• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບາດກ້າວເດີນທີ່ສ່ຽງໄພຂອງວໍຊິງຕັນ

      ວັນທີ 17 ເມສາ, ວໍຊິງຕັນ ຖະແຫຼງຢຸດຕິເລື່ອງໂຈະການປະຕິບັດພາກທີ 3 ຂອງກົດໝາຍ Helms – Burton, ເຊິ່ງຕາມນັ້ນແລ້ວ, ບັນດາພົນລະເມືອງອາເມລິກາ ຖືສັນຊາດກູບາ ກໍຄືບັນດາວິສາຫະກິດອາເມລິກາ ອາດສາມາດຮ້ອງຟ້ອງບັນດາບໍລິສັດຕ່າງປະເທດທີ່ເຄື່ອນໄຫວໃນຊັບສົມບັດສ່ວນທີ່ຖືກຫັນເປັນຂອງລັດໃນການປະຕິວັດເມື່ອປີ 1959 ຢູ່ກູບາ.

(ພາບປະກອບ: TTXVN)
      ນີ້ແມ່ນບາດກ້າວເດີນທີ່ອັນຕະລາຍຂອງອາເມລິກາ ເພື່ອແນໃສ່ກໍ່ຄວາມກົດດັນສຳລັບກູບາ ກ່ຽວກັບບັນຫາ ເວເນຊູເອລາ, ເຖິງຢ່າງໃດກໍ່ຕາມ ມັນກໍ່ຈະເກີດໄພຂັດແຍ້ງກັນຄັ້ງໃໝ່ລະຫວ່າງອາເມລິກາ ແລະ EU, ພ້ອມທັງເຮັດໃຫ້ບັນດາບໍລິສັດຂອງອາເມລິກາ, ການາດາ ແລະ ເອີລົບ ຖືກຕົກເຂົ້າສູ່ສະພາບຖືກຮ້ອງຟ້ອງ.
        ຕາມຂໍ້ຕົກລົງຂອງວໍຊິງຕັນ ແລ້ວ, ສານອາເມລິກາ ຈະພິຈາລະນາບັນດາກໍລະນີຮ້ອງຟ້ອງທີ່ແນໃສ່ບັນດາບໍລິສັດຕ່າງປະເທດທີ່ພວມທຳມາຫາກິນຢູ່ກູບາ. ກ່ອນໜ້ານັ້ນ, ເມື່ອເດືອນ ມັງກອນ 2019, ທ່ານປະທານາທິບໍດີອາເມລິກາ Donald Trump ເຄີຍນາບຂູ່ວ່າຈະຟື້ນຟູກົດໝາຍ Helms – Burton ເຊິ່ງໄດ້ປະກາດໃຊ້ເມື່ອປີ 1996 ທີ່ອະນຸຍາດໃຫ້ຊາວອາເມລິກາ ມີສິດຮ້ອງຟ້ອງບໍລິສັດສ່ວນຫຼາຍທີ່ມີການເຄື່ອນໄຫວດຳເນີນທຸລະກິດຢູ່ບັນດາໂຮງແຮມ, ໂຮງງານຜະລິດຢາສູບ, ບັນດາຮາກຖານຜະລິດເຫຼົ້າ ແລະ ບັນດາຊັບສົມບັດອື່ນໆ ເຊິ່ງອຳນາດການປົກຄອງກູບາ ຫັນເປັນຂອງລັດເມື່ອປີ 1959. ຊ້ຳບໍ່ໜຳ, ກົດໝາຍສະບັບນັ້ນ ກໍ່ອະນຸຍາດໃຫ້ຊາວກູບາ ທີ່ກາຍເປັນພົນລະເມືອງອາເມລິກາ ແລ້ວ ກໍ່ສາມາດຮ້ອງຟ້ອງໄດ້ ຖ້າຫາກວ່າຊັບສົມບັດຂອງເຂົາເຈົ້າຖືກເກັບຊື້. ໃນໄລຍະ 23 ປີຜ່ານມາ, ກົດໝາຍສະບັບດັ່ງກ່າວຖືກໂຈະການປະຕິບັດໄວ້ ຍ້ອນມີຄວາມວິຕົກກັງວົນວ່າ ຈະກໍ່ຄວາມປັ່ນປ່ວນໃນລະບົບສານຂອງອາເມລິກາ, ກໍຄືເລີ່ມສ້າງການຂັດແຍ້ງດ້ານການຄ້າກັບບັນດາພັນທະມິດ.
ກໍ່ຄວາມກົດດັນໃຫ້ແກ່ນະໂຍບາຍດຶງດູດການລົງທຶນຈາກຕ່າງປະເທດຂອງກູບາ
        ຂໍ້ຕົກລົງຟື້ນຟູໃຊ້ພາກທີ 3 ໃນກົດໝາຍ Helms – Burton ຂອງອຳນາດການປົກຄອງປະທານາທິບໍດີ Donald Trump ໄດ້ປະກາດໃຊ້ໃນສະພາບທີ່ກູບາ ພວມມີບັນດາການຈະເລີນເຕີບໂຕໃນການພັດທະນາເສດຖະກິດ, ພິເສດແມ່ນການດຶງດູດການລົງທຶນຈາກຕ່າງປະເທດ. ປະຈຸບັນ, ກູບາ ພວມຊອກຫາວິທີເພີ່ມປະສິດທິພາບຂອງພື້ນຖານເສດຖະກິດ ແລະ ການສົ່ງອອກ ເພື່ອບັນລຸໄດ້ການພັດທະນາຢ່າງແຮງກວ່າ ໃນປີ 2019 ພາຍຫຼັງບັນລຸລະດັບເຕີບໂຕເສດຖະກິດ 1,2% ໃນປີ 2018. ປະເທດເກາະນີ້ຍາມໃດກໍ່ພ້ອມແລ້ວທີ່ຈະນຳໃຊ້, ອັບເດັດຮູບແບບເສດຖະກິດ - ສັງຄົມເພື່ອບັນລຸຄວາມກ້າວໜ້າ, ເພີ່ມທະວີການປັບປຸງສະພາບແວດລ້ອມແຫ່ງການດຶງດູດບັນດານັກລົງທຶນຈາກຕ່າງປະເທດ. ມາຮອດປະຈຸບັນ, ມີກວ່າ 500 ໂຄງການລົງທຶນຈາກຕ່າງປະເທດທີ່ໄດ້ຈັດແບ່ງໄປໃນທົ່ວປະເທດ, ດ້ວຍມູນຄ່າລົງທຶນຄາດວ່າແມ່ນກວ່າ 11 ຕື້ USD.
        ໃນຂອບເຂດງານຕະຫຼາດນັດສາກົນ Lahabana FIHAV 2018, ກູບາ ໄດ້ປະກາດບັນຊີບັນດາໂຄງການຮຽກຮ້ອງການລົງທຶນຈາກຕ່າງປະເທດປີ 2018, ລວມມີເກືອບ 170 ໂຄງການໃໝ່, ໂດຍສຸມໃສ່ເຂົ້າໃນຂົງເຂດຄື: ລ້ຽງສັດ, ອຸດສາຫະກຳສະບຽງອາຫານ ແລະ ອຸດສາຫະກຳເບົາ, ກົນຈັກ, ຫຼອມເຫຼັກ, ເຄມີ, ແຮ່ທາດ ແລະ ທ່ອງທ່ຽວ.
        ຕໍ່ໜ້າເລື່ອງລັດຖະບານອາເມລິກາ ປະກາດໃຊ້ພາກທີ 3 ໃນກົດໝາຍ Helms – Burton ຄືນໃໝ່, ລັດຖະບານກູບາ ໄດ້ຢືນຢັນຄວາມຕັດສິນໃຈຢຶດໝັ້ນປະເຊີນໜ້າກັບບັນດາການກະທຳປິນຂັ້ນໄດທີ່ມີລັກສະນະເປັນປໍລະປັກຂອງອາເມລິກາ. ລັດຖະບານກູບາ ຢືນຢັນວ່າ, ກົດໝາຍ Helms – Burton ໂດຍອາເມລິກາ ປະກາດໃຊ້ນັ້ນ ແມ່ນບໍ່ມີຜົນສັກສິດຢູ່ປະເທດເກາະ ກາຣີເບ ນີ້.
ພັນທະມິດຂອງອາເມລິກາ ຄັດຄ້ານຢ່າງແຮງ
        ເລື່ອງປະກາດໃຊ້ພາກທີ 3 ໃນກົດໝາຍ Helms – Burton ຄືນໃໝ່, ບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງສະພາບແວດລ້ອມແຫ່ງການລົງທຶນຂອງກູບາ ເທົ່ານັ້ນ, ຫາກມັນຍັງສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງການາດາ ແລະ ເອີລົບ ຍ້ອນມີຫຼາຍບໍລິສັດດຳເນີນທຸລະກິດຢູ່ກູບາ, ຊ້ຳບໍ່ໜຳ ຍັງນັບທັງບໍລິສັດອາເມລິກາ ຈຳນວນໜຶ່ງ ທີ່ພວມລົງທຶນຢູ່ປະເທດນີ້. ສະນັ້ນ, ນັບແຕ່ເມື່ອອາເມລິກາ ຍັງບໍ່ທັນປະກາດໃຊ້ກົດໝາຍດັ່ງກ່າວຢ່າງເປັນທາງການ, ສະຫະພາບເອີລົບ (EU) ໄດ້ນາບຂູ່ວ່າຈະຮ້ອງທຸກຂຶ້ນອົງການການຄ້າໂລກ (WTO). ທ່ານເອກອັກຄະລັດຖະທູດ EU ປະຈຳກູບາ Alberto Navarro ໄດ້ຕຳໜິຕິຕຽນການຈັດວາງຄຳສັ່ງຂວ້ຳບາດຂອງອາເມລິກາ ວ່າ ແມ່ນຜິດກົດໝາຍ ແລະ ໄປຝືນກັບຄຸນສົມບັດ. ຜູ້ຄົນທັງຫຼາຍຍັງຈື່ດີວ່າ, ໃນການຢ້ຽມຢາມກູບາ ເມື່ອປີ 2018, ທ່ານນາງ Federica Mogherini, ຂ້າຫຼວງໃຫຍ່ຮັບຜິດຊອບການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງສະຫະພາບເອີລົບ (EU) ໄດ້ໃຫ້ຄຳໝັ້ນສັນຍາຊຸກຍູ້ບົດບາດເປັນເຈົ້າພາທາງຂອງ EU ໃນເລື່ອງເປີດປະຕູດ້ານເສດຖະກິດຂອງກູບາ. ທ່ານນາງຢືນຢັນວ່າ, ບໍ່ວ່າການປ່ຽນແປງໃດໃນນະໂຍບາຍຂອງວໍຊິງຕັນ ສຳລັບກູບາ ນັ້ນ, ສານຂອງ EU ຍັງແມ່ນຈິດໃຈເພື່ອນມິດ ແລະ ມີການພົວພັນກັບກູບາ. ມັນຍັງມີຄວາມໝັ້ນຄົງ, ມີສະຖຽນລະພາບ ແລະ ໜ້າໄວ້ເນື້ອເຊື່ອໃຈ. ສະນັ້ນ, ໃນຖະແຫຼງການວັນທີ 17 ເມສາ, ທ່ານນາງ Federica Mogherini ຢືນຢັນວ່າ ຈະຂັດຂວາງການປະຕິບັດ ແລະ ຮັບຮູ້ບັນດາຄຳຕັດສິນຂອງຕ່າງປະເທດໂດຍອີງໃສ່ກົດໝາຍ Helms – Burton ຂອງອາເມລິກາ.
        ຢູ່ລະດັບຊາດ, ການາດາ, ຝລັ່ງ, ລາຊະອານາຈັກອັງກິດ ແລະ ຫຼາຍປະເທດອື່ນໄດ້ມີບ້ວງເງິນລົງທຶນກ້ອນໃຫຍ່ຢູ່ກູບາ ກໍ່ຄັດຄ້ານການກະທຳໃໝ່ຂອງວໍຊິງຕັນ ຢ່າງແຮງ ເມື່ອຕັ້ງໃຈແຊກແຊງເຂົ້າໃນການພົວພັນດຳເນີນທຸລະກິດລະຫວ່າງກູບາ ແລະ ປະເທດມີສິດອຳນາດອະທິປະໄຕອື່ນ, ບັງຄັບໃຫ້ເຂົາເຈົ້າຕ້ອງຮັບຜິດຊອບດ້ານນິຕິທຳຕໍ່ສານອາເມລິກາ. ແອັດສະປາຍ, ເຊິ່ງແມ່ນຄູ່ຄ້າໃຫຍ່ອັນດັບທີ 3 ຂອງປະເທດເກາະນີ້ ຖະແຫຼງວ່າ, Madrid ພ້ອມແລ້ວທີ່ຈະໜູນຊ່ວຍບັນດາວິສາຫະກິດ. ການນຳແອັດສະປາຍ ໄດ້ຕິດຕໍ່ກັບສະຫະພາບເອີລົບ ແລະ ທຸກພັກການເມືອງຢູ່ພາຍໃນປະເທດເພື່ອສ້າງເປັນແນວຮົບລວມ. ເຂົາເຈົ້າຢັ້ງຢືນວ່າບໍ່ມີເລື່ອງຈະປະລະການພົວພັນຍຸດທະສາດກັບກູບາ.
        ປະທານາທິບໍດີອາເມລິກາ ຫຼາຍສະໄໝກ່ອນໜ້ານີ້ລ້ວນແຕ່ໂຈະການປະຕິບັດມາດຕາຫຼັກແຫຼ່ງໃນກົດໝາຍ Helms – Burton ເພື່ອຫຼີກລ້ຽງການປະທະກັນດ້ານການຄ້າ. ເຖິງຢ່າງໃດກໍ່ຕາມ, ເລື່ອງອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ເປີດໄຟຂຽວໃຫ້ແກ່ການຮ້ອງຟ້ອງບັນດາບໍລິສັດຕ່າງປະເທດທີ່ພວມດຳເນີນທຸລະກິດຢູ່ກູບາ ແມ່ນການກະທຳປ່ຽນແປງນະໂຍບາຍທີ່ໃຫຍ່ຫຼວງຂອງອຳນາດການປົກຄອງອາເມລິກາ ກັບ ກູບາ ໃນໄລຍະ 20 ປີຜ່ານມາ. ການກະທຳດັ່ງກ່າວແມ່ນມີດ 2 ຄົມ, ຍ້ອນວ່າ ເຖິງວ່າອາດຈະສົ່ງຜົນສະທ້ອນເຖິງການດຶງດູດການລົງທຶນຂອງກູບາ ກໍ່ຕາມ, ແຕ່ແນ່ນອນວ່າ ຈະເຮັດໃຫ້ການພົວພັນລະຫວ່າງອາເມລິກາ ກັບບັນດາພັນທະມິດຖືກຫຼຸດໜ້ອຍຖອຍລົງ.
 (ແຫຼ່ງຄັດຈາກ VOV)
 

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top