• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ບົດປາໄສ ຂອງເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ຢູ່ກອງປະຊຸມສຸດຍອດ ລະຫວ່າງພັກກອມມູນິດ ຈີນ ກັບບັນດາພັກການເມືອງໃນໂລກ

ຮຽນສະຫາຍ ສືຈີນຜີງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດແຫ່ງສາທາລະນະປະຊາຊົນ ຈີນ,
ຮຽນບັນດາທ່ານແຂກທີ່ມີກຽດ ຂອງບັນດາພັກການເມືອງ ແລະ ການຈັດຕັ້ງໃນໂລກ


ຂ້າພະເຈົ້າສະແດງຄວາມດີອົກດີໃຈ ໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດ ລະຫວ່າງພັກກອມມູນິດ ຈີນ ກັບບັນດາພັກການເມືອງໃນໂລກ ເນື່ອງໃນວັນສະເຫຼີມສະຫຼອງ ວັນສ້າງຕັ້ງ ພັກກອມມູນິດ ຈີນ ຄົບຮອບ 100 ປີ. ຕາງໜ້າພັກ, ລັດ ແລະປະຊາຊົນຫວຽດນາມ, ຂ້າພະເຈົ້າ ຂໍຝາກຄຳອວຍພອນຢ່າງສຸດອົກສຸດໃຈ ມາຍັງພັກ, ລັດ ແລະປະຊາຊົນ ຈີນ ແລະ ກ່າວຄຳສະບາຍດີ ມາຍັງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ.

ໃນ 100 ປີຜ່ານມາ, ພັກກອມມູນິດ ຈີນ ໄດ້ນຳພາປະຊາຊົນ ຈີນ ຍາດໄດ້ບັນດາຜົນສຳເລັດ ອັນໃຫຍ່ຫຼວງ, ຖືລັກສະນະປະຫວັດສາດ ແລະ ຜົນສຳເລັດຫຼາຍຢ່າງ ທີ່ໄດ້ວົງຄະນາຍາດສາກົນ ຖືເປັນສຳຄັນ. ພວກຂ້າພະເຈົ້າ ອວຍພອນໄຊ ມາຍັງ ພັກກອມມູນິດ ແລະ ປະຊາຊົນ ຈີນ ຕໍ່ບັນດາຜົນສຳເລັດນັ້ນ ແລະເຊື່ອໝັ້ນວ່າ, ພາຍໃຕ້ການນຳພາ ຂອງ ພັກກອມມູນິດ ຈີນ ໂດຍເລຂາທິການໃຫຍ່, ປະທານປະເທດ ສືຈີນຜີງ ແມ່ນແກ່ນນຳ, ປະຊາຊົນ ຈີນ ຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່, ໃຫຍ່ຫຼວງກວ່າເກົ່າ, ສ້າງປະເທດ ຈີນກາຍເປັນປະເທດ ສັງຄົມນິຍົມ ທີ່ທັນສະໄໝ, ມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ສີວິໄລ, ກົມກຽວ ແລະສວຍສົດງົດງາມ.
ຮຽນບັນດາທ່ານ,

ບົນພື້ນຖານແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ຫັນເປັນຫຼາຍຝ່າຍ, ຫັນເປັນຫຼາກຫຼາຍ, ເລີ່ມຈາກມູນເຊື້ອລັດທິສາກົນທີ່ໂປ່ງໃສ ແລະ ດ້ວຍການຖືສຳຄັນສາຍພົວພັນມິດຕະພາບ ອັນຍາວນານ ລະຫວ່າງສອງພັກ, ສອງລັດ ຫວຽດ-ຈີນ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ  ບົນຈິດໃຈເປີດເຜີຍ ແລະຮ່ວມມື, ພ້ອມກັນສົນທະນາ ກັບບັນດາພັກການເມືອງ ກ່ຽວກັບຫົວຂໍ້ “ເພື່ອຄວາມຜາສຸກຂອງປະຊາຊົນ, ຄວາມຮັບຜິດຊອບຂອງພັກການເມືອງ”.


ສະຫາຍ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວປາໄສ ຢູ່ກອງປະຊຸມສຸດຍອດ ລະຫວ່າງພັກກອມມູນິດ ຈີນ ກັບບັນດາພັກການເມືອງໃນໂລກ. ພາບ: ຈີ້ຢຸ໊ງ/VNA

ສະຫາຍ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ນຳໜ້າຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຫວຽດນາມ ເຂົ້າຮ່ວມ ກອງປະຊຸມສຸດຍອດ ລະຫວ່າງພັກກອມມູນິດ ຈີນ
ກັບບັນດາພັກການເມືອງໃນໂລກ ຕາມຮູບແບບທາງໄກ. ພາບ: ຈີ້ຢຸ໊ງ/VNA


ສະຫາຍ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂົ້າຮ່ວມກອງປະຊຸມ ຕາມຄຳເຊື້ອເຊີນ ຂອງ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຈີນ. ພາບ: ຈີ້ຢຸ໊ງ/VNA

ຄາວຍັງມີຊີວິດ, ປະທານ ໂຮ່ຈີມິນ, ຜູ້ກໍ່ຕັ້ງພັກກອມມູນິດ ຫວຽດນາມ, ການນຳຜູ້ຍິ່ງໃຫຍ່ຂອງຊົນຊາດ ຫວຽດນາມ, ຜູ້ໄດ້ອົງການຈັດຕັ້ງ ອຸຍແນັກໂກ ໄດ້ຮັບນາມມະຍົດ ແມ່ນວິລະຊົນ ປົດປ່ອຍປະເທດຊາດ ແລະ ນັກວັດທະນະທຳ ທີ່ດີເດັ່ນຂອງ ຫວຽດນາມ, ໄດ້ເຄີຍເວົ້າວ່າ: ປະຊາຊົນແມ່ນປະເສີດທີ່ສຸດ, ແມ່ນສຳຄັນຍິ່ງກວ່າອັນໃດ, ແມ່ນສູງສຸດ”, “ໃນທ້ອງຟ້າບໍ່ມີຫຍັງປະເສີດເທົ່າກັບປະຊາຊົນ. ໃນໂລກບໍ່ມີຫຍັງເຂັ້ມແຂງກວ່າກຳລັງສາມັກຄີຂອງປະຊາຊົນ”. ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາທ່ານຜູ້ແທນລ້ວນແລ້ວແຕ່ບິແບ່ງຕໍ່ທັດສະນະນີ້, ເພາະວ່າປະຊາຊົນແມ່ນພື້ນຖານທາງສັງຄົມ, ແມ່ນກົກເຄົ້າກຳລັງແຮງ ຂອງບັນດາ ພັກການເມືອງ ແລະ ແມ່ນອົງການຈັດຕັ້ງການເມືອງ, ພ້ອມທັງແມ່ນຈຸດໝາຍ, ເປົ້າໝາຍຈຸມຸ້ງໄປສູ່ບັນດາແຜນນະໂຍບາຍ, ນະໂຍບາຍຂອງແຕ່ລະປະເທດ ແລະ ບັນດາພັກການເມືອງທີ່ຊອບທຳ.

ການສະແຫວງຫາຄວາມຜາສຸກແມ່ນຄວາມມຸ້ງຫວັງ ແລະ ສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນທຸກຄົນ. ນັ້ນແມ່ນຄວາມມຸ້ງຫວັງຢ່າງແຮງກ້າຕໍ່ກັບສັງຄົມອັນດີງາມ ເຊິ່ງຢູ່ຫັ້ນຜູ້ຄົນໃຜກໍໄດ້ພັດທະນາຢ່າງຮອບດ້ານ; ມີຊີວິດອີ່ໜຳສຳລານ, ມີຄວາມຜາສຸກ, ຢູ່ໃນຄວາມສັນຕິພາບ, ທຸກຄົນສະເໝີພາບເຊິ່ງກັນ, ຮັກແພງຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ. ຄຽງຂ້າງກັບບັນດາຄວາມມຸ້ງຫວັງນັ້ນ, ປະຊາຊົນຢູ່ໃນແຕ່ລະປະເທດ, ພາກພື້ນລ້ວນແຕ່ມີຄວາມສົນໃຈອັນຊອບທຳ, ເຊັ່ນການຢຸດຕິສົງຄາມ, ການປະທະກັນ, ແກ້ໄຂຄວາມບໍ່ສະເໝີພາບທາງສັງຄົມ, ຄວາມທຸກຍາກ, ຕ້ານກັບການປ່ຽນແປງດິນຟ້າອາກາດ, ປ້ອງກັນພະຍາດ…

ສັນຕິພາບ, ການຮ່ວມມື ແລະ ການພັດທະນາ ຍັງແມ່ນທ່າອ່ຽງໃນໂລກ, ແຕ່ປະຊາຊົນບັນດາປະເທດກໍພວມປະເຊີນຕໍ່ບັນດາສິ່ງທ້າທາຍຢ່າງດຸເດືອດ, ສັງຄົມຍັງຜັນແປ, ບັນດາຄວາມສ່ຽງທາງດ້ານຄວາມຫຼ້າຫຼັງດ້ານເສດຖະກິດ, ຄວາມບໍ່ສະຫງົບທາງສັງຄົມ ແລະບັນດາຄວາມຂົ່ມຂູ່ດ້ານຄວາມສະຫງົບທີ່ເປັນມູນເຊື້ອກໍຄືບໍ່ເປັນມູນເຊື້ອ. ບັນດາວິກິດການເສດຖະກິດ-ສັງຄົມ, ຄວາມບໍ່ສະຫງົບດ້ານການເມືອງ-ສັງຄົມ, ການປ່ຽນແປງຂອງດິນຟ້າອາກາດ, ມົນລະພິດສິ່ງແວດລ້ອມ, ການເຄື່ອນໄຫວກໍ່ການຮ້າຍ, ພະຍາດໂກວິດ-19 ພວມເກີດຂຶ້ນໄດ້ກະທົບຢ່າງເລິກເຊິ່ງຕໍ່ທຸກດ້ານຂອງຊີວິດ ດ້ານເສດຖະກິດ-ສັງຄົມທົ່ວໂລກ ແລະຊີວິດການເປັນຢູ່ຂອງຄົນ.

ດ້ວຍບົດບາດແມ່ນການຈັດຕັ້ງການເມືອງ-ສັງຄົມທີ່ສຳຄັນໃນຊີວິດການເປັນຢູ່ຂອງບັນດາປະເທດ ແລະກໍແມ່ນເຈົ້າກຳສຳຄັນໃນສາຍພົວພັນສາກົນ, ບັນດາພັກການເມືອງ, ການຈັດຕັ້ງການເມືອງ-ສັງຄົມຕ້ອງເສີມຂະຫຍາຍບົດບາດຂອງຕົນ, ພ້ອມກັບລັດຖະບານບັນດາປະເທດເພື່ອນຳເອົາຄວາມຜາສຸກໃຫ້ແກ່ປະຊາຊົນ, ເຂົ້າຮ່ວມຢ່າງຕັ້ງໜ້າ ເຂົ້າໃນຂະບວນວິວັດແຫ່ງການ ປະເຊີນໜ້າກັບ ບັນດາສິ່ງທ້າທາຍທົ່ວໂລກ, ຍົກສູງຄວາມສາມາດໃນການຄຸ້ມຄອງບໍລິຫານທົ່ວໂລກ, ຈາກນັ້ນປະຕິບັດຄວາມມຸ້ງຫວັງຢ່າງແຮງກ້າຄວາມຜາສຸກຂອງມວນມະນຸດ. ຂ້າພະເຈົ້າຂໍບິແບ່ງບາງຄຳຄິດຄຳເຫັນຄືດັ່ງນີ້:

ທີໜຶ່ງ, ໃນລະດັບຊາດ, ການສ້າງ ແລະປະຕິບັດແຜນນະໂຍບາຍ, ແນວທາງ, ໂຄງການການເມືອງຕ້ອງເລີ່ມຈາກຄວາມຮັບຮູ້ “ຖືປະຊາຊົນເປັນກົກເຄົ້າ”, ຖືປະຊາຊົນເປັນໃຈກາງ, ຖືຄວາມຜາສຸກຂອງປະຊາຊົນເປັນຈຸດໝາຍທີ່ສູງສຸດ, ຈາກນັ້ນຊຸກຍູ້ລັດກໍ່ສ້າງ, ຜັນຂະຫຍາຍປະຕິບັດກົດໝາຍ, ນະໂຍບາຍທີ່  ເໝາະສົມ, ມີປະສິດທິຜົນ ແລະ ເປັນລາຍລະອຽດເພື່ອຮັບປະກັນການພັດທະນາຖືກຕ້ອງຕາມທິດນັ້ນ.

ທີສອງ, ບັນດາປະເທດ, ພັກການເມືອງຕ້ອງຍົກສູງຈິດໃຈສາມັກຄີ, ວົງຄະນາຍາດທີ່ມີຄວາມຮັບຜິດຊອບ; ເພີ່ມທະວີການສົນທະນາ, ເຂົ້າໃຈເຊິ່ງກັນແລະກັນ, ຮ່ວມມືສາກົນ, ເຄົາລົບຜົນປະໂຫຍດອັນຊອບທຳເຊິ່ງກັນ ແລະ ກັນ, ຮ່ວມມືຮັບມືກັບບັນດາສິ່ງທ້າທາຍດ້ານຄວາມສະຫງົບທີ່ເປັນມູນເຊື້ອ ແລະບໍ່ເປັນມູນເຊື້ອ; ຍົກສູງກົດໝາຍສາກົນ, ເປັນຕົ້ນແມ່ນການແກ້ໄຂບັນຫາທີ່ຍັງຂັດແຍ່ງ, ແກ່ງແຍ້ງກັນ. ເມື່ອໃດບັນດາປະເທດ, ບັນດາຊົນຊາດຮ່ວມກັນສັນຕິພາບ, ມິດຕະພາບ, ເຄົາລົບເຊິ່ງກັນ, ຊ່ວຍເຫຼືອເຊິ່ງກັນ, ເພື່ອອະນາຄົດອັນດີງາມລວມຂອງມະນຸດ, ເວລານັ້ນປະຊາຊົນໃນໂລກຈຶ່ງໄດ້ຮັບຄວາມຜາສຸກຢ່າງຄົບຖ້ວນ ແລະ ແທ້ຈິງ.

ອັນທີສາມ, ໜ້າທີ່ອັນຮີບດ່ວນປັດຈຸບັນຂອງບັນດາປະເທດພັກການເມືອງ ແລະການຈັດຕັ້ງການເມືອງ-ສັງຄົມ ແມ່ນເພື່ອປົກປັກຮັກສາຄວາມຜາສຸກ ຂອງປະຊາຊົນ, ຍູ້ຖອຍພະຍາດໂກວິດ-19 ໂດຍໄວ, ຟື້ນຟູພັດທະນາເສດຖະກິດ, ຮັບປະກັນຄວາມສະຫງົບສັງຄົມ. ເພື່ອປະຕິບັດປະສິດທິຜົນໜ້າທີ່ນີ້, ຄວາມມານະພະຍາຍາມ ແລະ ຄວາມເປັນເອກະພາບຂອງບັນດາລັດຖະບານ, ພັກການເມືອງ, ການຈັດຕັ້ງ ແລະປະຊາຊົນແມ່ນປັດໄຈຫຼັກແຫຼ່ງ, ແຕ່ການຮ່ວມມືສາກົນມີປະສິດທິຜົນ ທີ່ມີຄວາມໝາຍສຳຄັນຫຼາຍ, ໃນນັ້ນການຮັບປະກັນແຫຼ່ງສະໜອງ, ເຂົ້າໃກ້ຢ່າງສະເໝີພາບ, ຊັກຢາວັກຊິນປ້ອງກັນພະຍາດຢ່າງທັນການ.

ຮຽນບັນດາທ່ານ,

ໂຄງການການເມືອງສະບັບທຳອິດຂອງພັກກອມມູນິດຫວຽດນາມໄດ້ກຳນົດໜ້າທີ່ພຶ້ນຖານຂອງການປະຕິວັດຫວຽດນາມແມ່ນຕອບສະໜອງຄວາມຮຽກຮ້ອງຈຳເປັນຂອງຊົນຊາດ ແລະຄວາມມຸ້ງຫວັງຢ່າງແຮງກ້າຂອງປະຊາຊົນ. ປະທານ ໂຮ່ຈິີມິນ ຄາວຍັງມີຊີວິດ ກໍເຄີຍສັ່ງສອນວ່າ ສະມາຊິກພັກຍາມໃດກໍຕ້ອງເຊື່ອມຊຶມທັດສະນະ “ຜົນປະໂຫຍດສຳ່ໃດກໍເພື່ອປະຊາຊົນ, ສິດອຳນາດເທົ່າໃດລ້ວນແລ້ວແຕ່ແມ່ນຂອງປະຊາຊົນ”.


ສະຫາຍ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວປາໄສ ລະຫວ່າງ ພັກກອມມູນິດ ຈີນ ກັບບັນດາພັກການເມືອງໃນໂລກ. ພາບ: ຈີ້ຢຸ໊ງ/VNA


ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຈີນ ສືຈີນຜີງ ກ່າວປາໄສ ໄຂກອງປະຊຸມ ລະຫວ່າງ ພັກກອມມູນິດ ຈີນ ກັບບັນດາພັກການເມືອງໃນໂລກ. ພາບ: ຈີ້ຢຸ໊ງ/VNA
ສະໜິດຕິດແທດອັນເລືອດເນື້ອກັບປະຊາຊົນ ແລະໄດ້ປະຊາຊົນສະໜັບສະໜູນ, ພັກກອມມູນິດຫວຽດນາມນຳພາພ້ອມກັບປະຊາຊົນຫວຽດນາມໄດ້ຜ່ານພົ້ນຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການຜ່ານ 90 ກວ່າປີ. ເລີ່ມຈາກເວລາກຳເນີດ, ພັກກອມມູນິດຫວຽດນາມໄດ້ນຳພາປະຊາຊົນ ຫວຽດນາມປະຕິບັດຄວາມມຸ້ງຫວັງຢ່າງແຮງກ້າ ຂອງປະຊາຊົນ ຜູ້ຖືກເປັນຫົວເມືອງຂຶ້ນ ແມ່ນຍາດໄດ້ຄວາມເປັນເອກະລາດໃນປີ 1945, ຫຼັງຈາກນັ້ນປະຕິບັດຢ່າງມີໄຊ ສອງຂະບວນການຕໍ່ສູ້ທົ່ວປະຊາຊົນເພື່ອຍາດໄດ້ ແລະປົກປັກຮັກສາຄວາມເປັນເອກະລາດຊົນຊາດ, ໂຮມປະເທດຊາດເປັນ ອັນໜຶ່ງອັນດຽວໃນປີ 1975. ນັບຈາກນັ້ນ, ປະຊາຊົນຫວຽດນາມຢູ່ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ໄດ້ປົກປັກຮັກສາໜັກແໜ້ນພື້ນຖານເອກະລາດ ປະເທດຊາດຂອງຕົນ, ຍາດໄດ້ໄຊຊະນະໃນການສູ້ຮົບ ປົກປັກຮັກສາປະເທດຊາດ, ຟື້ນຟູຫຼັງສົງຄາມ ແລະບັນລຸໄດ້ບັນດາຜົນສຳເລັດອັນໃຫຍ່ຫຼວງໃນພາລະກິດແຫ່ງການປ່ຽນແປງໃໝ່, ພັດທະນາປະເທດຊາດ.

ປັດຈຸບັນ, ຫວຽດນາມແມ່ນປະເທດພວມພັດທະນາ, ບັນລຸລາຍຮັບລະດັບປານກາງ, ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີຈັງຫວະການເຕີບໂຕໄວອັນດັບແຖວໜ້າໃນໂລກ; ວັດທະນະທຳຂະຫຍາຍຕົວ, ຊີວິດການເປັນຢູ່ດ້ານວັດຖຸ ແລະຈິດໃຈຂອງປະຊາຊົນໄດ້ປັບປຸງ, ຂຶ້ນໃນກຸ່ມປະເທດບັນລຸອັດຕາສູງກ່ຽວກັບການພັດທະນາຄົນຂອງສະຫະປະຊາຊາດ, ເປັນຕົ້ນແມ່ນທຽບກັບບັນດາປະເທດທີ່ມີລະດັບການພັດທະນາທຽບເທົ່າ; ກາຍເປັນພາຄີທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ ຂອງວົງຄະນາຍາດສາກົນ. ໃນ 1 ກວ່າປີຜ່ານມາ, ຫວຽດນາມໄດ້ມານະພະຍາຍາມຮັບມືກັບການ ແຜ່ລະບາດຂອງພະຍາດໂກວິດ - 19, ຖືສຸຂະພາບ ແລະຄວາມປອດໄພດ້ານຊີວິດຂອງຄົນແມ່ນ ເໜືອກວ່າສິ່ງໃດ, ກ່ອນອື່ນໝົດ; ເປັນເຈົ້າການ, ຕັ້ງໜ້າປ້ອງກັນພະຍາດຢ່າງມີປະສິດທິຜົນ, ທັງຍູ້ແຮງການຟື້ນຟູ, ພັດທະນາເສດຖະກິດ, ຮັບປະກັນຄວາມສະຫງົບທາງສັງຄົມ.

ບົດຮຽນຈາກພຶດຕິກຳຕົວຈິງຂອງພວກຂ້າພະເຈົ້າແມ່ນຍາມໃດກໍຖືຄວາມຜາສູກຂອງປະຊາ ຊົນເປັນຈຸດໝາຍສູ້ຊົນ, ອີງໃສ່ກຳລັງຢ່າງແຮງກ້າຂອງປະຊາຊົນ. ພັກນຳພາຜ່ານແນວທາງການພັດ ທະນາໂດຍອີງໃສ່ບັນດາກົດເກນພາວະວິໄສ, ການເຕີບໂຕເສດຖະກິດໄປຄຽງຄູ່ກັບການປະຕິບັດ ຄວາມກ້າວໜ້າ ແລະຍຸຕິທຳທາງສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ຖືວັດທະນະທຳແມ່ນພື້ນ ຖານດ້ານຈິດໃຈຂອງສັງຄົມ; ສ້າງລັດແຫ່ງອຳນາດກົດໝາຍຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ; ປຸກລຸກ ແລະເສີມຂະຫຍາຍການປ່ຽນແປງໃໝ່, ປະດິດສ້າງ, ການເຂົ້າຮ່ວມຂອງ ທົ່ວສັງຄົມ; ພັດທະນາສາຍພົວພັນສັນຕິພາບ, ມິດຕະພາບ ແລະການຮ່ວມມືກັບບັນດາປະເທດໃນໂລກ. ດ້ວຍມານະຈິດ ແລະການຕັດສິນໃຈສູງຂອງຊົນຊາດແມ່ນພັດທະນາປະເທດຊາດວັດທະນາ ຖາວອນ, ມີຄວາມຜາສຸກ, ພັກ, ລັດ ແລະປະຊາຊົນຫວຽດນາມພວມມານະພະຍາຍາມເພີ່ມທະວີ ການກໍ່ສ້າງພັກ ແລະລະບົບການເມືອງໂປ່ງໃສ, ເຂັ້ມແຂງ, ຮອບດ້ານ, ການເຄື່ອນໄຫວມີຜົນສັກສິດ, ມີປະສິດທິຜົນ; ຍູ້ແຮງພາລະກິດການປ່ຽນແປງໃໝ່ຢ່າງຮອບດ້ານ, ຄົບຊຸດ, ການເຄື່ອນໄຫວມີຜົນສັກສິດ, ມີປະສິດທິຜົນ; ຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່ຢ່າງຮອບດ້ານ, ຄົບຊຸດ, ຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ; ສືບຕໍ່ຜັນຂະຫຍາຍມີປະສິດທິຜົນແນວທາງການ ຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫັນເປັນຫຼາກຫຼາຍ ແລະເຊື່ອມໂຍງ ສາກົນຮອບດ້ານ ແລະເລິກເຊິ່ງ, ເປັນເພື່ອນ, ເປັນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ ແລະເປັນພາຄີທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນວົງຄະນາຍາດສາກົນ; ເປີດກວ້າງສາຍພົວພັນ ແລະຍູ້ແຮງ ການຮ່ວມມືກັບບັນດາກຳລັງການເມືອງ, ສັງຄົມ ແລະປະຊາຊົນບັນດາປະເທດ, ສູ້ຊົນເພື່ອຄວາມສັນຕິ ພາບ, ເອກະລາດຊົນຊາດ, ປະຊາທິປະໄຕ, ການຮ່ວມມືພັດທະນາ ແລະກ້າວໜ້າທາງສັງຄົມ.

ເນື່ອງໃນໂອກາດນີ້, ຕາງໜ້າພັກ, ລັດ ແລະປະຊາຊົນຫວຽດນາມ, ຂ້າພະເຈົ້າສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອຂອງປະຊາຊົນບັນດາປະເທດ, ບັນດາຍພັກການເມືອງ, ບັນດາການຈັດຕ້ັງການເມືອງ-ສັງຄົມຕໍ່ຫວຽດນາມຜ່ານບັນດາໄລຍະ. ພວກຂ້າພະເຈົ້າ ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອໃນຫຼາຍດ້ານຂອງຈີນໃນຂະບວນຕໍ່ສູ້ຍາດໄດ້ຄວາມເປັນເອກະລາດຂອງຫວຽດນາມໃນເມື່ອກ່ອນ ແລະພັດທະນາປະເທດຊາດປັດຈຸບັນ.

ອວຍພອນກອງປະຊຸມສຸດຍອດລະຫວ່າງພັກກອມມູນິດຈີນກັບບັນດາພັກການເມືອງ ໃນໂລກປະສົບຜົນສຳເລັດຢ່າງຈົບງາມ.
 ຂໍຂອບໃຈ.
 
ປະຕິບັດໂດຍ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top