• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບ່າເຣ້ຍ -ຫວູງເຕົາ ສູ້ຊົນສຳເລັດຄາດໝາຍກໍ່ສ້າງຊົນນະບົດໃຫມ່

      ໃນໄລຍະກວ່າ 10 ປີແຫ່ງການຜັນຂະຫຍາຍປະຕິບັດການກໍ່ສ້າງຊົນນະບົດໃຫມ່, ພາບພົດຊົນນະບົດຢູ່ ບ່າເຣ້ຍ -ຫວູງເຕົາ ພວມນັບມື້ນັບດີຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຍົກສູງຂຶ້ນໃນທຸກດ້ານ. ປີ 2021, ແຂວງ ບ່າເຣ້ຍ -ຫວູງເຕົາ ສູ້ຊົນ ມີ 6 ຕາແສງ ຍັງເຫລືອຂອງ 2 ເມືອງ ເຈົາດຶກ ແລະ ຊວຽນມົກ ບັນລຸມາດຖານຊົນນະບົດໃຫມ່, ສຳເລັດຄາດໝາຍ 45/45 ຕາແສງ ຂອງແຂວງບັນລຸມາດຖານນີ້. ປະຈຸບັນ ແຂວງ ພວມສຸມທຸກແຫລ່ງກຳລັງ, ຂົນຂວາຍບັນດາແຫລ່ງທຶນສັງຄົມ, ການສະຫນັບສະຫນູນຂອງປະຊາຊົນເພື່ອປະຕິບັດ.
ຮູບແບບການຜະລິດຂອງປະຊາຊົນຢູ່ ເມືອງ ເຈົາດຶກ ແຂວງ ບ່າເຣ້ຍ -ຫວູງເຕົາ. (ພາບ:bao baria vungtau)
      ໃນກວ່າ 10 ປີຜ່ານມາ, ບ່າເຣ້ຍ -ຫວູງເຕົາ ໄດ້ມີບັນດາບາດກ້າວຍາວໄກ ຈາກຄວາມຮັບຮູ້ຕະຫລອດຮອດການກະທຳລະອຽດຂອງທັງລະບົບການເມືອງ, ປະຊາຄົມວິສາຫະກິດ ແລະ ປະຊາຊົນໃນການກໍ່ສ້າງຊົນນະບົດໃຫມ່. ຍ້ອນເຫດນັ້ນ ໂສມຫນ້າຊົນນະບົດໄດ້ມີການປ່ຽນແປງຢ່າງແຮງ. ພື້ນຖານໂຄງລ່າງເສດຖະກິດ ສັງຄົມ ເຂດຊົນນະບົດໄດ້ຮັບການຍົກລະດັບ, ລາຍຮັບ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນ, ມີຫລາຍຈຸດຄວາມງາມດ້ານວັດທະນະທຳ-ສັງຄົມໄດ້ຮັບການເສີມຂະຫຍາຍ.
      ໄປຄຽງຄູ່ກັບຄວາມມານະພະຍາຍາມຂອງອົງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ຍັງມີຄວາມເປັນຈິດຫນຶ່ງໃຈດຽວກັນຂອງປະຊາຊົນ ພ້ອມກັນເຂົ້າຮ່ວມການກໍ່ສ້າງຊົນນະບົດໃຫມ່ ຕາມກຳລັງຄວາມສາມາດຂອງຕົນ ແລະ ຕິດຕາມກວດກາເລື່ອງສຳເລັດບັນດາມາດຖານໃຫ້ມີຄຸນນະພາບ. ທ່ານ ແມກກວັກເກື່ອງ, ຕາແສງ ລອງເຟືອກເທາະ ເມືອງ ລອງດຽນ ແຂວງ ບ່າເຣ້ຍ -ຫວູງເຕົາ ໃຫ້ຮູ້ວ່າ:
 “ພໍ່ແມ່ຊາວກະສິກອນພວກຂ້າພະເຈົ້າມີຄວາມຕັ້ງຫນ້າທີ່ສຸດ. ໃນວິວັດການກໍ່ສ້າງຊົນນະບົດໃຫມ່, ອຳນາດການປົກຄອງຕາແສງໄປຖືກທິດເໝາະສົມກັບຄວາມມຸ່ງມາດປາດຖະຫນາຂອງປະຊາຊົນ ສະນັ້ນ ປະຊາຊົນຈຶ່ງເຫັນດີເຫັນພ້ອມແລະຕອບສະຫນອງທີ່ສຸດ. ການປະກອບສ່ວນຂອງພໍ່ແມ່ຊາວກະສິກອນແມ່ນຫລວງຫລາຍ ປະຈຸບັນ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຍົກສູງຢ່າງເຫັນໄດ້ຊັດ, ເຂົາເຈົ້າມີຄວາມເຊື່ອໝັ້ນຕໍ່ວິວັດການກໍ່ສ້າງຊົນນະບົດໃຫມ່ ຂອງພັກ, ລັດ”
      ເປົ້າໝາຍຂອງໂຄງການກໍ່ສ້າງຊົນນະບົດໃຫມ່ ນັ້ນແມ່ນ ສືບຕໍ່ຍົກສູງຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນຢູ່ເຂດຊົນນະບົດ. ແຂວງ ບ່າເຣ້ຍ -ຫວູງເຕົາ ໄດ້ມອບຫນ້າທີ່ໃຫ້ບັນດາທ້ອງຖິ່ນຫນູນຊ່ວຍຊາວກະສິກອນ ມີລາຍຮັບເປັນປົກກະຕິ ແລະ ຍົກສູງຂຶ້ນເທື່ອລະກ້າວ. ລາຍຮັບສະເລ່ຍໃສ່ຫົວຄົນຢູ່ບັນດາຕາແສງກໍ່ສ້າງຊົນນະບົດໃຫມ່ຂອງແຂວງ ບັນລຸກວ່າ 60 ລ້ານດົ່ງ/ຄົນ /ປີ, ເພີ່ມຂຶ້ນ 30 ລ້ານດົ່ງເມື່ອທຽບໃສ່ປີ 2015. ທ່ານ ຫວູງອັກດັງ, ຮອງຫົວຫນ້າຫ້ອງການປະສານງານການກໍ່ສ້າງຊົນນະບົດໃຫມ່, ຮອງຫົວຫນ້າພະແນກພັດທະນາຊົນນະບົດແຂວງ ບ່າເຣ້ຍ -ຫວູງເຕົາ ໃຫ້ຮູ້ວ່າ:
ໄລຍະ 2021 -2025 ພວກຂ້າພະເຈົ້າສູ້ຊົນ 100% ເມືອງ, ເທດສະບານ ໃຫ້ບັນລຸມາດຖານຊົນນະບົດໃຫມ່ ແລະ ສຳເລັດຫນ້າທີ່ກໍ່ສ້າງຊົນນະບົດໃຫມ່. ພິເສດ 38 ຕາແສງສຳເລັດຊຸດມາດຖານຍົກສູງ ແລະ ຢ່າງຫນ້ອຍສຸດແມ່ນມີ 8-12 ຕາແສງ ແມ່ນເປັນ ຊົນນະບົດແບບຢ່າງ, ໃນນັ້ນ ມີ ເມືອງ ເດີດດໍ໋ ແລະ ລອງດຽນ ໄດ້ຄັດເລືອກໃຫ້ເປັນເມືອງ ແບບຢ່າງໃນກໍ່ສ້າງຊົນນະບົດໃຫມ່”
ເສັ້ນທາງ ປູດ້ວຍເບຕົງ ຢູ່ ເມືອງ ເຈົາດຶກ. (ພາບ:bao baria Vung tau)
      ປະຈຸບັນ, ແຂວງ ພວມຊຸກຍູ້ການຜັນຂະຫຍາຍການຫັນປ່ຽນການຜະລິດ ແລະ ຮ່ວມສຳພັນການຈຳຫນ່າຍຜະລິດຕະພັນກະເສດຢ່າງຂ້ຽວຂາດ, ຫັນໄປສູ່ການຜະລິດຕາມທິດກະສິກຳເຕັກໂນໂລຊີສູງ, ສ້າງບັນດາສະຫະກອນກ້າວໄປເຖິງການລົງນາມກັບວິສາຫະກິດເພື່ອເກັບຊື້.
      ຂະບວນການກໍ່ສ້າງຊົນນະບົດໃຫມ່ຢູ່ບໍລິເວນແຂວງ ໄດ້ ແລະ ພວມແຜ່ຂະຫຍາຍຢ່າງແຮງ. ປະຈຸບັນ ມີພຽງສອງສາມຕາແສງຢູ່ ເມືອງ ເຈົາດຶກ, ບີ່ງເຈົາ, ຊວຽນມົກ ແມ່ນບັນດາຕາແສງສຸດທ້າຍຂອງແຂວງ ບ່າເຣ້ຍ -ຫວູງເຕົາ ສູ້ຊົນກາຍເປັນຕາແສງຊົນນະບົດໃຫມ່ໃນປີນີ້. ຄຽງຄູ່ຄວາມມານະພະຍາຍາມຂອງອົງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ຍັງມີຄວາມເຫັນດີເຫັນພ້ອມ ເປັນຈິດຫນຶ່ງໃຈດຽວ, ການຮ່ວມແຮງຮ່ວມໃຈຈາກປະຊາຊົນຕື່ມອີກ. ພາບພົດຊົນນະບົດໃຫມ່ ຢູ່ ບ່າເຣ້ຍ -ຫວູງເຕົາ ພວມນັບມື້ນັບດີຂຶ້ນ. ຊີວິດການເປັນຢູ່ຂອງປະຊາຊົນໄດ້ຍົກສູງຂຶ້ນໃນທຸກດ້ານ. ເຖິງວ່າ ຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການໃນພາຍພາກຫນ້າກໍ່ຕາມ ແຕ່ບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ ຈະແມ່ນປະຖົມປັດໄຈເພື່ອໃຫ້ພະລັງຊີວິດຊົນນະບົດໃຫມ່ນັບມື້ນັບເປັນຄວາມຈິງຢູ່ເຂດຊົນນະບົດຂອງ ແຂວງ ບ່າເຣ້ຍ -ຫວູງເຕົາ.
(ແຫຼ່ງຄັດຈາກ VOV)
 

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top