• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາບາດກ້າວສຳຄັນຂອງ ຫວຽດນາມ ໃນບັ້ນປ້ອງກັນຕ້ານເຊື້ອ Covid-19

      ເພື່ອບັນລຸໄດ້ໝາກຜົນຢ່າງຊັດເຈນ ແລະ ວ່ອງໄວທີ່ສຸດ, ເຖິງວ່າ ຕົວຢ່າງເຊື້ອພະຍາດຕ້ອງວິໄຈໃນແຕ່ລະວັນເປັນຈຳນວນຫລວງຫລາຍກໍ່ຕາມ ແຕ່ບັນດານັກຄົ້ນຄວ້າ, ວິໄຈຂອງສະຖາບັນອະນາໄມລະບາດວິທະຍາສູນກາງ ຕ້ອງເດັດຂາດຮັບປະກັນຄວາມປອດໄພດ້ານຊີວະວິທະຍາບໍ່ປະໃຫ້ເກີດຄວາມຜິດພາດ.
            ຫວ່າງແລ້ວນີ້, ສະຖາບັນອະນາໄມລະບາດວິທະຍາສູນກາງສາມາດປູກເຊື້ອ ແລະ ແຍກເຊື້ອໄວຣັດໂຄໂຣນາສາຍພັນໃໝ່ (Covid-19 ຫຼື nCoV) ສຳເລັດຜົນ, ຢູ່ໃນຫ້ອງທົດລອງ ສາມາດວິໄຈໄດ້ກໍລະນີທີ່ຖືກສົງໄສວ່າຕິດເຊື້ອໄດ້ຢ່າງວ່ອງໄວ, ແມ່ນປະຖົມປັດໄຈສຳຄັນໃນການຄົ້ນຄວ້າ ແລະ ພັດທະນາວັກຊິນເພື່ອປ້ອງກັນ, ຕ້ານເຊື້ອໄວຣັດດັ່ງກ່າວໃນອະນາຄົດ, ກໍ່ຄືສ້າງບັນດາມາດຕະການເພື່ອຮັບມືກັບເຊື້ອພະຍາດຢ່າງມີປະສິດທິຜົນກ່ວາ. ມີໜ້ອຍຄົນທີ່ຮູ້ຈັກວ່າ ບາດກ້າວສຳຄັນທີ່ສຸດນີ້ ແມ່ນຜົນງານຂອງກຸ່ມນັກຄົ້ນຄວ້າວິໄຈ ທີ່ມີສະມາຊິກຂອງສະຖາບັນອະນາໄມລະບາດວິທະຍາສູນກາງພຽງແຕ່ 11 ຄົນເທົ່ານັ້ນ, ເຂົາເຈົ້າຕ້ອງເຮັດວຽກທັງໃນຍາມບຸນເຕັດ, ໝົດມື້ໝົດຄືນ, ແຂ່ງຂັນກັບເວລາ ແລະ ຜ່ານຜ່າຄວາມກົດດັນຫລາຍຈົນນັບບໍ່ຖ້ວນ.

(ພາບປະກອບ/Reuters)
      ນາງປະລິນຍາເອກ ຫວູມາຍເຟືອງ, ຫົວໜ້າພະແນກໄວຣັດ, ແບ່ງປັນວ່າ:
ເພື່ອປະຕິບັດການວິເຄາະວິໄຈດ້ວຍແຊນລຸ້ນໃໝ່, ໃນແຕ່ລະວັນພວກຂ້າພະເຈົ້າຕ້ອງເຮັດວຽກ 10 ຊົ່ວໂມງຢ່າງລຽນຕິດ. ຖ້າວ່າໄດ້ຮັບຕົວຢ່າງເຊື້ອພະຍາດໃນຕອນຄ່ຳ ພວກຂ້າພະເຈົ້າຕ້ອງໄດ້ເຮັດວຽກໝົດຄືນເລີຍ.
ເຖິງວ່າມີຈຳນວນຄົນໜ້ອຍກໍ່ຕາມ, ແຕ່ບັນດາສະມາຊິກໃນກຸ່ມທັງໝົດນັ້ນ ລ້ວນແຕ່ແມ່ນບັນດານັກຄົ້ນຄວ້າວິໄຈທີ່ມີປະສົບການມາຫລາຍປີແລ້ວ, ໃນນັ້ນ ມີຫລາຍຄົນເຄີຍ “ປ້ອງກັນ, ຄວບຄຸມຄືນເຊື້ອພະຍາດ SARS ທີ່ເກີດຂື້ຶ້ນໃນປີ 2003 ມາແລ້ວ. ບົນເນື້ອໃນຈິດໃຈເຮັດວຽກຈົນສຸດຄວາມສາມາດຂອງຕົນນັ້ນ ບັນດາສະມາຊິກໃນກຸ່ມຍາມໃດກໍ່ຖືໜ້າທີ່ສູງກ່ວາສິ່ງໃດໝົດ. ນັກຄົ້ນຄວ້າ ເວືອງດຶກເກື່ອງ, ເຮັດວຽກຢູ່ຫ້ອງວິໄຈ, ສະຖາບັນອະນາໄມລະບາດວິທະຍາສູນກາງໄດ້ 24 ປີແລ້ວ ແລະ ໄດ້ເຂົ້າຮ່ວມວິວັດການຕ້ານເຊື້ອພະຍາດ SARS ຢືນຢັນວ່າ:
ພວກຂ້າພະເຈົ້າໄດ້ກຽມພ້ອມໃນທຸກກໍລະນີນັບແຕ່ກ່ອນບຸນປີໃໝ່ປະຈຳຊາດພຸ້ນ. ດຽວນີ້ ກໍ່ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນຈົນໄປຮອດຍາມສິ້ນສຸດໂລກລະບາດ. ແຕ່ຢາກໃຫ້ໂລກລະບາດ Covid-19 ນີ້ໝົດໄປໃນໄວໆນີ້.
ເພື່ອບັນລຸໄດ້ໝາກຜົນຢ່າງຊັດເຈນ ແລະ ວ່ອງໄວທີ່ສຸດ, ເຖິງວ່າ ຕົວຢ່າງເຊື້ອພະຍາດຕ້ອງວິໄຈໃນແຕ່ລະວັນເປັນຈຳນວນຫລວງຫລາຍກໍ່ຕາມ ແຕ່ບັນດານັກຄົ້ນຄວ້າ, ວິໄຈຂອງສະຖາບັນອະນາໄມລະບາດວິທະຍາສູນກາງ ຕ້ອງເດັດຂາດຮັບປະກັນຄວາມປອດໄພດ້ານຊີວະວິທະຍາບໍ່ປະໃຫ້ເກີດຄວາມຜິດພາດ. ພິເສດ, ໃນໄລຍະເວລາທຳອິດ, ຍ້ອນບໍ່ທັນມີ “ຕົວຢ່າງເຊື້ອພະຍາດ” ເພື່ອມາວິໄຈ, ດັ່ງນັ້ນ ບັນດານັກເຕັກນິກຕ້ອງນຳໃຊ້ວິທີວິເຄາະແຊນແຕ່ 3 – 5 ມື້ຈິ່ງເຫັນຜົນ. ສິ່ງທີ່ຄວນເວົ້າເຖິງ ນັ້ນແມ່ນການປະຕິບັດວຽກງານໃນແຕ່ລະຄັ້ງ, ບັນດານັກຄົ້ນຄວ້າຕ້ອງນຸ່ງຊຸດປ້ອງກັນ ແລະ ເຮັດວຽກໃນຫ້ອງວິໄຈປະມານ 3 ຊົ່ວໂມງ. ນັກຄົ້ນຄວ້າ ເວືອງດຶກເກື່ອງ ແບ່ງປັນຕືຶ່ມອີກວ່າ:
ຊຸດປ້ອງກັນສະເພາະ ເຊິ່ງພວກຂ້າພະເຈົ້ານຸ່ງຢູ່ໃນຫ້ອງທົດລອງນັ້ນ ຄ້າຍຄືກັນກັບຊຸດເຄື່ອງນຸ່ງຂອງນັກດຳນ້ຳ. ຊຸດນີ້ນຸ່ງປິດສະໜິດ ແລະ ຮູ້ສຶກຢູ່ຍາກຫລາຍ, ນອກນັ້ນ ຕ້ອງໃສ່ຖົງມືອະນາໄມ 2 ຊັ້ນ, ຜ້າອັດປາກ ແຕ່ຫາຍໃຈຍາກໜ້ອຍໜຶ່ງ. ບັງຄັບຕ້ອງປະຕິບັດບັນດາມາດຕະການຢ່າງເດັດຂາດ ເພື່ອປ້ອງກັນບໍ່ໃຫ້ຕົນເອງ ແລະ ຜູ້ຢູ່ອ້ອມຂ້າງຕິດເຊື້ອພະຍາດ. ”
ຕາມທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທງລອງ ແລ້ວ, ເລື່ອງວິໄຈມີໝາກຜົນຊັດເຈນຢ່າງວ່ອງໄວນັ້ນ ໄດ້ສວມບົດບາດສຳຄັນທີ່ສຸດ ໃນການຜັນຂະຫຍາຍບັນດາວິທີການແຍກຕົວ ພິເສດແມ່ນນັບແຕ່ມື້ທຳອິດ ແລະ ປິ່ນປົວໃຫ້ຜູ້ຕິດເຊື້ອຢ່າງມີປະສິດຜົນ. ນອກນັ້ນ, ນີ້ຍັງແມ່ນບ່ອນອີງ ເພື່ອກຳນົດເຂດມີເຊື້ອ ເພື່ອຂີດແບ່ງເຂດ, ແຍກຕົວຜູ້ທີ່ມີຄວາມສ່ຽງຕິດເຊື້ອພະຍາດ, ເສີມຂະຫຍາຍການປ້ອງກັນ, ຕ້ານເຊື້ອພະຍາດໄດ້ຢ່າງມີປະສິດທິຜົນ.
ຂ້າພະເຈົ້າຕີລາຄາສູງຖັນແຖວນັກຄົ້ນຄວ້າທີ່ປະຕິບັດວຽກງານວິໄຈ, ແມ່ນບຸກຄົນທີ່ມີຄວາມສ່ຽງຕິດເຊື້ອຢ່າງສູງ, ຍ້ອນວ່າ ເຂົາເຈົ້າຕ້ອງສຳຜັດກັບຕົວຢ່າງເຊື້ອພະຍາດໂດຍກົງ. ນີ້ແມ່ນການອຸທິດສ່ວນຂອງຂະແໜງສາທາລະນະສຸກ. ຂ້າພະເຈົ້າຕີລາຄາສູງບັນດາຄວາມມານະພະຍາຍາມຂອງຖັນແຖວນີ້.
ດ້ວຍຄວາມຕັດສິນໃຈ, ຈິດໃຈ ແລະ ສະຕິຄວາມຮັບຮູ້ກ່ຽວກັບພາລະກຳອັນສູງສົ່ງຂອງແພດໝໍ, ບັນດານັກຄົ້ນຄວ້າ, ວິໄຈພວມຕັ້ງໜ້າແຂ່ງຂັນກັບເວລາ, ພ້ອມແລ້ວທີ່ຈະຜ່ານຜ່າທຸກຄວາມກົດດັນ ເພື່ອນຳມາເຊິງຄວາມຫວັງ ແລະ ໂອກາດປິ່ນປົວດີທີ່ສຸດໃຫ້ແກ່ຜູ້ຕິດເຊື້ອພະຍາດ./.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top