• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບ່າເຣ້ຍ ຫວູງເຕົາ ພັດທະນາເສດຖະກິດຕິດພັນກັບການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ

      ໂດຍແມ່ນແຂວງຫນຶ່ງຢູ່ແຄມທະເລ ແລະ ນອນໃນເຂດເສດຖະກິດຈຸດສຸມທາງພາກໃຕ້, ແມ່ນຫນຶ່ງໃນບັນດາສະຖານທີ່ຄົມມະນາຄົມສຳຄັນໃນເຂດທາງທິດຕາເວັນອອກພາກໃຕ້ຫວຽດນາມ. ດ້ວຍຄວາມສາມາດບົ່ມຊ້ອນ, ທ່າແຮງນັ້ນ ເຂດທະເລຢູ່ ບ່າເຣ້ຍຫວູງເຕົາ ມີຄວາມສຳຄັນຍຸດທະສາດ ໃນກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໂດຍປະຕິບັດຍຸດທະສາດທະເລຫວຽດນາມ ຮອດປີ 2020, ແຂວງ ບ່າເຣ້ຍ ຫວູງເຕົາ ໄດ້ສຸມໃສ່ລົງທຶນພັດທະນາຢ່າງແຮງທາງດ້ານເສດຖະກິດທະເລຕິດພັນກັບການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ.

ທ່ານ ຫງວຽນຮົ່ງຫລີງ, ເລຂາຄະນະພັກແຂວງ ບ່າເຣ້ຍ ຫວູງເຕົາ
ພາບ:newzing.vn
      ດ້ວຍຝັ່ງທະເລຍາວປະມານ 156 ກິໂລແມັດ, ບ່າເຣ້ຍ ຫວູງເຕົາ ມີທ່າໄດ້ປຽບຫລາຍຢ່າງກ່ຽວກັບການພັດທະນາເສດຖະກິດທະເລ. ຄຽງຄູ່ກັນນັ້ນ ເລື່ອງຍູ້ແຮງບັນດາການເຄື່ອນໄຫວຊອກຫາ, ສຳຫລວດ ແລະ ຂຸດຄົ້ນນຳ້ມັນອາຍແກັສ, ທາງແຂວງ ກໍ່ໄດ້ສຸມໃສ່ຂຸດຄົ້ນບັນດາຄວາມສາມາດບົ່ມຊອ້ນດ້ານເສດຖະກິດທະເລຢ່າງມີປະສິດທິຜົນ, ກາຍເປັນສູນທ່າກຳປັ່ນນຳ້ເລິກຂອງເຂດ ແລະ ແມ່ນເຂດຫາສິນທະເລໃຫຍ່ຂອງຊາດ. ທ່ານ ຫງວຽນຮົ່ງຫລີງ, ເລຂາຄະນະພັກແຂວງ ບ່າເຣ້ຍ ຫວູງເຕົາ ໃຫ້ຮູ້ວ່າ:
ບ່າເຣ້ຍ ຫວູງເຕົາ ພວມກໍ່ສ້າງເສດຖະກິດດ້ວຍບັນດາເສົາຄ້ຳໃຫມ່ ບໍ່ພຽງແຕ່ແມ່ນອາຍແກັສເທົ່ານັ້ນ. ນ້ຳມັນອາຍແກັດ ປະຈຸບັນ ພວມກວມອັດຕາສ່ວນຫນ້ອຍລົງ. ຂະແຫນງນ້ຳມັນອາຍແກັສ ຍັງຄົງຊຸກຍູ້ການພັດທະນາ ແຕ່ບໍ່ແມ່ນເສົາຄ້ຳຫນຶ່ງດຽວຂອງ ບ່າເຣ້ຍ ຫວູງເຕົາ ຫາກ ບ່າເຣ້ຍ ຫວູງເຕົາ ຍັງມີ 4 ເສົາຄ້ຳເສດຖະກິດອື່ນອີກ. ໃນນັ້ນ  ເສດຖະກິດທະເລແມ່ນສວມບົດບາດສຳຄັນຍິ່ງ, ຄອບງຳເສດຖະກິດທັງໝົດຂອງແຂວງ.
ຄວາມສາມາດບົ່ມຊອ້ນ, ທ່າແຮງກ່ຽວກັບເສດຖະກິດທະເລໃຫຍ່ສຸດຊື່ງ ບ່າເຣ້ຍ ຫວູງເຕົາ ກຳນົດແມ່ນທ່າກຳປັ່ນທະເລ, ໃນນັ້ນ ສຸມໃສ່ລົງທຶນພັດທະນາລະບົບທ່າກຳປັ່ນ ທິຫວາຍ ກາຍແມບ ກາຍເປັນທ່າກຳປັ່ນທາງຜ່ານສາກົນ. ສະນັ້ນ ແຂວງ ບ່າເຣ້ຍ ຫວູງເຕົາ ພວມຮຽກຮ້ອງການດຶງດູດການລົງທຶນສູນບໍລິການ logistics ກາຍແມບຮ້າ ດ້ວຍເນື້ອທີ່ 800 ເຮັກຕາ ເພື່ອຮັບໃຊ້ໃຫ້ລະບົບທ່າກຳປັ່ນທາງຜ່ານສາກົນຂອງແຂວງ.
ໃນການຢ້ຽມຢາມ ແລະ ເຮັດວຽກ ຢູ່ ບ່າເຣ້ຍ ຫວູງເຕົາ ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ວາງບັນດາຄາດໝາຍສູງໃຫ້ແກ່ການພັດທະນາຂອງລະບົບທ່າກຳປັ່ນແຂວງ ບ່າເຣ້ຍ ຫວູງເຕົາ ນັ້ນແມ່ນຕ້ອງທັດທຽມກັບບັນດາປະເທດໃນພາກພື້ນ ແລະ ໂລກ, ຜ່ານນັ້ນ ປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ການພັດທະນາຂອງປະເທດຊາດ.
ບ່າເຣ້ຍ ຫວູງເຕົາ ມີລະບົບທ່າກຳປັ່ນໃຫຍ່, ທ່າກຳປັ່ນທາງຜ່ານສາກົນ. ມີທີ່ຕັ້ງສຳຄັນ, ທ່າກຳປັ່ນຂອງ ບ່າເຣ້ຍ ຫວູງເຕົາ ບໍ່ມີການແກ້ງແຍ້ງກັບບັນດາແຂວງ, ນະຄອນອື່ນ ພຽງແຕ່ຕ້ອງມີລັກສະນະແກ້ງແຍ້ງກັບ ສິງກະໂປ ຫລື ບາງປະເທດອື່ນ.


ທ່າກຳປັ່ນນ້ຳເລິກ ກາຍແມບ -ທິຫວາຍ
ພາບ: baohaiquan.vn
      ໃນໄລຍະຜ່ານມາ, ບັນດາຂະແຫນງຂຸດຄົ້ນ, ລ້ຽງປູກ, ປຸງແຕ່ງສິນທະເລ ແລະ ບໍລິການພະລາທິການອາຊີບຫາປາ ໄດ້ປະກອບສ່ວນຫລາຍພໍສົມຄວນເຂົ້າໃນການຫັນປ່ຽນຢ່າງແຮງໃນໂຄງປະກອບເສດຖະກິດຂອງແຂວງ ບ່າເຣ້ຍ ຫວູງເຕົາ. ຄຽງຄູ່ກັນນັ້ນ ແຂວງນີ້ ກໍ່ມີຄວາມເອົາໃຈໃສ່ພັດທະນາກອງກຳປັ່ນບໍລິການພະລາທິການສິນໃນນ້ຳຢູ່ທະເລ ດ້ວຍ 65 ພາຫະນະ ເພື່ອຮັບໃຊ້ວຽກງານພະລາທິການອາຊີບຫາປາຢູ່ທະເລ.
ເພື່ອແນໃສ່ຍົກສູງຄຸນຄ່າແຫລ່ງຜົນປະໂຫຍດຈາກສິນໃນນ້ຳ, ແຂວງ ບ່າເຣ້ຍ ຫວູງເຕົາໄດ້ສ້າງກົນໄກ, ນະໂຍບາຍຫນູນຊ່ວຍ, ສົ່ງເສີມບັນດາອົງການຈັດຕັ້ງ, ສ່ວນບຸກຄົນເຂົ້າຮ່ວມການລົງທຶນພັດທະນາໃນບັນດາຂົງເຂດຂຸດຄົ້ນ, ລ້ຽງປູກ, ປຸງແຕ່ງສິນໃນນ້ຳ. ພ້ອມກັນນັ້ນ ການຄຸ້ມຄອງຊັບພະຍາກອນກໍ່ໄດ້ຮັບການເພີ່ມທະວີ ແລະ ຕິດພັນກັບການຍູ້ແຮງການຂຸດຄົ້ນ ຫາສິນທະເລຢູ່ນອກຝັ່ງ, ບໍ່ເຂົ້າຮ່ວມການຫາປາຢູ່ເຂດທະເລຂອງບັນດາປະເທດອື່ນທີ່ຜິດກົດໝາຍ, ໄປຄຽງຄູ່ກັບການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ. ບັນດານະໂຍບາຍນີ້ ໄດ້ສ້າງໃຫ້ຊາວປະມົງມີຄວາມອຸ່ນອ່ຽນໃຈຫາປາ, ເພີ່ມລາຍຮັບ, ປັບປຸງຊີວິດການເປັນຢູ່, ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ.
ໃນ 30 ປີເຂົ້າຮ່ວມການຫາສິນທະເລ ຂ້າພະເຈົ້າຖື ເຮືອຄືດັ່ງເຮືອນຢູ່, ທະເລແມ່ນພື້ນບ້ານ. ໂດຍກຳເນີດ, ເຕີບໃຫຍ່ຂຶ້ນ ແມ່ນອີງໃສ່ອາຊີບຫາປາ ສະນັ້ນ ທັງຫາປາ ລ້ຽງຊີບ ແຕ່ພວກເຮົາກໍ່ຕ້ອງມີຄວາມຮັບຜິດຊອບໃນການປົກປັກຮັກສາປະເທດຊາດ, ປົກປັກຮັກສາບ້ານເກີດເມືອງນອນຂອງຕົນ
ໂດຍຊາບຊືມຢ່າງເລິກເຊິ່ງແຜນນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບການເພີ່ມທະວີການປົກປັກຮັກສາອະທິປະໄຕ, ສິດອຳນາດອະທິປະໄຕທະເລໝູ່ເກາະ, ແຂວງ ບ່າເຣ້ຍ ຫວູງເຕົາ ພວມຍູ້ແຮງໂຄສະນາຄວາມໝັ້ນຄົງທະເລໃຫ້ທົ່ວປວງຊົນ, ພິເສດ ຖືເປັນສຳຄັນການບຳລຸງໃຫ້ບັນດາກຳລັງເຄື່ອນໄຫວໂດຍກົງຢູ່ທະເລ. ການປະສານສົມທົບລະຫວ່າງບັນດາກຳລັງໄດ້ຮັບການເພີ່ມທະວີ ເພື່ອເປັນພື້ນຖານເພື່ອໃຫ້ແຂວງ ບ່າເຣ້ຍ ຫວູງເຕົາ ຂຸດຄົ້ນບັນດາແຫລ່ງຊັບພະຍາກອນທຳມະຊາດຢູ່ທະເລຢ່າງມີປະສິດທິຜົນ ທັງປະຕິບັດຍຸດທະສາດການປ້ອງກັນຊາດ ປ້ອງກັນຄວາມສະຫງົບເຂດທະເລ ແລະ ໝູ່ເກາະ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top