• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບົດບັນທຶນຊ່ວຍຈຳ ວ່າດ້ວຍການຮ່ວມມື ລະຫວ່າງ 3 ອົງການພຸດທະສາສະໜາ ກຳປູເຈຍ -ລາວ-ຫວຽດນາມ

      ທັງ 3 ອົງການ ຍັງຈະຮ່ວມມືກັນຊຸກຍູ້  ແລະ ສ້າງເງື່ອນໄຂທີ່ເອື້ອອຳນວຍ ໃນການກໍ່ສ້າງ  ແລະ ບຳລຸງຍົກລະດັບໃຫ້ພະສົງ-ສາມະເນນ  ແລະ ພະນັກງານຈາກ ອົງການ  ທີ່ກ່ຽວຂ້ອງ  ທີ່ຮັບຜິດຊອບວຽກງານສາສະໜາ  ຂອງ 3 ປະເທດ ພ້ອມກັນຈັດການຄົ້ນຄວ້າບົດຮຽນນຳກັນ  ໂດຍຜ່ານກິດຈະກຳຕ່າງໆ  ທີ່ກ່ຽວພັນກັບພຸດທະສາສະໜາ
            ໃນຕອນແລງຂອງວັນທີ 12 ພະຈິກ 2018  ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ,  ໄດ້ມີການເຊັນບົດບັນທຶກຊ່ວຍຈຳ  ວ່າດ້ວຍການຮ່ວມມື ພາຍໃຕ້ຫົວຂໍ້  “ເພີ່ມທະວີມູນເຊື້ອ ສາຍພົວພັນຄວາມສາມັກຄີ  ແລະ ການຮ່ວມມື ລະຫວ່າງ ອົງການພຸດທະສາສະໜາ 3 ປະເທດ ລາວ - ກຳປູເຈຍ - ຫວຽດນາມ  ໃນເງື່ອນໄຂ ເຊື່ອມໂຍງພາກພື້ນ ແລະ ສາກົນ”  ເພື່ອແນໃສ່ຮັດແໜ້ນມູນເຊື້ອ  ຄວາມສາມັກຄີ ຮັກແພງ ຊ່ວຍເຫລືອເຊິ່ງກັນ  ແລະ ກັນ, ສາຍພົວພັນ ມິດຕະພາບ ແບບພິເສດ  ທີ່ມີມາແຕ່ດົນນານ ທັງເປັນປະເທດ ບ້ານໃກ້ເຮືອນຄຽງທີ່ດີ ໂດຍສະເພາະ  ສາຍພົວພັນທາງດ້ານ ຮີດຄອງປະເພນີ,  ວັດທະນະທຳ ແລະ ພຸດທະສາສະໜາ ລະຫວ່າງພະສົງ,  ຊາວພຸດ ແລະ ປະຊາຊົນທັງ 3ຊາດ  ກຳປູ ເຈຍ-ລາວ-ຫວຽດ ນາມ  ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.
 
ບັນດາຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ (ພາບ:Pham Kien/ TTXVN)
      ພິທີເຊັນບົດບັນທຶນຊ່ວຍຈຳ 3 ອົງການດັ່ງກ່າວ,  ໂດຍ ສົມເດັດ ພະອະກາມະຫາ ພະສັງຂະລາດ ດິປາຕິ  ເທບພະວົງ ປະທານອົງການພຸດທະສາສະໜາ  ແຫ່ງ ຣາຊະອານາຈັກ ກຳປູເຈຍ,  ພະອາຈານໃຫຍ່ ມະຫາງອນ  ດຳລົງບຸນ ປະທານອົງການພຸດທະສາສະໜາ ສຳພັນລາວ  ແລະ ພະອາຈານໃຫຍ່ ທິກ ຖ້ຽນ ເຍີນ  ປະທານອົງການພຸດທະສາສະໜາ  ແຫ່ງ ສສ ຫວຽດນາມ.  ທັງ 3 ອົງການໄດ້ເຫັນດີເປັນ  ເອກະພາບກັນ ທີ່ຈະສືບຕໍ່ປຶກສາຫາລືກັນ ຢ່າງໃກ້ຊິດ  ແນໃສ່ປະກອບສ່ວນ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ການຮ່ວມມື ອັນດີງາມ ທີ່ມີມາແຕ່ດົນນານ ລະຫວ່າງພັກ-ລັດຖະບານ  3ປະເທດ ກໍຄື 3 ອົງການ ພຸດທະສາສະໜາ  ບົນພື້ນຖານການເຄົາລົບອະທິປະໄຕ ເຊິ່ງກັນ ແລະ ກັນ,  ຄວາມສະເໝີ ພາບ,  ຮັກສາ ສະຖຽນລະພາບ ແລະ ການຮ່ວມມື ພັດທະນາຢ່າງກົມກຽວ. ພ້ອມດຽວກັນນີ້, 3 ອົງການຍັງຕົກລົງເຫັນດີ ເພີ່ມທະວີການໂຄະນາ, ສຶກສາອົບຮົມ ປະຊາຊົນ  ແລະ ສາສະນິກະຊົນ ຢູ່ປະເທດຂອງຕົນ  ໃຫ້ຮັບຮູ້ກ່ຽວກັບມູນເຊື້ອ ສາມັກຄີ,  ນ້ຳໃຈ ມິດຕະພາບຂອງ 3 ປະເທດ  ທີ່ມີມາແຕ່ດົນນານ ແລະ ການຮ່ວມມື ດ້ານພຸດທະ ສາສະໜາ. ພ້ອມທັງຊຸກຍູ້ອຳນາດການປົກຄອງທ້ອງຖິ່ນ  ຢູ່ຕາມຊາຍແດນຂອງ 3 ປະເທດ  ໃຫ້ຮັດແໜ້ນຄວາມສາມັກຄີ,  ການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນຂົງ ເຂດພຸດທະສາສະໜາ ແລະ ປົກປັກຮັກສາ  ປະເພນີ-ວັດທະນະທຳອັນດີງາມຂອງທ້ອງຖິ່ນ,  ພ້ອມກັນສ້າງໃຫ້ເຂດຊາຍແດນ ລະຫວ່າງ 3 ປະເທດ ເປັນຊາຍແດນແຫ່ງ ສັນຕິພາບ,  ມິດຕະພາບ ແລະ ການຮ່ວມມື ດ້ານພຸດທະສາສະໜາ.
ນອກຈາກນີ້, ທັງ 3 ອົງການ ຍັງຈະຮ່ວມມືກັນຊຸກຍູ້  ແລະ ສ້າງເງື່ອນໄຂທີ່ເອື້ອອຳນວຍ ໃນການກໍ່ສ້າງ  ແລະ ບຳລຸງຍົກລະດັບໃຫ້ພະສົງ-ສາມະເນນ  ແລະ ພະນັກງານຈາກ ອົງການ  ທີ່ກ່ຽວຂ້ອງ  ທີ່ຮັບຜິດຊອບວຽກງານສາສະໜາ  ຂອງ 3 ປະເທດ ພ້ອມກັນຈັດການຄົ້ນຄວ້າບົດຮຽນນຳກັນ  ໂດຍຜ່ານກິດຈະກຳຕ່າງໆ  ທີ່ກ່ຽວພັນກັບພຸດທະສາສະໜາ  ໂດຍສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ  ຂອງແຕ່ລະຝ່າຍ ແລະ ສອດຄ່ອງກັບກົດໝາຍ ຂອງແຕ່ລະປະເທດ. ພ້ອມທັງສ້າງເງື່ອນໄຂສະດວກໃນການ ແລກປ່ຽນຂໍ້ມູນຂ່າວສານ  ແລະ ສະພາບການເຄື່ອນໄຫວກິດຈະກຳພຸດທະສາສະໜາ  ແລະ ຮີດຄອງປະເພນີ-ວັດທະນະທຳເຊິ່ງກັນແລະກັນ ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຢູ່ເວທີ ພາກພື້ນ  ແລະ ສາກົນກ່ຽວກັບພຸດທະສາສະໜາ,  ພິເສດ ປະກອບສ່ວນເສີມສ້າງ ສັນຕິພາບ,  ມິດຕະພາບ ແລະ ການຮ່ວມມື  ເພື່ອພັດທະນາໃນອາຊຽນ, ອາຊີ-ປາຊີຟິກ ແລະ ໃນໂລກ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top