• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບາດ​ກ້າວ​ທຳ​ອິດ​ໃຫ້​ແກ່​ວິ​ວັດ​ການ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ອີຣານ

ວັນທີ 29 ພະຈິກ, ຢູ່ ວຽນ, ໂອຕາລິດ, ອີຣານ ພ້ອມດ້ວຍ 5 ປະເທດມະຫາອຳນາດ ລວມມີ ອັງກິດ, ຈີນ, ຝລັ່ງ, ລັດເຊຍ ແລະ ເຢຍລະມັນ ໄດ້ເຂົ້າຮ່ວມການເຈລະຈານຳກັນ ພາຍຫຼັງທີ່ຖືກຢຸດສະງັກເປັນເວລາເກືອບ 6 ເດືອນ, ເພື່ອແນໃສ່ຊອກຫາວິທີກອບກູ້ຂໍ້ຕົກລົງນິວເຄຼຍ ອີຣານ ປີ 2015 ຫຼື ຍັງເອີ້ນວ່າ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA). ເຖິງວ່າໝາກຜົນທີ່ບັນລຸໄດ້ຍັງມີຂໍ້ຈຳກັດຢູ່ກໍ່ຕາມ ແຕ່ ຕາມບັນດານັກໄຈ້ແຍກແລ້ວ ເລື່ອງ ອີຣານ ຍອມເຂົ້າຮ່ວມການເຈລະຈາ ແມ່ນການກະທຳທີ່ເຕັມໄປດ້ວຍເຈດຕະນາດີ ຈະເປີດສາຍພົວພັນອັນດີງາມໃນອະນາຄົດ.

ການເຈລະຈາ ຖືກດຳເນີນຢູ່ ວຽນ, ໂອຕາລິດໃນວັນທີ 29 ພະຈິກ (ພາບ: REUTERS)

ການເຈລະຈາຖືກຢຸດສະງັກນັບແຕ່ເດືອນມິຖຸນາ 2021. ໃນການເຈລະຈາຄັ້ງນີ້, ບັນດາຝ່າຍເຂົ້າຮ່ວມໄດ້ເຫັນດີເປັນເອກະສັນຕໍ່ບັນດາບາດກ້າວເດີນຕໍ່ໄປ. ທ່ານ Mikhail Ulyanov ເອກອັກຄະລັດຖະທູດ ລັດເຊຍ ຢູ່ ອົງການຈັດຕັ້ງສາກົນ ປະຈຳ ວຽນ (ໂອຕາລິດ) ໄດ້ແບ່ງປັນຂໍ້ສັງເກດຂອງຕົນໃນສື່ສັງຄົມອອນລາຍ Twiter ວ່າ ການເຈລະຈາຄັ້ງນີ້ ຖືກປິດລົງ ແລະ ກໍເປັນການເລີ່ມຕົ້ນທີ່ “ສຳເລັດຜົນ”. ໂດຍມີທັດສະນະເຊັ່ນດຽວກັນກັບຜູ້ຕາງໜ້າຂອງ ລັດເຊຍ, ທ່ານ Ali Bagheri Kani ຫົວໜ້າຄະນະເຈລະຈານິວເຄຼຍ ອີຣານ ກໍສະແດງຄວາມປະເອີບໃຈຕໍ່ການພົບປະທຳອິດທີ່ຫາກໍເກີດຂຶ້ນນີ້. ຕາມນັ້ນແລ້ວ, ບັນດາຝ່າຍເຂົ້າຮ່ວມການເຈລະຈາຄັ້ງນີ້ ໄດ້ເຫັນດີເປັນເອກະພາບຕໍ່ໂຄງການດຳເນີນງານສຸມໃສ່ການຍົກເລີກຄຳສັ່ງລົງໂທດສຳລັບ ເຕເຮຣານ.

ໂອກາດທີ່ເໝາະສົມກັບຜົນປະໂຫຍດ ແລະ ຫຼັກໝັ້ນຂອງບັນດາຝ່າຍ

        ກ່ອນທີ່ກ້າວເຂົ້າສູ່ການເຈລະຈາຄັ້ງນີ້, ຫຼັກໝັ້ນຂອງບັນດາຝ່າຍແມ່ນແຕກຕ່າງກັນ. ທາດແທ້ຂອງບັນຫາແມ່ນເລື່ອງຍົກເລີກຄຳສັ່ງລົງໂທດ ອີຣານ.

        ອີຣານ ຢືນຢັນວ່າ ປະເທດນີ້ມີຄວາມຈິງຈັງໃນການເຈລະຈາຄັ້ງຕ່າງໆເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍ, ເຖິງຢ່າງໃດກໍຕາມທັດສະນະທີ່ຈະແຈ້ງຂອງ ເຕເຮຣານ ແມ່ນ ບັນດາຄຳສັ່ງລົງໂທດຕ້ອງໄດ້ຖືກຍົກເລີກ ແລະ ຮັບປະກັນສິດຜົນປະໂຫຍດຂອງປະຊາຊົນ ອີຣານ. ລະອຽດ, ອີຣານ ໄດ້ຍົກອອກຄຳຮຽກຮ້ອງ ອາເມລິກາ ຍົກເລີກການອາຍັດຊັບສິນທີ່ມີມູນຄ່າ 10 ຕື້ USD ຂອງ ອີຣານ  ຄືດັ່ງການກະທຳທີ່ມີເຈດຕະນາດີໃນເບື້ອງຕົ້ນ ຖ້າຫາກວ່າ ອາເມລິກາ ຢາກມີໂອກາດກັບຄືນເຂົ້າສູ່ການເຈລະຈາຂໍ້ຕົກລົງນິວເຄຼຍ.

        ໃນຂະນະນັ້ນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ກໍໄດ້ສົ່ງສັນຍານກ່ຽວກັບເລື່ອງ ອາເມລິກາ ຢາກກັບຄືນເຂົ້າສູ່ຂໍ້ຕົກລົງນິວເຄຼຍ ປີ 2015. ເຖິງຢ່າງໃດກໍຕາມ, ກ່ອນດຳເນີນການເຈລະຈາ, ທ່ານ Robert Malley ທູດພິເສດ ອາເມລິກາ ຮັບຜິດຊອບບັນຫາ ອີຣານ ໃຫ້ຮູ້ວ່າ ບັນດາສັນຍານຈາກ ອີຣານ “ບໍ່ເປັນໜ້າສົ່ງເສີມ”. ອາເມລິກາ ເຂົ້າຮ່ວມການເຈລະຈາແບບທາງອ້ອມ, ໂດຍຜ່ານການປຶກສາຫາລືສະເພາະກັບສະມາຊິກອື່ນໆຂອງຂໍ້ຕົກລົງ JCPOA. ສຳລັບຝ່າຍ ລັດເຊຍ, ຜູ້ຕາງໜ້າປະເທດນີ້ ໄດ້ມີການປຶກສາຫາລືບໍ່ເປັນທາງການ ເພື່ອຢາກມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບຫຼັກໝັ້ນຂອງທຸກຝ່າຍ. ທັດສະນະຂອງ ລັດເຊຍ ແມ່ນກໍ່ກຳລັງດັນບັງຄັບໃຫ້ວິວັດການເຈລະຈາຕ້ອງຖືກດຳເນີນພາຍຫຼັງທີ່ຖືກຢຸດສະງັກມາເປັນໄລຍະໜຶ່ງ. ເຖິງວ່າບັນລຸໄດ້ຄວາມຄືບໜ້າຈຳນວນໜຶ່ງໃນການເຈລະຈາ 6 ຄັ້ງກ່ອນຢູ່ ວຽນ ກໍຕາມ, ແຕ່ບັນດາຝ່າຍຍັງບໍ່ທັນບັນລຸໄດ້ເປົ້າໝາຍຕົ້ນຕໍ ນັ້ນແມ່ນ ຟື້ນຟູຂໍ້ຕົກລົງນິວເຄຼຍ JCPOA ຢ່າງສິ້ນເຊິງ. ຄວາມຫວັງຈະກອບກູ້ເອົາຂໍ້ຕົກລົງນິວເຄຼຍປີ 2015 ແມ່ນຖືກຝາກຝັງນຳການເຈລະຈາຮອບນີ້, ໃນສະພາບການທີ່ຫາງສຽງມີຄວາມວິຕົກກັງວົນ ອີຣານ ພວມປິດລັບຍູ້ແຮງໂຄງການນິວເຄຼຍ ແລະ ປະຕິບັດວິທີການສຳຜັດທີ່ແຂງກະດ້າງ.

ຄ່ອຍໆມີໂອກາດຟື້ນຟູ

        ຂໍ້ຕົກລົງ JCPOA ຖືກພັງທະລາຍໃນປີ 2018 ພາຍໃຕ້ສະໄໝຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ເມື່ອ ອາເມລິກາ ຕັດສິນໃຈຖອນຕົວອອກຈາກຂໍ້ຕົກລົງສະບັບນີ້ ແລະ ຈັດວາງບັນດາມາດຕະການລົງໂທດເຮັດໃຫ້ພື້ນຖານເສດຖະກິດຂອງ ອີຣານ ຖືກຢຸດສະງັກ. ພາຍຫຼັງທີ່ຂຶ້ນກຳອຳນາດ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຢັ້ງຢືນວ່າ ທ່ານພ້ອມແລ້ວທີ່ຈະກັບຄືນເຂົ້າຮ່ວມຂໍ້ຕົກລົງ JCPOA, ຕາບໃດທີ່ ອີຣານ ກໍກັບຄືນປະຕິບັດຂໍ້ຕົກລົງສະບັບນີ້ຢ່າງຄົບຖ້ວນ ດ້ວຍວິທີຍູ້ຖອຍການເຄື່ອນໄຫວນິວເຄຼຍ ເຊິ່ງປະເທດນີ້ພວມປະຕິບັດເພື່ອໂຕ້ຕອບຄືນບັນດາຄຳສັ່ງລົງໂທດຂອງທ່ານອະດີດປະທານາທິບໍດີ Donald Trump.

        ອີຣານ ໄດ້ຈັດຕັ້ງການເຈລະຈາທາງອ້ອມກັບອຳນາດການປົກຄອງຂອງປະທານາທິບໍດີ Joe Biden ມາເປັນ 6 ຄັ້ງ ກ່ຽວກັບການກັບຄືນເຂົ້າສູ່ຂໍ້ຕົກລົງປີ 2015 ນີ້, ແຕ່ການເຈລະຈານັ້ນຖືກຢຸດສະງັກແຕ່ເດືອນ ມິຖຸນາຜ່ານມາ ເມື່ອທ່ານ Ebrahim Raisi - ຜູ້ເດີນຕາມແນວທາງທີ່ແຂງກະດ້າງ ແລະ ຕ້ານຄືນຝ່າຍຕາເວັນຕົກ ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ຄົນໃໝ່ຂອງ ອີຣານ ຢ່າງເປັນທາງການ. ເຖິງວ່າ ອີີຣານ ໄດ້ປະກາດວ່າ ເຂົາເຈົ້າພ້ອມແລ້ວທີ່ຈະເຊື່ອມຕໍ່ການເຈລະຈາຄືນໃໝ່ ແຕ່ບໍ່ໄດ້ຍົກອອກວັນເວລາລະອຽດ. ໄປຄຽງຄູ່ກັນນັ້ນ, ເລື່ອງ ອີຣານ ຫຼຸດຜ່ອນຄຳໝັ້ນສັນຍາປະຕິບັດຂໍ້ຕົກລົງ JCPOA ໄດ້ເຮັດໃຫ້ປະຊາຄົມສາກົນ ນັບມື້ນັບມີຄວາມວິຕົກກັງວົນ. ໃນສະພາບການນັ້ນ, ອີຣານ ແລະ ບັນດາປະເທດມະຫາອຳນາດ ຕ້ອງມານະພະຍາຍາມຈົນສຸດຄວາມສາມາດເພື່ອເຊື່ອມຕໍ່ການເຈລະຈາທີ່ຖືກໂຈະໄວ້ ແນໃສ່ຟື້ນຟູຂໍ້ຕົກລົງ JCPOA.

        ໃນຂະນະທີ່ ວໍຊິງຕັນ ສະແດງຄວາມລະມັດລະວັງຕໍ່ແຈ້ງການຂອງ ເຕເຮຣານ ນັ້ນ, ນັກໄຈ້ແຍກຫຼາຍທ່ານເຊື່ອໝັ້ນວ່າ ອີຣານ ຍັງຄົງສະໜັບສະໜູນການກັບຄືນເຂົ້າສູ່ຂໍ້ຕົກລົງ JCPOA ຂອງປະເທດນີ້ ຍ້ອນວ່າ ປະເທດນີ້ພວມຕ້ອງການໄດ້ຮັບການຫຼຸດຜ່ອນຄຳສັ່ງລົງໂທດ ແລະ ສິ່ງດັ່ງກ່າວບໍ່ສາມາດບັນລຸໄດ້ ຖ້າຫາກວ່າບໍ່ມີການຮັບຮອງຈາກ ອາເມລິກາ. ເພາະສະນັ້ນ, ເລື່ອງ ອີຣານ ຍອມຮັບເຂົ້າຮ່ວມການເຈລະຈານັ້ນ ແມ່ນການກະທຳທີ່ເຕັມໄປດ້ວຍເຈຕະນາດີ, ເປີດສາຍພົວພັນອັນດີງາມໃນອະນາຄົດ. ເຖິງວ່າໄລຍະທາງທີ່ ອີຣານ ກັບຄືນປະຕິບັດບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງນິວເຄຼຍ ແມ່ນຍັງຍາວຢູ່ ແຕ່ການເຈລະຈາຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ນັ້ນ ກໍເປັນໂອກາດເພື່ອຟື້ນຟູຂໍ້ຕົກລົງປະຫວັດສາດນີ້./.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top