• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບຸນເຕັດປະເພນີຂອງຊາວເຜົ່າ ຮ່າຍີ່ ຢູ່ ລາຍເຈົາ

      ໃນຮູບພາບຫຼາກຫຼາຍສີສັນຂອງ 20 ຊົນເຜົ່າຢູ່ ລາຍເຈົາ, ຊາວເຜົ່າ ຮ່າຍີ່ ໄດ້ເປັນທີ່ຮູ້ຈັກຍ້ອນຄວາມອຸດົມສົມບູນ, ຫຼາກຫຼາຍກ່ຽວກັບສີສັນວັດທະນະທຳທາງດ້ານພູຜາປ່າໄມ້, ບັນດາງານບຸນປະເພນີໃນນັ້ນ ສິ່ງທີ່ຕ້ອງເວົ້າເຖິງນັ້ນແມ່ນ ບຸນເຕັດປະເພນີກໍ໊ແຍ່ຈ່າຕາມປົກກະຕິຈະຈັດຂຶ້ນໃນທ້າຍເດືອນ 10, ຕົ້ນເດືອນ 11 ໄລ່ຕາມຈັນທະປະຕິທິນ, ເພື່ອຈັດໃສ່ໃຫ້ຖືກກັບມື້ໂຕມັງກອນ.
            ໃນບັນດາວັນນະກຳບູຮານ ໄດ້ຂຽນກ່ຽວກັບການມີໜ້າຂອງຊາວເຜົ່າ ຮ່າຍີ່ ຢູ່ເຂດຕາເວັນຕົກສ່ຽງເໜືອ (ໄຕບັ໋ກ) ຫວຽດນາມ ແຕ່ສະຕະວັດທີ VIII, ແຕ່ສ່ວນໃຫຍ່ ຊາວເຜົ່າ ຮ່າຍີ່ ແມ່ນຊາວອົບພະຍົບມາຢູ່ ຫວຽດນາມ ກ່ອນນີ້ປະມານ 300 ປີ  ແລະ ບຸນເຕັດປະເພນີ “ກໍ໊ແຍ່ຈ່າ” ຂອງຊາວເຜົ່າ ຮ່າຍີ່ ແມ່ນໜຶ່ງໃນບັນດາສີສັນວັດທະນະທຳທີ່ຍັງຄົງໄດ້ຮັບການສືບທອດ, ຮັກສາມາຮອດປັດຈຸບັນນີ້. ບຸນເຕັດປະເພນີ ແມ່ນໂອກາດເພື່ອໃຫ້ທຸກຄົນໄດ້ພັກຜ່ອນ, ລະຫຼິ້ນ, ບັນດາຄອບຄົວໄປອວຍພອນເຊິ່ງກັນ ແລະ ກັນ, ນັບແຕ່ອ້າຍເອື້ອຍນ້ອງ, ຍາດຕິພີ່ນ້ອງຕະຫຼອດຮອດທຸກຄອບຄົວໃນໝູ່ບ້ານ, ພາຍຫຼັງໜຶ່ງປີທີ່ອອກແຮງງານ, ທຳການຜະລິດ, ລະດູບການເກັບກ່ຽວໄດ້ຮັບຜົນ ແລະ ກໍແມ່ນໂອກາດຄົບຮອບ 1 ປີ ຕາມວິທີຄິດໄລ່ຂອງຊາວເຜົ່າ ຮ່າຍີ່. ພໍ່ແມ່ພີ່ນ້ອງຊົນເຜົ່າ ຮ່າຍີ່ ຢູ່ ລາຍເຈົາ ຕາມປົກກະຕິແມ່ນຈັດບຸນເຕັດນເວລາ 3 ມື້, ເລີ່ມຕົ້ນໃນມື້ຕົວມັງກອນ, ບໍ່ໄລ່ວ່າແມ່ນຕົ້ນເດືອນ ຫຼື ທ້າຍເດືອນ, ຂຶ້ນກັບແຕ່ລະໝູ່ບ້ານ, ແຕ່ລະຕາແສງ ຈະຈັດວັນບຸນໄວ ຫຼື ຊ້າ. ລຸງ ຈູແສ໊ລູ່, ຊົນເຜົ່າ ຮ່າຍີ່ ຢູ່ເມືອງ ເມື່ອງແຕ່, ແຂວງ ລາຍເຈົາ ໃຫ້ຮູ້ວ່າ:
        ຕາມປົກກະຕິ ບຸນເຕັດຂອງຊາວເຜົ່າ ຮ່າຍີ່ ຈະຈັດຂຶ້ນໃນເດືອນ ພະຈິກ (ໄລ່ຕາມປະຕິທິນສາກົນ) ແລະ ໃນເດືອນ ພະຈິກ ນີ້ ແມ່ນເລືອກເອົາມື້ໂຕມັງກອນເປັນມື້ຈັດງານບຸນ”.

ແມ່ຍິງຊາວເຜົ່າຮ່າຍີ່ ເຮັດເຂົ້າໜົມໄຢ່ 
      ທຸກຄົນກໍເປັນເຈົ້າການໃນການມ້ຽນມັດຈັດແຈງ, ເຮັດອະນາໄມເຮືອນຊານ, ບັນດາເສັ້ນທາງໄປມາໃນໝູ່ບ້ານ ກໍຄືບັນດາເດີ່ນລະຫຼິ້ນ, ບ່ອນທີ່ບັນດາຊາວໜຸ່ມຍິງຊາຍ ແລະ ທຸກຄົນໃນໝູ່ບ້ານ ພ້ອມກັນຈັດຕັ້ງບັນດາການລະຫຼິ້ນພື້ນເມືອງ, ຟ້ອນລຳທຳເພງຕາມຈັງຫວະທີ່ເປັນເອກະລັກຂອງຊາວເຜົ່າ ຮ່າຍີ່ ໃນຊຸມວັນບຸນເຕັດ. ບຸນເຕັດຂອງຊາວເຜົ່າ ຮ່າຍີ່ ໄດ້ມີການຫຼ້າງຫາກະກຽມຢ່າງລອບຄອບຖີ່ຖ້ວນ ນັບແຕ່ຊຸດອາພອນປະຈຳເຜົ່າ ຕະຫຼອດຮອດອາຫານການກິນ, ເຂົ້າຕົ້ມເຂົ້າໜົມ ລ້ວນແຕ່ມີຄວາມຫຼາກຫຼາຍ ແລະ ພຽງພໍສຳລັບວັນບຸນ. ພິເສດແມ່ນປະເພດເຂົ້າໜົມທີ່ເປັນເອກະລັກຄື ເຂົ້າໝົມໂຈຍ, ເຂົ້າໜົມໄຢ່, ເຂົ້າຕົ້ມນັ້ນ ບັນດາຄອບຄົວຈະເຮັດດໃຫ້ຫຼາຍ ເຊິ່ງບໍ່ພຽງແຕ່ນຳໄປບູຊາບັນພະບຸລຸດເທົ່ານັ້ນ ຫາກຍັງນຳໄປແບ່ງປັນໃຫ້ລູກຫຼານເອົາໂຊກເອົາໄຊໃນວັນບຸນເຕັດ ແລະ ເປັນຂອງຕ້ອນໃຫ້ແຂກນຳອີກ. ແລະ ອີກສິ່ງໜຶ່ງທີ່ບໍ່ອາດຂາດໄດ້ໃນຮີດຄອງປະເພນີບຸນເຕັດນັ້ນແມ່ນຊີ້ນໝູ. ຕາມຄວາມສຳນຶກໃນເມື່ອກ່ອນແລ້ວ, ຖ້າຫາກຄອບຄົວໃດມີຊີ້ນໝູຫຼາຍໃນການປຸງແຕ່ງອາຫານ ເພື່ອນຳໄປບູຊາບັນພະບຸລຸດເນື່ອງໃນໂອກາດບຸນເຕັດ ແມ່ນສະແດງໃຫ້ເຫັນວ່າ ປີທີ່ຜ່ານມາ ຄອບຄົວນັ້ນທຳມາຫາກິນໄດ້ດີ, ລະດູການເກັບກ່ຽວໄດ້ຮັບຜົນດີ. ຄຽງຄູ່ກັນນັ້ນ, ຄອບຄົວໃດກໍເຮັດເຂົ້າຕົ້ມ, ເຂົ້າໜົມໄຢ່ ດ້ວຍເຂົ້າໜຽວທີ່ປູກຢູ່ໄຮ່, ນີ້ກໍແມ່ນເຄື່ອງບູຊາທີ່ບໍ່ອາດຂາດໄດ້ໃນການຖະຫວາຍບູຊາບັນພະບຸລຸດ. ພາເຂົ້າບູຊາບັນພະບຸລຸດ ລ້ວນແຕ່ມີບັນດາເຍື່ອງອາຫານທີ່ລູກຫຼານເຮັດເອງ ຄື: ເຂົ້າໜົມໄຢ່, ເຂົ້າໝົມໂຈຍ, ເຫຼົ້າ, ຂີງ, ແຈ່ວຈໍ້າ, ເຂົ້າ, ຊີ້ນ. ພິເສດ, ວຽກການບູຊາບັນພະບຸລຸດໃນວັນບຸນເຕັດຂອງຊາວເຜົ່າ ຮ່າຍີ່ ແມ່ນແມ່ຍິງເປັນຜູ້ຮັບຜິດຊອບ.ຮ້ານໄຫວ້ບູຊາທາງຜົວຂອງຊາວເຜົ່າ ຮ່າຍີ່ ແມ່ນໄດ້ຕັ້ງຢູ່ເທິງຫົວຕຽງຂອງຜົວເມຍເຈົ້າຂອງເຮືອນ. ສ່ວນຮ້ານໄຫວ້ບູຊາທາງເມຍ ແມ່ນຕັ້ງຢູ່ແຈເຮືອນຄົວ. ລຸງ ຈູປໍ໊ຈື່, ຢູ່ບ້ານ ທູລູ໊ມ, ຕາແສງທູລູ໊ມ, ເມືອງ ເມື່ອງແຕ່, ແຂວງ ລາຍເຈົາ ໃຫ້ຮູ້ວ່າ:
        ວຽກການບູຊາບັນພະບຸລຸດໃນວັນບຸນເຕັດຂອງຊາວເຜົ່າ ຮ່າຍີ່ ສ່ວນຫຼາຍແມ່ນແມ່ຍິງເປັນຜູ້ຮັບຜິດຊອບ, ຍ້ອນວ່າ ແມ່ຍິງຍາມໃດກໍຢູ່ເຮືອນ ເປັນຜູ້ຮັບຜິດຊອບທຸກວຽກງານ ແລະ ເປັນແມ່ເຮືອນ. ເຄື່ອງບູຊາກໍງ່າຍດາຍ, ໃນມື້ບຸນເຕັດ ເຮົາມີອັນໃດ ກໍບູຊາອັນນັ້ນ. ຖ້າຄອບຄົວໃດຂ້າໝູ ກໍເອົາຊີ້ນໝູມາບູຊາ, ຄອບຄົວໃດມີໄກ່ ກໍເອົາໄກ່ມາບູຊາ,  ພ້ອມກັບເຂົ້າ, ເຫຼົ້າໜ້ອຍໜຶ່ງ…”
        ຕາມການເຫຼື້ອມໃສແບບດັ້ງເດີມແລ້ວ, ຫຼັງຈາກເຄື່ອງບູຊາໄດ້ກະກຽມສຳເລັດແລ້ວ ເຈົ້າຂອງເຮືອນຈະນຸ່ງຊຸດປະຈຳເຜົ່າ ເພື່ອປະຕິບັດບັນດາພິທີສົມມະນາຄຸນບັນພະບຸລຸດທີ່ໄດ້ດົນບັນດານໃຫ້ໃນປີ ທຳມາຫາກິນສະດວກ ແລະ ພາວະນາຂໍໃຫ້ປີໃໝ່ ເຄື່ອງປູກຂອງຝັງຈະເລີນເຕີບໂຕ, ທັນຍາຫານອຸດົມສົມບູນ, ທຸກຄົນມີສຸຂະພາບແຂງແຮງ ແລະ ມີຄວາມຜາສຸກ…

ພໍ່ແມ່ພີ່ນ້ອງຊາວເຜົ່າຮ່າຍີ່ ແຂ່ງດຶງເຊືອກ ໃນຊຸມວັນບຸນເຕັດ
      ໃນຊຸມວັນບຸນເຕັດປະເພນີຂອງຊາວເຜົ່າ ຮ່າຍີ່, ນັບແຕ່ຜູ້ເຖົ້າ ຜູ້ແກ່ຕະຫຼອດຮອດເດັກນ້ອຍ, ຜູ້ໃດກໍລ້ວນແຕ່ນຸ່ງເຄື່ອງໃໝ່ ເຊິ່ງແມ່ນຊຸດອາພອນປະຈຳຕົນສວຍງາມໄປດ້ວຍສີສັນຫລາກຫລາຍ ເພື່ອໄປຫຼິ້ນບຸນເຕັດ. ຢູ່ບັນດາເດີ່ນລະຫຼິ້ນຂອງໝູ່ບ້ານ ກໍໄດ້ຈັດຕັ້ງການລະຫຼີ້ນພື້ນເມືອງຫຼາຍຢ່າງ ຄື: ຂີ່ຊິງຊ້າ, ຕີດອກຂົນໄກ່ດ້ວຍມື, ສັບໝາກຂ່າງ… ແລະ ທັງບັນດາບົດຂັບລຳ, ຈັງຫວະຟ້ອນທີ່ເບີກບານມ່ວນຊື່ນ, ຂັບລຳອວຍພອນປີໃໝ່, ຂັບກ້ຽວກັນລະຫວ່າງຍິງຊາຍທີ່ພວມຢູ່ໃນໄວອາຍຸສ້າງຄອບຄົວ.
       ດ້ວຍການຈັດຕັ້ງງານບຸນເຕັດໃນເວລາ 5 ວັນ, ທຸກຄົນໃນໝູ່ບ້ານໄດ້ກິນດື່ມ, ລະຫຼິ້ນຢ່າງສະໜຸກສະໜານ ພາຍຫຼັງເຮັດວຽກຢ່າງອິດເມື່ອຍມາເປັນເວລາໜຶ່ງປີ ແລະ ພ້ອມກັບຄຳອວຍພອນອັນປະເສີດ ນຳມາເຊິ່ງຄວາມໂຊກດີ, ເຂົ້າເຕັມເລົ້າ, ການລ້ຽງສັດແຜ່ຂະຫຍາຍຕົວດີ ໃນປີໃໝ່. ໃນວົງຄະນະຍາດບັນດາຊົນເຜົ່າຢູ່ ຫວຽດນາມ, ແຕ່ລະຊົນເຜົ່າກໍລ້ວນແຕ່ມີປະເພນີໃນການຕ້ອນຮັບບຸນເຕັດສະເພາະ, ເຊິ່ງໄດ້ຈັດຂຶ້ນໃນຈຸດເວລາທີ່ແຕກຕ່າງກັນ, ເໝາະສົມກັບວິທີການຄິດໄລ່ຕາມປະຕິທິນຂອງຊົນເຜົ່າຕົນ. ຮີດຄອງປະເພນີຕ້ອນຮັບບຸນເຕັດ “ກໍ໊ແຍ່ຈ່າ” ທີ່ເປັນມູນເຊື້ອຂອງຊົນເຜົ່າ ຮ່າຍີ່ ໄດ້ສະແດງໃຫ້ເຫັນຄວາມເປັນເອກະລັກສະເພາະກ່ຽວກັບວັດທະນະທຳ, ປະກອບສ່ວນເຂົ້າໃນຮູບພາບທີ່ຫຼາຍຮູບຫຼາຍແບບເຕັມໄປດ້ວຍສີສັນວັດທະນະທຳ 54 ຊົນເຜົ່າ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top