• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ບ້ານ ຫີນ ຂວຍກີ

ບ້ານ ຫີນ ຂວຍກີ ສັງກັດຕາແສງ ດ່າມຖຸຍ, ເມືອງ ຈຸ່່ງແຄ໋ງ, ແຂວງ ກາວບັ່ງ ກັບບັນດາເຮືອນຮ້ານ ມີຮູບຊົງແບບບູຮານ ຊຶ່ງ ສ້າງຄວາມງາມແບບເກົ່າແກ່ ໃຫ້ດິນແດນ ຢູ່ເຂດຊາຍແດນ ທີ່ ຫ່າງໄກ. ທ່າມກາງບັນຍາກາດ ທີ່ກວ້າງໃຫຍ່ໄພສານ, ບັນດາ ເຮືອນຮ້ານ ດ້ວຍຫີນ ທີ່ໝັ້ນຄົງ, ທົນທານ, ຫຸ້ມລ້ອມ ແລະ ປົກ ປ້ອງ ຊາວເຜົ່າໄຕ່ ທີ່ມີນິດໄສໃຈດີ ແລະ ລຽບງ່າຍ. 
ຊົນເຜົ່າໄຕ່ ຢູ່ ເມືອງ ຈຸ່ງແຄ໋ງ ມີຄວາມເຊື່ອຖື ບູຊາຫີນ. ຫີນ ໃນ ຄວາມຄິດ ຂອງ ເຂົາເຈົ້າ ແມ່ນມີຄວາມສັກສິດ ຄືກັບເທບພະ ເຈົ້າ ທ່ີຊ່ວຍປົກປ້ອງຄຸ້ມຄອງເຂົາເຈົ້າຕໍ່ໜ້າ ໄພອັນຕະລາຍ ຂອງ ທຳມະຊາດ. ຍ້ອນແນວນັ້ນ, ໃນຮີດຄອງ ປະເພນີ ຂອງ ແຕ່ລະ ຊົນເຜົ່າ ຢູ່ ກາວບັ່ງ ຕ່າງກໍໄດ້ກຳນົດເອົາວັນໃດໜຶ່ງ ທີ່ແນ່ນອນ ເພື່ອຈັດ ພິທີບູຊາ ເພື່ອຖະຫວາຍຕໍ່ເທບພະເຈົ້າຫີນ. ພວກເຂົາຖື ວ່າ ຫີນເປັນຕົ້ນກໍາເນີດ ຂອງ ຊີວິດ ແລະ ສູນລວມ ຂອງ ໂລກ ຈັກກະວານ. ມະນຸດກຳເນີດຈາກຫີນ ແລະ ເມື່ອຕາຍໄປກໍຈະ ກາຍເປັນຫີນ. 


ບ້ານ ຂວຍກີ ມີເຮືອນຮ້ານດ້ວຍຫີນ 14 ຫຼັງ ຢູ່ໃນພື້ນທີ່ ກວ້າງປະມານ 10.000 ຕາລາງແມັດ, ຫຼັງອີງໃສ່ພູຫີນ, ຕໍ່ ໜ້າແມ່ນຫ້ວຍນຳ້ ຂວຍກີ. ພາບ: ກົງດາດ


ທ່າມກາງບັນຍາກາດ ທີ່ກວ້າງໃຫຍ່ໄພສານ, ບັນດາ ເຮືອນຮ້ານ ດ້ວຍຫີນ ທີ່ໝັ້ນຄົງ, ທົນທານ, ຫຸ້ມລ້ອມ ແລະ ປົກປ້ອງ
ຊາວເຜົ່າໄຕ່ ທີ່ມີນິດໄສໃຈດີ ແລະ ລຽບງ່າຍ. 
ພາບ: ຈິ້ງໂບ້/VNP


ບັນດາຂັ້ນໄດຫີນ ຂຶ້ນເທິງເຮືອນຮ້ານ ຢູ່ ບ້ານ ຂວຍກີ. ພາບ: ກົງດາດ


ຊາວເຜົ່າ ໄຕ່ ຢູ່ ຂວຍກີ ມີຄວາມຕິດພັນກັບຕົ້ນເຂົ້າ, ເຂົາເຈົ້າຕາກເຂົ້າເປືອກ ຢູ່ເທິງ ຫຼັງຄາເຮືອນຮ້ານດ້ວຍຫີນ ຫຼັງລະດູການເກັບກ່ຽວ. ພາບ: ກົງດາດ


ບັນດາປ່ອງຢ້ຽມ ເຮືອນຮ້ານດ້ວຍຫີນ ຢູ່ ບ້ານ ຂວຍກີ. ພາບ: ກົງດາດ


ບັນບັນດາກໍາແພງຫີນ ມີຮ່ອງຮອຍຂອງການເວລາ ຢູ່ ບ້ານ ຂວຍກີ.  ພາບ: ຈິ້ງໂບ້/VNP


ບັນດາກໍາແພງຫີນ ມີຮ່ອງຮອຍຂອງການເວລາ ຢູ່ ບ້ານ ຂວຍກີ. ສະໄໝສັກດິນາ, ຊາວເຜົ່າ ໄຕ່ ຢູ່ ຂວຍກີ ຖືບັນດາ ຫຼັງເຮືອນຮ້ານດ້ວຍຫີນ ເໝືອນດັ່ງປ້ອມໝັ້ນ
ເພື່ອຕ້ານກັບ ການປຸ້ນຈີ້, ທຳລາຍ ຂອງສັດຕູ. ພາບ: ຈິ້ງໂບ້/VNP



ຕໍ່ໜ້າລະບຽງເຮືອນຮ້ານດ້ວຍຫີນ ຢູ່ບ້ານ ຂວຍກີ. ພາບ: ຈິ້ງໂບ້.

ບັນຍາກາດ ຢູ່ຕໍ່ໜ້າ ເຮືອນຮ້ານດ້ວຍຫີນ ຂອງຊາວ ເຜົ່າ ຂວຍກີ. ພາບ: ກົງດາດ

ຢູ່ ຂວຍກີ, ຫີນໄດ້ຖືກນຳໃຊ້ ຫຼາຍຢ່າງ ໃນຊີວິດປະຈຳວັນ ຂອງ ພີ່ນ້ອງບັນດາເຜົ່າ. ຫີນຖືກນໍາໃຊ້ ໃນການກໍ່ສ້າງເຮືອນ ຫຼື ກິດ ຈະກຳຕ່າງໆ ເຊັ່ນ: ຮົ້ວ, ເຂື່ອນກັ້ນນຳ້, ຄົກຫີນ, ເຕົາດັງດ້ວຍ ຖ່ານ ແລະ ອື່ນໆ ອີກຫຼາຍຢ່າງ. ບັນດາຫຼັງເຮືອນ ກໍ່ດ້ວຍຫີນ ມີ ຄວາມໝັ້ນຄົງຖາວອນ ເໝືອນດັ່່ງປ້ອມປະການ.

ບ້ານເຮືອນຫີນ ຂວຍກີ ຕັ້ງຢູ່ລະຫວ່າງກາງຈຸດທ່ອງທ່ຽວ ສອງ ແຫ່ງເຊັ່ນ: ຕາດ ບານໂຢກ ແລະ ຖ້ໍ້າເງື່ອມງາວ ຂອງເມືອງ ຈຸ່ງ ແຄ໋ງ. ຈາກຕາດ ບານໂຢກ ເຂົ້າຫາບ້ານ ຂວຍກີ ໄລຍະທາງ ປະ ມານ 3 ກິໂລແມັດ ຕາມເສັ້ນທາງ 206. ບ້ານ ມີ 14 ຫຼັງຄາ ເຮືອນ ຕັ້ງລຽບຕາມຕີນພູ, ຕໍ່ໜ້າແມ່່ນ ຫ້ວຍນໍ້າໃສ ໄຫຼຜ່ານຕະ ຫຼອດວັນຄືນ. ຖັດຈາກນັ້ນ ແມ່ນທົ່ງນາ ທີ່ມີຄວາມອຸດົມສົມບູນ ຕະຫຼອດປີ. ມາຍັງ ທີ່ນີ້ໃນຍາມເຂົ້າສຸກ, ນັກທ່ອງທ່ຽວຈະໄດ້ ເຫັນກັບຕາ ຮູບພາບ ທົ່ງນາ ເຂົ້າສຸກເຫຼືອງ ເໝືອນດັ່ງຜືນພົມທີ່ ມີສີເຫຼືອງໄປທົ່ວ ຊຶ່ງສ້າງເປັນຈຸດເດັ່ນ ໃນທ່າມກາງບັນຍາກາດ ຂອງພູຜາປ່າດົງ ທີ່ກວ້າງໃຫຍ່ໄພສານ. ຖ້າມາຍັງທີ່ນີ້ໃນລະດູ ບານໃໝ່ ຈະແມ່ນສີຂຽວ  ຂອງ ບັນດາທົ່ງສາລີ ແລະ ບັນດາຜົນ ລະປູກ.

ບັນດາຫຼັງເຮືອນຮ້ານບູຮານ ທີ່ກໍ່ດ້ວຍຫີນ ຂອງພໍ່ແມ່ຊາວຊົນເຜົ່າ ໄຕ່ ຢູ່ ຂວຍກີ ໄດ້ກາຍເປັນສັນຍາລັກດ້ານວັດຖຸ ທີ່ມີຄຸນຄ່າ ຫຼາຍ ຢ່າງ ຊຶ່ງສະແດງໃຫ້ເຫັນການສະຖາປັດຕະຍະກຳ ທີ່ເປັນເອກະ ລັກ ແລະ ຊ້ອນແຝງໃນນັ້ນແມ່ນ ຮີດຄອງປະເພນີ ອັນເປັນມູນ ເຊື້ອ ທີ່ໄດ້ບຳລຸງລ້ຽງຜ່ານຫຼາຍເສັ່ນຄົນ. ປັດຈຸບັນ, ຂວຍກີ ໄດ້ ກະຊວງວັດທະນະທຳ-ກິລາ ແລະ ທ່ອງທ່ຽວ ຮັບຮອງ ເປັນໝູ່ ບ້ານ ວັດທະນະທຳມູນເຊື້ອ ທີ່ເປັນຕົວແທນ ຂອງ ຊົນເຜົ່າສ່ວນ ໜ້ອຍ.
ບົດ: ຈິ້ງໂບ້ - ພາບ: ຈ້ອງຈິ໋ງ, ກົງດາດ, ຈິ້ງໂບ້
 
 

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top