• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ບ້ານ ດ໋າເບຍ

ບ້ານ ດ໋າເບຍ ຢູ່ຕາແສງ ຕ່ຽນຟອງ, ເມືອງ ດ່າບັກ, ແຂວງ ຮວ່າ ບິ່ງ. ນະທີ່ນີ້ ມີແຕ່ເຮືອນຮ້ານບູຮານ ໄດ້ນຳໃຊ້ ເພື່ອເຮັດ ບໍລິ ການ Homestay, ບັນດາເຍື່ອງອາຫານພື້ນບ້ານ ເປັນທ່ີນິຍົມ ຂອງ ຊາວເຜົ່າເມືອງ ອາວຕາ, ວັດທະນະທຳ ທີ່ເປັນເອກະລັກ ສະເພາະ (ຊາວເຜົ່າພື້ນເມືອງ) ຊຶ່ງເຂັ້ມຂຸ້ນໄປດ້ວຍຄວາມຈິງ ໃຈ, ໃກ້ຊິດ, ຮັກແຂກແພງຄົນ ແລະ ຄວາມສວຍງາມຂອງ ທຳ ມະຊາດ ຈົນເຮັດໃຫ້ຜູ້ມາຢາມຫຼົງໄຫຼອີກດ້ວຍ. 
ແຕ່ນະຄອນ ຮ່ວາບິ່ງ, ນັກທ່ອງທ່ຽວສາມາດ ໄປຫາບ້ານ ດ໋າ ເບຍ ດ້ວຍທາງນຳ້ ແລະ ທາງບົກ ໄດ້ຢ່າງສະດວກ. ທີ່ນີ້ ຍັງຮັກ ສາໄວ້ຄືເກົ່າຄວາມສວຍງາມຂອງທຳມະຊາດ ແລະ ເປັນສະ ຖານທີ່ຈັບໃຈນັກທ່ອງທ່ຽວເປັນພິເສດ. ມາທີ່ນີ້ ນັກທ່ອງທ່ຽວ ສາມາດຮັບຮູ້ໄດ້ເຖິງຄວາມງຽບສະຫງົບ, ໄດ້ສູບອາກາດ ທີ່ ປອດໂປ່ງ ແລະ ຮົ່ມເຢັນ ຂອງເຂດປ່າດົງດິບ, ໄດ້ຊົມກ້ອນ ເມກສີຂາວ ລອຍຕາມຈອມພູສູງ, ໄດ້ຟັງສຽງນົກນາໆ​ ຊະນິດ ຮ້ອງດັງກ້ອງກັງວານໄປທົ່ວເຂດພູຜາປ່າດົງແຫ່ງນີ້. 

ມາຍັງບ້ານ ດ໋າເບຍ, ນັກທ່ອງທ່ຽວຍັງໄດ້ເຂົ້າຮ່ວມໃນບັນດາການເຄື່ອນໄຫວຕ່າງໆ ຄື: ຖີບລົດຖີບ ຫຼື ຍ່າງ ເພື່ອທ່ຽວຊົມ ທັດສະນີຍະພາບຂອງໝູ່ບບ້ານແຫ່ງນີ້, ໄດ້ໄປຊອກຮູ້ເຮືອນ ຮ້ານບູຮານຫຼາຍຫຼັງ ຜ່ານຫຼາຍເຊັ່ນຄົນ ຍັງໄດ້ປົກປັກຮັກສາ ໄວ້ຄືເກົ່າ. 


ພາບຂອງໜອງ ຮ່ວາບິ່ງ. 


ບ້ານ ດ໋າເບຍ ດ້ວຍເຮືອນຮ້ານກວ່າ 40 ຫຼັງຂອງຊາວເຜ່ົາ ເມື່ອງ ອາວຕາ.


ນັກທ່ອງທ່ຽວ ໄປຊອກຮູ້ບ້ານ ດ໋າເບຍ ດ້ວຍທາງນຳ້. 


ເສຍເວລາຂີ່ເຮືອ 1-2 ຊົ່ວໂມງ ຈະໄປຮອດບ້ານ ດ໋າເບຍ.


ນັກທ່ອງທ່ຽວຮູ້ສຶກປະທັບໃຈເມື່ອມາຮອດບ້ານ ດ໋າເບຍ.


ເຮືອນຮ້ານຫຼັງໜຶ່ງຢູ່ບ້ານ ດ໋າເບຍ ໄດ້ນໍາໃຊ້ເປັນບ່ອນ ຕ້ອນຮັບ ນັກທ່ອງທ່ຽວຕາມແບບ Homestay.


ເສັ້ນທາງໜຶ່ງໃນບ້ານ ດ໋າເບຍ.


ນັກທ່ອງທ່ຽວຊອກຮູ້ກ່ຽວກັບວັດທະນະທຳ ແລະ ປະຫວັດສາດຂອງບ້ານ ດ໋າເບຍ.


ປັດຈຸບັນ, ບ້ານ ດ໋າເບຍ ມີຊາວບ້ານ 4 ຄອບຄົວເຮັດບໍລິການ Homestay.


ຫວ່າງເວຫາໃນເຮືອນຮ້ານ.


ນັກທ່ອງທ່ຽວພາຍເຮືອ Kayak ເທິງໜອງ ຮ່ວາບິ່ງ ຂົງເຂດບ້ານ ດາເບຍ.

ນອກຈາກນັ້ນ, ນັກທ່ອງທ່ຽວຍັງໄດ້ເຂົ້າຮ່ວມໃນບັນດາການ ຫຼິ້ນເທິງໜ້ານໍ້າຄື: ລ່ອງແພ, ພາຍເຮືອ kayak, ຫຼິ້ນນໍ້າຕົກ ຕາດ, ຍ່າງຕາມຫ້ວຍນໍ້າ, ຊອກຮູ້ຖໍ້າຫີນ ແລະ ອື່ນໆ. 

ພາຍຫຼັງກິດຈະກໍາ ປະສົບຄວາມສໍາເລັດ, ນັກທ່ອງທ່ຽວຈະໄດ້ ນອນພັກຜ່ອນໃນກະແສນຳ້ທີ່ເຢັນດີ ແລະ ຮັບປະທານອາ ຫານພື້ນບ້ານຫຼາຍເຍື່ອງຄື: ໄກ່ປ່ອຍຕາມພູເຂົາ, ໝູປ່າ ຕາມ ທໍາມະຊາດ, ປາແມ່ນຳ້ ດ່າ, ຜັກປ່າ... ບັນດາເຍື່ອງ ອາຫານ ດັ່ງກ່າວ ໄດ້ປຸງແຕ່ງຕາມແບບ ຂອງ ທ້ອງຖິ່ນ, ເຂັ້ມຂຸ້ນໄປ ດ້ວຍກິ່ນຫອມຂອງເຄື່ອງປຸງ, ລົດຫວານຂອງຫຼໍ່ໄມ້,  ລົດຂົມ ຂອງ ຜັກປ່າ... ທັງໝົດເປັນອາຫານທີ່ປອດສານພິດ ແລະ ໄດ້ ປຸງແຕ່ງດ້ວຍບັນດາພໍ່ຄົວເປັນຄົນເຜົ່າເມືອງ ອາວຕາ. 

ພິເສດ, ພຽງແຕ່ບ້ານ ດ໋າເບຍ ແມ່ນຍັງຮັກສາໄວ້ໄດ້ ຄວາມ ງາມ ດ້ານວັດທະນະທຳ, ຊຶ່ງມີຫຼາຍບ່ອນ ບໍ່ສາມາດຮັກສາໄວ້ ໄດ້, ນັ້ນຄື ຮ້ານ ຕື່ນຕົວ. ຮ້ານຄ້ານີ້ ໄດ້ສ້າງຂຶ້ນໂດຍຈຸດປະສົງ ເພື່ອແລກປ່ຽນ, ຊື້ຂາຍບັນດາຜະລິດຕະພັນ ທີ່ຊາວບ້ານຜະລິດ ອອກມາ ແຕ່ນຳໃຊ້ບໍ່ໝົດ. ຊື່ເປັນຮ້ານ ຕື່ນຕົວ ເພາະວ່າ ຮ້ານ ຄ້າຫຼັງນີ້ ບໍ່ຕ້ອງການມີຄົນນັ່ງຂາຍເຄື່ອງ, ທຸກຄົນມາເລືອກຊື້ເຄື່ອງ ແລະ ຈ່າຍເງິນໂດຍຕົນເອງ ຕາມລາຄາທີ່ໄດ້ຕິດຢູ່ ຜະ ລິດຕະພັນ. 


ຮ້ານຕື່ນຕົວ, ຈຸດພິເສດຢູ່ບ້ານ ດ໋າເບຍ.


ມາທ່ຽວຮ້ານ ຕື່ນຕົວ, ທຸກຄົນມາເລືອກຊື້ເຄື່ອງ ແລະ ຈ່າຍເງິນໂດຍຕົນເອງ ຕາມລາຄາທີ່ໄດ້ຕິດຢູ່ ຜະ ລິດຕະພັນ.


ນັກທ່ອງທ່ຽວ ຮູ້ສຶກປະທັບໃຈ ຮ້ານຕື່ນຕົວ ເມື່ອຄັ້ງທໍາອິດມາຍັງບ້ານ ດາ໋ເບຍ.

ໃນຍາມຄໍ່າຄືນ, ນັກທ່ອງທ່ຽວ ສາມາດນັ່ງຊົມເດືອນດາວ ຫຼື ເຈືອຈານ ເຂົ້າກັບບັນດາທຳນອງເພງ, ຈັງຫວະຟ້ອນຂອງ ຊາວ ທ້ອງຖິ່ນ, ທັງສ້າງຊ່ວງເວລາທີ່ງຽບສະຫງົບ, ຜ່ອນຄາຍອາລົມ ແລະ ເພີ່ມກຳລັງແຮງໃຫ້ແກ່ນັກທ່ອງທ່ຽວ ພາຍຫຼັງຄວາມ ອິດ ເມື່ອຍ ໃນຊີວິດປະຈຳວັນ. 
 
ປະຕິບັດ: ກົງດາດ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top