• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ບົດຂ່າວພິເສດເທິງກຳປ່ັນ KN 490

ຊາວຫວຽດນາມອາໄສຢູ່ຕ່າງປະເທດເກືອບ 80 ຄົນທີ່ອອກສູ່ທະເລເດີນທາງໄປຢ້ຽມຢາມ ເກາະເຈື່ອງຊາ ແລະ ຮ້ານເຈາະນ້ຳມັນ DK1 ຕ່າງກໍມີຄວາມກະຕືລືລົ້ນຄອຍຮັບຟັງບົດຂ່າວຢູ່ເທິງກຳປ່ັນ KN 490 ຍ້ອນນີ້ແມ່ນບົດຂ່າວສານພິເສດ, ບໍ່ພຽງແຕ່ອອກຂ່າວ ກ່ຽວກັບສະພາບໄລຍະການເດີນທາງອອກສູ່ທະເລຂອງຄະນະ ປະຕິບັດງານເທ່ົານັ້ນ ຫາກຍັງອອກຂ່າວຄາວກ່ຽວກັບຄວາມຮູ້ສຶກ, ບັນດາບົດກອນ, ບົດເພງຂອງຜູ້ເປັນລູກເປັນຫຼານທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ ອວ່າຍໜ້າກັບຄືນສູ່ໝູ່ເກາະ ແລະ ທະເລທີ່ຫວງແຫນຂອງປະເທດຊາດ. 
ບົດຂ່າວພິເສດເທິງກຳປັ່ນ KN 490ໄດ້ຮັບການຈັດຕັ້ງຂຶ້ນນັບແຕ່ວິນາທີກຳປັ່ນເລີ່ມອອກຈາກທ່າ, ໄດ້ເຕົ້າໂຮມເອົາບັນດານັກຂ່າວ, ນັກບັນນາທິການທີ່ມາຈາກບັນດາອົງການຂ່າວສານຕ່າງໆທີ່ແຕກຕ່າງກັນຂອງພາຍໃນ ແລະ ຕ່າງປະເທດ ພ້ອມກັນເດີນທາງໃນຄະນະປະຕິບັດງານເລກ 6 ທີ່ນຳເອົາພໍ່ແມ່ພີ່ນ້ອງປະຊາຊົນ ຊາວຫວຽດນາມອາໄສຢູ່ທົ່ວທຸກມູມໂລກອອກສູ່ທະເລເພື່ອຢ້ຽມຢາມໝູ່ເກາະເຈື່ອງຊາ ແລະ ຮ້ານເຈາະນ້ຳມັນ DK1. ພໍຮອດເວລາ 17 ໂມງແລງຂອງແຕ່ລະວັນຢູ່ເທິງຫໍບັນຊາ ຂອງກຳປັ່ນ KN 490, ບັນດານັກຂ່າວຕ່າງກໍຮີບຮ້ອນ ຂຸ້ນຂ້ຽວ ກະກຽມໃຫ້ແກ່ລາຍການອອກອາກາດຂອງຕົນ. ຜູ້ຂຽນຂ່າວ, ຜູ້ບັນນາທິການ, ຜູ້ສຳພາດພໍ່ແມ່ປະຊາຊົນຊາວຫວຽດນາມອາໄສ ຢູ່ຕ່າງດ້າວ ແລະອື່ນໆ… ທັງໝົດໄດ້ສ້າງເປັນບັນຍາກາດເຮັດວຽກ ສຸດທີ່ຟົດຟື້ນ ແລະແບບມືອາຊີບ. 

ກຳປັ່ນ KN 490 ໃນບັ້ນອອກເດີນທາງ ນໍາເອົາພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ຕ່າງປະເທດເກືອບ 80 ຄົນ
ໄປຢ້ຽມຢາມ ໝູ່ເກາະເຈື່ອງຊາ ແລະ ຮ້ານເຈາະນ້ຳມັນ DK1.



ບົດຂ່າວພິເສດເທິງກຳປັ່ນ KN 490ໄດ້ຮັບການຈັດຕັ້ງຂຶ້ນນັບແຕ່ວິນາທີກຳປັ່ນເລີ່ມອອກຈາກທ່າ.


ບົດຂ່າວ ພິເສດເທິງກຳປັ່ນ KN 490ໄດ້ເຕົ້າໂຮມເອົາບັນດາ ນັກຂ່າວ, ນັກບັນນາທິການ ທີ່ມາຈາກບັນດາອົງການຂ່າວສານຕ່າງໆ
ທີ່ແຕກຕ່າງກັນຂອງພາຍໃນແລະຕ່າງປະເທດຮ່ວມກັນປະຕິບັດ.



ບົດຂ່າວຍິ່ງມີຄວາມພິເສດເນື່ອງຈາກມີພິທີລະນຶກເຖິງບັນດານັກຮົບ ຜູ້ເສຍສະຫຼະຊີວິດໃນບັ້ນຮົບກາກມາ
ໄດ້ບັນທຶກ ແລະ ອອກອາກາດຄືນໃໝ່ ໂດຍບັນດານັກຂ່າວທີ່ຮ່ວມເດີນທາງ.

ບົດຂ່າວຕອນແລງແບ່ງອອກເປັນ 3 ພາກ. ພາກເປີດຫົວເລື່ອງແມ່ນຂ່າວຄາວກ່ຽວກັບສະພາບການເດີນທາງແຕ່ລະຍ່ານ, ລາຍການເຮັດວຽກຂອງຄະນະທີ່ໄດ້ ແລະ ຈະປະຕິບັດຕໍ່ໄປ. ພາກຕໍ່ມາແມ່ນການແບ່ງປັນຄວາມຮູ້ສຶກໂດຍກົງຂອງພໍ່ແມ່ພີ່ນ້ອງຊາວຫວຽດນາມອາໄສຢູ່ຕ່າງປະເທດ. ພາກສຸດທ້າຍຂອງບົດຂ່າວແມ່ນ ທ່ານຜູ້ຟັງຈະໄດ້ຮັບຟັງລາຍການສິລະປະວັນນະຄະດີ ທີ່ເຕັມໄປດ້ວຍນໍ້າໃຈສາມັກຄີຮັກແພງລະຫວ່າງທະຫານກັບປະຊາຊົນ ຂັບລໍາຮ້ອງເພງກ່ຽວກັບໝູ່ເກາະ ແລະ ທະເລຫວຽດນາມ ໂດຍພໍ່ແມ່ປະຊາຊົນ, ຄະນະສິລະປະ ແລະ ບັນດານັກຮົບ ຢູ່ເທິງກຳປັ່ນ KN 490 ເປັນຜູ້ສະແດງ.

ນອກຈາກບົດຂ່າວຂອງບັນດານັກຂ່າວທີ່ມາຈາກສຳນັກຂ່າວສານພາຍໃນປະເທດແລ້ວ, ຍັງມີການເຂົ້າຮ່ວມຂອງນັກຂ່າວ ຫງວຽນເຟືອງຮຸ່ງ(ຊາວຫວຽດນາມອາໄສຢູ່ອາເມລິກາ), ຫົວໜ້າບັນນາທິການໃຫຍ່ສະຖານີວິທະຍຸ KBC ຢູ່ຕ່າງປະເທດ. ໃນແຕ່ລະຊ່ວງ, ແຕ່ລະຍານຂອງການເດີນທາງສູ່ໝູ່ເກາະ ທ່ານຮຸ່ງ ລ້ວນແຕ່ໄດ້ບັນທຶກໄວ້ບັນດາສິ່ງທີ່ປະທັບໃຈ ແລະ ຄວາມຮູ້ສຶກຂອງພໍ່ແມ່ປະຊາຊົນຫວຽດນາມອາໄສຢູ່ຕ່າງດ້າວທີ່ມີຕໍ່ທະຫານ ແລະ ປະຊາຊົນຢູ່ດ່ານໜ້າປະເຊີນກັບຄື້ນທະເລ ແລະ ພາຍຸລົມແດງ ເພື່ອອອກອາກາດໃນບົດຂ່າວພິເສດນີ້.
ບັນດານັກຂ່າວຈະສັງລວມ, ຮຽບຮຽງຂ່າວຄາວພາຍໃນແຕ່ລະມື້ ແລະ ບົດຂ່າວຈະໄດ້ອອກອາກາດໃນເວລາ 17 ໂມງ.
 

ໂຄສົກວິທະຍຸກະຈາຍສຽງຈະອອກອາກາດຂ່າວຄາວຕ່າງໆໂດຍຜ່ານລະບົບໂທລະໂຄ່ງຂອງກຳປັ່ນ KN 490.


ບົດຂ່າວພິເສດໄດ້ຮີບໂຮມບົດກອນຕ່າງໆ, ບັນດາຄວາມຮູ້ສຶກທີ່ຈິງໃຈຂອງພໍ່ແມ່ປະຊາຊົນຫວຽດນາມອາໄສຢູ່ຕ່າງດ້າວ
ທີ່ມີຕໍ່ບັນດາ ນັກຮົບຢູ່ເກາະເຈື່ອງຊາໃນຕະຫຼອດການເດີນທາງ. 



ສະພາບຊ່ວງການເດີນທາງ ແລະ ລາຍການເຮັດວຽກຂອງຄະນະ ປະຕິບັດງານເລກ 6
ຖືກບັນດານັກຂ່າວອັບເດັດເປັນປະຈຳໃນບົດຂ່າວ.



ນັກຂ່າວຂອງບົດຂ່າວພິເສດພວມປະຕິບັດງານຢູ່ເທິງຮ້ານເຈາະນ້ຳມັນ DK1.


ພາກສ່ວນໜຶ່ງສຳຄັນຂອງບົດຂ່າວແມ່ນການເຮັດວຽກໂດຍກົງນໍາກັນກັບພໍ່ແມ່ພີ່ນ້ອງຊາວຫວຽດນາມ
ອາໄສຢູ່ຕ່າງປະເທດທີ່ຮ່ວມເດີນທາງກັບຄະນະປະຕິບັດງານເລກ 6 ຄັ້ງນີ້. 



ພໍ່ແມ່ຊາວຫວຽດນາມຢູ່ຕ່າງດ້າວຫຼາຍຄົນໄດ້ດໍາເນີນການອັດສຽງ ບົດກອນ, ບົດເພງຕ່າງໆໂດຍກົງ ເພື່ອອອກອາກາດຂ່າວ. 


ລາຍການສິລະປະປະກອບດ້ວຍບົດເພງຕ່າງໆ ເວົ້າເຖິງໝູ່ເກາະ ແລະ ທະເລຫວຽດນາມ
ໂດຍບັນດາພໍ່ແມ່ຊາວຫວຽດນາມອາໄສ ຢູ່ຕ່າງດ້າວເປັນຜູ້ປະຕິບັດໃນບົດຂ່າວພິເສດ. 



ຊາວຫວຽດນາມອາໄສຢູ່ຕ່າງດ້າວຫລາຍທ່ານຍັງໄດ້ສະແດງຄວາມ ອາດສາມາດ
ດ້ານສິລະປະຂອງຕົນອອກມາຢູ່ເທິງລະບົບອັດສຽງ ຂອງກຳປັ່ນ. 



ພາກສຸດທ້າຍຂອງບົດຂ່າວແມ່ນບັນດາລາຍການສິລະປະ
ປະກອບດ້ວຍບົດເພງຕ່າງໆກ່ຽວກັບໝູ່ເກາະ ແລະ ທະເລຫວຽດນາມ. 



ບົດຂ່າວໄດ້ຮັບການປະຕິບັດໃນທຸກໆມື້ຕະຫລອດການເດີນທາງ ຢູ່ເທິງຫໍບັນຊາຂອງກຳປັ່ນ KN 490.


ບົດຂ່າວໄດ້ອອກອາກາດຢູ່ເທິງລະບົບໂທລະໂຄ່ງພາຍໃນຂອງ ກຳປັ່ນ KN 490. 


ສະພາບຊ່ວງການເດີນທາງ ແລະ ລາຍການເຮັດວຽກຂອງຄະນະ ປະຕິບັດງານເລກ 6
ຖືກບັນດານັກຂ່າວອັບເດັດເປັນປະຈຳໃນບົດຂ່າວ.

ເຖິງວ່າປະລິມານເວລາອອກອາກາດສັ້ນພຽງປະມານ 15-20 ນາທີ ກໍຕາມ, ແຕ່ຕະຫຼອດໄລຍະເວລາ 11 ວັນທີ່ຄະນະອອກໄປ ຢ້ຽມຢາມເມືອງເກາະເຈື່ອງຊາ ແລະ ຮ້ານເຈາະນ້ຳມັນ DK1 ນັ້ນ, ບັນດານ້ຳສຽງທີ່ຄຸ້ນຫູ ໃນບົດຂ່າວພິເສດເທິງກຳປັ່ນ KN490 ໄດ້ກາຍເປັນ ຂົວຕໍ່ຂອງການພົບປະແລກປ່ຽນທີ່ແສນປະທັບໃຈລະຫວ່າງພໍ່ແມ່ປະຊາຊົນທີ່ມາຈາກຕ່າງແດນກັບຜູ້ທີ່ເຂົ້າຮ່ວມໃນຄະນະປະຕິບັດງານເລກ6 ຢ່າງແທ້ຈິງ. ທ່ານພັນເອກ ຫງວຽນຊວນແທັງ, ຫົວໜ້າສະຖາບັນໄອຍະການ, ຜູ້ຕາງໜ້າ ກົມການເມືອງ (ເຫຼົ່າທັບທະຫານເຮືອຫວຽດນາມ) ໄດ້ແບ່ງປັນ ຄວາມຮູ້ສຶກວ່າ: “ນີ້ແມ່ນບົດຂ່າວທີ່ໄດ້ຮັບການຕີລາຄາວ່າມ່ວນ, ແທດເຖິງຕົວຈິງ, ເປັນສະໜາມຫລິ້ນທາງຈິດໃຈໃຫ້ແກ່ສະມາຊິກ ທຸກຄົນ ໃນຄະນະປະຕິບັດງານຄັ້ງນີ້. 
ປະຕິບັດ: ຫງວຽນລວນ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top