• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ບຸນຊ່ວງເຮືອ ຕື໋ລິງ ຢູ່ ຫຼີເຊີນ

ແຕ່ລະປີ, ບຸນຊ່ວງເຮືອ ຕື໋ລິງ (ສັດມົງຄຸນ ສັກສິດສີ່ໂຕ) ຢູ່ເກາະ ຫຼີ ເຊີນ, ແຂວງ ກວ່າງຫງ໊າຍ ຖືກຈັດຂຶ້ນ ເພື່ອລະນຶກ ເຖິງບັນພະບຸ ລຸດ ຜູ້ທີ່ໄດ້ທໍາການບຸກເບີກ ທີ່ດິນ, ຕັ້ງໝູ່ບ້ານ ຢູ່ເທິງເກາະ ແຕ່ສະ ໄໝ ເລີ່ມແລກ ແລະ ກອງ ທະຫານເຮືອ ຮວ່າງຊາ, ເຈື່ອງຊາ (ສະ ຕະວັດທີ XVII) ຜູ້ມີຄຸນຄວາມດີ ໃນການປົກປັກ ຮັກສາຊາຍແດນ ຂອງ ປະເທດຊາດ. 
ບຸນຊ່ວງເຮືອ ຕື໋ລິງ ເປັນສູນລວມ ຂອງ ຄວາມປາດທະໜາ ອັນແຮງ ກ້າ ເພື່ອເອົາຊະນະ ທ້ອງທະເລທີ່ກວ້າງໃຫຍ່ໄພສານຂອງ ປະຊາ ຊົນ ເມືອງ ເກາະ ຫຼີເຊີນ.
ມາຍັງເກາະ ຫຼີເຊີນ ໃນຊຸມມື້ໃກ້ຈະຮອດ ບຸນຊ່ວງເຮືອ ຈະເຫັນໄດ້ ບັນຍາກາດຄຶກຄື້ນ ທີ່ແຕກຕ່າງ ປະກົດຕົວ ຢູ່ທຸກຫົນແຫ່ງ. ຢູ່ເດີ່ນ ສາລາ ບັນດາຕາແສງ ອານຫວີ໊ງ, ອານຫາຍ, ປະຊາຊົນ ປຸ້ມລຸ້ມກັນ ຕົບແຕ່ງ, ທາສີ ໃຫ້ສຳເລັດ ບັນດາຂັ້ນຕອນສຸດທ້າຍ ເພື່ອ ກຽມພ້ອມ ໃນມື້ເຮືອຊ່ວງ ຖືກປ່ອຍ ລົງນໍ້າ. ພາຍໃຕ້ແສງແດດ ສາຍລົມ ຈາກ ທະເລ, ສີສັນຂອງບັນດາ ລຳເຮືອ ຕືີ໋ລິງ ມີຄວາມງາມ ທີ່ສົດໃສ ສະດຸດຕາຍິ່ງຂຶ້ນ. ທຸກສິ່ງທຸກຢ່າງ ຕ່າງກໍລໍຄອຍ ບຸນຊ່ວງເຮືອ ຈະຖືກ ໄຂຂຶ້ນ ດ້ວຍຄວາມ ກະຕື ລືລົ້ນ. 

ກ່ອນທີ່ຈະເຂົ້າຮ່ວມງານແຂ່ງຂັນຊ່ວງເຮືອ, ຜູ້ຕາງໜ້າ ບັນດາ ວົງຕະກຸນ ຢູ່ໃນທີມ 5, ຕາແສງ ອານຫວີງ ໄດ້ໄປຫາ ເອີມລິງຕື້ (ສະຖານທີ່ສັກກະລູບູຊາ ກອງທະຫານເຮືອ ຮວ່າງຊາ)
ເພື່ອບູຊາຫຼັກເມືອງຂອງບ້ານ ແລະ ບັນພະບຸລຸດ, ຂໍອະນຸຍາດເປີດ ບຸນຊ່ວງເຮືອ ຕື໋ລິງ. ພາບ: ທົງທ້ຽນ/VNP

 

ທີມແຂ່ງເຮືອລວມມີຜູ້ຊາຍມີສຸຂະພາບແຂງແຮງ, ເກັ່ງໃນອາຊີບ ການປະມົງ. ທີມແຂ່ງແຕ່ລະທີມມີ 21-24 ຄົນ. ພາບ: ກົງດາດ/VNP


ຜູ້ເຖົ້າຜູ້ແກ່ ຢູ່ຕາແສງ ອານຫວີງ ກະກຽມເຄື່ອງແຕ່ງກາຍ ແລະ ເຄື່ອງໃຊ້ໃຫ້ທີມແຂ່ງ. ພາບ: ທົງທ້ຽນ/VNP


ບັນດາສີພາຍບ້ານ ໄຕ, ຕາແສງ ອານຫວີງ ນຳເຮືອລົງບ່ອນຈັດ ການແຂ່ງຂັນ. ພາບ: ທົງທ້ຽນ/VNP


ບັນດາທີມແຂ່ງແຂ່ງ ໄດ້ສະແດງການຊ່ວງເຮືອ ໃນສຽງເຊຍ ແລະ ໃຫ້ກຳລັງໃຈ ຂອງປະຊາຊົນເມືອງເກາະ ຫຼີເຊີນ. ພາບ: ທົງທ້ຽນ/VNP


ເຫດຜົນທີ່ເອີ້ນວ່າ "ຊ່ວງເຮືອ ຕື໋ລິງ" ເພາະວ່າ ໃນການແຂ່ງຂັນ ຂອງເຮືອແຂ່ງຂັນ 4 ລໍາ, ເຮືອແຕ່ລະລຳໄດ້ຕັ້ງຊື່ສັດມົງຄຸນໜຶ່ງໃນ 4 ໂຕຄື: ມັງ ກອນ, ກິເລນ, ເຕົ່າ, ຫົງ. ພາບ: ທົງທ້ຽນ/VNP

ກອງທະຫານເຮືອ ຮວ່າງຊາ ເປັນຊື່ເອີ້ນ ຂອງ ກອງເຮືອໂດຍອຳ ນາດການປົກຄອງ ເຈົ້າ ຫງວຽນ ຢູ່ທາງພາກໃຕ້ ຫວຽດນາມ ຕັ້ງ ຂຶ້ນ ຕົ້ນສະຕະວັດທີ XVII ເພື່ອທຳການຂຸດຄົ້ນຊັບພະຍາກອນ ທຳມະຊາດ ທ່ີມີຄ່າ, ວັດແທກ ທາງເດີນທະເລ, ປົກປັກຮັກສາ ແລະ ປັກຫຼັກໝາຍ ອຳນາດອະທິປະໄຕ ຢູ່ໝູ່ເກາະ ຮວ່າງຊາ, ເຈື່ອງຊາ. ຕາມຕຳນານ ປະຫວັດສາດຢ່າງເປັນທາງການ, ກອງທະຫານເຮືອ ຮວ່າງຊາ ກຳເນີດຂຶ້ນໃນລະຫວ່າງ ປີ 1631, ກົງກັບສະໄໝເຈົ້າ ຫງວຽນຟຸກງວຽນ (ຂຶ້ນຄອງລາດ ໃນປີ 1613 - 1635) ຊຶ່ງເປັນ ອົງທີສອງ ຂອງ ລາຊະວົງ ຫງວຽນ. 
ລຳລັບຊາວເມືອງເກາະ ຫຼີເຊີນ, ບຸນຊ່ວງເຮືອ ຕື໋ລິິງ ບໍ່ພຽງແຕ່ ເປັນ ການເຄື່ອນໄຫວ ກິລາມູນເຊື້ອ ທີ່ມີລັກສະນະຊຸມຊົນ ເທົ່ານັ້ນ, ແຕ່ ຍັງເປັນຄວາມງາມ ດ້ານວັດທະນະທຳ, ຄວາມເຊື່ອຖື ທີ່ເປັນເອກະ ລັກ, ເປັນໂອກາດເພື່ອຫວນຄືນ ແລະ ຝາກຝັງ ຄວາມເຄົາລົບນັບ ຖື ແລະ ຄວາມຮູ້ບຸນຄຸນ ຂອງ ຊາວເກາະ ທີ່ມີຕໍ່ບັນພະບຸລຸດ ແລະ ກອງທະຫານເຮືອ ຮວ່າງຊາ ໃນປາງກ່ອນ ໄດ້ຂ້າມຜ່ານຄື້ນຟອງ ທະເລ ຕາເວັນອອກ ເພື່ອວັດແທກທາງເດີນທະເລ, ປັກຫຼັກໝາຍ, ປົກປັກຮັກສາ ແລະ ຢືນຢັນສິດອຳນາດ ອະທິປະໄຕ ເໜືອໝູ່ເກາະ ທະເລ ອັນສັກສິດ ຂອງ ປະເທດຊາດ; ພ້ອມດຽວກັນນັ້ນແມ່ນຂໍໃຫ້ ຝົນຟ້າອາກາດອຳນວຍ, ການປູກຝັງໄດ້ຮັບຜົນດີ.

ຕາມປະເພນີໃນສະໄໝກ່ອນ, ບຸນຊ່ວງເຮືອ ຕືີ໋ລິງ ຈະມີເຮືອແຂ່ງ 8 ລຳ, ແຕ່ລະລຳ ແມ່ນ ຂອງ ໝູ່ບ້ານໜຶ່ງ ໃນຕາແສງ ແລະ ໄດ້ຄັດ ເລືອກ ການຕົບແຕ່ງດ້ວຍຮູບພາບ “ຕື໋ລິງ” (ສັດມົງຄຸນ 4 ໂຕຄື: ມັງ ກອນ, ກິເລນ, ເຕົ່າ, ຫົງ). ບັນດາເຮືອ ເຫຼົ່ານີ້ ຈະໄວ້ຢູ່ສຸສານ, ຫໍວິ ຫານ ແຫ່ງຕ່າງໆ ເພື່ອການບູຊາ ເຊັ່ນໄຫວ້. ກ່ອນເຂົ້າຮ່ວມ, ໃນ ຕອນຄໍ່າ ກ່ອນມື້ແຂ່ງ ຫຼື ຕອນເຊົ້າ ຂອງ ມື້ຕໍ່ມາ, ແຕ່ລະທີມ ຕ່າງ ກໍຈັດພິທີ ສັກກະລະບູຊາເທວະດາຟ້າແຖນ ຕາມວິທີການ ຕ່າງໆ ທ່ີ ແຕກຕ່າງກັນ.


ໃນການແຂ່ງຂັນ, ບັນດາສີພາຍ ຕ້ອງປະສົມປະສານ ຢ່າງເຂົ້າແກັບເຂົ້າເກຍກັນດີ ເພື່ອເຮັດໃຫ້ເຮືອແລ່ນໄວຂຶ້ນ. ພາບ: ທົງທ້ຽນ/VNP


“ໂຕງຄວານ” (ຜູ້ຈັດການທົ່ວໄປ) ຮັບຜິດຊອບການຕັກນໍ້າ ໃນເຮືອຍາວ ຂອງເຮືອຫົງ ຢູ່ບ້ານ ໄຕ, ຕາແສງ ອານວິງ, ສຸມກຳລັງແຮງໃນການແຂ່ງຂັນ. ພາບ: ກົງດາດ/VNP


ໃນງານແຂ່ງຂັນຊ່ວງເຮືອ ຕື໋ລິງ, ເຮືອທັງໝົດຂອງຊາວປະມົງ ຢູ່ ຫຼີເຊີນໄດ້ເຕົ້າໂຮມກັນ ຢູ່ຕໍ່ໜ້າ ຫາດຊາຍ ໃນບໍລິເວນສະໜາມ ແຂ່ງຂັນ ເພື່ອໃຫ້ກຳລັງໃຈທີມແຂ່ງ. ພາບ: ກົງດາດ/VNP


ສະໜາມເຮືອຊ່ວງ ຕື໋ລິງ ແມ່ນຫາດຊາຍ ຢູ່ຕໍ່ໜ້າ ສາລາບ້ານ ອານຫານ ແລະ ອານຫວີງ ຊຶ່ງມີຄວາມຍາວກວ່າ 4 ໄມ. ພາບ: ກົງດາດ/VNP


ຊາວປະມົງຢູ່ ຫຼີເຊີນ ລຽນແຖວເຮືອກະຈາດທີ່ສະໜາມ ແຂ່ງຂັນ ເພື່ອໃຫ້ກຳລັງໃຈທີມແຂ່ງ. ພາບ: ກົງດາດ/VNP
ປະຊາຊົນ ຫຼີເຊີນໃຫ້ວ່າ ຜູ້ຖືກຄັດເລືອກເຂົ້າຮ່ວມແຂ່ງຂັນ ຕ້ອງ ຜ່ານການຄັດເລືອກຢ່າງຮອບຄອບ ເພື່ອຮັບປະກັນວ່າມີສຸຂະ ພາບແຂງແຮງ, ມີຄວາມສະຫຼາດຄ່ອງແຄ້ວ. ເຮືອແຂ່ງ ໄດ້ຕໍ່ຕາມ ຮູບຈວຍ, ເບົາ ເພື່ອສາມາດ ລ່ອງຢູ່ເທິງ ໜ້ານໍ້າໄດ້ຢ່າງໄວ. ກ່ອນ ໜ້ານີ້, ການຕໍ່ເຮືອແຕ່ລະລຳມີ 14 ບ່ອນນັ່ງ, ແຕ່ໃນມໍ່ໆ ນີ້, ຍ້ອນ ຄວາມຕ້ອງການໄດ້ເຂົ້າ ຮ່ວມການແຂ່ງຂັນ, ເຮືອ ແຕ່ລະລຳ ໄດ້ຕໍ່ ໃຫ້ມີ 24 ບ່ອນນັ່ງ. ແຕ່ລະທີມແຂ່ງ ຕ່າງກໍມີເຄື່ອງແບບ ສະເພາະ ດ້ວຍແພຄຽນຫົວສີແດງ. ບຸນຊ່ວງເຮືອໄດ້ ດຳເນີນໄປ ທ່າມກາງ ບັນຍາກາດສຽງເຊຍທີ່ຄຶກຄື້ນ, ຟົດສະໜັ່ນ ໃນທົ່ວເຂດທະເລໜຶ່ງ ບວກກັບ ສຽງຮ້ອງໂຮ່ ໃຫ້ກຳລັງໃຈ ບັນດາ ສີພາຍ ໃຫ້ອອກແຮງ ເລັ່ງສີພາຍ ໃຫ້ໄວຂຶ້ນ ເພື່ອເຖິງຈຸດໝາຍ. ນີ້ບໍ່ພຽງແມ່ນ ບຸນຊ່ວງເຮືອ ໜ່ຶງດຽວ ແຕ່ອາດຈະແມ່ນບຸນຊ່ວງເຮືອ ໃຫຍ່ທີສຸດ ແລະ ມີລະບຽບແບບແຜນທີສຸດຢູ່ ຫວຽດນາມ.

ບຸນຊ່ວງເຮືອ ຕື໋ລິງ ບໍ່ພຽງແຕ່ມີຄວາມດຶງດູດໃຈ ຈາກລັກສະນະ ລະຄອນ ແລະ ຈິດວິນຍານ ແຫ່ງການແຂ່ງຂັນ ລະຫວ່າງ ບັນດາທີມ ເທົ່ານັ້ນ, ແຕ່ຍັງ ລວມເຖິງການຕົບແຕ່ງ, ປະດັບປະດາ ຢ່າງປານີດແນບນຽນຂອງ ເຮືອແຂ່ງແຕ່ລະລຳ, ໂດຍສະເພາະ ຢ່າງຍິ່ງ ແມ່ນສ່ວນຫົວ ແລະ ຫາງ ຂອງເຮືອ. ປະຊາຊົນຢູ່ທີ່ນີ້ຖືວ່າ ການຕົບແຕ່ງເຮືອ ໃຫ້ສວຍງາມ ຍິ່ງຈະນຳມາ ຄວາມໂຊກລາບ ແລະ ແຮງບັນດານໃຈ ໃຫ້ແກ່ ຜູ້ເຂົ້າຮ່ວມການແຂ່ງຂັນ, ເພາະສະນັ້ນຜູ້ໄດ້ຮັບມອບ ໜ້າທີ່ຕົບແຕ່ງ ໃຫ້ເຮືອແຂ່ງ ແຕ່ລະລໍາ ຕ້ອງແມ່ນ ນັກສິລະປິນ ຜູ້ມີສີມືດີ ເພື່ອເຮັດໃຫ້ເຮືອແຂ່ງ ທີ່ມີ ຮູບສັດມົງຄຸນນັ້ນມີຊີວິດຊີວາຍິ່ງຂຶ້ນ.

ວັນທີ 27 ເມສາ, ເມືືອງເກາະ ຫຼີເຊີນ ໄດ້ຕ້ອນຮັບ ນາມມະຍົດ ບຸນ ຊ່ວງເຮືອ ຕື໋ລິງ ຢູ່ ເມືອງເກາະ ຫຼີເຊີນ ເປັນມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳ ລະດັບຊາດ. 
ບົດ: ກົງດາດ - ພາບ: ກົງດາດ, ທົງທ້ຽນ - ແປໂດຍ: ບິກລຽນ
(ຮູບຖ່າຍກ່ອນວັນທີ 27 ເມສາ 2021)

ເທດສະການ ນາງຮາຍ ຂອງ ຊາວເຜົ່າ ໄຕ່

ເທດສະການ ນາງຮາຍ ຂອງ ຊາວເຜົ່າ ໄຕ່

ຕັ້ງຢູ່ທາງພາກເໜືອຂອງ ຫວຽດນາມ, ກາວບັ່ງ ມີຄວາມ ພາກພູມໃຈ ໄດ້ເປັນດິນແດນ ທ່ີອະນຸລັກຮັກສາຄຸນຄ່າ ທາງວັດທະນະທຳ ພື້ນເມືອງ ທີ່ເປັນເອກະລັກຫຼາຍຢ່າງ ຂອງ ວົງຄະນາຍາດ ບັນດາເຜົ່າສ່ວນໜ້ອຍ. ໃນຈຳນວນນັ້ນ, ເທດສະການ ນາງຮາຍ (ນາງ ພະຈັນ) ຢູ່ຕາແສງ ຕຽນແທ່ງ, ແຂວງ ກາວບັ່ງ ແມ່ນຈຸດພົ້ນເດັ່ນ ເນື່ອງຈາກວ່າ ມີລັກສະນະ ທີ່ເຕັມໄປດ້ວຍ ສີສັນວັດທະນະທຳ ທີ່ເປັນເອກະລັກ ຂອງ ຊາວເຜົ່າ ໄຕ່. ເທດສະການ ໄດ້ຈັດຂຶ້ນ ເພື່ອສະແດງຄວາມຮູ້ ບຸນຄຸນ, ເຄົາລົບທຳມະຊາດ ແລະ ອະທິດຖານ ໃຫ້ພືດຜົນລະປູກ ອຸດົມສົມບູນ. 

Top