• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາຂອງຂວັນບຸນເຕັດສ້າງຄວາມອົບອຸ່ນຕໍ່ທະຫານ,ປະຊາຊົນຢູ່ເມືອງເກາະ ເຈື່ອງຊາ

      ຄະນະປະຕິບັດງານຂອງກອງບັນຊາການທະຫານເຮືອເຂດ 4 ແລະ ນັກຂ່າວທີ່ມາຈາກບັນດາສຳນັກຂ່າວສານ, ສື່ມວນຊົນໃນທົ່ວປະເທດ ກວ່າ 100 ຄົນ ໄດ້ເດີນເຮືອຜ່ານໄລຍະທາງກວ່າ 240 ໄມທະເລເພື່ອນຳເອົາບັນດາຂອງຂວັນບຸນເຕັດໄປມອບໃຫ້ທະຫານ ແລະ ປະຊາຊົນເມືອງເກາະ ເຈື່ອງຊາ, ແຂວງ ແຄ໊ງຮ່ວາ.

ນຳເອົາບັນດາຂອງຂວັນບຸນເຕັດໄປມອບໃຫ້ທະຫານ ແລະ ປະຊາຊົນເມືອງເກາະ
(ພາບປະກອບ: TTXVN) 
      ບັນດາຂອງຂວັນຂອງປະຊາຊົນໃນທົ່ວປະເທດຝາກໃຫ້ ເຖິງວ່າຈະເປັນວັດຖຸ ຫຼື ຈິດໃຈກໍ່ຕາມ, ກໍ່ລ້ວນແຕ່ໄດ້ເຮັດໃຫ້ບັນດາຜູ້ທີ່ພວມປົກປັກຮັກສາເຂດທະເລ, ໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດ ມີຄວາມອົບອຸ່ນໃຈຂຶ້ນຕື່ມ. ບົດຂຽນຂອງນັກຂ່າວ ແທ່ງຈຸງ.
        ເຖິງວ່າມີຄວາມອິດເມື່ອຍຍ້ອນເມົາກ່ຳປັ່ນ, ເມົາຄື້ນທະເລກໍ່ຕາມ, ແຕ່ເມື່ອໄປຮອດເກາະ ດ໊າລ໊າດ ໄດ້ພົບພະນັກງານ, ນັກຮົບແລ້ວ, ສະມາຊິກໃນຄະນະປະຕິບັດງານຜູ້ໃດກໍ່ມີຮ້ອຍຍິມ. ທະຫານ ແລະ ປະຊາຊົນຢູ່ທີ່ນີ້ມີຄວາມເບີກບານຍິນດີຕ້ອນຮັບດ້ວຍຄວາມອົບອຸ່ນຄືດັ່ງໄດ້ຮູ້ຈັກດີກັນມາແຕ່ດົນນານແລ້ວ. ທຸກຄົນໄດ້ເຕົ້າໂຮມກັນ, ເລົ່າເລື່ອງສູ່ກັນຟັງກ່ຽວກັບບ້ານເກີດເມືອງນອນ, ບັນດາອະນຸສອນເມື່ອປະຕິບັດງານຢູ່ກາງທະເລ.
        ຂອງຂວັນຈາກເຂດດິນຕໍ່ແຜ່ນທີ່ຄະນະປະຕິບັດງານເອົາໄປມອບໃຫ້ທະຫານ ແລະ ປະຊາຊົນຢູ່ເກາະນັ້ນເຕັມໄປດ້ວຍສີສັນລົດຊາດຂອງບຸນເຕັດຄື: ໃບຕອງຈິງ, ເຂົ້າໜຽວ, ໝາກຖົ່ວຂຽວ, ຊີ້ນໝູ, ເຂົ້າໜົມ, ໜໍ່ໄມ້, ເສັ້ນລ້ອນ, ມັນຝລັ່ງຂອງວົງຕະກຸນ ຫວູ, ວໍ້ ໃນແຂວງ ນິງທ້ວນ ມອບໃຫ້ພະນັກງານ, ນັກຮົບ. ສ່ວນເຄື່ອງຝາກຂອງສະໂມສອນໄວໜຸ່ມ ເພື່ອເຂດທະເລໝູ່ເກາະແຫ່ງບ້ານເກີດເມືອງນອນນັ້ນ ແມ່ນໝາກກ້ຽງໃຫຍ່ນັບຮ້ອຍໆໜ່ວຍ, ບັນດາເສື້ອກິລາທີ່ມີລາຍເຊັນຂອງຄູ່ຝຶກຊາວເກົາຫຼີ Park Hangseo ແລະ ບັນດານັກກິລາຂອງທິມກິລາບານເຕະແຫ່ງຊາດ ທີ່ຫາກໍ່ຍາດໄດ້ໄຊຊະນະຢູ່ AFF Cup… ອ້າຍ ບຸ່ຍຮ່ວາຍນາມ, ເລຂາຄະນະຊາວໜຸ່ມແຂວງ ແຄ໊ງຮ່ວາ, ໃຫ້ຮູ້ວ່າ.
        “ບັນດາຂອງຂວັນນັ້ນແມ່ນນ້ຳໃຈຂອງບັນດາສະມາຊິກຊາວໜຸ່ມທີ່ຝາກເຖິງບັນດາພະນັກງານ, ນັບຮົບ ເຈື່ອງຊາ. ເຖິງວ່າຂອງຂວັນເຫຼົ່ານັ້ນຈະນ້ອຍກໍ່ຕາມ ແຕ່ບັນດາພວກເພື່ອນກໍ່ຢາກນຳບັນຍາກາດຂອງບຸນເຕັດຈາກດິນຕໍ່ແຜ່ນ ມາສູ່ເຂດໝູ່ເກາະທີ່ຫ່າງໄກ. ນັ້ນແມ່ນການຕອບບຸນແທນຄຸນຂອງໄວໜຸ່ມທີ່ມີຕໍ່ບັນດາພະນັກງານ, ນັກຮົບ. ຢູ່ຄຽງຂ້າງພວກອ້າຍ ຍາມໃດກໍ່ມີນ້ຳໃຈຂອງລຸ້ນໜຸ່ມ, ແມ່ນແນວຫຼັງທີ່ໝັ້ນຄົງໜັກແໜ້ນເພື່ອໃຫ້ພວກອ້າຍປົກປັກຮັກສາເຂດທະເລ, ໝູ່ເກາະຂອງປະເທດຊາດ”.
        ໃນບັນດາຂອງຂວັນທີ່ຝາກໄປເຈື່ອງຊາ ນັ້ນ, ຍັງມີຈົດໝາຍຫຼາຍສະບັບໂດຍນັກຮຽນຂຽນຝາກໃຫ້. ນ້ອງ ທູຫງວຽດ, ນັກຮຽນຢູ່ໂຮງຮຽນປະຖົມແຫ່ງໜຶ່ງຢູ່ເມືອງ ຫວຽດອຽນ, ແຂວງ ບັ໊ກຢາງ ທີ່ຝາກເຖິງພວກອາວທະຫານບັດອວຍພອນບຸນເຕັດ ທີ່ໄດ້ແຕ້ມຮູບບັນດາທະຫານເຮືອ ພວມເວນຍາມ ແລະ ຕົວໜັງສືຂຽນວ່າ “ຫຼານຮັກອາວທະຫານ ເຈື່ອງຊາ. ຫຼານສັນຍາວ່າ ຈະຮຽນໃຫ້ເກັ່ງ, ຮູ້ຄວາມ”. ພຽງແຕ່ເທົ່ານັ້ນກໍ່ເຮັດໃຫ້ບັນດາທະຫານທີ່ພວມເວນຍາມ, ປົກປັກຮັກສາເຂດນ່ານຟ້າ, ນ່ານທະເລແຫ່ງບ້ານເກີດເມືອງນອນມີຄວາມອົບອຸ່ນຂຶ້ນຕື່ມ. ຮ້ອຍເອກ ຟ້າມມິງດຶກ, ຫົວໜ້າ, ຜູ້ບັນຊາການກຳລັງທະຫານຢູ່ເກາະ ດ໊າລ໊າດ, ແບ່ງປັນວ່າ.
        “ອ້າຍນ້ອງທະຫານມີຄວາມປິຕິຊົມຊື່ນຫຼາຍ. ຂໍຂອບໃຈນ້ຳໃຈຂອງປະຊາຊົນຢູ່ດິນຕໍ່ແຜ່ນທີ່ໄດ້ສະຫງວນໃຫ້ແກ່ພວກຂ້າພະເຈົ້າ. ບັນດາຄວາມເອົາໃຈໃສ່ນັ້ນໄດ້ຊ່ວຍໃຫ້ພວກຂ້າພະເຈົ້າທີ່ກະກຽມໃຫ້ພວກອ້າຍ, ນ້ອງຢູ່ທີ່ນີ້ຕ້ອນຮັບບຸນເຕັດຢ່າງຄົບຖ້ວນທີ່ສຸດ, ເພື່ອໃຫ້ອ້າຍນ້ອງມີຄວາມອຸ່ນອ່ຽນໃຈປະຕິບັດໜ້າທີ່ຢູ່ເຂດໝູ່ເກາະ.”
        ພັນໂທ ເລດິ່ງຫາຍ, ຮອງຜູ້ບັນຊາການກອງພົນນ້ອຍ, ກອງພົນ 146 ຂຶ້ນກັບກອງບັນຊາການທະຫານເຮືອເຂດ 4, ໃຫ້ຮູ້ວ່າ, ດ້ວຍຄວາມເອົາໃຈໃສ່ໜູນຊ່ວຍຈາກກະຊວງປ້ອງກັນປະເທດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ປະຊາຊົນໃນທົ່ວປະເທດ, ຊີວິດການເປັນຢູ່ຂອງພະນັກງານ, ນັກຮົບຢູ່ເກາະ ດ໊າລ໊າດ ຈຶ່ງນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ຢູ່ເຂດໝູ່ເກາະທີ່ຫ່າງໄກນີ້, ຢູ່ອ້ອມຮອບ 4 ດ້ານລ້ວນແຕ່ແມ່ນທະເລ, ພະນັກງານ, ນັກຮົບຍາມໃດກໍ່ລະດົມກຳລັງໃຈກັນຜ່ານຜ່າທຸກສິ່ງທຸກຢ່າງ ເພື່ອປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ. ພັນໂທ ເລດິ່ງຫາຍ, ໃຫ້ຮູ້ວ່າ.
        “ຕ້ອນຮັບບຸນເຕັດແຕ່ບໍ່ໄດ້ລືມໜ້າທີ່, ຍາມໃດພວກຂ້າພະເຈົ້າກໍ່ວາງໜ້າທີ່ກຽມພ້ອມສູ້ຮົບແມ່ນສຳຄັນທີ່ສຸດ. ພວກຂ້າພະເຈົ້າໄດ້ຊາບຊຶມໃນໝູ່ພະນັກງານ, ນັກຮົບວ່າ ຕ້ອງປະຕິບັດຂໍ້ກຳນົດກ່ຽວກັບການກຽມພ້ອມສູ້ຮົບ, ເພີ່ມທະວີວຽກງານເວນຍາມ, ຍົກສູງສະຕິກຽມພ້ອມສູ້ຮົບຂອງບັນດາພະນັກງານນັກຮົບໃນທົ່ວເກາະຢ່າງເຂັ້ມງວດ”.
        ບັນດາຂອງຂວັນເຊິ່ງປະຊາຊົນໃນທົ່ວປະເທດທີ່ຝາກມາໃຫ້ ໄດ້ປະກອບສ່ວນລະດົມກຳລັງໃຈພະນັກງານ, ນັກຮົບໃນໝູ່ເກາະ ເຈື່ອງຊາ ມີຄວາມອຸ່ນອ່ຽນໃຈປະຕິບັດໜ້າທີ່, ປົກປັກຮັກສາອຳນາດອະທິປະໄຕຢູ່ເຂດທະເລ, ໝູ່ເກາະ, ໄຫຼ່ທະວີບທີ່ສັກກະລະບູຊາຂອງປະເທດຊາດ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top