• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ບົດບາດເປັນຜູ້ປະສານງານຢ່າງຕັ້ງໜ້າຂອງ ຫວຽດນາມ ຕໍ່ການພົວ ພັນ ອາຊຽນ-ອິນເດຍ

ຄໍ່າຄືນວັນທີ 26 ມັງກອນ 2018, ທ່ານ ຫງວຽນຊວນຟຸກ ນາ ຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ  ແລະ ພັນລະຍາ ພ້ອມ ດ້ວຍ ຄະນະຜູ້ ແທນຂັ້ນສູງ ຫວຽດນາມ ໄດ້ກັບຄືນຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມ ກອງປະຊຸມຂັ້ນສູງ ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງ ສາຍພົວພັນຄູ່ຮ່ວມມື ອາຊຽນ - ອິນ ເດຍ ແລະ ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງ ສາທາລະນະລັດ ອິນເດຍ ຄົບຮອບ 69 ປີ ຕາມຄຳເຊີນ ຂອງ ທ່ານ Naren dra Modi ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ ຢ່າງສຳເລັດຜົນ.
ພາຍໃຕ້ຫົວຂໍ້ “ແບ່ງປັນຄຸນຄ່າ, ຊາຕາກຳດຽວກັນ”, ບັນດາຜູ້ນຳ ປະເທດ ອາຊຽນ ແລະ ອິນເດຍ ໄດ້ຕີລາຄາ ການຮ່ວມມື ລະຫວ່າງ ອາຊຽນ ແລະ ອິນເດຍ ໃນໄລຍະ ຜ່ານມາ ໄດ້ບັນລຸຜົນສຳເລັດຢ່າງຕັ້ງໜ້າໃນຫຼາຍຂົງເຂດ ແລະ ຕີລາຄາສູງ ຫວຽດນາມ ຊຶ່ງເປັນ ປະເທດ ຜູ້ປະສານງານ ການພົວພັນອາ ຊຽນ-ອິນເດຍ ໄດ້ມີຄວາມ ພະຍາຍາມ, ປະດິດສ້າງ ຊຸກຍູ້ ການຮ່ວມມື ຂອງສອງຝ່າຍ.  

ໃນ 10 ປີຜ່ານມາ, ອາຊຽນ-ອິນເດຍ ມູນຄ່າການຄ້າສອງ ຝ່າຍ ເພີ່ມຂຶ້ນ ເກືອບ 2,5 ເທົ່າ, ບັນລຸ ເກືອບ 76 ຕື້ ໂດລາ ສະຫະລັດ ໃນປີ 2017. ອາຊຽນ ເປັນຄູ່ຮ່ວມມືການຄ້າ ໃຫຍ່ ອັນ ດັບທີ 4 ຂອງ ອິນເດຍ ແລະ ອິນເດຍ ເປັນຄູ່ຮ່ວມມື ການຄ້າ ອັນດັບທີ 6 ຂອງ ອາຊຽນ. 
ຜູ້ນຳບັນດາປະເທດ ອາຊຽນ ແລະ ອິນເດຍ ໄດ້ມີວາລະປະຊຸມ ພາຍໃຕ້ຫົວຂໍ້ ວ່າດ້ວຍ “ການຮ່ວມມື ແລະ ຄວາມໝັ້ນຄົງ ທາງ ທະເລ”.

ສອງຝ່າຍໃຫ້ຄຳໝັ້ນໝາຍໃນການສືບຕໍ່ ສົນທະນາຫາລືກັນ ແລະ ຮ່ວມມື ໂດຍຜ່ານບັນດາກົນໄກ ພາກພື້ນ ແນໃສ່ປົກປັກ ຮັກສາ ສັນຕິພາບ, ຄວາມໝັ້ນຄົງ, ຄວາມສະຫງົບປອດໄພ ໃນການເດີນທະເລ ແລະ ການເດີນອາກາດຢ່າງເສລີ; ຍົກສູງ ນຳ້ໃຈເຄົາລົບຫຼັກການ ກົດໝາຍສູງສຸດ ແລະ ແກ້ໄຂ ຂໍ້ຂັດແຍ້ງ ໂດຍສັນຕິວິທີ ບົນພື້ນຖານ ກົດໝາຍສາກົນ, ໃນ ນັ້ນມີສົນທິສັນຍາ ຂອງ ສະຫະປະຊາຊາດ ວ່າດ້ວຍ ກົດໝາຍທະເລ ປີ 1982 (UNCLOS, 1982)…


ເນື່ອງໃນໂອກາດນີ້, ບັນດາຜູ້ນຳ ອາຊຽນ ແລະ ອິນເດຍ ໄດ້ ຢືນຢັນ ໃນການສະໜັບສະໜູນ ປະຕິບັດຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ຖະແຫຼງການ ວ່າດ້ວຍ ການປະພຶດຕໍ່ ຂອງ ຝ່າຍຕ່າງໆ ຢູ່ທະເລຕາເວັນອອກ ແລະ ຄອຍຖ້າ ການສ້າງ ປະມວນກົດລະບຽບ ການປະພຶດຕໍ່ຢູ່ທະເລຕາເວັນອອກ (COC) ຈະໄດ້ ສຳເລັດໂດຍໄວ.



ໃນຂອບເຂດເຂົ້າຮ່ວມ ກອງປະຊຸມຂັ້ນສູງ ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືອາຊຽນ-ອິນເດຍ ແລະ ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງ ສາທາລະນະລັດ ອິນ ເດຍ ຄົບຮອບ 69 ປີ, ຕອນບ່າຍວັນທີ 24 ມັງກອນ 2018, ທີ່ ນະຄອນ ຫຼວງ ນິວເດລີ,
ທ່ານ ຫງວຽນຊວນຟຸກ ນາຍົກລັດ ຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ພົບປະແລກ ປ່ຽນ ຄຳຄິດ ຄຳເຫັນກັບ
ປະທານາທິບໍດີ ອິນເດຍ Nath Kovind. ພາບ: ຖົ໋ງເຍິດ/VNA



ຕອນຄຳ່ວັນທີ 24 ມັງກອນ 2018, ທີ່ນະຄອນຫຼວງ ນິວເດລີ ແຫ່ງ ສ.ອິນເດຍ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການ
ພົບປະເຈລະຈາ ກັບ ທ່ານນາຍົກລັດຖະມົນຕີ Narendra Modi.  ພາບ: ຖົ໋ງເຍິດ/VNA



ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ ນາຍົກລັດຖະມົນຕີ Narendra Modi ເປັນສັກຂີພິຍານ ໃນພິທີ ແລກປ່ຽນ ຂໍ້ຕົກລົງກ່ຽວກັບການ “ກໍ່ສ້າງສະຖານີ ສຳຫຼວດ, ສູນຮັບຂໍ້ມູນ ແລະ ສູນແກ້ໄຂຮູບພາບຈາກ ດາວທຽມ” ແລະ “ຮ່ວມມື ໃນຂົງເຂດ ຖະແຫຼງຂ່າວ
ແລະ ວິທະຍຸກະຈາຍສຽງ ໂທລະພາບ”.  ພາບ: ຖົ໋ງເຍິດ/VNA



ຕອນເຊົ້າວັນທີ 25 ມັງກອນ 2018, ທີ່ນະຄອນຫຼວງ ນິວເດລີ ແຫ່ງ ສ.ອິນເດຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ
ພິທີວາງສີລາລືກ ໂຄງການກໍ່ສ້າງສະຖານທູດ ຫວຽດນາມ ແຫ່ງໃໝ່ ປະຈຳ ອິນເດຍ.  ໃນພາບ: ທ່ານນາ ຍົກ ລັດຖະມົນຕີ ຫງວຽນຊວນຟຸກ 
ແລະ ບັນດາຜູ້ແທນ ໃນ ພິທີວາງສີລາລືກ. ພາບ: ຖົ໋ງເຍິດ/VNA



ເຊົ້າວັນທີ 25 ມັງກອນ 2018, ທີ່ນະຄອນຫຼວງ ນິວເດລີ, ທ່ານ ນາ ຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ເຂົ້າຮ່ວມ ງານລ້ຽງຮັບຮອງ ໂດຍປະທານາທິບໍດີ ອິນເດຍ Ram Nath Koivind ເປັນເຈົ້າພາບ ເພື່ອ ຂໍ່ານັບຮັບຕ້ອນ ບັນດາຜູ້ ນຳ ອາຊຽນ ທີ່ເຂົ້າຮ່ວມປະຊຸມຂັ້ນສູງ ສະເຫຼີມສະ ຫຼອງ 25 ປີ ວັນ ສ້າງ ຕັ້ງສາຍພົວພັນຄູ່ຮ່ວມມື ອາຊຽນ - ອິນ ເດຍ ແລະ ພິທີ ສະເຫຼີມສະຫຼອງ ວັນສ້າງຕັ້ງ ສາທາລະນະລັດ ອິນເດຍຄົບ
ຮອບ 69 ປີ. ໃນພາບ: ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມພັນລະຍາ ແລະ ຫົວໜ້າຄະນະປະ ເທດ ຕ່າງໆ ທີ່ ເຂົ້າຮ່ວມກອງປະຊຸມ.  ພາບ: ຖົ໋ງເຍິດ/VNA

ກ່າວປາໄສໃນກອງປະຊຸມ, ທ່ານ ຫງວຽນຊວນຟຸກ ນາຍົກລັດ ຖະມົນຕີ ໄດ້ສະເໜີ 3 ຂໍ້ຈຸດສຸມເຊັ່ນ:

ໜຶ່ງ: ຖືການຮ່ວມມືດ້ານການຄ້າ ແລະ ການລົງທຶນ ເປັນພະລັງແຮງ ຕົ້ນຕໍ, ເປັນບຸລິມະສິດແຖວໜ້າ ຂອງ ຄູ່ຮ່ວມມືຍຸດທະສາດ ອາຊຽນ-ອິນເດຍ.

ສອງ: ເພີ່ມທະວີການເຊື່ອມຕໍ່ເປັນປັດໄຈ ທີ່ເປັນກຸນແຈ, ຮັບ ປະກັນ ລັກສະນະໝັ້ນຄົງລະຫວ່າງພາກພື້ນ.

ສາມ: ຕ້ອງເພີ່ມທະວີການຮ່ວມມື ເພື່ອສັນຕິພາບ, ຄວາມ ໝັ້ນຄົງ ຢູ່ພາກພື້ນ ແລະ ມະຫາສະໝຸດ ອິນເດຍ ແລະ ມະຫາສະໝຸດ ປາຊີຟິກ, ປະເຊີນໜ້າກັບ ສິ່ງທ້າທາຍຕ່າງໆ ດ້ານຄວາມໝັ້ນຄົງ ທີ່ເກີດຂຶ້ນ.

ແລກປ່ຽນກ່ຽວກັບການຮ່ວມມື ແລະ ຄວາມສະຫງົບທາງ ທະ ເລ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ສະເໜີ ສອງ ຝ່າຍຕ້ອງ ເພີ່ມທະວີ ການປະສານສົມທົບ, ຮັບປະກັນ ຫລັກການ ກົດໝາຍ ສູງສຸດ, ໃນນັ້ນມີ  UNCLOS 1982, ເພີ່ມທະວີການຮ່ວມມື  ສ້າງ ຄວາມໄວ້ວາງໃຈ ໂດຍຜ່ານ ບັນດາ ວິທີການລວມ ປະເຊີນໜ້າ ກັບບັນດາສິ່ງທ້າທາຍ ທາງທະເລ, ບຸລິມະສິດສຸມໃສ່ ພັດທະນາ ເສດຖະກິດທະ ເລຂຽວ, ໃນນັ້ນໃຫ້ສຳເລັດໂດຍໄວ ສັນຍາຂົນສົ່ງ ທາງທະເລ, ແບ່ງປັນຂໍ້ມູນຂ່າວສານ ແລະ ປະສານສົມທົບນະໂຍບາຍ ທາງທະເລ ກໍຄືຊຸກຍູ້ການຮ່ວມມື ລະຫວ່າງມະຫາສະໝຸດ ອິນເດຍ ແລະ ມະຫາສະໝຸດ ປາຊີຟິກ.

ສິ້ນສຸດການປະຊຸມ, ບັນດາຜູ້ນຳ ອາຊຽນ ແລະ ອິນເດຍ ໄດ້ ຮັບຮອງເອົາ ຖະແຫຼງການ ເດລີ, ວາງອອກວິໄສທັດ ແລະ ທິດທາງ ຊຸກຍູ້ຮອບດ້ານ ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ-ອິນເດຍ ໃນຊຸມປີຕໍ່ໜ້າ.



ໃນວັນທີ 25 ມັງກອນ 2018, ທີ່ນະຄອນຫຼວງ ນິວເດລີ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ ກອງປະຊຸມ ວົງແຄບ ລະຫວ່າງ ບັນດາຜູ້ນຳ ອາຊຽນ ແລະ ທ່ານນາຍົກລັດ ຖະມົນຕີ ອິນເດຍ. ໃນພາບ:  ທ່ານນາຍົກ ລັດຖະມົນຕີ ຫງວຽນຊວນຟຸກ (ຜູ້ທີ 4 ຈາກຊ້າຍ),
ທ່ານ ນາຍົກລັດຖະມົນ ຕີ Narendra Modi (ຜູ້ຢູ່ກາງ) ແລະ ບັນດາຜູ້ນຳ ອາຊຽນ. ພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີ Narendra Modi ຕ້ອນຮັບ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວປາໄສໃນ ວາ ລະການປະຊຸມຄົບຄະນະ ລະຫວ່າງບັນດາຜູ້ນຳອາຊຽນ ແລະ 
ທ່ານນາ ຍົກລັດຖະມົນຕີ ອິນເດຍ Narendra Modi. ພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີຈຳ ໜ່າຍສະແຕມ ສະເຫຼີມສະຫຼອງ 25 ປີ ວັນສ້າງຕັ້ງສາຍພົວ ພັນຄູ່ຮ່ວມມື ລະຫວ່າງ ອາຊຽນ-ອິນເດຍ. ໃນພາບ:  ທ່ານນາ ຍົກລັດຖະມົນຕີ ຫງວຽນຊວນຟຸກ (ຜູ້ທີ 4 ຈາກຊ້າຍ) ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ
Narendra Modi (ຜູ້ຢູ່ ກາງ) ແລະ ບັນດາຜູ້ນຳອາຊຽນ ໃນພິທີ. ພາບ: ຖົ໋ງເຍິດ/VNA



ຕອນເຊົ້າວັນທີ 26 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບບັນດາຜູ້ນຳ ອາຊຽນ ເຂົ້າຮ່ວມ ພິທີ ສວນສະໜາມ ສະເຫຼີມສະຫຼອງ ວັນສ້າງຕັ້ງ ສາທາລະນະລັດ ອິນເດຍຄົບ ຮອບ 69 ປີ (26/1/1950-26/1/2018) ທີ່ນະ ຄອນຫຼວງ ນິວເດລີ ໃນຖານະເປັນແຂກຮັບ ເຊີນເປັນ ທາງ ການ ຂອງປະທານາທິບໍດີ ອິນເດຍ. ໃນພາບ: ທ່ານ ນາຍົກ ລັດຖະມົນຕີ ຫງວຽນຊວນຟຸກ  ແລະ ພັນລະຍາ ພ້ອມດ້ວຍ
ບັນດາຜູ້ແທນ ທີ່ເຂົ້າຮ່ວມພິທີ. ພາບ: ຖົ໋ງເຍິດ/VNA



ທ່ານ ນາຍົກລັດຖະມົນຕີຫວວຽນຊວນຟຸກ ພ້ອມພັນລະຍາ ແລະ ບັນດາຜູ້ແທນ ທີ່ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນ ສ້າງຕັ້ງ
ສາທາລະນະລັດ ອິນເດຍຄົບຮອບ 69 ປີ. ພາບ: ຖົ໋ງເຍິດ/VNA



ພາບລວມໃນພິທີ. ພາບ: ຖົ໋ງເຍິດ/VNA

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ໄດ້ພົບປະແລກປ່ຽນ ຄຳຄິດຄຳເຫັນ ກັບ ທ່ານ Ram Nath Kovind ປະທານາທິບໍດີ ອິນເດຍ, ພົບປະເຈ ລະຈາ ກັບທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ; ພົບປະ ສອງຝ່າຍກັບ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຊ ຮຸນແຊນ ນາຍົກລັດຖະມົນຕີ ກຳປູເຈຍ, ທ່ານ Joko Widodo ປະທານາ ທິບໍດີ ອິນໂດເນເຊຍ, ທ່ານ ຫຼີຊຽນລຸງ ນາຍົກລັດຖະມົນຕີ ສິງກະໂປ, ທ່ານ ປຣະຍຸດ ຈັນ ໂອຊາ ນາຍົກລັດຖະມົນຕີໄທ ແລະ ທ່ານ ນາງ Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ, ຜ່ານ ນັ້ນ ກໍແລກປ່ຽນ ຫຼາຍມາດຕະການ, ກຳນົດທິດ ຊຸກຍູ້ຍິ່ງກວ່າອີກ ການ ພົວພັນ ສອງຝ່າຍ. ໃນການພົບປະລະຫວ່າງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ, ສອງຝ່າຍໄດ້ ເປັນເອກະ ສັນກັນ ນຳວົງເງິນການຄ້າສອງສົ້ນຂຶ້ນ 15 ຕື້ ໂດລາສະຫະ ລັດ ກ່ອນປີ 2020. 

ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ທີ່ມາແຕ່ດົນນານ ລະຫວ່າງ ຫວຽດນາມ ແລະ ອິນເດຍ ໄດ້ປະກົດເປັນ ຮູບເປັນ ຮ່າງ ແຕ່ ທົດສະວັດທຳອິດ ຂອງສະຕະວັດທີ XX, ຊຶ່ງທ່ານ ປະທານ ໂຮ່ຈີມິນ ແລະ ນາຍົກລັດຖະມົນຕີ Jawaharlan Nehru ວາງຮາກຖານ ແລະ ໄດ້ບັນດາຜູ້ນຳ ແລະ ປະຊາຊົນ ສອງປະເທດ ຫຼາຍລຸ້ນຄົນ ອອກແຮງ ເພີ່ມພູນຄູນສ້າງ. ສອງປະເທດສ້າງຕັ້ງສາຍພົວພັນ ທາງການທູດນຳກັນ ໃນ ວັນທີ 7 ມັງກອນ ປີ 1972. 
ພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີທັງສອງ ໄດ້ ເປັນ ສັກຂີພິຍານໃນພິທີລົງນາມ ໃນຂໍ້ຕົກລົງ ກ່ຽວກັບ ການ ຮ່ວມມື ຊຶ່ງລວມມີ ບົດບັນທຶກຊ່ວຍຈຳ ລະຫວ່າງ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ກັບ ກະຊວງຖະແຫຼງຂ່າວ ແລະ ວິທະຍຸກະຈາຍສຽງ ໂທລະພາບ ອິນເດຍ ວ່າດ້ວຍ ການຮ່ວມ ມືໃນຂົງເຂດຖະແຫຼງຂ່າວ ແລະ ວິທະຍຸກະຈາຍສຽງ ໂທລະພາບ ພ້ອມກັບການເຫັນພ້ອມ ລະຫວ່າງ ກົມສັງເກດທາງ ໄກແຫ່ງຊາດ ແລະ ອົງການຄົ້ນຄວ້າ ອາວະກາດ ອິນເດຍ ກ່ຽວກັບ ການປະຕິບັດໂຄງການ “ກໍ່ສ້າງສະຖານີສຳຫຼວດ, ສູນຮັບ ຂໍ້ມູນ ແລະ ສູນແກ້ໄຂຮູບພາບຈາກດາວທຽມ”.

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ໄດ້ພ້ອມກັບ ຜູ້ນຳ ບັນດາປະເທດ ອາຊຽນ ເຂົ້າຮ່ວມພິທີເດີນຂະບວນ ສວນສະ ໜາມ ສະເຫຼີມສະຫຼອງ ວັນສ້າງຕັ້ງສາທາລະນະລັດ ອິນເດຍ ໃນຖານະເປັນ ແຂກຮັບເຊີນເປັນທາງການ ຂອງປະທານາທິບໍດີ ອິນເດຍ.

ເມື່ອທຽບກັບພິທີ ສວນສະໜາມ ໃນຊຸມປີຜ່ານມາ ກັບແຂກ ຮັບເຊີນ ຢ່າງເປັນທາງການ ເຄີຍແມ່ນຜູ້ນຳຂອງ ປະເທດໜຶ່ງ ເທົ່ານັ້ນ, ການປະກົດຕົວຂອງ ຜູ້ນຳ 10 ປະເທດອາຊຽນ ໃນ ພິທີເດີນຂະບວນ ສວນສະໜາມ ປີນີ້ ເປັນເຫດການພິເສດ ແລະ ບໍ່ເຄີຍມີມາກ່ອນ, ສະແດງເຖິງຄວາມຖື ສຳຄັນເປັນ ພິ ເສດ ຂອງ ອິນເດຍ ທີ່ສະຫງວນໃຫ້ແກ່ ອາຊຽນ.

ເນື່ອງໃນໂອກາດນີ້, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນ ຕີ ໄດ້ເຂົ້າຮ່ວມພິທີອອກຈຳໜ່າຍຊຸດ ສະແຕມ ສະເຫຼີມສະ ຫຼອງ 25 ປີ ວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມື ລະຫວ່າງສອງ ຝ່າຍ ແລະ ເຂົ້າຢ້ຽມຊົມງານວາງສະແດງ ພາບຖ່າຍ 20 ແຜ່ນ ຂອງ ບັນດານັກແຕ້ມ ທີ່ເຂົ້າຮ່ວມ ຄ້າຍປະດິດແຕ່ງ ອາຊຽນ-ອິນເດຍ.

ທ່ານນາຍົກລັດຖະມົນຕີ ໄດ້ຕ້ອນຮັບຜູ້ຕາງໜ້າ ບັນດາ ວິສາ ຫະກິດລາຍໃຫຍ່ຂອງ ອິນເດຍ ທີ່ກຳລັງ ເຄື່ອນໄຫວດຳເນີນ ທຸລະກິດ, ລົງທຶນຢູ່ ຫວຽດນາມ ເຊັ່ນ: ກຸ່ມບໍລິສັດ TATA, ກຸ່ມບໍລິສັດ Larsen&Toubro (L&T), ກຸ່ມບໍລິສັດ  ນຳ້ມັນ ອາຍແກັສ ແຫ່ງຊາດ ອິນເດຍ (ONGC), ກຸ່ມບໍລິສັດ ລົງທຶນ ໄຟຟ້າພະລັງງານລົມ Suzlon, ກຸ່ມບໍລິສັດພະລັງງານຂຽວ Adani (Adani Green Energy) ແລະ ກຸ່ມບໍລິສັດ vDoIT.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ມາຢ້ຽມ ຢາມສະຖານທູດ ຫວຽດນາມ, ພົບປະກັບພະນັກງານ, ລັດ ຖະກອນສະຖານທູດ ແລະ ຊາວຫວຽດນາມ ທີ່ກຳລັງອາໄສ ແລະ ເຮັດວຽກຢູ່ ອິນເດຍ; ເຂົ້າຮ່ວມພິທີວາງ ສີລາລືກ ໂຄງ ການ ກໍ່ສ້າງ ສຳນັກງານ ສະຖານທູດຫວຽດນາມ ແຫ່ງໃໝ່ ປະຈຳ ອິນເດຍ; ເຂົ້າຢ້ຽມຊົມ ຫໍພິພິທະພັນ ແຫ່ງຊາດ ອິນ ເດຍ ຢູ່ ນະຄອນຫຼວງ ນິວເດລີ.



ກ່ອນການກອງປະຊຸມຂັ້ນສູງ ສະເຫຼີມສະຫຼອງ 25 ປີ ວັນ ສ້າງຕັ້ງ ສາຍພົວພັນຄູ່ຮ່ວມມື ລະຫວ່າງ ອາຊຽນ-ອິນເດຍ ແລະ ວັນສ້າງຕັ້ງ ສາທາລະນະລັດ ອິນເດຍຄົບຮອບ 69 ປີ, ຕອນເຊົ້າວັນທີ 25 ມັງ ກອນ 2018, ທີ່ນະຄອນຫຼວງ ນິວເດລີ ແຫ່ງ ສ.ອິນເດຍ, ທ່ານນາ ຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການ ພົບປະກັບ ທ່ານນາງ Aung San Suu Kyi ທີ່ປຶກ ສາ ແຫ່ງລັດ ມຽນມາ.  ພາບ: ຖົ໋ງເຍິດ/VNA


ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງ ສະເຫຼີມສະ ຫຼອງ 25 ປີ ວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມື ລະຫວ່າງ ອາ ຊຽນ-ອິນເດຍ,
ໃນວັນທີ 25 ມັງກອນ, ເວລາດຳເນີນໄປ ກອງ ປະຊຸມວົງແຄບ ລະ ຫວ່າງບັນດາຜູ້ນຳ ອາຊຽນ ແລະ ທ່ານນາ ຍົກລັດຖະມົນຕີ ອິນເດຍ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ ໄດ້ມີການພົບປະສອງຝ່າຍ ກັບ ທ່ານນາຍົກລັດຖະ ມົນຕີ ສິງກະໂປ ຫຼີຊຽນລຸງ.  ພາບ: ຖົ໋ງເຍິດ/VNA



ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງ ສະເຫຼີມສະຫຼອງ 25 ປີ ວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມື ລະຫວ່າງ ອາຊຽນ-ອິນເດຍ, ໃນວັນທີ 25 ມັງກອນ, ເວລາດຳເນີນໄປກອງ ປະຊຸມວົງແຄບ ລະຫວ່າງບັນດາຜູ້ນຳ ອາຊຽນ ແລະ ທ່ານ ນາຍົກລັດຖະມົນຕີ ອິນເດຍ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະສອງ ຝ່າຍ ກັບ ທ່ານ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ. ພາບ: ຖົ໋ງເຍິດ/VNA


ເນື່ອງໃນໂອກາດເຂົ້າຮ່ວມ ກອງປະຊຸມຂັ້ນສູງ ສະເຫຼີມສະ ຫຼອງ 25 ປີ ວັນສ້າງຕັ້ງ ສາຍພົວພັນຄູ່ຮ່ວມມື ລະຫວ່າງ ອາ ຊຽນ-ອິນເດຍ.  ແລະ ວັນສ້າງຕັ້ງ ສາທາລະນະລັດ ອິນເດຍ ຄົບຮອບ 69 ປີ, ຕອນ ເຊົ້າວັນທີ 26 ມັງກອນ, ທີ່ນະຄອນ ຫຼວງ ນິວເດລີ ແຫ່ງ ສ.ອິນ ເດຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບ ປະທານາທິບໍດີ ອິນໂດເນເຊຍ Joko Widodo.  ພາບ: ຖົ໋ງເຍິດ/VNA

ການໄປປະຕິບັດງານຂອງ ທ່ານ ຫງວຽນຊວນຟຸກ ນາຍົກລັດ ຖະມົນຕີ ເພື່ອເຂົ້າຮ່ວມກອງປະຊຸມຂັ້ນສູງ ສະເຫຼີມສະຫຼອງ 25 ປີແຫ່ງວັນ ສ້າງຕັ້ງສາຍພົວພັນຄູ່ຮ່ວມມື ອາຊຽນ - ອິນເດຍ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສ້າງຕັ້ງ ສາທາລະນະລັດອິນເດຍ ຄົບຮອບ 69 ປີ ຄັ້ງນີ້ ໄດ້ປະກອບສ່ວນຊຸກຍູ້, ເພີ່ມທະວີການພົວພັນຄູ່ຮ່ວມ ມືຍຸດທະສາດຮອບດ້ານ ຫວຽດ ນາມ-ອິນເດຍ ຂຶ້ນສູ່ລະດັບຂັ້ນສູງ, ເລິກເຊິ່ງ; ສະແດງອອກ ໃນ ບົດບາດ ການເປັນຜູ້ປະສານງານ ຢ່າງຕັ້ງໜ້າ ຂອງຝ່າຍ ຫວຽດນາມ ຕໍ່ສາຍພົວພັນ ຫວຽດນາມ-ອິນເດຍ. 


 

ສ. ອິນເດຍ ເປັນໜຶ່ງໃນ 10 ຄູ່ຮ່ວມມືໃຫຍ່ທີສຸດ ຂອງ ຫວຽດນາມ. ວົງເງິນການຄ້າສອງຝ່າຍ ໄດ້ຂະຫຍາຍໂຕ ໄລ່ສະເລ່ຍ 16%/ປີ ໃນ ໄລຍະ 2008-2013. ວົງເງິນການຄ້າປີ 2017 ບັນລຸໄດ້ປະມານ 7,5 ຕື້ ໂດລາສະຫະລັດ (ເພີ່ມຂຶ້ນ 37,7% ເມື່ອທຽບກັບ ປີ 2016); ບັນລຸ 5,4 ຕື້ ໂດລາສະຫະລັດໃນ ປີ 2016.

ໄລ່ຮອດທ້າຍເດືອນ ພະຈິກ 2017, ທຶນຈົດທະບຽນ ອິນເດຍ ເຂົ້າລົງທຶນ ຢູ່ ຫວຽດນາມ ບັນລຸ 756 ລ້ານ ໂດລາ ສະຫະລັດ, ກັບ 168 ໂຄງການ ລົງທຶນ ໃນ 24/63 ແຂວງ/ນະຄອນ, ຢູ່ ອັນດັບທີ 28/126 ປະເທດ ແລະ ເຂດແຄ້ວນ ທີ່ລົງທຶນ ຢູ່ ຫວຽດນາມ.

ປັດຈຸບັນ, ຫວຽດນາມ ມີ 7 ໂຄງການລົງທຶນ ຢູ່ອິນເດຍ ມີທຶນ ຈົດທະບຽນ ທັງໝົດ 6,15 ລ້ານ ໂດລາສະຫະລັດ, ເປັນຕົ້ນ ແມ່ນໃນຂົງເຂດຈຳໜ່າຍ ບັນດາ ຜະລິດຕະພັນ ຫົວອາຫານ, ອຸປະກອນກໍ່ສ້າງ, ເຄື່ອງສຳອາງເພື່ອສົ່ງອອກ, ບັນດາຜະລິດ ຕະພັນ ຂໍ້ມູນຂ່າວສານ ຄອມພິວເຕີ ແລະ ອື່ນໆ... 

 
ປະຕິບັດ: VNA/VNP 

ສັນຍາລັກ 50 ປີແຫ່ງການພົວພັນ ASEAN-ອົດສະຕຣາລີ

ສັນຍາລັກ 50 ປີແຫ່ງການພົວພັນ ASEAN-ອົດສະຕຣາລີ

ໃນກອງປະຊຸມສຸດຍອດ ພິເສດສະເຫຼີມສະຫຼອງ 50 ປີແຫ່ງການສ້າງຕັ້ງສາຍພົວພັນ ASEAN-ອົດສະຕຣາລີ ທີ່ໄດ້ຈັດຂຶ້ນໃນເດືອນ ມີນາ ທີ່ນະຄອນ Melbourne, ປະເທດ ອົດສະຕຣາລີ, ຜູ້ນຳບັນດາປະເທດ ASEAN ແລະ ອົດສະຕຣາລີ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພັດ ທະນາການພົວພັນ ແລະ ຜົນການຮ່ວມມື. ເພື່ອປະກອບສ່ວນຊຸກຍູ້ການຮ່ວມມື ASEAN-ອົດສະຕຣາລີ, ທ່ານນາຍົກລັດຖະມົນຕີ ຟ້າມ ມິງຈິ໋ງ ໄດ້ເຂົ້າຮ່ວມກອງປະຊຸມ ແລະ ໄດ້ສະເໜີ 3 ບາດກ້າວບຸກທະ ລຸ, 3 ເພີ່ມທະວີ ແລະ 3 ຮ່ວມມືກັນ, ໃນນັ້ນ ມີການສູ້ຊົນຫັນວົງເງິນ ການຄ້າ ເປັນສອງເທົ່າໃນ 10 ປີຕໍ່ໜ້າ.

Top