• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບຸລິມະສິດແຫຼ່ງກຳລັງແກ້ໄຂບັນດາຄວາມຕ້ອງການທີ່ຈຳເປັນສຳລັບຜູ້ມີຄຸນງາມຄວາມດີ

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່, ເບິ່ງແຍງດູແລທາງດ້ານວັດຖຸ ແລະ ຈິດໃຈໃຫ້ທະຫານເສຍອົງຄະ, ທະຫານເຈັບປ່ວຍ

ທ່ານປະທານປະເທດ ເຈິ່ນດ້າຍກວາງ ກ່າວຄຳເຫັນທີ່ພິທີ

ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 71 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2018), ຕອນເຊົ້າວັນທີ 19 ກໍລະກົດ, ຢູ່ນະຄອນ ຫວູງເຕົ່າ, ໄດ້ຈັດຕັ້ງກອງປະຊຸມຍ້ອງຍໍຊົມເຊີຍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດດີເດັ່ນທົ່ວປະເທດປີ 2018.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່, ເບິ່ງແຍງດູແລທາງດ້ານວັດຖຸ ແລະ ຈິດໃຈໃຫ້ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດ. ພ້ອມກັບນະໂຍບາຍບຸລິມະສິດຂອງລັດ, ຂະບວນການເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຜ່ານບັນດາລາຍການສາຍຈິດມິດໃຈສືບຕໍ່ໄດ້ຮັບການຮັກສາ, ເສີມຂະຫຍາຍ, ມີຄວາມໝາຍດ້ານການເມືອງ - ສັງຄົມ ແລະ ມະນຸດສະທຳຢ່າງເລິກເຊິ່ງ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະເໜີວ່າ:

        “ສຸມໃສ່ເບິ່ງແຍງດູແລບັນດາຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດທີ່ປະສົບກັບຄວາມຫຍຸ້ງຍາກ, ຜູ້ມີຄຸນງາມຄວາມດີເຊິ່ງປະຈຸບັນພວມຢູ່ໂດດດຽວ, ບໍ່ມີບ່ອນເພິ່ງພາສາອໃສ, ບັນດາຄອບຄົວຂອງຜູ້ມີຄຸນງາມຄວາມດີເຂດຊົນເຜົ່າສ່ວນໜ້ອຍ, ເຂດຫ່າງໄກຊອກຫຼີກ, ຖານທີ່ໝັ້ນການປະຕິວັດໃນເມື່ອກ່ອນ, ສູ້ຊົນເພື່ອບໍ່ປະໃຫ້ຄອບຄົວເຫຼົ່ານັ້ນຖືກຜູ້ມີຄຸນງາມຄວາມດີນອນໃນເປົ້າໝາຍທຸກຍາກ. ບຸລິມະສິດແຫຼ່ງກຳລັງໃນການແກ້ໄຂບັນດາຄວາມຕ້ອງການທີ່ຈຳເປັນສຳລັບຜູ້ມີຄຸນງາມຄວາມດີ ຄື: ລ້ຽງດູເບິ່ງແຍງບັນດາແມ່ ຫວຽດນາມ ວິລະຊົນ, ສອນວິຊາຊີບ, ສ້າງວຽກເຮັດງານທຳ, ຊ່ວຍເຫຼືອບັນດາຄອບຄົວເປົ້າໝາຍນະໂຍບາຍທີ່ປະສົບກັບຄວາມຫຍຸ້ງຍາກເພື່ອພັດທະນາການຜະລິດ.”

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top