• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບ່າເຣ້ຍ - ຫວູງເຕົ່າ ສ້າງຄວາມບຸກທະລຸໃນການດຶງດູດການລົງທຶນ

      ດ້ວຍການສ້າງຍຸດທະສາດດຶງດູດການລົງທຶນໂດຍມີການຄັດເລືອກ, ໜູນຊ່ວຍນັກລົງທຶນ ດ້ວຍບັນດາວຽກງານລະອຽດ, ນຳຂໍ້ກຳນົດກ່ຽວກັບເວລາໃນການແກ້ໄຂລະບຽບການ, ເອກະສານລົງທຶນ ກາຍເປັນຂໍ້ກຳນົດບັງຄັບ... ແຂວງບ່າເຣ້ຍ-ຫວູງເຕົ່າ ພວມສ້າງພາບພົດກ່ຽວກັບເຂດດິນແດນທີ່ມີຄວາມສາມາດບົ່ມຊ້ອນ ແລະ ຈະນໍາມາເຊິ່ງໝາກຜົນຫຼາຍຢ່າງໃຫ້ແກ່ບັນດານັກລົງທຶນທັງພາຍໃນ ແລະ ຕ່າງປະເທດ.
            ໃນໄລຍະຜ່ານມາ, ເລື່ອງດຶງດູດນັກລົງທຶນຫຼັ່ງເຂົ້າມາລົງທຶນ ຢູ່ແຂວງບ່າເຣ້ຍຫວູງເຕົ່າ ໄດ້ປະກົດໃຫ້ເຫັນຂໍ້ຈຳກັດຫຼາຍຢ່າງ, ສົ່ງຜົນກະທົບບໍ່ໜ້ອຍເຖິງການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ຄື ສະພາບການມົນລະພິດສິ່ງແວດລ້ອມຢູ່ບັນດາໂຄງການຕ່ຳແຜ່ນ-ຍ້ອມສີ ຫຼືບັນດາໂຄງການຜັນຂະຫຍາຍຢ່າງຊັກຊ້າ ຍັງແມ່ນບັນດາບັນຫາທີ່ແກ້ໄຂໄດ້ຍາກ, ເຊິ່ງທ້ອງຖິ່ນບໍ່ອາດແກ້ໄຂໃນທັນທີໄດ້.
            ໂດຍກຳນົດວ່າ ຈະບໍ່ເອົາເສດຖະກິດແລກເອົາມົນລະພິດສິ່ງແວດລ້ອມ, ແຂວງ ບ່າເຣ້ຍ-ຫວູງເຕົ່າ ໄດ້ ແລະ ກຳລັງ ປະຕິບັດວຽກງານການວາງແຜນຜັງ ແລະ ດຶງດູດນັກລົງທຶນເຂົ້າລົງທຶນໃນບໍລິເວນແຂວງ, ເລືອກເອົາຂົງເຂດທີ່ເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບໃນການພັດທະນາ ແລະ ຮັບປະກັນໄດ້ຕາມຄວາມຮຽກຮ້ອງຕ້ອງການໃນການພັດທະນາແບບຍືນຍົງ. ຕາມນັ້ນແລ້ວ, ແຂວງ ບ່າເຣ້ຍ-ຫວູງເຕົ່າ ກໍ່ຢຶດໝັ້ນກັບເປົ້າໝາຍການລົງທຶນຢ່າງມີການຄັດເລືອກ, ດ້ວຍບັນດາໂຄງການມີເຕັກໂນໂລຢີທັນສະໄໝ, ເປັນມິດກັບສິ່ງແວດລ້ອມ, ມີການແຜ່ຂະຫຍາຍ ແລະນຳໃຊ້ແຮງງານໜ້ອຍ. ຮອດປີ 2020, ແຂວງ ບ່າເຣ້ຍ-ຫວູງເຕົ່າສູ້ຊົນຈະດຶງດູດໂຄງການລົງທຶນຈາກຕ່າງປະເທດ ເຖິງ 80 ໂຄງການ, ດ້ວຍທຶນຈົດທະບຽນປະມານ 4 ຕື້  USD  ແລະ 90 ໂຄງການລົງທຶນຈາກນັກລົງທຶນພາຍໃນປະເທດ ດ້ວຍທຶນຈົດທະບຽນປະມານ 100.000 ຕື້ດົ່ງ.
        ຕາມທ່ານ ເລຮວ່າງຫາຍ, ຫົວໜ້າພະແນກແຜນການ - ການລົງທຶນ ແຂວງ ບ່າເຣ້ຍ-ຫວູງເຕົາ ແລ້ວ, ເລື່ອງສ້າງມາດຖານດຶງດູດການລົງທຶນ ນັ້ນ, ທາງແຂວງພວມຄ່ອຍໆເປັນເຈົ້າການກວ່າໃນການສຳຜັດກັບບັນດານັກລົງທຶນທີ່ແຖວໜ້າ, ມີອິດທິພົນຊື່ສຽງ, ພ້ອມທັງຈຳກັດບັນດາຂົງເຂດ, ຂະແໜງ, ອາຊີບລົງທຶນທີ່ບໍ່ເໝາະສົມ. ເນື່ອງຈາກວ່າ ທັງຈຳນວນໂຄງການ ແລະ ຍອດທຶນຈົດທະບຽນລົງທຶນຖືກຫຼຸດໜ້ອຍຖອຍລົງເປັນເວລາຫຼາຍປີ, ປີ 2017, ແຂວງບ່າເຣ້ຍ-ຫວູງເຕົ່າ ໄດ້ຕ້ອນຮັບກະແສລົງທຶນໃໝ່່ ດ້ວຍເກືອບ 70 ໂຄງການ ທັງພາຍໃນ ແລະ ຕ່າງປະເທດ, ດ້ວຍຈຳນວນທຶນຈົດທະບຽນກວ່າ 1, 5 ຕື້ USD ແລະ  40.000 ຕື້ດົ່ງ, ເຊິ່ງທົບສອງເທົ່າເມື່ອທຽບໃສ່ ປີ 2016, ສ່ວນຫຼາຍບັນດາຂະແໜງ ແລະ ຂົງເຂດເສດຖະກິດ ລ້ວນແຕ່ເຕີບໂຕດີພໍສົມຄວນ, ທ່ານໃຫ້ຮູ້ວ່າ:
        ເງິນລົງທຶນຂອງບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດ ກວມເອົາກວ່າ 80% ຍອດເງິນລົງທຶນໃນບໍລິເວນແຂວງ. ການນຳແຂວງ ກໍກຳນົດນີ້ແມ່ນແຫຼ່ງກຳລັງຕົ້ນຕໍ ເພື່ອພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ວາງອອກບັນດາມາດຕະການເພື່ຶອດຶງດູດແຫຼ່ງກຳລັງດັ່ງກ່າວ. ພາຍໃນສອງປີຜ່ານມາ, ການນຳແຂວງ ໄດ້ວາງອອກຫຼາຍມາດຕະການ ເພື່ອສຸມໃສ່ຊີ້ນຳ ເພີ່ມທະວີວຽກງານການດຶງດູດນັກລົງທຶນ, ກະຕຸກຊຸກຍູ້ຄວາມຄືບໜ້າ ໃນການຜັນຂະຫຍາຍຂອງບັນດາໂຄງການ”.
        ດ້ວຍແຜນນະໂຍບາຍດຶງດູດນັກລົງທຶນຢ່າງມີການຄັດເລືອກນັ້ນ, ທາງແຂວງໄດ້ຕັ້ງໜ້າສ້າງກົນໄກຢ່າງສົມບູນແບບ, ລົບລ້າງບັນດາຮົ້ວກີດຂວາງທີ່ກໍ່ຄວາມຫຍຸ້ງຍາກໃຫ້ແກ່ນັກລົງທຶນ ຄື: ຫຼຸດເວລາອອກໃບອະນຸຍາດລົງທຶນ,  ໃບອະນຸຍາດກໍ່ສ້າງລົງ, ຫຼຸດເວລາເຮັດລະບຽບການພາສີຜ່ານດ່ານກວດກາຕ່າງໆ; ພ້ອມທັງກໍ່ສ້າງກົງຈັກອຳນາດການປົກຄອງທີ່ໂປ່ງໃສ, ໃກ້ຊິດຕິດແທດກັບ ບັນດານັກລົງທຶນ...
        ຕາມທ່ານ ຫງວຽນວັນຈິ່ງ ປະທານຄະນະກຳມະການປະຊາຊົນແຂວງ ບ່າເຣ້ຍ-ຫວູງເຕົ່າແລ້ວ, ໃນໄລຍະຈະມາເຖິງ, ທາງແຂວງ ຈະຕັດສິນໃຈປົກປັກຮັກສາສະພາບແວດລ້ອມແຫ່ງການລົງທຶນຕາມຮູບແບບຕັ້ງໜ້າ,  ບໍ່ສົ່ງຜົນສະທ້ອນເຖິງຄຸນນະພາບຂອງການພັດທະນາແບບຍືນຍົງຂອງແຂວງ. ເປົ້າໝາຍສະເໝີຕົ້ນສະເໝີປາຍຂອງແຂວງ ແມ່ນພັດທະນາເສດຖະກິດ  ແຕ່ບໍ່ປະໃຫ້ມີຜົນຮ້າຍຢ້ອນຫຼັງໃຫ້ແກ່ຄົນລຸ້ນຫຼັງ, ບໍ່ທຳລາຍສິ່ງແວດລ້ອມ, ບໍ່ເພີ່ມຈຳນວນພົນລະເມືອງເຂົ້າອອກເມືອງ, ບໍ່ເພີ່ມຂອບຂະໜາດຂອງຕົວເມືອງ, ບໍ່ເຮັດໃຫ້ບໍລິເວນແຂວງກາຍເປັນບ່ອນຖີ້ມສິ່ງເສດເຫຼືອຈາກອຸດສາຫະກຳ, ທ່ານກ່າວວ່າ:
        “ກຳລັງຄວາມສາມາດບົ່ມຊ້ອນຂອງແຂວງ ບ່າເຣ້ຍ-ຫວູງເຕົ່າ ແມ່ນຍັງຫຼາຍ, ປັດຈຸບັນ, ທາງແຂວງບໍ່ຖືເບົາ ເຊິ່ງປະຕິບັດຕາມຈິດໃຈ ເຮັດຊ້າແຕ່ໝັ້ນທ່ຽງ. ໄລຍະຈະມາເຖິງ, ບັນດາໂຄງການລົງທຶນບໍ່ຕ້ອງຜ່ານຄະນະກຳມະການແຂວງແລ້ວ, ພຽງແຕ່ຜ່ານຄະນະຄຸ້ມຄອງເຂດອຸດສາຫະກຳ ເຊິ່ງເປັນພາກສ່ວນຮັບຜິດຊອບທັງໝົດ ເທົ່ານັ້ນ. ທາງແຂວງໄດ້ມອບສິດໃຫ້ຄະນະຄຸ້ມຄອງເຂດອຸດສາຫະກຳເປັນພາກສ່ວນຕັດສິນ”.


ທ່ານ ຫງວຽນວັນຈິ່ງ ປະທານຄະນະກຳມະການປະຊາຊົນແຂວງ ບ່າເຣ້ຍ-ຫວູງເຕົ່າ (ພາບ: cafe.vn)
      ຕາມທ່ານ ຫງວຽນຮົ່ງຫຼີງ, ເລຂາຄະນະພັກແຂວງ ບ່າເຣ້ຍ-ຫວູງເຕົ່າ ແລ້ວ, ໃນສະພາບການເສດຖະກິດສັງລວມຂອງແຂວງ, ການເກັບລາຍຮັບຈາກພາຍໃນແຂວງ ແລະ ລາຍຮັບຈາກການນໍາເຂົ້າ-ສົ່ງອອກ ນັບມື້ນັບກວມເອົາອັດຕາສ່ວນຫຼາຍກວ່າ; ສ່ວນການເກັບລາຍຮັບຈາກນ້ຳມັນອາຍແກັດຈະນັບມື້ນັບຖືກຫຼຸດລົງ. ດັ່ງນັ້ນ, ທາງແຂວງຈະບໍ່ອີງໃສ່ລາຍຮັບທີ່ໄດ້ເກັບມາຈາກນ້ຳມັນອາຍແກັດ ຫາກຈະເພີ່ມທະວີການດຶງດູດການລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອເພີ່ມລາຍຮັບຈາກການລົງທຶນພາຍໃນ ແລະວິສາຫະກິດຕ່າງປະເທດ. ທ່ານກ່າວວ່າ:
        ການນຳແຂວງຈະສ້າງພື້ນຖານເສດຖະກິດທີ່ບໍ່ອີງໃສ່ປະເພດນ້ຳມັນອາຍແກັດ. ແຂວງຈະຊຸກຍູ້ການພັດທະນາອຸດສາຫະກຳໜູນຊ່ວຍ, ອຸດສາຫະກຳສິນຄ້າສົ່ງອອກ ແລະ ອຸດສາຫະກຳກັ່ນຕອງນໍ້າມັນອາຍແກັດ. ຕັດສິນໃຈນຳທ່າເຮືອ ແລະ logistics ກາຍເປັນບາດກ້າວບຸກທະລຸປາຍແຫຼມເສດຖະກິດຂອງແຂວງ. ເສົາຄ້ຳເສດຖະກິດທີສາມແມ່ນ ການທ່ອງທ່ຽວ. ເສົາຄ້ຳທີ 4 ແມ່ນການພັດທະນາຂະແໜງກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງ. ເພື່ອເວົ້າເຖິງແຂວງບ່າເຣ້ຍ-ຫວູງເຕົາ ແມ່ນເວົ້າເຖິງພື້ນຖານເສດຖະກິດຫຼາຍຮູບຫຼາຍແບບຄືດັ່ງກ່າວ”.
        ໃນໄລຍະຈະມາເຖິງ, ໜ້າທີ່ບຸລິມະສິດຂອງແຂວງບ່າເຣ້ຍ-ຫວູງເຕົ່າ ແມ່ນການລະດົມແຫຼ່ງກຳລັງຈາກສັງຄົມສຳລັບການລົງທຶນພັດທະນາຢ່າງສຸດຂີດ, ເຮັດແນວໃດເພື່ອໃຫ້ປະຊາຊົນ ແລະ ວິສາຫະກິດເຂົ້າລົງທຶນຢູ່ແຂວງບ່າເຣ້ຍຫວູງເຕົ່າ. ທາງແຂວງຈະສືບຕໍ່ປະຕິບັດບັນດາມາດຕະການເພື່ອພັດທະນາເສດຖະກິດ, ສຸມໃສ່ໜູນຊ່ວຍວິສາຫະກິດໃນການປະຕິບັດບັນດາລະບຽບການລົງທຶນ, ແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຄັດໃນວິວັດການເຄື່ອນໄຫວ ໃຫ້ດີທີ່ສຸດ.
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top