມີ ຄວາມຮູ້ສຶກ ຫຼົງໄຫຼເມົາມົວ ກັບວິຊາສິລະປະນີ້. ທ່ານຈຸງ ເລີ່ມ ເດີນທາງ ຊອກຫາມູມມອງຖ່າຍຮູບ ໃຫ້ສະເພາະຕົນເອງ. ໂດຍອາໄສ ຄວາມຮູ້ ທີ່ໄດ້ ຮຽນມາຈາກ ຂະແໜງ ສື່ສານ ໂທລະຄົມມະນາຄົມ ໄດ້ຊ່ວຍໃຫ້ເພິ່ນ ກຳໄດ້ເຕັກນິກ ຈັດແກ້ ຮູບຫຼັງການຖ່າຍເປັນຢ່າງດີ. ມື້ລະເລັກລະນ້ອຍ, ຮູບຖ່າຍ ຂອງ ທ່ານ ຈຸງ ນັບມື້ນັບສົມບູນແບບ ແລະ ເລີ່ມກໍ່ຕົວແບບ ການຖ່າຍຮູບ ສະເພາະເປັນຂອງຕົນເອງ.


ທ່າເຮືອ ກື໊ວສອດ, ຕາແສງ ແຖກກິມ, ແຂວງ ຮ່າຕີ້ງ. 


ອາລຸນວັນໃໝ່ ຢູ່ເທິງທົ່ງນາເກືອ. 


ຟ້າຄະນອງ ໃນຕອນບ່າຍ.


ລະຫວ່າງກາງປ່າສະເມັດ.


ເດັດຊາ.


ຕະຫຼາດຂາຍປາ ຢູ່ ບຶງ ກວ໊າງເລີ້ຍ, ແຂວງ ເທື່ອທຽນ ເຫວ້ ໃນຍາມເຊົ້າຕູ່. 


ໝູ່ບ້ານຂາຍດອກໄມ້ໃນໂອກາດບຸນເຕັດ.


ລະດູດອກໄມ້ເຫຼືອງ ຢູ່ແຂວງ ຢາລາຍ.


ລະດູເປ່ງນຳ້ເຂົ້າທົ່ງນາ.


ລະດູນຳ້ແກ່ງ.


ແສງອາລຸນວັນໃໝ່ ຢູ່ເທິງທົ່ງນາ ຕ່າປ້າ. 


ປ່ານຳ້ເຄັມ ຣູ໋ຊ໋າ (ແຂວງ ເທື່ອທຽນ ເຫວ້) ໃນລະດູໜາວ.


ນຳ້ໝອກ ຢູ່ ແທງຊ໋າ (ແຂວງ ເລີມດົ່ງ). 


ໂນນຊາ ໝົກເຈົາ (ແຂວງ ເຊີນລາ) ໃນລະດູບານໃໝ່. 

Flycam ມີທ່າໄດ້ປຽບຢູ່ສະເໝີ ໃນເວລາຖ່າຍຮູບ ຈາກມູມສູງ, ແຕ່ ຈະເລືອກ ລະດັບຄວາມສູງໃດ ເພື່ອໃຫ້ຮູບຖ່າຍອອກມາມີຄວາມ ເໝາະ ສົມ ກໍແມ່ນອີກເລື່ອງໜຶ່ງ, ຍ້ອນວ່າ ຖ້າມີເຕັກນິກ ການຖ່າຍຮູບດີ ຈຶ່ງ ສາມາດ ຖ່າຍຮູບດ້ວຍ Flycam ດີໄດ້ ແລະ ທ່ານ ຈຸງຟ້າມ ແມ່ນຊ່າງ ພາບ ຄົນໜຶ່ງ ໃນຈຳນວນ ຊ່າງພາບ ຫຼາຍຄົນ ເຮັດໄດ້ສິ່ງດັ່ງກ່າວ. ດ້ວຍ ເຫດນັ້ນ, ບໍ່ມີຫຍັງ ທີ່ເປັນຕາ ງຶດງ້ໍ ເມື່ອຫາກໍ ຈັບກ້ອງຖ່າຍ ເປັນເວລາ ກວ່າສອງປີ ແຕ່ຮູບຖ່າຍຂອງ ທ່ານ ຈຸງ ໄດ້ຖືກຄັດເລືອກຈັດພິມ ຢູ່ໃນວາ ລະສານ ຮູບຖ່າຍ ສາກົນ ທີ່ຊົງອິດທິພົນຫຼາຍສະບັບ, ນັບທັງ National Geographic.

ເຄີຍຄວ້າລາງວັນສາກົນໄດ້ຫຼາຍລາງວັນ, ປີ 2017 ຄະນະຈັດຕັ້ງ ການ ປະກວດຮູບຖ່າຍ Sony Photo Awards ເຊື້ອເຊີນ ໄປນະຄອນຫຼວງ ລອນດອນ (ອັງກິດ) ເພື່ອຮັບລາງວັນ, ແຕ່ທ່ານຈຸງ ບໍ່ມັກກ່າວເຖິງ ຜົນ ງານການຖ່າຍຮູບ ຂອງຕົນເອງ, ຍັງເມົາມົວ ກັບເດີນທາງແຕ່ເໜືອ ຮອດ ໃຕ້, ບ່ອນໃດທັດສະນີຍະພາບທີ່ງາມ ແມ່ນມີໜ້າ ທ່ານ ຈຸງ ເຖິງຂັ້ນບາງ ຄັ້ງຈົນລືມ ວຽກທ່ີຕົນເອງກຳລັງເຮັດ.

 
ປະຕິບັດ: ຫຼີຮວ່າງລອງ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top