• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ບັນດາວິສາຫະກິດ ຮ່ວມມື ກັບ ໄຊງ່ອນ ຕ້ານການແຜ່ລະບາດ ໂຄວິດ-19

ດ້ວຍຈິດໃຈຮ່ວມແຮງຮ່ວມໃຈເພື່ອປະຊາຄົມ, ບັນດາວິສາຫະກິດ ທີ່ເຄື່ອນໄຫວ ຢູ່ນະຄອນ ໂຮ່ຈີມິນ ໄດ້ປະຕິບັດວຽກງານຊ່ວຍເຫຼືອການປ້ອງກັນ ແລະ ຕ້ານໂຄວິດ-19 ຄື: ຊ່ວຍເຫຼືອ ເຄື່ອງຊ່ວຍຫາຍໃຈ ດ້ວຍອົກຊີລະດັບສູງ, kit ກວດຫາ ເຊື້ອໄວ ຣັດ SARS – CoV–2 ໄວ, ເຄື່ອງ monitor ຕິດຕາມ ຄົນເຈັບ, ລົດສຸກເສີນ, ສະບຽງອາຫານ... ດ້ວຍມູນຄ່າຫຼາຍພັນຕື້ດົ່ງ.   
ໂດຍຕອບສະໜອງຕາມຄຳຮຽກຮ້ອງ ຂອງ ຄະນະກໍາມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ປະທານປະເທດ, ນາຍົກລັດຖະມົນຕີ, ປັດຈຸບັນ ມີໝູ່ຄະນະ, ວິສາຫະກິດ 105 ແຫ່ງ ຢູ່ນະຄອນ ໂຮ່ຈີມິນ ໄດ້ລົງທະບຽນ ປະກອບສ່ວນກວ່າ 2.293 ຕື້ ດົ່ງ ເພື່ອຊ່ວຍເຫຼືອ ໃຫ້ແກ່ ວຽກງານຊື້ ວັກຊີນ ຕ້ານໂຄວິດ-19. ນອກນັ້ນ ຍັງມີວິສາຫະກິດ ຫຼາຍພັນແຫ່ງ ໄດ້ມີການເຄື່ອນໄຫວຊ່ວຍເຫຼືອພາຫະນະ ແລະ ອຸປະກອນການແພດ, ສະບຽງອາຫານ, ຮ່ວມແຮງຮ່ວມໃຈ ກັບນະຄອນ ໂຮ່ຈີມິນ ຮັບມືກັບ ການແຜ່ລະບາດ ໂຄວິດ-19.   

ໃນນັ້ນ, ກຸ່ມບໍລິສັດ ຮຶງຖິ້ງ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າ ແລະ ຫຼາຍຮູບການ ທີ່ແຕກຕ່າງກັນ ເພື່ອຊ່ວຍເຫຼືອ ປະຊາຊົນ, ກຳລັງສາທາລະນະສຸກ ຢູ່ແນວໜ້າ... ທີ່ນະຄອນ ໂຮ່ຈີມິນ. ຫວ່າງແລ້ວນີ້, ໃນການພົບປະລະຫວ່າງ ຄະນະພັກນະຄອນ ໂຮ່ຈີມິນ ແລະ ສະມາຄົມວິສາຫະກິດ ນະຄອນ ໂຮ່ຈີມິນ ເພື່ອປຶກສາ ຫາລື ກ່ຽວກັບ ການປະຕິບັດ “ເປົ້າໝາຍຄູ່” ແລະ ມາດຕະການຊ່ວຍເຫຼືອ ໃຫ້ແກ່ວຽກງານປ້ອງກັນ, ຕ້ານ ໂຄວິດ-19 ຈຳນວນໜຶ່ງ, ທ່ານ ຫງວຽນດິ່ງຈຸງ-ປະທານສະພາບໍລິຫານ ກຸ່ມບໍລິສັດ ຮຶງຖິ້ງ ໄດ້ມອບເຄື່ອງຊ່ວຍຫາຍໃຈດ້ວຍ 200 ຊຸດ ໃຫ້ນະຄອນ ໂຮ່ຈີມິນ ລວມມູນຄ່າ 14 ຕື້ດົ່ງ. ທ່ານ ຫງວຽນດິ່ງຈຸງ ໃຫ້ຮູ້ວ່າ: “ຮຶງຖິ້ງ ກໍ່ຄືສະມາຄົມ ວິສາຫະກິດ ທີ່ພວມເຄື່ອນໄຫວຢູ່ນະຄອນ ໂຮ່ຈີມິນ ຈະສືບຕໍ່ສະໜັບສະໜູນ ພາຫະນະ ແລະ ອຸປະກອນການແພດ ຕື່ມອີກ ເພື່ອຕອບສະໜອງ ໃຫ້ແກ່ ຄວາມຕ້ອງການ ໃນປັດຈຸບັນ”. 

ກຸ່ມບໍລິສັດ ຮຶງຖິ້ງ ໄດ້ມອບເຄື່ອງຊ່ວຍຫາຍໃຈ 200 ເຄື່ອງ ໃຫ້ແກ່ນະຄອນ ໂຮ່ຈີມິນ ລວມມູນຄ່າ 14 ຕື້ດົ່ງ. ພາບ: ກຸ່ມບໍລິສັດ ຮຶງຖິ້ງ ສະໜອງ





ກຸ່ມບໍລິສັດ ຮຶງຖິ້ງ ສືບຕໍ່ປະຕິບັດ ວຽກງານຊ່ວຍ ເຫຼືອການປ້ອງກັນ ແລະ ຕ້ານໂຄວິດ-19 ຢູ່ ນະຄອນ ໂຮ່ຈີມິນ ໃນເດືອນ ກໍລະກົດ 2021 ຄື: ຊ່ວຍເຫຼືອ ເຄື່ອງຊ່ວຍຫາຍໃຈ ອົກຊີລະດັບສູງ, kit ກວດຫາເຊື້ອ ໄວຣັດ SARS – CoV–2 ໄວ, ເຄື່ອງ monitor ຕິດຕາມ ຄົນເຈັບ, ລົດສຸກເສີນ, ສະບຽງອາຫານ... ລວມມູນຄ່າກວ່າ 35 ຕື້ດົ່ງ. ພາບ: ທົງຫາຍ/VNP

ໃນຕອນບ່າຍວັນດຽວກັນ, ຈຳນວນເຄື່ອງຊ່ວຍຫາຍໃຈ ຈາກ ກຸ່ມບໍລິສັດ ຮຶງຖິງ ໄດ້ສົ່ງໄປໃຫ້ໂຮງໝໍ 32 ແຫ່ງ ທີ່ພະແນກ ສາທາລະນະສຸກ ນະຄອນ ໂຮ່ຈີມິນ ແປ່ງບັນໃຫ້. ໃນນັ້ນ ມີ ໂຮງໝໍແນວໜ້າ ໃນການປິ່ນປົວ ໂຄວິດ-19 ຈຳນວນໜຶ່ງ ເຊັ່ນ: ສູນຟື້ນຟູ ສຸຂະພາບ ໂຄວິດ-19 ສຸກເສີນ, ໂຮງໝໍພະຍາດ ເຂດຮ້ອນ ນະຄອນ ໂຮ່ຈີມິນ, ໂຮງໝໍ ປິ່ນປົວໂຄວິດ-19 ຖູດຶກ, ຈຶງເວືອງ, ຟ້າມຫງອກແທັກ… ພ້ອມກັບບັນດາໂຮງໝໍ ພາກສະໜາມ ປິ່ນປົວໂຄວິດ-19 ໃນພື້ນທີ່ນະຄອນ ໂຮ່ຈີມິນ ອີກຫຼາຍແຫ່ງ.  

ກ່ອນນັ້ນ, ກຸ່ມບໍລິສັດ ຮຶງຖິ້ງ ຍັງໄດ້ມອບ kit ກວດຫາເຊື້ອ ໄວ ຣັດ SARS–CoV–2 ໂດຍໄວ ຈໍານວນ 50.000 ຊຸດ (ມູນຄ່າ 7,5 ຕື້ດົ່ງ), monitor ຕິດຕາມຄົນເຈັບ 75 ຊຸດ (10 ຕື້ ດົ່ງ), ຕຽງນອນ 5.000 ໜ່ວຍ (2,5 ຕື້ດົ່ງ), ເງິນ 500 ລ້ານດົ່ງ ໃຫ້ບັນດາຮ້ານສັບພະສິນຄ້າ 0 ດົ່ງ ຢູ່ນະຄອນ ໂຮ່ຈີມິນ, ລົດສຸກເສີນ 2 ຄັນໃຫ້ໂຮງໝໍ ຖົ໋ງເຍີດ (500 ລ້ານດົ່ງ)... ຮຶງຖິ້ງ ຖືກຮັບຮອງວ່າ ເປັນ 1 ໃນຈຳນວນວິສາຫະກິດ 30 ແຫ່ງ ທີ່ໄດ້ປະກອບສ່ວນຫຼາຍກວ່າໝູ່ໃນການຮັບມືກັບການລະບາດ (ຕາມ Forbes Vietnam), ຮ່ວມແຮງຮ່ວມໃຈ ປະຕິບັດພາລະກຳຂອງ ວິສາຫະກິດ ຫວຽດນາມ ເພື່ອແປ່ງບັນ ກັບ ລັດຖະບານ ແລະ ທົ່ວປວງຊົນ ໃນການຮັບມື ກັບການແຜ່ລະບາດໂຄວິດ-19. 


ຜ່ານແຜນການ “ຕ້ານ ໂຄວິດ-19 ພ້ອມກັບໄວໜຸ່ມ”, ບັນດາ ວິສາຫະກິດ ໄດ້ມອບໃຫ້ໂຮງໝໍປິ່ນປົວ ໂຄວິດ-19 ອານບິ່ງ (ເມືອງ 5, ນະຄອນ ໂຮ່ຈີມິນ) ລົດສຸກເສີນ 1 ຄັນ ແລະ ລະບົບ ກວດຫາເຊື້ອ ໄວຣັດ SARS – CoV–2 ໄວ Realtime RT-PCR. ພາບ: ທົງຫາຍ/VNP


ນະຄອນ ໂຮ່ຈີມິນ ໄດ້ຮັບ ພາຫະນະ ແລະ ອຸປະ ກອນການແພດ ທີ່ມີມູນຄ່າ ກວ່າ 1.730 ຕື້ດົ່ງ ຈາກບັນດາ ວິສາຫະກິດ ເພື່ອຮັບໃຊ້ ໃຫ້ແກ່ ວຽກງານກວດ ແລະ ປິ່ນປົວ ໂຄວິດ-19, ຫຼຸດຜ່ອນຄວາມສ່ຽງເສຍຊີວິດ, ປະກອບສ່ວນ ກຳຈັດ ການລະບາດ ໂຄວິດ-19. ພາບ: ກຸ່ມບໍລິສັດ ຮຶງຖິ້ງ ສະໜອງ


ພາຫະນະ ແລະ ອຸປະກອນການແພດໃນກອງທຶນໜູນຊ່ວຍ 42 ຕື້ດົ່ງ ຈາກກຸ່ມ ບໍລິສັດ Sea ສົ່ງມາເຖິງບັນດາໂຮງໝໍເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ ແລະ ຕ້ານ ໂຄວິດ-19. ພາບ: ຊວນຄູ/VNA


ເຂົ້າກວ່າ 100 ໂຕນຂອງກຸ່ມບໍລິສັດ ເຕິນລອງ ໄດ້ສົ່ງມາເຖິງຜູ້ອອກແຮງງານ ທີ່ປະສົບຄວາມຫຍຸ້ງຍາກໂດຍ ຜົນສະທ້ອນຈາກ ໂຄວິດ-19. ພາບ: ທົງຫາຍ/VNP
ໃນບັນຊີລາຍຊື່ ວິສາຫະກິດ 30 ແຫ່ງທີ່ໄດ້ປະກອບສ່ວນເພື່ອ ຮັບມືການລະບາດ, ວາລະສານ Forbes Vietnam ລາຍງານວ່າ ເສດຖະກິດເອກະຊົນ ມີບົດບາດ ຫຼັກໃນການເຄື່ອນໄຫວສະໜັບສະໜູນ ນະຄອນ ໂຮ່ຈີມິນ ໃນການຮັບມື ກັບການລະບາດ. ໃນນັ້ນ Vingroup ໄດ້ມອບ “ຢາ Remdesivir 500.000 ກວດ” - ຢາປິ່ນປົວໂຄວິດ-19 ໄດ້ FDA ຂອງ ສ ອາເມລິກາ ມອບໃບອະນຸຍາດ ໃຫ້ນໍາໃຊ້, ສ່ວນຫຼາຍ ໄດ້ນຳໃຊ້ ເພື່ອປິ່ນປົວຄົນເຈັບຢູ່ນະຄອນ ໂຮ່ຈີມິນ, ບໍລິສັດ ວ້ານຖິ້ງຟາດ ໄດ້ມອບເຄື່ອງປ້ອງກັນຕົວ ແລະ ຜ້າອັດປາກ ຈຳນວນ 200.000 ອັນ, ກຸ່ມບໍລິສັດ Sun Group ສະໜັບສະໜູນ ນະຄອນ 70 ຕື້ດົ່ງ ເພື່ອຊື້ ລະບົບວິເຄາະ PCR, ເຄື່ອງຊ່ວຍຫາຍໃຈ ແລະ ອຸປະກອນການແພດຕ່າງໆ...
ເຖິງທ້າຍເດືອນ ສິງຫາ 2021, ຄະນະກໍາມະການລະດົມ, ຮັບເອົາ ແລະ ແຈກຢາຍ ກອງທຶນປ້ອງກັນ, ຕ້ານໂຄວິດ-19 ນະຄອນໂຮ່ຈີມິນ ໄດ້ຮັບເອົາບັນດາອຸປະກອນການແພດ ຈາກວິສາຫະກິດຫຼາຍແຫ່ງ ທີ່ພວມເຄື່ອນໄຫວໃນຂົງເຂດ ລວມມູນຄ່າ ກວ່າ 1.300 ຕື້ດ່ົງ. 

ສອງປີຜ່ານມາ, ນັບຕັ້ງແຕ່ ໂຄວິດ-19 ລະບາດຂຶ້ນ, ວິສາຫະກິດ ຫຼາຍພັນແຫ່ງ ທີ່ເຄື່ອນໄຫວໃນນະຄອນ ໂຮ່ຈີມິນ ໄດ້ມີການຮ່ວມແຮງຮ່ວມໃຈ ເຂົ້າໃນສານ “ບໍ່ປະໃຫ້ຜູ້ໃດ ຖືກ ຕົກຄ້າງຢູ່ເບື້ອງຫຼັງ-ພ້ອມກັນ, ພວກເຮົາຈະ ໄດ້ຮັບໄຊຊະນະ”. ຫວ່າງແລ້ວນີ້, ກຸ່ມບໍລິສັດ ເຕິນລອງ ໄດ້ມອບເຂົ້າສານ ຈຳນວນ 110 ໂຕນ ໃຫ້ແກ່ຄອບຄົວ ທີ່ມີສະພາບການເປັນຢູ່ທຸກຍາກ. 

ຕໍ່ການຮ່ວມແຮງຮ່ວມໃຈຂອງປະຊາຄົມວິສາຫະກິດ, ທ່ານ ຫງວຽນແທ່ງຟອງ-ປະທານຄະນະກຳມະການ ປະຊາຊົນ ນະຄອນ ໂຮ່ຈີມິນ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຄຸ້ມຄອງຢ່າງເຄັ່ງຄັດ, ຊັດ ເຈນ ແລະ ນຳໃຊ້ຢ່າງມີປະສິດທິຜົນ ບັນດາການສະໜັບສະໜູນ ເພື່ອຮັບໃຊ້ວຽກງານປ້ອງກັນ ແລະ ຕ້ານໂຄວິດ-19 ໃຫ້ດີທ່ີສຸດ. 

ບົດ: ທົງຫາຍ - ພາບ: ທົງຫາຍ ແລະ ເອກະສານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top