• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ບົດປາໄສຂອງທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ ຄົບຮອບ 50 ປີ

ວາລະສານຂ່າວພາບຫວຽດນາມ ຂໍຖືເປັນກຽດ ສະເໜີຕໍ່ທ່ານຜູ້ອ່ານ ເນື້ອໃນ ບົດກ່າວປາໄສ ຂອງ ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 50 ປີ ວັນສ້າງຕັ້ງ ສະມາຄົມບັນດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ວັນທີ 8 ສິງຫາ.
ຂໍຮຽນທ່ານຜູ້ມີກຽດທັງຫຼາຍ,
ບັນດາພົນລະເມືອງຂອງປະຊາຄົມ ອາຊຽນ ທີ່ຮັກແພງ!

ວັນທີ 8 ສິງຫາ, ປະຊາຊົນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຈຳ ນວນ 630 ລ້ານຄົນ ໄດ້ພ້ອມກັນຂ່ຳນັບຮັບຕ້ອນ “ຊ່ວງເວລາຄຳ” ພິທີສະເຫຼີມສະຫຼອງ 50 ປີ ວັນສ້າງຕັ້ງ ແລະ ຂະຫຍາຍຕົວ ຂອງ ອາຊຽນ ຢ່າງເປັນທາງການ. ຈາກ 5 ປະເທດ ໃນເບື້ອງຕົ້ນ, ມາ ຮອດ ປັດຈຸບັນ ອາຊຽນ ໄດ້ມີຄວາມຈະເລີນເຕີບໂຕ ກາຍເປັນ ປະ ຊາຄົມໜຶ່ງ ລວມ 10 ປະເທດ, ເປັນເຈົ້າຂອງຊາຕາກຳຂອງຕົນ ແລະ ນັບມື້ມີຄວາມເຕີບໃຫຍ່ເຂັ້ມແຂງທາງດ້ານການເມືອງ, ມີ ຄວາມໝັ້ນຄົງທາງດ້ານເສດຖະກິດ, ມີຄວາມສົມບູນທາງດ້ານ ລະ ບອບບັນຍັດ ແລະ ມີຄວາມສະໜິດຕິດພັນທາງດ້ານການພົວພັນ.
ພວກເຮົາມີຄວາມເອກອ້າງທະນົງໃຈ ກ່ຽວກັບຄອບຄົວ ອາຊຽນ-ຮູບແບບເຊື່ອມຕໍ່ພາກພື້ນທີ່ບັນລຸຜົນສຳເລັດທີສຸດ.


ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ກ່າວປາໄສຂ່ຳນັບຊົມເຊີຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ວັນສ້າງຕັ້ງ ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້  ແລະ ຂະຫຍາຍຕົວ ຂອງ ອາຊຽນ. ພາບ: ຖົ໋ງເຍິດ/VNA

ຜ່ານການຜັນແປກ້າວຂຶ້ນ ຂອງ ປະຫວັດສາດ, ນອກເໜືອຈາກ ຄວາມມຸ້ງຫວັງໃນເບື້ອງຕົ້ນ, ອາຊຽນ ບໍ່ພຽງແຕ່ໄດ້ຫັນ ອາຊີຕາ ເວັນອອກສ່ຽງໃຕ້ ຈາກການປະເຊີນໜ້າ ສູ່ການສົນທະນາ, ຈາກ ຄວາມລະແວງສົງໄສ ສູ່ການຮ່ວມມື, ຈາກການແບ່ງແຍກສູ່ຄວາມ ສາມັກຄີ, ຊຶ່ງຈຸດສຸດຍອດ ແມ່ນການກຳເນີດ ປະຊາຄົມ ອາຊຽນ.
ປັດຈຸບັນ, ອາຊີຕາເວັນອອກສ່ຽງໃຕ້ ມີສັນຕິພາບ, ມີສະຖຽນລະ ພາບ, ໝັ້ນຄົງ ແລະ ພັດທະນາ ເປັນຈຸດເດັ່ນ ຢູ່ເທິງແຜນທີ່ໂລກ ທີ່ເຕັມໄປດ້ວຍຄວາມບໍ່ສະຫງົບ. ປະຊາຄົມອາຊຽນ ຢູ່ອັນດັບ 6 ຂອງ ໂລກ ຊຶ່ງ (GDP) ບັນລຸເກືອບ 3 ພັນຕື້ໂດລາສະຫະລັດ ຕໍ່ປີ.
ນອກຈາກນັ້ນ, ອາຊຽນ ກໍເປັນ ການປະສົມກົມກຽວກັນ ຂອງ ບັນ ດາ ພື້ນຖານວັດທະນະທຳທີ່ຫຼາກຫຼາຍຮູບແບບ, ອຸດົມສົມບູນ ດ້ານ ສີສັນເອກະລັກ ແລະ ເຕັມໄປດ້ວຍຄວາມສາມັກຄີ ລະຫວ່າງ ບັນ ດາຊົນຊາດ ທີ່ໃຊ້ຊີວິດຮ່ວມກັນຢ່າງສັນຕິ, ຮັບປະກັນທາງດ້ານ ສະ ຫວັດດີການສັງຄົມ, ຍົກສູງຄຸນນະພາບຊີວິດການເປັນຢູ່ ຂອງ ປະ ຊາຊົນໃຫ້ສູງຂຶ້ນ.
ໃນການພົວພັນກັບພາຍນອກ, ນັບທັງບັນດາປະເທດ ມະຫາອຳ ນາດ ຂອງ ໂລກ, ອາຊຽນ ຍາມໃດກໍເປັນເຈົ້າການ ໃນການສົນທະ ນາ, ຮ່ວມມື, ເປັນກຳລັງນຳພາ ບັນດາກົນໄກ ຂອງ ຂົງເຂດ. ອາ ຊຽນ ເປັນຜູ້ນຳໜ້າຢູ່ສະເໝີ ໃນການແລກປ່ຽນ ຢ່າງກົງໄປກົງມາ ກັບ ບັນດາຄູ່ຮ່ວມມືໃນທຸກບັນຫາ, ນັບແຕ່ການປ່ຽນແປງຂອງ ດິນຟ້າອາກາດ, ຕ້ານການກໍ່ການຮ້າຍ ໄປຈົນເຖິງສັນຕິພາບ ແລະ ຄວາມໝັ້ນຄົງ ຢູ່ທະເລຕາເວັນອອກ, ຈາກນັ້ນຍົກສູງບົດບາດ ແລະ ອິດທິພົນ ຂອງ ແຕ່ລະສະມາຊິກອາຊຽນ ບົນເວທີສາກົນ.
ເຂົ້າເປັນສະມາຊິກອາຊຽນ ແຕ່ປີ 1995, ຫວຽດນາມ ມີຄວາມ ເອກອ້າງທະນົງໃຈ ທີ່ໄດ້ຄຽງບ່າຄຽງໄຫຼ່ ກັບບັນດາ ປະເທດສະມາ ຊິກ ປະກອບສ່ວນໃຫ້ແກ່ຄອບຄົວອາຊຽນ. ຜ່ານເວລາກວ່າ ສອງ ທົດສະວັດ, ຫວຽດນາມ ໄດ້ສ້າງຂີດໝາຍ ພ້ອມກັບບັນດາບາດ ກ້າວ ເຕີບໃຫຍ່ຂະຫຍາຍຕົວ ຂອງ ອາຊຽນ.


ຮຽນບັນດາທ່ານ ທີ່ມີກຽດທັງຫຼາຍ! 
ສະຕະວັດທີ XXI ມີທັງກາລະໂອກາດ ແລະ ສິ່ງທ້າທາຍ ຢ່າງໃຫຍ່ ຫຼວງ ໃຫ້ແກ່ ອາຊຽນ ໃນການຫັນເປັນຕົວຈິງ ວິໄສທັດ ປະຊາຄົມ ອາຊຽນ 2025, ມຸ່ງສູ່ “ໜຶ່ງປະຊາຄົມອາຊຽນ ທີ່ ອີງໃສ່ລະບຽບກົດ ໝາຍ, ມຸ່ງສູ່ ປະຊາຊົນ ແລະ ເອົາປະຊາຊົນ ເປັນຈຸດໃຈກາງ”.
ປັດຈຸບັນ, ອາຊຽນ ກຳລັງປະຕິບັດ ການປ່ຽນແປງໃໝ່, ຢ່າງມີ ໄຫວ ພິບ, ມີປະສິດທິຜົນ ແລະ ຍິ່ງໄປກວ່ານັ້ນ ແມ່ນສືບຕໍ່ ຮັກສາໄວ້ ນ້ຳ ໃຈສາມັກຄີ ທີ່ໄດ້ເພີ່ມພູນຄຸນສ້າງ ໃນຕະຫຼອດເຄິ່ງ ສະຕະວັດ ຜ່ານມາ.
ຫວຽດນາມໃຫ້ຄຳໝັ້ນສັນຍາວ່າ ຈະພ້ອມກັບບັນດາປະເທດ: ຕັດ ສິນໃຈສ້າງປະຊາຄົມ ທີ່ມີຄວາມສາມັກຄີ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ; ຊຸກຍູ້ດ້ານການຄ້າ ແລະ ລົງທຶນ ພາຍໃນກຸ່ມ, ພັດ ທະນາພື້ນຖານໂຄງລ່າງ, ລົດໄລຍະຫ່າງ ໃນການພັດທະນາ ລະ ຫວ່າງບັນດາປະເທດ; ຮ່ວມມືຢ່າງແທດເໝາະກັບ ຄວາມເປັນຈິງ ເພື່ອຮັບໃຊ້ປະຊາຊົນ, ເຮັດໃຫ້ຊີວິດການເປັນ ຢູ່ ຂອງ ປະຊາຊົນ ຖືກຍົກໃຫ້ສູງຂຶ້ນ, ຮັບປະກັນດ້ານສະຫວັດດີການສັງຄົມ, ເຈາະ ຈີ້ມຄວາມເອກອ້າງທະນົງໃຈ ກ່ຽວກັບປະຊາຄົມ; ສ້າງປະຊາຄົມ ອາຊຽນ ໂດຍອີງໃສ່ ລະບຽບກົດໝາຍ, ໂດຍສະເພາະ ຢ່າງຍິ່ງ ແມ່ນກົດໝາຍ ແລະ ບັນດາຫຼັກການພື້ນຖານ ຂອງ ການພົວພັນ ສາກົນ; ຍົກສູງປະສິດທິພາບ ການຮ່ວມມື ກັບບັນດາ ຄູ່ຮ່ວມມື, ຮັກສາບົດບາດ ເປັນຫຼັກແຫຼ່ງຢູ່ພາກພື້ນ, ມີຫຼັກໝັ້ນລວມ ກ່ຽວກັບ ບັນດາບັນຫາສາກົນ ແລະ ພາກພື້ນ.


ຮຽນທ່ານຜູ້ມີກຽດທັງຫຼາຍ!
ເນື່ອງໃນໂອກາດ ສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງ ສະມາ ຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້  ຫຼື ອາຊຽນ, ຂໍອວຍ ພອນໃຫ້ພວກເຮົາທຸກຄົນ, ບັນດາປະເທດສະມາຊິກ ແລະ ປະຊາ ຊົນ ໃນກຸ່ມອາຊຽນ ທຸກຄົນ ຈົ່ງກ້າວຂຶ້ນຢ່າງໜັກແໜ້ນບົນເສັ້ນທາງ ກໍ່ສ້າງປະຊາຄົມ ໜຶ່ງທີ່ມີຄວາມສາມັກຄີ ແລະ ນັບມື້ນັບ ມີການ ຂະຫຍາຍຕົວ ເພື່ອສັນຕິພາບ ແລະ ວັດຖະນາຖາວອນ. 

ສະບາຍດີ ອາຊຽນ!

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ສ້າງສາຍພົວພັນທີ່ໜັກແໜ້ນ ແລະ ຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະ ສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນກອບການຢ້ຽມຢາມ ປະເທດ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໃນເດືອນ ມີນາ ຜ່ານມາ ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese, ສອງຝ່າຍໄດ້ປະກາດ ຍົກລະດັບການພົວພັນ ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

Top