• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ບັນດາຜະລິດຕະພັນທີ່ແສນງາມຈາກເປືອກຫອຍ

ເພື່ອເຮັດໃຫ້ເປືອກຫອຍທີ່ບໍ່ມີຊີວິດຊີວາ ກາຍເປັນຜົນງານ ປະດິດແຕ່ງ ສິລະປະ ທີ່ເປັນເອກະລັກ ແມ່ນຄວາມຫຼົງໄຫຼ ຢ່າງສຸດຂີດ ຂອງ ນາງສາວ ພິການ ເຈິ່ນທິຫງອກຮ໋ຽວ. ບັນດາ ຜະລິດຕະພັນຂອງນາງໄດ້ເພື່ອນມິດສາກົນເປັນທີ່ຮູ້ຈັກເຖິງ. 
ສາຍແນນທີ່ພາໃຫ້ນາງສາວພິການຄົນນີ້ ມາກັບບັນດາ ຜົນ ການປະດິດແຕ່ງສິລະປະດ້ວຍເປືອກຫອຍ ກໍ່ຍ້ອນວ່າ ໃນຄັ້ງ ໜຶ່ງ ມີເພື່ອນຊາວອັງກິດ ຄົນໜຶ່ງ ໄດ້ນຳເອົາເປືອກຫອຍ ມາ ໃຫ້ນາງ ເພື່ອເຮັດພາບ ຊຶ່ງກ່ອນນັ້ນ ນາງ ໄດ້ຮູ້ຈັກເຖິງ ການ ເຮັດພາບ ຈາກຫີນທີ່ມີຄ່າແລ້ວ. ຜ່ານການຄົ້ນຫາ ນາງຮ໋ຽວ ຈຶ່ງຮູ້ວ່າ ພາບເປືອກຫອຍ ເປັນຜະລິດຕະພັນ ທີ່ມີຊື່ສຽງ ມາ ແຕ່ດົນນານແລ້ວ ຂອງ ໝູ່ບ້ານຊາວປະມົງ ແຫ່ງໜຶ່ງ ຢູ່ປະ ເທດອັງກິດ. ດ້ວຍປະສົບການທ່ີເຄີຍ ເຮັດພາບ ມາກ່ອນ, ນາງໄດ້ຮ່ວມກັບ ເພື່ອນຊາວອັງກິດ ຄົນນັ້ນ ເຮັດໃຫ້ສຳເລັດ ບັນດາແຜ່ນພາບຈາກເປືອກຫອຍ ໃນເວລາໜຶ່ງເດືອນ.

ຈາກການເຮັດບັນດາແຜ່ນພາບດ້ວຍເປືອກຫອຍ ໃຫ້ເພື່ອນ, ນາງ ເຈິ່ນທິຫງອກຮ໋ຽວ ຮູ້ໄດ້ວ່າ ແຫຼ່ງຫອຍ ຢູ່ຫວຽດນາມ ແມ່ນອຸດົມສົມບູນ ແລະ ຫຼາກຫຼາຍພໍຄວນ, ເພາະສະນັ້ນ ແຕ່ ປີ 2014, ນາງໄດ້ ເລີ່ມລົງມືສ້າງ ບັນດາ ຜະລິດຕະພັນ ຈາກ ເປືອກຫອຍ. ມາຮອດປັດຈຸບັນ, ຜະລິດຕະພັນຈາກເປືອກ ຫອຍ ຂອງ ນາງ ຮ໋ຽວ ແມ່ນມີ ຫຼາຍຮູບແບບເຊັ່ນ: ພາບ, ກັບ ໃສ່ເຄື່ອງສຳອາງ, ດອກໄມ້ ໃນງານວິວາ, ກັບໃສ່ປາກາ, ໂຖ ດອກໄມ້ ແລະ ອື່ນໆ...


ເຖິງວ່າເປັນຄົນພິການ ແຕ່ດ້ວຍຄວາມຫຼົງໄຫຼ ກັບ ພາບ ສິລະປະ, ນາງສາວ ເຈິ່ນທິຫງອກຮ໋ຽວ ໄດ້ເຮັດໃຫ້ບັນດາເປືອກຫອຍ
ທີ່ບໍ່ມີ ຊີວິດຊີວາ ກາຍເປັນຜົນງານປະດິດ ແຕ່ງທີ່ບໍ່ຊຳ້ແບບໃຜ. 



ປັດຈຸບັນ, ນາງຮ໋ຽວ ມີເປືອກຫອຍ ປະມານ 70 ປະເພດ ທີ່ ຫຼາກຫຼາຍດ້ານຂະໜາດ, ຮູບຊົງ ແລະ ສີສັນ...






ເປືອກຫອຍ ໄດ້ທ້ອນໂຮມຈາກຫຼາຍແຫຼ່ງ ຄື ຊອກຊື້ ຈາກໝູ່ ບ້ານຊາວປະມົງ, ເປັນຂອງຕ້ອນຂອງ ພໍ່ແມ່,
ເພື່ອນມິດມອບ ໃຫ້ ພາຍຫຼັງການໄປທ່ຽວທະເລ.



ເຖິງວ່າພິການຂາທັງສອງ ແລະ ແຂນເບື້ອງຊ້າຍ, ແຕ່ ນາງ ຮ໋ຽວ ໄດ້ຊັບຊ້ອນເປືອກຫອຍ ດ້ວຍຄວາມຄ່ອງແຄ່ວ. 


ບັນດາຂັ້ນຕອນທີ່ຕ້ອງໃຊ້ຄວາມພິຖີພິຖັນ ແລະ ພອນສະ ຫວັນ ສິລະປະ ດ້ານຄວາມງາມ. 


ຈາກເປືອກຫອຍທີ່ບ່ໍມີຄ່າ, ແຕ່ດ້ວຍສີມື ອັນຄ່ອງແຄ່ວ ຂອງ ນາງ ຮ໋ຽວ ໄດ້ກາຍເປັນບັນດາດອກໄມ້ ທີ່ສວຍງາມ. 

ຍ້ອນບັນດາຜົນງານປະດິດແຕ່ງແມ່ນມາຈາກເປືອກຫອຍ, ເພາະສະນັ້ນ ສິ່ງສຳຄັນສຸດ ນັ້ນແມ່ນແຫຼ່ງວັດຖຸດິບ ເປືອກ ຫອຍ. ປັດຈຸບັນ, ນາງ ຮ໋ຽວ ມີ 70 ປະເພດ ຫອຍ ທີ່ອຸດົມສົມບູນທາງດ້ານ ຮູບຊົງ, ຂະໜາດ ແລະ ສີສັນ ຊຶ່ງໄດ້ທ້ອນໂຮມ ຈາກຫຼາຍແຫຼ່ງ ຄື: ຊອກຊື້ຈາກ ໝູ່ບ້ານ ຊາວປະມົງແຫ່ງຕ່າງໆ, ເປັນຂອງຕ້ອນຈາກພໍ່ແມ່, ເພື່ອນມິດ ມອບໃຫ້ ພາຍຫຼັງການໄປທ່ຽວ ຢູ່ທະເລ.

ນາງຮ໋ຽວ ໃຫ້ຮູ້ວ່າ: “ໃນການເຮັດວຽກນີ້, ຂ້າພະເຈົ້າເຫັນວ່າ ຕົວເອງໄດ້ພົບປະ ກັບຫຼາຍຄົນ, ຍິ່ງກວ່ານັ້ນໄດ້ປະກອບສ່ວນ ສ້າງຄວາມງາມຍິ່ງຂຶ້ນ ໃຫ້ສິ່ງແວດລ້ອມ ຈາກແຫຼ່ງ ວັດຖຸດິບ ທີ່ບໍ່ເປັນພິດ, ສິ່ງທີ່ບໍ່ມີຄຸນຄ່າ, ແຕ່ໄດ້ຜະລິດອອກ ເປັນບັນດາ ຜະລິດຕະພັນ ທີ່ສວຍງາມ, ເພາະສະນັ້ນ ຂ້າພະເຈົ້າມີ ຄວາມ ຮູ້ສຶກດີໃຈຫຼາຍ”.

ໃນຈຳນວນຜະລິດຕະພັນທີ່ເຮັດຈາກເປືອກຫອຍ, ຜະລິດຕະພັນ ພາບເປືອກຫອຍແມ່ນເຮັດຍາກທີສຸດ, ຍ້ອນການເຮັດ ພາບເປືອກຫອຍແມ່ນເຮັດຕາມອາລົມຈິດ, ບໍ່ແມ່ນ ແຕ້ມວາດຈຸດພື້ນລ່ວງໜ້າ. ບັນດາຫົວຂໍ້ທີ່ ນາງ ຮ໋ຽວ ສະແດງໃຫ້ ເຫັນ ໃນພາບເປືອກຫອຍ ແມ່ນຫາດຊາຍ ທະເລ ຫຼື ໂຖປັກ ດອກໄມ້ ແລະ ພິເສດ ແມ່ນກ່ຽວກັບສາສະໜາ ກາໂຕລິກ...

ແລ້ວແຕ່ໆ ລະຮູບພາບ, ຈໍານວນ, ສີສັນ, ຮູບຊົງເປືອກຫອຍ ຈະໄດ້ນຳໃຊ້ດ້ວຍຈຸດປະສົງທີ່ແຕກຕ່າງກັນ. ຮູບພາບ ທີ່ມີ ພື້ນໃຊ້ເປືອກຫອຍມຸ່ນ ຈະຕ້ອງເສຍເວລາ ໃນການຕຳເປືອກ ຫອຍ ເພື່ອຕິດໃສ່ກັນ, ຫຼັງຈາກນັ້ນປະສົມສີເປືອກຫອຍ ແນວ ໃດໃຫ້ສວຍງາມ  ແລະ ສອດຄ່ອງ ກັບຫົວເລື່ອງທີ່ກໍານົດໄວ້ກ່ອນ ແລ້ວຕິດເຂົ້າເປັນແຜ່ນພາບ. ຕາມທຳມະດາ, ນາງຮ໋ຽວ ຈະໃຊ້ທັງເປືອກຫອຍແຂງ ແລະ ອ່ອນ ເພື່ອສ້າງສ່ວນເລິກ ຂອງ ທຳມະຊາດ, ພິເສດແມ່ນການສ້າງກີບດອກໄມ້. ແລ້ວ ແຕ່ແຮງ ບັນດານໃຈ, ເມື່ອສ້າງສຳເລັດ ກໍ່ອາດຈະປະກອບ ເພີ່ມຕື່ມ ບາງລາຍລະອຽດເພື່ອເຮັດໃຫ້ ແຜ່ນພາບ ມີຄວາມງາມ ຍິ່ງຂຶ້ນ. 


ມາຮອດປັດຈຸບັນ, ຜະລິດຕະພັນເກືອບໝົດຂອງ ນາງ ຮ໋ຽວ ຕ່າງກໍໄດ້ໝູ່ເພື່ອນແນະນຳ ແລະ ລູກຄ້າຊອກຊື້ ຜ່ານ fanpage: https://www.facebook.com/tranhdaquycuahieu. ບັນດາຜະລິດຕະພັນ ທີເຮັດຈາກເປືອກຫອຍ ມີລາຄາຂາຍ ແຕ່ 300.000-400.000 ດົ່ງ/ຜະລິດຕະພັນ. 
 

ຜົນການປະດິດແຕ່ງຈຳນວນໜຶ່ງທີ່ເຮັດຈາກເປືອກຫອຍ ຂອງ ນາງ ເຈິ່ນທິຫງອກຮ໋ຽວ: 

























 
ບົດ: ເງິນຮ່າ - ພາບ: ຫງວຽນລວນ

ຫຸ່ນເງົາ ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

“ຫຸ່ນເງົາ” ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

ກ່ອນຈະໄດ້ຮັບການເລືອກເຟັ້ນ ແລະ ຈັດສາກ ໂດຍໂຮງລະຄອນ ຫວຽດນາມ, ບົດລະຄອນ “ຫຸ່ນເງົາ” ໂດຍ ທ່ານນາງ ຫວູຮວ່າງຮວາ ເປັນ 1 ໃນ 5 ບົດລະຄອນ ຖືກຈັດເຂົ້າ ບັນຊີລາຊື່ ສະເໜີຊີງລາງວັນ Patrick White Award 2023 ທີ່ສະຫງວນໃຫ້ ບົດລະຄອນ, ຊຶ່ງຈັດໂດຍໂຮງລະຄອນ ນະຄອນ Sydney (ອົດສະຕຣາລີ) ຈັດປະຈຳທຸກປີ.  ຜົນໄດ້ຮັບແມ່ນ “ຫຸ່ນເງົາ” ຖືກຈັດ ອັນດັບທີສອງ ແລະ ໄດ້ຮັບການຕີລາຄາສູງ ດ້ານຄຸນນະພາບ ຈາກສະພາວິຊາຊີບ ຂອງ ໂຮງລະຄອນ ນະຄອນ Sydney.

Top