• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ບ້ານ ຍ່າຫຼາ

ບ້ານ ທາ ແລະ ຮ້າແທ່ງ ຢູ່ຕາແສງ ເຟືອງໂດ້ (ນະຄອນ ຮ່າຢາງ)ນັກທ່ອງທ່ຽວທັກເອີ້ນຊື່ວ່າ “ບ້ານ ຍ່າຫຼາ” (ບ້ານມຸງ ຫຍ້າ). ບ້ານ ສອງແຫ່ງແມ່ນຕັ້ງໃກ້ກັນ ປຸກແບບເຮືອນຮ້ານ ກວ່າ 200 ຫຼັງ ປຸກ ຢູ່ແຄມຫ້ວຍ ຕຽນ ທີ່ໃສເຢັນ, ພ້ອມກັບວິຖີຊີິວິດ ແບບຊົນນະບົດ ຂອງ ຊົນເຜົ່າ ໄຕ່ ຊຶ່ງສ້າງຄວາມປະທັບໃຈ ໃຫ້ແກ່ນັກທ່ອງທ່ຽວ ເມື່ອມາທີ່ນີ້.
ອາກາດທີ່ຮ້ອນຂອງເຂດພູສູງ, ພວກຂ້າພະເຈົ້າໄດ້ອ້າຍ ຖ່ວນ, ພະນັກງານຫ້ອງວັດທະນະທຳນະຄອນ ຮ່າຢາງ ພາໄປຢາມ ບ້ານ ທາ ແລະ ຮ້າແທ່ງ. ຫຼັງຈາກທີ່ມາຮອດບ້ານ ຮ້າແທ່ງ, ພວກ ຂ້າ ພະເຈົ້າຮູ້ສຶກປະທັບໃຈຕໍ່ສີເຫຼືອງ ຂອງ ບັນດາທົ່ງນາຂັ້ນໄດ ພາຍ ຫຼັງ ເກັບກ່ຽວເຂົ້າ.
 
ບ້ານສອງປຸກຢູ່ແຄມຫ້ວຍ ຕຽນ, ນ້ຳຫ້ວຍ ຖືກນຳໃຊ້ເພື່ອຮັບ ໃຊ້ ໃຫ້ແກ່ການເຮັດນາ ແລະ ການດຳລົງຊີວິດຂອງປະຊາຊົນຢູ່ທີ່ ນີ້, ສະນັ້ນ ເຮືອນຜູ້ໃດກໍ່ມີໜອງ. ເພື່ອເຮັດໜອງ, ຊົນເຜົ່າໄຕ່ ຢູ່ ຕາ ແສງ ເຟືອງໂດ້ ພຽງແຕ່ຂຸດດິນ, ເອົາຫີນຖົມເປັນຄູກັ້ນນຳ້. ແຕ່ລະ ໜອງ ແມ່ນລ້ຽງປາບູ່ ຊຶ່ງທີ່ເໝາະກັບ ອາກາດໃນທ້ອງຖິ່ນ, ທັງມີ ຄຸນຄ່າດ້ານເສດຖະກິດສູງອີກດ້ວຍ.


ອ້າຍ ຫງວຽນວັນກວ່ຽນ, ຜູ້ຄຸ້ມຄອງການທ່ອງທ່ຽວ ຂອງ ບ້ານ ທາ ໃຫ້ຮູ້ວ່າ ກ່ອນນີ້ ໜຶ່ງເດືອນ, ຖ້າພວກຂ້າພະເຈົ້າມາຢູ່ທີ່ນີ້ ຈະໄດ້ ເຫັນກັບຕາຄວາມຟົດຟື້ນຂອງການເກັບກ່ຽວເຂົ້າ ຂອງຊາວເຜົ່າ ໄຕ່. ຫຼັງຈາກເຂົ້າບ້ານ, ພວກຂ້າພະເຈົ້າຮູ້ ສຶກປະທັບໃຈຕໍ່ຄວາມ ສວຍສົດງົດງາມ ຂອງ ບັນດາເຮືອນຮ້ານ ທີ່ໄດ້ມຸງດ້ວຍ ໃບເຕີຍ ແລະ ຄວາມໃກ້ຊິດສະໜິດສະໜົມ ຂອງ ຊາວ ບ້ານຢູ່ທີ່ນີ້.

ມູມໜຶ່ງຂອງບ້ານ ທາ ເບິ່ງຈາກມູມສູງ. ບ້ານ ທາ ມີເຮືອນຮ້ານມຸງ ດ້ວຍໃບຄໍ້ 100 ກວ່າຫຼັງ
ປຸກຢັ່ງຢາຍ ໄປຕາມຕີນພູ ຂອງ ຕາແສງ ເຟືອງໂດ້. ພາບ: ຫວຽດເກື່ອງ



ເຮືອນຮ້ານຫຼັງໜຶ່ງທີ່ເປັນເອກະລັກ ປູແປ້ນ, ມຸງດ້ວຍໃບຄໍ້ ຂອງ ຊົນເຜົ່າໄຕ່
ຢູ່ບ້ານທາ ແລະ ມີໜອງລ້ຽງປາບູ່. ພາບ: ທົງທ້ຽນ



ບ້ານ ທາ ແລະ ຮ້າແທ່ງ ຢູ່ຕາແສງ ເຟືອງໂດ້ ມີເຮືອນຮ້ານເກືອບ
200 ຫຼັງ ປຸກແບບ ຂອງຊົນເຜົ່າ ໄຕ່ ທີ່ເປັນເອກະລັກ. ພາບ: ຫວຽດເກື່ອງ



ພາຍໃນເຮືອນຮ້ານຂອງຊາວເຜົ່າ ໄຕ ຢູ່ບ້ານ ທາ. ພາບ: ຫວຽດເກື່ອງ


ບັນດາວັດຖຸສິ່ງຂອງຮັບໃຊ້ໃຫ້ແກ່ການດຳລົງຊີວິດປະຈຳວັນຂອງ
ຊາວເຜົ່າ ໄຕ່. ພາບ: ຫວຽດເກື່ອງ



ໜ່ວຍໝາກ “ຄ່ອນ” ໄດ້ຫ້ອຍຢູ່ລະບຽງເຮືອນຮ້ານຂອງຊົນເຜົ່າ ໄຕ່ ຢູ່ບ້ານ ທາ ແລະ ບ້ານ ຮ້າແທ່ງ.
ໃນວັດທະນະທຳຂອງຊາວເຜົ່າ ໄຕ່, ໝາກ “ຄ່ອນ” ບໍ່ພຽງແຕ່ເປັນເຄື່ອງຫຼິ້ນ ທີ່ນຳໃຊ້ ໃນໂອກາດ ງານບຸນເທົ່ານັ້ນ, ຫາກຍັງເປັນສັນຍາລັກ ຂອງ ຄວາມກິນອີ່ມ ນຸ່ງ ອຸ່ນ, ການຂະຫຍາຍອີກດ້ວຍ. ພາບ: ທົງທ້ຽນ



ຄວາມສະຫງົບສຸກຢູ່ບ້ານ ທາ ຍາມຄ້າຍຄ່ຳ. ພາບ: ຫວຽດເກື່ອງ


ມາຍັງບ້ານ ທາ ຫຼື ບ້ານ ຮ້າແທ່ງ, ນອກຈາກທິວທັດທຳມະຊາດທີ່ ສວຍງາມ ແລ້ວ,
ນັກທ່ອງທ່ຽວຍັງໄດ້ ຍ່າງຫຼິ້ນໃນຫວ່າງເວຫາ ທີ່ ເຕັມໄປດ້ວຍ ຄວາມສະຫງົບສຸກ
ຂອງພໍ່ແມ່ປະຊາຊົນບັນດາເຜົ່າ ຢູ່ ທີ່ນີ້. ພາບ: ຫວຽດເກື່ອງ

ພວກຂ້າພະເຈົ້າແວ່ຢາມເຮືອນພໍ່ເຖົ້າ ຫງວຽນດຶກທິ່ນ ຢູ່ບ້ານ ຮ້າ ແທ່ງ. ພໍ່ເຖົ້າ ທິ່ນ ເລົ່າສູ່ຟັງວ່າ: “ຊົນເຜົ່າໄຕ່ ຢູ່ບ້ານ ຮ້າແທ່ງ ໄດ້ ເລືອກເອົາດິນແດນແຫ່ງນີ້ ເພື່ອດຳລົງຊີວິດຕັ້ງແຕ່ດົນແລ້ວ. ເຮືອນ ຫຼັງນີ້ ພໍ່ຂ້ອຍປຸກຂຶ້ນມາ, ປະຈຸບັນ ຫາກໍ່ປ່ຽນຫຼັງຄາ 5 ເທື່ອເທ່ົາ ນັ້ນ”. ຫຼັງຄາເຮືອນ ຂອງ ຊາວເຜົ່າໄຕ່ ຢູ່ທີ່ນີ້ ມຸງ ດ້ວຍ ໃບລານ ມີຄວາມໜາແຕ່20-40 ຊມ, ມີຄວາມທົນທານແຕ່ 5-10 ປີ.
 
ຢູ່ບ້ານ ຮ້າແທ່ງ ມີ 7 ຄອບຄົວເປີດບໍລິການ homestay, 9 ຄອບ ຄົວເປີດຮ້ານຂາຍເຄື່ອງທີ່ລະນຶກ ແລະ ບໍລິການນັກທ່ອງທ່ຽວ.​ ມີ ຄະນະນັກສະແດງ ກ່ຽວກັບການດຳລົງຊີວິດ ຂອງ ຊົນເຜົ່າໄຕ່. ນອກ ຈາກນັ້ນຢູ່ບ້ານ ຮ້າແທ່ງ ຍັງມີເຂດທ່ອງທ່ຽວທຳມະຊາດ ຫ້ວຍຕຽນ, ເປັນບ່ອນພັກຜ່ອນຂອງນັກທ່ອງທ່ຽວ ແລະ ປະຊາຊົນ ໃນຂົງ ເຂດ ອີກດ້ວຍ.
ເຮືອນຮ້ານຂອງພໍ່ເຖົ້າ ຫງວຽນດຶກທິ່ນ ເປັນບ່ອນທ່ອງທ່ຽວທີ່ຈັບ ໃຈສຳລັບນັກທ່ອງທ່ຽວ ເພື່ອຊອກຮູ້ວັດທະນະທຳ ເມື່ອມາທີ່ນີ້. ຕາມຮີດຄອງປະເພນີ ຂອງ ຊົນເຜົ່າ ໄຕ່, ເຕົາໄຟຈະຕັ້ງຢູ່ກາງ ເຮືອນ, ເປັນບ່ອນແຕ່ງຢູ່ຄົວກິນ, ເປັນບ່ອນສົນທະນາ ແລະ ໃຫ້ ຄວາມອົບອຸ່ນໃນລະດູໜາວ. ຢູ່ລະບຽງ ຈະມີ ເສື່ອ ແລະ ຜ້າຫົ່ມ ກຽມພ້ອມເພື່ອຮັບໃຊ້ນັກທ່ອງທ່ຽວທີ່ມາພັກຜ່ອນ. ພໍ່ເຖົ້າ ທິ່ນ ໃຫ້ຮູ້ວ່າ ແຕ່ໃດໆ ມາ, ຊົນເຜົ່າ ໄຕ່ ຍາມໃດກໍ່ມີຄວາມຮັກ ແຂກ ແພງຄົນທີ່ມາຢ້ຽມຢາມ. ເຈົ້າຂອງເຮືອນ ຈະກະກຽມເຄື່ອງ ທີ່ດີ ທີສຸດ, ອາຫານເຍື່ອງໃດທີ່ແຊບທີສຸດເພື່ອ ຕ້ອນຮັບແຂກ.

ພວກ ຂ້າພະເຈົ້າມີຄວາມປະທັບໃຈ ດ້ວຍໜ່ວຍໝາກ “ຄ່ອນ” ທີ່ ຫ້ອຍຢູ່ລະບຽງເຮືອນແຕ່ລະຫຼັງທີ່ບ້ານ ທາ ແລະ ຮ້າແທ່ງ. ອ້າຍຫງວຽນ ວັນກວ່ຽນ ອະທິບາຍວ່າ ໝາກ “ຄ່ອນ” ໃນຄວາມເຊື່ອຖືຂອງຊົນ ເຜົ່າ ໄຕ່ ແມ່ນເປັນສັນຍາລັກໃຫ້ແກ່ຄວາມກິນອີ່ມ ນຸ່ງອຸ່ນ, ການ ຂະຫຍາຍຜາຍແຜ່. ທາງໃນໝາກ “ຄ່ອນ” ມີແນວປູກ 5 ຢ່າງຄື: ເຂົ້າ, ສາລີ, ໝາກຖົ່ວ, ໝາກຖົ່ວດິນ ແລະ ເມັດງາ. ຖ້ານັກ ທ່ອງ ທ່ຽວມີຄວາມສົນໃຈ, ບັນດາຊາຍໜຸ່ມຍິງສາວ ໃນບ້ານ ຈະສ້າງຕັ້ງ ທີມຫຼິ້ນໝາກ “ຄ່ອນ” ໃຫ້ນັກທ່ອງທ່ຽວໄດ້ຊົມ.
 
 ຍ້ອນການທ່ອງທ່ຽວ ໄດ້ສ້າງລາຍຮັບພໍສົມຄວນໃຫ້ແກ່ຊົນເຜົ່າໄຕ່ ຢູ່ທີ່ນີ້, ສະນັ້ນ ມື້ໃດມີແຂກມາຢາມບ້ານ, ໝາຍຄວາມວ່າ ມື້ນັ້ນ ບ້ານຈະ ມີງານບຸນ. ພໍ່ເຖົ້າ ຫງວຽນດຶກທິ່ນ ໄດ້ແນະນຳວ່າ “ເຂົ້າ ໜຽວ, ປີ້ງປາບູ່ ແລະ ແກງສົ້ມຕາມແບບຂອງ ຊົນເຜົ່າໄຕ່, ຕົ້ມ ຊົ້ວໄກ່, ປີ້ງໝູກິນກັບຜັກປ່າ ແມ່ນພາເຂົ້ານຳໃຊ້ເພື່ອ ຕ້ອນຮັບ ແຂກຂອງບ້ານຂ້າພະເຈົ້າ.”


ຊາວບ້ານສອງແຫ່ງຢູ່ທີ່ນີ້ ສ່ວນຫຼາຍໄດ້ທຳອາຊີບເຮັດນາ, ສະນັ້ນ
ເຮືອນໃດກໍ່ມີເດີ່ນເພື່ອຕາກເຂົ້າ. ພາບ: ທົງທ້ຽນ



ຊົນເຜົ່າ ໄຕ່ ເກັບສາລີ ແຫ້ງໄວ້ຢູ່ກ້ອງເຮືອນ ເພື່ອກະກຽມໃຫ້ແກ່ ການປູກ ໃນລະດູໜ້າ. ພາບ: ຫວຽດເກື່ອງ


ໃບຄໍ້ ທີ່ຕາກແຫ້ງຢູ່ເທິງຮົ້ວ ເພື່ອກຽມພ້ອມ ໃຫ້ແກ່ການສ້ອມແປງ ຫຼັງຄາເຮືອນ. ພາບ: ຫວຽດເກ່ືອງ


ຊົນເຜົ່າ ໄຕ່ ຢູ່ບ້ານ ທາ ມັກເກັບເຟືອງຢູ່ກ້ອງເຮືອນເພື່ອຮັບໃຊ້
ການແຕ່ງກິນ ແລະ ເປັນອາຫານຂອງສັດ. ພາບ: ຫວຽດເກ່ືອງ



ຊົນເຜົ່າ ໄຕ່ ຢູ່ຕາແສງ ເຟືອງໂດ້ ໄດ້ເກັບຮັກສາມັດເຂົ້າໜຽວທີ່ແຊບສຸດຢູ່ກ້ອງເຮືອນ,
ໃນໂອກາດພິເສດ ຈຶ່ງເອົາໄປສີ ແລ້ວ ໜຶ້ງ ເພື່ອລ້ຽງແຂກ. ພາບ: ຫວຽດເກ່ືອງ



ມູມໜຶ່ງໃນເດ່ີນຕາກເຂົ້າ ສະແດງໃຫ້ເຫັນຄວາມອີ່ມໜຳສຳລານ
ຂອງຊົນເຜົ່າ ໄຕ່ ຢູ່ຕາແສງ ເຟືອງໂດ້. ພາບ: ທົງທ້ຽນ



ບ້ານ ຮ້າແທ່ງ ພາຍຫຼັງລະດູເກັບກ່ຽວ. ພາບ: ຫວຽດເກ່ືອງ


ນອກຈາກເຮັດນາ, ຊົນເຜົ່າ ໄຕ່ ຢູ່ຕາແສງ ເຟືອງໂດ້ ຍັງລ້ຽງແບ້ ເພື່ອພັດທະນາເສດຖະກິດ. ພາບ: ທົງທ້ຽນ


ເສັ້ນທາງຫອອກໄປຫາທົ່ງນາຂອງຊາວເຜົ່າ ໄຕ່ ຢູ່ ບ້ານ ຮ້າແທ່ງ. ພາບ: ຫວຽດເກ່ືອງ


ຊົນເຜົ່າ ໄຕ່ ຢູ່ຕາແສງ ເຟືອງໂດ້ ກຳລັງປຸງແຕ່ງມັນຕົ້ນ. ພາບ: ຫວຽດເກ່ືອງ


ນັກທ່ອງທ່ຽວຕ່າງປະເທດ ກຳລັງຢ້ຽມຢາມບ້ານ ຮ້າແທ່ງ. ປະຈຸ ບັນ, ທີ່ນີ້ ເປັນບ່ອນ
ທ່ອງທ່ຽວທີ່ຈັບໃຈສຳລັບຜູ້ ທີ່ມີຄວາມຮັກມັກ ກັບທິວທັດ ທຳມະຊາດ
ແລະ ວັດທະນະທຳຂອງຊົນເຜົ່າ ໄຕ່ ຢູ່ ຮ່າຢາງ. ພາບ: ຫວຽດເກ່ືອງ

ບໍລິການ homestay ຢູ່ບ້ານ ທາ ແລະ ຮ້າແທ່ງ ມີຄວາມສະດວກສະບາຍຫຼາຍ. ນັກທ່ອງທ່ຽວສາມາດນອນຕາມພື້ນເຮືອນ ທີ່ປູ ດ້ວຍໄມ້ແປ້ນ, ອາບນ້ຳຮ້ອນ. ໃນເຮືອນມີ ອິນເຕີເນັດ, ມີຊາວ ທ້ອງຖິ່ນ ແນະນຳວິທີການປຸງແຕ່ງອາຫານພື້ນເມືອງ ຂອງຊາວ ເຜົ່າໄຕ່ ຕາມຄວາມຕ້ອງການຂອງນັກທ່ອງທ່ຽວ. ຕອນຄ່ຳ, ນັກ ທ່ອງທ່ຽວຈະໄດ້ ຮັບຊົມລາຍການສະແດງສິລະປະ ວັດທະນະທຳ ຈາກບັນ ດາຍິງສາວ ທີ່ເປັນຊາວທ້ອງຖິ່ນຢູ່ທີ່ນີ້.
ບົດ: ທົງທ້ຽນ - ພາບ: ຫວຽດເກ່ືອງ, ທົງທ້ຽນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top